4/8/15

ຄຳທຳນາຍໃນຕຳນານບຸນສົງການປີໃໝ່ລາວ

ປີນີ້ ຄືປີມະແມ ຫລື ປີຮັບມົດ,ເປັນປີສັຕຕະສົກ, ປີອະທິກະມາສ, ກົງກັບປີ ພຸດທະສັງກາດ ຫລື ພສ 2557 ກົງກັບປີ ຈຸນລະສັງກາດ ຈສ 1376 ແລະ ຈະປ່ຽນເປັນ ຈສ 1377 ໃນມື້ສັງຂານຂຶ້ນ ກົງກັບປິ ຄຣິຕ ສັງກາດ ຫລື  ຄສ 2015.

ວັນສັງຂານລ່ວງ : ວັນອັງຄານ (ມື້ກົດສັນ) ແຮມ 11 ຄ່ຳ ເດືອນ 5 , ພສ 2557 ກົງກັນວັນທີ່ 14 ເມສາ 2015 ເວລາ 14ໂມງ 24 ນາທີ 00 ວິນາທີ...ວັນສັງຂານເນົາ: ວັນພຸດ (ມື້ຮ້ວງມົດ) ແຮມ 12 ຄ່ຳ ເດືອນ 5 , ພສ 2557 ກົງກັນວັນທີ່ 15 ເມສາ 2015(ເນົາວັນດຽວ) ແລະ ວັນສັງຂານຂຶ້ນ: ວັນພະຫັດ(ມື້ເຕົ່າເສັດ) ແຮມ 13 ຄ່ຳ ເດືອນ 5 , ພສ 2557 ກົງກັນວັນທີ່ 16 ເມສາ 2015 ເວລາ 18 ໂມງ 21 ນາທີ 36 ວິນາທີ , ປ່ຽນວັນຖະເຫລີງສົກປີໃຫມ່ລາວຈຸລສັກຣາຊ ຈາກ 1376 ເປັນ 1377.
ນາງສັງຂາຣ : ປີມະແມ -ຮັບມົດ - ສັຕຕະສົກ ,ທາງຈັນທະຣະຄະຕິເປັນອະທິກະມາສ , ປົກກະຕິສຸຣະທິນ ,ທາງສຸຣິຍະຄະຕິ ກໍ່ເປັນປົກກະຕິສຸຣະທິນເໝືອນກັນ ນາມມະຫາສົງກຣານຕ໌ ນາງເທພພະທິດາທີ່ 3 ຊົງພະນາມວ່າ ຣາກສະເທວີ ຊົງພະຫຸຣັດທັດດອກບົວຫລວງ, ອາພອນປະດັບດ້ວຍແກ້ວໂມລາ(ແກ້ວລາຍ),ສະເຫວີຍໂລຫິດ(ເລືອດ)ເປັນພັກສາຫານ, ມືຂວາຊົງຕຣີສູນ(ຫອກສາມຫງ່າມ), ມືຊ້າຍຊົງທະນູ, ສະເດັດໄສຍາດ(ນອນຫລັບຕາ)ມາເທິງຫລັງວະຣະຫະ(ໝູ)ເປັນພາຫະນະ .
(ພາບໄດ້ຈາກ ອິນເຕີເນັທ)

ເກນພິຣຸນະສາຕ: ພະອາທິດເປັນອະທິບໍດີ, ນາກຫລິ້ນນ້ຳ 4 ໂຕ, ບັນດານໃຫ້ຝົນຕົກ 400 ຫ່າ, ຕົກໃນຂອບຈັກກະວານ 160 ຫ່າ, ຕົກໃນປ່າຫິມະພານ 120 ຫ່າ, ຕົກໃນມະຫາສະໝຸດ 80 ຫ່າ, ຕົກໃນມະນຸດໂລກ 40 ຫ່າ.
      ເກນທັນຍາຫານ: ຊື່ວ່າປັດສິມະ, ເຂົ້າກ້າໄຮ່ນາຈະໄດ້ 1 ສ່ວນ, ເສຍ 1 ສ່ວນ, ໂພຊະນາການ: ມີພໍສົມຄວນ, ປະຊາຊົນຈະສຸກແດ່.... ທຸກແດ່.... ປະປົນກັນ...ຯ 
     ຜະລາມັດສະມັງສາຫານ: ຜົນລະໄມ້ຈະມີພໍສົມຄວນ ຯ. 
    ຣຸກຂະຊາດ: ໄມ້ງິ້ວເປັນພະຍາ ບ້ານເມືອງຈະສະຫງົບສຸກດີ ແຕ່ຟ້າຝົນບໍ່ດີປານໃດ, ຈະມີລົມແຮງ,         ການເຮັດໄຮ່ນາ: ນາລຸ່ມ ແລະ ນາໂພນຈະດີສົມສ່ວນກັນ.

