ມີໃຜສະໝັກເລືອກຕັ້ງເປັນ ສສຊ ແດ່ ທີ່ທ່ານຈະໄດ້ເລືອກເອົາ....
....ການໄດ້ກະທຳຄວາມດີເທ່ືອລະໜ້ອຍ ດີກວ່າການຕັ້ງໃຈຈະກະທຳຄວາມດີຄັ້ງຍິ່ງໃຫຍ່....
2/16/16
2/6/16
ອາໄລຮັກການຈາກໄປຂອງ ອຈ ຄຳພູທະວີວັນ ເຈົ້າຂອງເພງ ຈົດໝາຍນ້ອຍ
ຂໍໄວ້ອາໄລ ເຖິງດວງວິນຍານ ອາຈານ ຄຳພູ ທະວີວັນ
ສີລະປິນແຫ່ງຊາດ,ນັກຮ້ອງ, ນັກປະພັນເພງ
ຄຳພູ ທະວີວັນ ຫລື ຫຼາຍຄົນມັກເອີ້ນວ່າ ອຈ ຄຳພູ ທະວີວັນ ຖືວ່າເປັນນັກແຕ່ງເພງ ແລະ ນັກຮ້ອງ ທີ່ມີເອກະລັກເປັນຂອງຕົນເອງ. ຄຳພູ ທະວີວັນ ກ້າວສູ່ວົງການສິນລະປິນນີ້ມາໄດ້ ຫຼາຍ ສິບປີ ຄືເພິ່ນເປັນນັກຮ້ອງນັກແຕ່ງເພງມາກ່ອຊາດລາວ ຈະໄດ້ຮັບການສະຖາປານາ ເປັນລະບອບໃໝ່ ຫລື ປ່ຽນເປັນ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ຄ.ສ 1975
ແຈ້ງຂ່າວຕໍ່ໆກັນເດີ ທ່ານ ສົມພາວັນ ສຽງແຄນລາວ ລູກເຂົ້າໜຽວ ບອກວ່າ ລາວໄດ້ຮັບໂທລະສັບຈາກເມຍ ອ.ຈຄຳພູ ທະວີວັນ ນັກຮ້ອງໃນດວງໃຈຂອງຫລາຍຄົນ ເພິ່ນໄດ້ເສຍຊີວິດແລ້ວ ໃນເວລາ 17:00 ໂມງ ຂອງວັນທີ 5 ກຸມພາ 2016 ດ້ວຍພະຍາດຂອງຜູ້ກ່ຽວ. ປະຈຸບັນສົບ ຂອງເພິ່ນໄດ້ບຳເພັນກຸສົນຢູ່ທີ່ ເຮືອນຂອງເພິ່ນເອງ ທີ່ ບ້ານເວີນຄຳ - ທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ ແລະ ຈະສົ່ງສະການວັນອາທິດ (7 ກຸມພາ 2016) ແຈ້ງໃຫ້ຊາບໂດຍທົ່ວເຖິງກັນ.
ມີລາຍການສົ່ງເສີມສິນລະປິນ ເຄີຍນຳສະເໜີຜົນງານເພງບາງສ່ວນທີ່ຕິດພັນກັບ ອາຈານ ຄຳພູ ທະວິວັນ ໄວ້ ເຊິ່ງຫລາຍຄົນບໍ່ອາດເຄີຍຄິດມາກ່ອນວ່າ ເພງບາງເພງ ມີອາຍຸເກືອບເຄິ່ງສະຕະວັດແລ້ວກໍມີ
ຂອບໃຈທີ່ຕິດຕາມ
1/22/16
ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ເລືອກຕັ້ງເອົາຄະນະບໍລິຫານສູນກາງພັກຊຸດໃໝ່
ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ເລືອກຕັ້ງເອົາຄະນະບໍລິຫານສູນກາງພັກຊຸດໃໝ່
ໃນຕອນບ່າຍຂອງວັນທີ 21 ມັງກອນ 2016 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ໂດຍການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິ ການສູນກາງພັກ ໄດ້ດຳເນີນການເລືອກຕັ້ງ ເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ X, ຈຳນວນ 77 ສະຫາຍ, ໃນນັ້ນມີກຳມະການສູນກາງພັກສົມບູນ 69 ສະຫາຍ ແລະ ກຳມະການສຳຮອງ 8ສະຫາຍ.