    ເກນກາລະໂຍກ: ວັນພຸດເປັນທຸງໄຊ, ວັນອັງຄານເປັນອະທິບໍດີ, ວັນອາທິດເປັນອຸບາດ, ວັນພະຫັດເປັນໂລກະວິນາດ...ຯ.
(ພາບໄດ້ຈາກ ອິນເຕີເນັທ)

 ປີນີ້ ສັງຂານໄປ(ລ່ວງ)ວັນອັງຄານ(14 ເມສາ 2015) ຄົນບູຮານໄດ້ທຳນາຍໄວ້ວ່າ: “ ສັງຂານໄປວັນອັງຄານຈະມັກເກີດອັນຕະລາຍຂຶ້ນກາງເມືອງເຊັ່ນ: ໄຟໄໝ້,ໂຈນປຸ້ນຊິງຊັບ ແລະ ຈະມັກມີການລະບາດຂອງ ພະຍາດທີ່ຮ້າຍແຮງກັບປະຊາຊົນເປັນອັນມາກ ”

ປີນີ້ວັນເນົາກົງກັບວັນພຸດ(15 ເມສາ 2015)ຄົນບູຮານໄດ້ທຳນາຍໄວ້ວ່າ: “ ຜົນລະໄມ້ຈະແພງ ຄົນທັງຫລາຍຈະໄດ້ຮັບຄວາມເດືອດເນື້ອຮ້ອນໃຈໃນການດຳລົງຊີບ ”

ປີນີ້ສັງຂານຂຶ້ນວັນພະຫັດ (16 ເມສາ 2015)ຄົນບູຮານໄດ້ທຳນາຍໄວ້ວ່າ: “ ສຳມະນະພາມ(ຜູ້ມີສິນທຳ)ຈະປະຕິບັດຊອບດ້ວຍທຳອັນປະເສີດ”

ເດືອນຫ້າ (ບຸນປີໃຫມ່ລາວ)
ເດືອນນີ້(ເມສາ)ເປັນເດືອນທີ່ຊາວລາວທັງຫລາຍ ໄດ້ຮ່ວມກັນສະເຫລີມສະຫລອງບຸນກຸດສົງການ ຫຼື ບຸນປີໃໝ່ລາວ ຢ່າງຄຶກຄື້ນມ່ວນຊື່ນ. ຈຸດພິເສດອັນໂດດເດັ່ນຂອງບຸນກຸດສົງການ ຫຼື ບຸນປີໃໝ່ລາວນັ້ນແມ່ນ: ມີການສະຫລອງທີ່ຫລາກຫລາຍ ແລະ ທີ່ຂາດບໍ່ໄດ້ນັ້ນກໍ່ຄືການຫົດສົງນ້ຳໃຫ້ພອນກັນ ດ້ວຍນ້ຳທີ່ສະອາດອັນເປັນສາເຫດເຮັດໃຫ້ເອີ້ນບຸນນີ້ແບບງ່າຍໆວ່າ: ບຸນຫົດນ້ຳ.