ກ່ອນເຂົ້າສູ່ວາລະການປ່ອນບັດເລືອກຕັ້ງ ສະຫາຍປະທານກອງປະຊຸມ ໄດ້ສະເໜີທີ່ປະຊຸມຮັບ ຮອງເອົາຄະນະຄວບຄຸມປ່ອນບັດເລືອກຕັ້ງ ຈຳນວນ 31 ສະຫາຍ, ໂດຍແມ່ນສະຫາຍ ພົນຈັດຕະວາ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ເປັນຫົວໜ້າ ແລະ ຈາກນັ້ນ ສະຫາຍຫົວໜ້າຄະນະຄວບຄຸມການປ່ອນບັດເລືອກຕັ້ງ ໄດ້ແນະນຳລະບຽບການປ່ອນບັດພ້ອມທັງຢາຍບັດລົງຄະ ແນນສຽງໃຫ້ຜູ້ແທນສົມບູນ ຈຳນວນ 685 ສະຫາຍ ແລ້ວດຳເນີນການປ່ອນບັດເລືອກເອົາ ຄະນະບໍລິຫານງານສູນກາງພັກ ສະໄໝທີX ຢ່າງເປັນທາງການ, ຜົນຂອງການເລືອກຕັ້ງປະກອບມີ ບັນດາສະຫາຍກຳມະການສູນກາງພັກສົມບູນ ດັ່ງນີ້:
1. ສະຫາຍ ບຸນຍັງ
ວໍລະຈິດ
2. ສະຫາຍ ນາງ ປານີ
ຢາທໍ່ຕູ້
3. ສະຫາຍ ທອງລຸນ
ສີສຸລິດ
4. ສະຫາຍ ດຣ. ບຸນທອງ
ຈິດມະນີ
5. ສະຫາຍ ດຣ. ບຸນປອນ
ບຸດຕະນະວົງ
6. ສະຫາຍ ດຣ. ພັນຄຳ
ວິພາວັນ
7. ສະຫາຍ ຈັນສີ
ໂພສີຄຳ
8. ສະຫາຍ ພົນໂທ
ແສງນວນ ໄຊຍະລາດ
9. ສະຫາຍ ດຣ.
ໄຊສົມພອນ ພົມວິຫານ
10. ສະຫາຍ ສົມພັນ
ແພງຄຳມີ
11. ສະຫາຍ ຄຳໝັ້ນ
ສູນວິເລີດ
12. ສະຫາຍ ສຈ.ດຣ.
ຈະເລີນ ເຢຍປາວເຮີ
13. ສ/ຫ ພົນໂທ
ຈັນສະໝອນ ຈັນຍາລາດ
14. ສະຫາຍ ຄຳສານ
ສຸວົງ
15. ສະຫາຍ ດຣ.
ສິນລະວົງ ຄຸດໄພທູນ
16. ສະຫາຍ ດຣ.
ຄໍາພັນ ພົມມະທັດ
17. ສະຫາຍ ສຈ.ດຣ.
ສົມກົດ ມັງໜໍ່ເມກ
18. ສະຫາຍ ດຣ. ສອນໄຊ
ສີພັນດອນ
19. ສະຫາຍ ດຣ. ນາມ
ວິຍະເກດ
20. ສະຫາຍ ນາງ ສີໃສ
ລືເດດມູນສອນ
21. ສະຫາຍ ສຈ.ດຣ.
ກິແກ້ວ ໄຂຄໍາພິທູນ
22. ສະຫາຍ ຄຳໃບ
ດຳລັດ
23. ສະຫາຍ ສົມມາດ
ພົນເສນາ
|
24. ສະຫາຍ ສົມດີ
ດວງດີ
25. ສະຫາຍ ສຈ.ດຣ.
ບໍ່ແສງຄໍາ ວົງດາລາ
26. ສະຫາຍ ດຣ. ລຽນ
ທິແກ້ວ
27. ສ/ຫ ສຈ.ດຣ.ເອກສະຫວ່າງ
ວົງວິຈິດ
28. ສະຫາຍ ໄຊສີ
ສັນຕິວົງ
29. ສະຫາຍ ດຣ. ຄຳແພງ
ໄຊສົມແພງ
30. ສະຫາຍ ພົນຕີ
ສຸວອນ ເລືອງບຸນມີ
31. ສະຫາຍ ຄຳເມິງ
ພົງທະດີ
32. ສະຫາຍ ພົນຕີ
ສົມແກ້ວ ສີລາວົງ
33. ສະຫາຍ ຄຳເຈນ
ວົງໂພສີ
34. ສະຫາຍ ປ້ານ
ນ້ອຍມະນີ
35. ສ/ຫ ສຈ.ດຣ.ສຸກກົງແສງ
ໄຊຍະເລີດ
36. ສະຫາຍ ຄຳພັນ
ສິດທິດຳພາ
37. ສະຫາຍ ຄຳເຜີຍ
ບຸດດາວຽງ
38. ສະຫາຍ ດຣ. ນາງ
ສູນທອນ ໄຊຍະຈັກ
39. ສ/ຫ ພົນຕີ ດຣ.
ທອງລອຍ ສິລິວົງ
40. ສະຫາຍ ພົນຕີ ວິໄລ ຫລ້າຄໍາຟອງ
41. ສະຫາຍ ດຣ.
ຄຳມະນີ ອິນທິລາດ
42. ສະຫາຍ ໂອໄດ
ສຸດາພອນ
43. ສະຫາຍ ດຣ.
ກອງແກ້ວ ໄຊສົງຄາມ
44. ສະຫາຍ ດຣ.ນ
ອິນລາວັນ ແກ້ວບຸນພັນ
45. ສະຫາຍ ຄຳຂັນ
ຈັນທະວີສຸກ
46. ສະຫາຍ ນາງ
ເຂັມມະນີ ພົນເສນາ
|
47. ສະຫາຍ ສຈ. ດຣ.
ບໍ່ວຽງຄໍາ ວົງດາລາ
48. ສະຫາຍ ດຣ. ນາງ
ວຽງທອງ ສີພັນດອນ
49. ສະຫາຍ ດຣ.
ສອນທະນູ ທຳມະວົງ
50. ສະຫາຍ ສະເຫລີມໄຊ
ກົມມະສິດ
51. ສ/ຫ ນາງ
ແສງເດືອນ ຫລ້າຈັນທະບູນ
52. ສະຫາຍ ດຣ.
ວິໄລວົງ ບຸດດາຄຳ
53. ສະຫາຍ ດຣ.
ສົມພາວ ໄຟສິດ
54. ສະຫາຍ ດຣ.
ທັນສະໄໝ ກົມມະສິດ
55. ສ/ຫ ຮສຈ.ດຣ.ທອງສະຫຼິດ ມັງໜໍ່ເມກ
56. ສະຫາຍ ດຣ.
ບຸນຈັນ ສິນທະວົງ
57. ສະຫາຍ ສີສຸວັນ
ວົງຈອມສີ
58. ສະຫາຍ ດຣ. ເພັດ
ພົມພິພັກ
59. ສະຫາຍ ພົງສະຫວັນ
ສິດທະວົງ
60. ສະຫາຍ ດຣ. ຄຳພັນ
ເຜີຍຍະວົງ
61. ສະຫາຍ ເພັດສາຄອນ
ຫລວງອາໄພ
62. ສະຫາຍ ວິດົງ
ໄຊຍະສອນ
63. ສະຫາຍ ອະນຸພາບ
ຕຸນາລົມ
64. ສ/ຫ ດຣ.ພົຕ
ສິນທະວົງ ໄຊຍະກອນ
65. ສະຫາຍ ດຣ.
ບຸນຖອງ ດີວິໄຊ
66. ສະຫາຍ ດຣ. ສຸພັນ
ແກ້ວມີໄຊ
67. ສະຫາຍ ວັນໄຊ
ແພງຊຸມມາ
68. ສະຫາຍ ເພັດຖາວອນ
ພິລາວັນ
69. ສະຫາຍ ສັນຕິພາບ
ພົມວິຫານ
|
ບັນດາສະຫາຍກຳມະການສຳຮອງມີຄື:
1. ສະຫາຍ ນາງ ບຸນຄໍາ ວໍລະຈິດ
2. ສະຫາຍ ດຣ. ບົວຄົງ ນາມມະວົງ
3. ສະຫາຍ ສອນໄຊ ສິດພະໄຊ
4. ສະຫາຍ ນາງ ໃບຄໍາ ຂັດຕິຍະ
|
5. ສະຫາຍ ອາລຸນໄຊ ສູນນະລາດ
6. ສະຫາຍ ນາງ ສວນສະຫວັນ ວິຍະເກດ
7. ສະຫາຍ ໂພໄຊ ໄຊຍະສອນ
8. ສະຫາຍ ລາວປາວຊົງ ນະວົງໄຊ
|
ໂຄງປະກອບກົດລະບຽບພັກສະໄໝທີ X ປະກອບມີ 14 ໝວດ, 58 ມາດຕາ ທຽບໃສ່ສະໄໝ ທີ IX ເພີ່ມຂຶ້ນ 2 ໝວດ, 7 ມາດຕາ ຄື: ໄດ້ແຍກມາດຕາ 28 ຢູ່ໝວດທີ VI ຂອງກົດລະບຽບສະໄມທີ IX ມາສ້າງເປັນໝວດທີ V ໃໝ່ ວ່າດ້ວຍການຈັດຕັ້ງພັກ ຂອງກະຊວງ-ອົງການ ແລະ ໝວດທີ XIII ວ່າດ້ວຍກາໝາຍພັກ ແລະ ທຸງພັກ. ມາດຕາເພີ່ມ ໃໝ່ມີມາດຕາ 8, 19, 24, 34, 50, 51, 52;ໄດ້ຈັດວາງທີ່ຕັ້ງຂອງໝວດຄືນໃໝ່ໃຫ້ເປັນລະບົບ ຄື: ຍ້າຍໝວດທີ V ວ່າດ້ວຍການຈັດຕັ້ງຮາກຖານພັກ ເປັນໝວດທີ VI ໃໝ່. ໝາຍວ່າຈັດໝວດ ແລະມາດຕາຄືນໃໝ່ຕາມການຈັດຕັ້ງ ນຳພາຂອງພັກ ແຕ່ຂັ້ນສູນກາງຮອດຮາກຖານ.