(ພາບໄດ້ຈາກອິນເຕີເນັທ)
ການຂຶ້ນປີໃໝ່ສຳລັບຊາວລາວນັ້ນ ມັນກົງກັບການປ່ຽນປີ ຈສ ຫຼື ຈຸນລະສັກລາດ ເຊິ່ງຄົນລາວໄດ້ນັບຖືມາຕັ້ງ ແຕ່ຍຸກສະໄໝລ້ານຊ້າງຕອນຕົ້ນພຸ້ນ ເວລານັ້ນຊາວລ້ານນາກໍ່ເຄີຍໃຊ້ປີ ຈສ. ຄືກັນກັບຊາວລ້ານຊ້າງ ຫລື ຊາວລາວ.(ປີນີ້ ຄສ. 2015 ກົງກັບປີ ຈສ. 1376 ແລະ ຈະປ່ຽນເປັນ ຈ.ສ 1377 ມື້ສັງຂານຂຶ້ນ) ການສະຫຼອງປີ ໃໝ່ລາວແຕ່ບູຮານນັ້ນ ເພິ່ນຈະຈັດຫາເຄື່ອງຂອງຕ່າງໆເພື່ອໄຫວ້ ຫຼື ເພື່ອສັກາລະຜີຟ້າຜີແຖນ, ແຕ່ພາຍຫລັງທີ່ໄດ້ຮັບເອົາພະພຸດທະສາສນາເຂົ້າມາໃນດິນແດນລາວແລ້ວການຈັດງານສະຫລອງ ປີໃໝ່ລາວຈຶ່ງໄດ້ປັບປ່ຽນໄປຕາມ ຍຸກສະໄໝທີ່ແທດເໝາະກັບລັກສະນະຂອງຊາວພຸດ.
ໃນປັດຈຸບັນ ຊາວລາວສ່ວນໜຶ່ງຍັງເຂົ້າໃຈຜິດວ່າປີໃໝ່ລາວ(ກຸດສົງການ) ເປັນເວລາຂອງການປ່ຽນ ພ.ສ. (ພຸດທະສັກກະລາດ)ຫຼື ປີພຸດ, ແຕ່ຄວາມຈິງແລ້ວ ມັນແມ່ນເວລາປ່ຽນແປງຂອງປີ ຈຸນລະສັກກະລາດ ຫຼື ຈ.ສ. ນັ້ນເອງ ແລະ ການຈັດງານສະເຫຼີມສະຫລອງ ເຮົາມັກເອີ້ນບຸນນີ້ວ່າ "ບຸນປີໃໝ່ລາວ ຫຼື ກຸດສົງການປີໃໝ່ລາວ".
ການຈັດສະຫລອງບຸນປີໃໝ່ລາວນີ້ ຈະໃຊ້ຫລັກການຄຳນວນຕາມໂຫລາສາດບູຮານລາວ, ຖ້າສັງເກດໃຫ້ດີແລ້ວ ເຮົາຈະເຫັນວ່າ ບໍ່ໄດ້ອີງຕາມປະຕິທິນຈັນທະຣະຄະຕິ (ຄືບໍ່ອີງຕາມມື້ຂຶ້ນ-ມື້ແຮມ ແຕ່ຢ່າງໃດ) ແຕ່ຫາກອີງຕາມຫລັກຄຳນວນດັ່ງກ່າວທີ່ສືບທອດກັນມາ. ໂດຍທົ່ວໄປແລ້ວຈະມັກຕົກໃນລະຫວ່າງວັນທີ 13-14-15 ເມສາ ຫຼື 14-15-16 ເມສາ (ວັນທີ 13-14-15-16 ເມສາ ໃນປີອະທິກະຈຸຣະທິນ ຫຼື ປີທີ່ມີ 366 ມື້). ໃນເວລາ 3 ມື້ ຫຼື 4 ມື້ ນີ້, ມື້ທຳອິດຈະເປັນ ວັນສັງຂານລ່ວງ, ມື້ຕໍ່ໆມາຈະເປັນວັນເນົາ(ຖ້າເປັນປີທີ່ມີ 366 ມື້ ຈະມີວັນເນົາ 2 ມື້ຕໍ່ກັນ) ແລະ ມື້ສຸດທ້າຍຈະເປັນວັນສັງຂານຂຶ້ນ(ມື້ຂຶ້ນປີໃໝ່).
ແຕ່ທີ່ພິເສດກວ່າໝູ່ແມ່ນຢູ່ແຂວງຫລວງພະບາງ ເພາະເພິ່ນມີການອັງເຊີນເອົາອົງພຣະພຸດທະລາວັນ (ພຣະບາງ) ອອກໃຫ້ມວນຊົນໄດ້ສັກາລະບູຊາ ແລະ ຫົດສົງ. ຂະບວນແຫ່ພະບາງນີ້ເອີ້ນວ່າ ແຫ່ຫວໍ່ ອັນປະກອບມີຂະບວນແຫ່ອົງພຣະບາງ, ປູ່ເຍີ-ຍ່າເຍີ, ພຣະສົງສາມະເນນ, ພຸດທະຄຳພີ, ຂະບວນນາງແກ້ວ, ຕົວລະຄອນໃນເລື່ອງພະລັກ-ພະລາມ, ຂະບວນມະໂຫລີ-ປີ່ພາດ, ຂະບວນແຫ່ສຽນ(ຫົວ)ທ້າວກະບິນລະພົມ, ນາງສັງຂານ, ຂະບວນບ່າວສາວ ແລະ ຂະບວນມະຫາຊົນຢ່າງອະ ເນກອະນັນຕາທີ່ຍິ່ງໃຫຍ່ ເຊິ່ງນັບວ່າ ເປັນພິທີແຫ່ທີ່ງົດງາມ ແລະ ຍິ່ງໃຫຍ່ທີ່ສຸດ.

(ພາບໄດ້ຈາກ ອິນເຕີເນັທ)
ວັນສັງຂານຕ໌ຂຶ້ນ: ເປັນມື້ຂຶ້ນປີໃໝ່ລາວ ແລະ ປີຈຸນລະສັກກະລາດ ຈະເລື່ອນຕົວເລກຂຶ້ນອີກໜຶ່ງປີໃນມື້ນີ້(ຈາກປີ ຈຸນລະສັກກະລາດ 1376 ເປັນ 1377). ພ້ອມດຽວກັນກໍເປັນມື້ສຸດທ້າຍຂອງການສະຫລອງປີໃໝ່