ຂອບໃຈຂໍ້ມູນຂ່າວຈາກ: ຂປລ
(ຂອບໃຈທີ່ຕິດຕາມ)
1/20/16
7 ແຜນຍຸດທະສາດລະດັບຊາດທີ່ຕ້ອງປະຕິບັດໃນ 10 ປີ
7 ແຜນຍຸດທະສາດລະດັບຊາດທີ່ຕ້ອງປະຕິບັດໃນ 10 ປີ(2016-2025)
ໃນວັນທີ 18 ມັງກອນຜ່ານມາ
ສະຫາຍ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຂຶ້ນສະເໜີຮ່າງວິໄສທັດຮອດ
ປີ 2030,
ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ
ໄລຍະ 10 ປີ (2016-2025) ແລະແຜນພັດທະນາເສດຖະກິດ-ສັງຄົນ 5 ປີ ຄັ້ງທີ VIII (2015-2020) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ໂດຍຍົກ ໃຫ້ເຫັນຜົນສຳເລັດການພັດທະນາດ້ານ
ຕ່າງໆໄລຍະ 15 ປີຜ່ານມາ
ຊຶ່ງເສດຖະ ກິດແຫ່ງຊາດມີການຂະຫຍາຍຕົວໃນ ຈັ່ງຫວະໄວ ແລະຕໍ່ເນື່ອງ, ໝັ້ນທ່ຽງໂດຍ ພື້ນຖານ ລວມຍອດຜະລິດຕະພັນພາຍ ໃນ (GDP) ສະເລ່ຍບັນລຸ 7,4% ຕໍ່ປີ, ສະເລ່ຍລາຍຮັບເພີ່ມຂຶ້ນຈາກ
319 ໂດ ລາ ໃນສົກປີ 2000-2001 ມາເປັນ 1.671 ໂດລາ ໃນສົກປີ 2013-2014 ແລະມາເປັນ 1.970 ໂດລາສະຫະລັດ ໃນສົກປີ 2014-2015,
ພິເສດ ໃນປີ 2011 ທະນາຄານໂລກໄດ້ເລື່ອນ ສປປ ລາວ ຈາກກຸ່ມປະເທດທີ່ມີລາຍໄດ້ຕ່ຳຂຶ້ນມາສູ່ປະເທດທີ່ມີລາຍໄດ້ປານກາງໃນ
ລະດັບຕ່ຳ.
ບົນພື້ນຖານຜົນສຳເລັດດັ່ງກ່າວ
ສະ ຫາຍ ທອງສິງ ທຳມະວົງ ໄດ້ຊີ້ໃຫ້ເຫັນ ເຖິງຄຳຂວັນຂອງວິໄສທັດຮອດປີ 2030 ແລະຍຸດທະສາດຮອດປີ 2025 ຄື: “ສູ້ຊົນພັດທະນາປະເທດຊາດໃຫ້ຫຼຸດພົ້ນ
ຈາກສະຖານະພາບດ້ອຍພັດທະນາໃນປີ 2020 ກ້າວໄປສູ່ປະເທດກຳລັງພັດທະ
ນາທີ່ມີລາຍຮັບປານກາງສູງຕາມທິດ ການພັດທະນາສີຂຽວ ແລະຢືນຍົງ
ເມື່ອເຖິງປີ 2030 ” ສຳລັບຍຸດທະສາດການ
ພັດ ທະນາເສດຖະກິດ ໄລຍະ 10 ປີ (2016-2025)ເພື່ອຜັນຂະຫຍາຍຄາດໝາຍສູ້ຊົນຕ່າງໆຈະຕ້ອງໄດ້ສຸມໃສ່ປະຕິບັດ
7 ຍຸດທະສາດລະດັບຊາດດັ່ງນີ້:
1. ພັດທະນາເສດຖະ
ກິດຢ່າງຕໍ່ເນື່ອງໄປຕາມທິດມີຄຸນນະ ພາບ, ສີຂຽວ ແລະຢືນຍົງ ຊຶ່ງເປົ້າໝາຍແມ່ນເຮັດໃຫ້ເສດຖະກິດຂະຫຍາຍຕົວ
ຕໍ່ເນື່ອງໝັ້ນທ່ຽງດ້ວຍຈັງຫວະສະເລ່ຍ 7,5% ຕໍ່ປີ, ເສດຖະກິດມະຫາພາກມີສະ
ຖຽນລະພາບ, ຄວາມທຸກຍາກສືບຕໍ່ຫຼຸດ
ລົງ,
ຊີວິດການເປັນຢູ່ຂອງປະຊາຊົນໄດ້
ຮັບການຍົກລະດັບດີຂຶ້ນ, ຮັບປະກັນການ
ຜະລິດສະບຽງອາຫານໃຫ້ພຽງພໍກັບ ຄວາມຕ້ອງການພາຍໃນ, ມີສິນຄ້າສົ່ງ ອອກຈຳນວນໜຶ່ງ, ມີການຈັດສັນເຂດ ການພັດທະນາ ແລະຈັດວາງກຳລັງການ
ຜະລິດຕາມເຂດແຄວ້ນຢ່າງເປັນລະບົບ.
2. ເພື່ອພັດທະນາປະ ເທດໃຫ້ຫຼຸດພົ້ນອອກຈາກສະຖານະພາບ
ດ້ອຍພັດທະນາ (LDCs) ແລະປະຕິບັດ
ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂດຍສຸມໃສ່ປະຕິບັດເປົ້າໝາຍ ຫຼຸດພົ້ນອອກຈາກສະຖານະພາບດ້ອຍ
ພັດທະນາໃຫ້ສຳເລັດໃນປີ 2020 ແລະ ປະຕິບັດເປົ້າໝາຍການພັດທະນາແບບ ຍືນຍົງ.
3. ການພັດທະນາຊັບພະຍາກອນ ມະນຸດ ເລັງໃສ່ພັດທະນາຄົນໃຫ້ມີ
ຄຸນສົມ ບັດສິນທຳປະຕິບັດ, ມີສະຕິປັນຍາ, ສຸຂະ ພາບ ແລະຮ່າງກາຍແຂງແຮງ, ການສຶກ ສາອົບຮົມດ້ານແນວຄິດການເມືອງ, ການຄຸ້ມຄອງກໍ່ສ້າງພະນັກງານ, ຍົກປະສິດທິພາບຂອງແຮງງານ, ສົ່ງເສີມວຽກງານ ໂພຊະນາການ, ຍົກສູງຄຸນຄ່າວັດທະນະ ທຳອັນດີງາມຂອງຊາດ
ແລະຂອງບັນ ດາເຜົ່າ.
4. ປົກປັກຮັກສາ ແລະນຳໃຊ້ຊັບພະຍາກອນທຳມະຊາດ
ຢ່າງມີປະສິດທິຜົນຕາມທິດສີຂຽວ ແລະ ຍືນຍົງ ໂດຍສະເພາະທີ່ດິນ, ປ່າໄມ້, ແຮ່ ທາດ, ແຫຼ່ງນ້ຳ, ອາກາດໃຫ້ມີການນຳໃຊ້ເກີດປະໂຫຍດສູງສຸດ, ມີຄວາມຍືນຍົງໝັ້ນຄົງໄປຕາມທິດສີຂຽວ
ແລະຮັບປະກັນການບັນເທົາ, ຮັບມື
ແລະປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ.
5. ເພີ່ມທະວີຄວາມ ສັກສິດຂອງລະບົບການປົກຄອງດ້ວຍ ກົດໝາຍຂອງລັດປະຊາທິ
ປະໄຕປະຊາ ຊົນ: ປັບປຸງສ້າງລະບົບກົງຈັກການປົກ ຄອງ ແລະການບໍລິຫານລັດໃຫ້ເຂັ້ມແຂງ
ມີປະສິດທິພາບສູງຂຶ້ນ, ປັບປຸງສ້າງບັນ
ດາອົງການຈັດຕັ້ງຂອງລັດໃຫ້ກະທັດ ຮັດ, ສ້າງ ແລະປັບປຸງບັນດານິຕິກຳ, ນະໂຍບາຍລະບຽບການຕ່າງໆໃຫ້ຄົບຖ້ວນ, ຮັດກຸມ, ຈະແຈ້ງ
ແລະປັບປຸງກົນໄກການ ປະສານງານລະຫວ່າງສາຍຕັ້ງ ແລະ ສາຍຂວາງໃຫ້ ກົມກຽວກັນ.
6. ການເຊື່ອມ ໂຍງ, ເຊື່ອມຈອດກັບພາກພື້ນ ແລະສາ ກົນ ຊຶ່ງຕ້ອງເພີ່ມທະວີການມີເພື່ອນມິດ, ຮັດແໜ້ນຄວາມສາມັກຄີ ແລະຂະຫຍາຍ ການພົວພັນຮ່ວມມືກັບພາກພື້ນ
ແລະສາ ກົນໃຫ້ກວ້າງຂວາງ ໂດຍເພີ່ມຂີດຄວາມ ສາມາດໃນການແຂ່ງຂັນ
ເຂົ້າຮ່ວມໃນ ເຄືອຂ່າຍການຜະລິດຂອງພາກພື້ນ ແລະ ສາກົນ.
7. ການຫັນປ່ຽນອຸດສາຫະກຳ ແລະທັນສະ ໄໝ ໂດຍສະເພາະຍົກສູງປະສິດທິພາບ
ແລະປະສິດທິຜົນຂອງການຜະລິດໃນ ໂຄງປະກອບເສດຖະກິດແຫ່ງຊາດ, ການນຳໃຊ້ ແລະພັດທະນາເຕັກໂນໂລຊີ ທີ່ທັນສະໄໝ, ສະອາດເປັນມິດກັບສິ່ງ ແວດລ້ອມ, ມີພື້ນຖານໂຄງລ່າງທີ່ທັນ ສະໄໝ ແລະສາມາດຮອງຮັບການເຊື່ອມ
ຈອດກັບພາກພື້ນ ແລະສາກົນ, ໂດຍຫັນ
ຕົວເມືອງໃຫຍ່ໃຫ້ມີຄວາມທັນສະໄໝ, ການຫັນເປັນອຸດສາຫະກຳຕ້ອງສຸມໃສ່ ຂະແໜງອຸດສາຫະກຳເສົາຄ້ຳເປັນຕົ້ນ
ອຸດສາຫະກຳໄຟຟ້າ, ອຸດສາຫະກຳປຸງ
ແຕ່ງ (ລວມທັງອຸດສາຫະກຳປຸງແຕ່ງ ກະສິກຳ, ປຸງແຕ່ງບໍ່ແຮ່), ອຸດສາຫະກຳ ທ່ອງທ່ຽວ ພ້ອມນັ້ນ ຕ້ອງເອົາໃຈໃສ່ບັນ
ດາຂະແໜງການ ປິ່ນອ້ອມ ໂດຍສະເພາະ ກະສິກຳ-ປ່າໄມ້, ທະນາຄານ, ໂທລະຄົມ
ມະນາຄົມ, ການບໍລິການທາງຜ່ານ
ແລະ ອື່ນໆ.
ສ່ວນຈຸດໝາຍແຜນພັດທະນາເສດ
ຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ແມ່ນຕ້ອງຮັບປະກັນສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍໃນ ສັງຄົມຢ່າງໜັກແໜ້ນ, ສືບຕໍ່ແກ້ໄຂຄວາມ ທຸກຍາກຂອງປະຊາຊົນໃຫ້ທົ່ວເຖິງ
ໂດຍ ຊຸກຍູ້ການຂະຫຍາຍຕົວເສດຖະກິດຢ່າງ ຕໍ່ເນື່ອງຕາມທິດພັດທະນາສີຂຽວ
ແລະຍືນຍົງ ທັງມີການຄຸ້ມຄອງ ແລະນຳໃຊ້ ຊັບພະຍາກອນທຳມະຊາດຢ່າງມີປະສິດ
ທິຜົນສູງ, ສ້າງໃຫ້ໄດ້ການຫັນປ່ຽນຮູບ
ແບບການພັດທະນາຕາມທິດຂະຫຍາຍ ທ່າແຮງທີ່ບົ່ມຊ້ອນ ແລະ ຂໍ້ໄດ້ປຽບຂອງ ປະເທດເຂົ້າໃນການເຊື່ອມໂຍງກັບພາກ
ພື້ນ ແລະສາກົນ.
1/16/16
ທ່ານຮູ້ຫຍັງແດ່ກ່ຽວກັບກອງປະຊຸມໃຫຍ່ຂອງພັກແຕ່ ຄັ້ງທີ Iເຖິງ ຄັ້ງທີ X ?
ປະຫວັດກອງປະຊຸມໃຫຍ່ຂອງ ພັກປະຊາຊົນປະຕິວັດລາວ ສະໄໝທີ I - X
ເນື້ອໃນ, ທິດທາງ, ໜ້າທີ່ຕົ້ນຕໍ, ທີ່ພັກເຮົາວາງອອກ ໃນແຕ່ລະສະໄໝ
(ຂອບໃຈຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)
ນັບແຕ່ມື້ສ້າງຕັ້ງພັກປະຊາຊົນປະຕິວັດລາວຄື: ວັນທີ 22/03/1955 ເປັນຕົ້ນມາ, “ ພັກປະຊາຊົນ ປະຕິວັດລາວ” ໃນຖານະເປັນພັກກໍາອໍານາດ ດຳລົງ ບົດບາດເປັນແກນນຳ ໃນລະບົບການເມືອງ, ເປັນພັກທີ່ມີຄວາມປີຊາສາມາດ ໃນການຊີ້ນໍາ-ນຳພາ ພາລະກິດຕໍ່ສູ້ປົດປ່ອຍຊາດ ຄື: ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ໃນຂະບວນວິວັດ ແຫ່ງປະຫວັດສາດ ອັນລະອິດລະອ້ຽວດັ່ງກ່າວ ພັກເຮົາໄດ້ກຳນົດແນວທາງຍຸດທະສາດ, ບາດກ້າວເດີນ ແລະ ວິທີປະຕິວັດ ຂອງຊາດລາວ ໂດຍສອດຄ່ອງກັບເງື່ອນໄຂສະພາວະຄວາມເປັນຈິງຂອງປະເທດ ແລະ ສະພາບແວດລ້ອມທາງສາກົນ ໃນແຕ່ລະໄລຍະ, ສາມາດສະຫລຸບ ແລະ ຖອດຖອນໄດ້ບົດຮຽນ ໃນແຕ່ລະໄລຍະແຫ່ງບາດລ້ຽວ ປະຫວັດສາດຂອງການປະຕິວັດ ເຊິ່ງສາມາດຍາດໄດ້ໄຊຊະນະ ແລະ ມີຜົນສໍາເລັດ ໃນຫລາຍດ້ານ; ການປັບປຸງແນວທາງ ແຜນນະໂຍບາຍຕ່າງໆ ທີ່ວາງອອກນັ້ນ ນັບມື້ມີຄວາມສົມບູນຍິ່ງຂຶ້ນ.
ນັບແຕ່ມື້ສ້າງຕັ້ງພັກປະຊາຊົນປະຕິວັດລາວຄື: ວັນທີ 22/03/1955 ເປັນຕົ້ນມາ, “ ພັກປະຊາຊົນ ປະຕິວັດລາວ” ໃນຖານະເປັນພັກກໍາອໍານາດ ດຳລົງ ບົດບາດເປັນແກນນຳ ໃນລະບົບການເມືອງ, ເປັນພັກທີ່ມີຄວາມປີຊາສາມາດ ໃນການຊີ້ນໍາ-ນຳພາ ພາລະກິດຕໍ່ສູ້ປົດປ່ອຍຊາດ ຄື: ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ໃນຂະບວນວິວັດ ແຫ່ງປະຫວັດສາດ ອັນລະອິດລະອ້ຽວດັ່ງກ່າວ ພັກເຮົາໄດ້ກຳນົດແນວທາງຍຸດທະສາດ, ບາດກ້າວເດີນ ແລະ ວິທີປະຕິວັດ ຂອງຊາດລາວ ໂດຍສອດຄ່ອງກັບເງື່ອນໄຂສະພາວະຄວາມເປັນຈິງຂອງປະເທດ ແລະ ສະພາບແວດລ້ອມທາງສາກົນ ໃນແຕ່ລະໄລຍະ, ສາມາດສະຫລຸບ ແລະ ຖອດຖອນໄດ້ບົດຮຽນ ໃນແຕ່ລະໄລຍະແຫ່ງບາດລ້ຽວ ປະຫວັດສາດຂອງການປະຕິວັດ ເຊິ່ງສາມາດຍາດໄດ້ໄຊຊະນະ ແລະ ມີຜົນສໍາເລັດ ໃນຫລາຍດ້ານ; ການປັບປຸງແນວທາງ ແຜນນະໂຍບາຍຕ່າງໆ ທີ່ວາງອອກນັ້ນ ນັບມື້ມີຄວາມສົມບູນຍິ່ງຂຶ້ນ.
ເນື້ອໃນ, ທິດທາງ, ໜ້າທີ່ຕົ້ນຕໍ ທີ່ພັກເຮົາວາງອອກ ໃນແຕ່ລະສະໄໝກອງປະຊຸມ, ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ່ I ເຖິງ ຄັ້ງທີ X ຂອງພັກ ເຊິ່ງສັງລວມຫຍໍ້ ມີດັ່ງນີ້:
8/19/15
ບົວບໍ່ໃຫ້ຊໍ້າ ນ້ຳບໍ່ໃຫ້ຂຸ່ນ ແຕ່ຈັບປາໄດ້ທັງໝົດ...
ກ່ອນມື້ ທີ່ປະເທດຊາດຈະໄດ້ຮັບການປົດປ່ອຍຢ່າງສົມບູນນັ້ນ ໃນກອງປະຊຸມຂອງສູນກາງພັກ ປີ 1975 ໄດ້ວາງທິດທາງ ໃນການຕໍ່ສູ້ເພື່ອຍາດເອົາໄຊຊະນະຂັ້ນສຸດທ້າຍຂອງການປະຕິວັດ ໂດຍນຳເຫັນດີນໍາໃຊ້ 3 ບາດຄ້ອນຍຸດທະສາດຄື: ຊຸກຍູ້ໃຫ້ມີການລຸກຮືຂຶ້ນຂອງມະຫາຊົນ, ນຳໃຊ້ການໜູນໜີບຂອງກຳລັງປະກອບອາວຸດປະຕິວັດ ແລະ ຊຸກຍູ້ໃຫ້ມີການແຍກຕົວອອກຂອງກໍາລັງທະຫານສັດຕູ.
ພາຍໃຕ້ການນຳພາຂອງພັກ ມະຫາຊົນຊັ້ນຄົນຕ່າງໆຢູ່ໃນເຂດຫົວເມືອງທີ່ປົກຄອງຂອງສັດຕູ ແລະ ໃນເຂດເປັນກາງ ເປັນຕົ້ນແມ່ນກຳມະກອນຊາວນາ, ນັກຮຽນ, ນັກສຶກສາ, ໄດ້ພ້ອມກັນລຸກຮື້ຂຶ້ນ ແລະ ເຂົ້າຮ່ວມການຕໍ່ສູ້ນັບມື້ນັບຫລາຍ; ຂະບວນການຕໍ່ສູ້ຂອງມະຫາຊົນໄດ້ແຜ່ລາມກວ້າງອອກໄປຢ່າງໄວວາ ດ້ວຍທ່ວງທ່າອັນແຂງ ແຮງ-ຟົດຟຶ້ນ ສາມາດເຕົ້າໂຮມເອົາກຳລັງໄດ້ຢ່າງຫລວງຫລາຍ ໂດຍສະເພາະໃນໜູ່ຂ້າຣາຊະການ, ຊາວຄ້າຂາຍ, ພຣະສົງ-ສາມະເນນ ນັບທັງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດຂອງຝ່າຍສັດຕູ ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ ຊຶ່ງໄດ້ຂະຫຍາຍເປັນກະແສຟອງສູງສຸດເຊັ່ນ: ການລຸກຮຶຂຶ້ນຂອງກໍາລັງກຳມະກອນໄຟຟ້າວຽງຈັນ, ການລຸກຂຶ້ນຕໍ່ສູ້ຢ່າງໜັ້ນໜຽວທົນທານຕະຫຼອດ 4 ມື້ 4 ຄືນ ຂອງປະຊາຊົນຊາວເມືອງໜອງບົກ ແຂວງຄຳມ່ວນ, ການລຸກຂຶ້ນປະກາດແຍກໂຕອອກຈາກຝ່າຍວຽງຈັນຂອງກອງ ພັນ 102 ຫັນມາຂຶ້ນກັບລັດຖະບານປະສົມໂດຍກົງ ແລະ ຂະບວນການລຸກຮື້ຂຶ້ນຂອງມວນຊົນໃນແຂວງ ອື່ນໆ ຈົນສາມາດຍາດເອົາສິດເປັນເຈົ້າ ປະກາດສ້າງຕັ້ງອຳນາດການປົກຄອງປະຕິວັດຂຶ້ນ ໂດຍ " ບົວບໍ່ຊ້ຳ ນ້ຳບໍ່ຂຸ່ນ ແຕ່ຈັບປາໄດ້ທັງໝົດ"....
(ຂອບໃຈທີ່ຕິດຕາມ)
8/5/15
ເທື່ອຫລ້າສຸດ ພວກເຮົາໄປແຂວງຫລ້າສຸດຂອງ ສປປ ລາວ
ປີ 2015 ເປັນປີທີ 10 ທີ່ ວສລ(ຄະນະລະຄອນສຽງແຄນລາວ) ໄດ້ດຳເນີນວຽກງານການກຸສົນນີ້...
ປີ 2015 ເປັນປີທີ່ ວສລ ມີອາຍຸຄົບ 55 ປີ ດັ່ງນັ້ນ ທີມງານການກຸສົນເພື່ອປະຊາຊົນຜູ້ທຸກຍາກ ຈຶ່ງໄດ້ລະດົມການຊ່ວຍເຫລືອປະຊາຊົນ...2 ຄັ້ງແລ້ວ ໃນມູນຄ່າປະມານ 132 ລ້ານກ່ວາກີບ...ຄັ້ງຫລ້າສຸດພວກເຮົາໄດ້ໄປແຂວງນີ້ "..18.." ທີ່ມີຄຳຂວັນວ່າ:
“ ຄົ້ນຫາປະຫວັດສາດເມືອງລ້ອງແຈ້ງ ແຍງຊົມທຳມະຊາດສັນພູໝອກ ຊອກຫາວິລະກຳຖ້ຳເຈົ້າອານຸວົງ ລົງລ່ອງເຮືອຊົມທຳມະຊາດທີ່ທ່າໂທມ ກິນເຂົ້າປ່າສາມັກຄີທີ່ຕາດຜາແຊບເມືອງລ້ອງຊານ ຕຳນານນ້ຳຕົກຕາດຜາແຈແລເມືອງຮົ່ມ ”
ຢາກຮູ້ລາຍລະອຽດຕິດຕາມໄດ້ຕາມລິ້ງລຸ່ມນີ້
Subscribe to:
Posts (Atom)
ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ
ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ ເມືອງວຽງໄຊ ແຂວງຫົວພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງຮອຍປະຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິ...
-
ຂໍໄວ້ອາໄລ ເຖິງດວງວິນຍານ ອາຈານ ຄຳພູ ທະວີວັນ ສີລະປິນແຫ່ງຊາດ,ນັກຮ້ອງ, ນັກປະພັນເພງ ຂໍໃຫ້ດວງວິນຍານຈົ່ງໄປສູ່ສຸຂະຕິດ້ວຍເທີ້ນ ຄຳພູ ທະວີວ...
-
ກ່ອນມື້ ທີ່ປະເທດຊາດຈະໄດ້ຮັບການປົດປ່ອຍຢ່າງສົມບູນນັ້ນ ໃນກອງປະຊຸມຂອງສູນກາງພັກ ປີ 1975 ໄດ້ວາງທິດທາງ ໃນການຕໍ່ສູ້ເພື່ອຍາດເອົາໄຊຊະນະຂັ້ນສຸດທ້າຍຂອງ...
-
ຫອມໃດໃນໂລກນີ້......................ບໍ່ປຸນປຽບຈໍາປາ ດອກນາ ຫອມທົ່ວເຖິງເວຫາ.........................ເມກຂະລາແດນດ້າວ ຫອມມິເບົາບາ...









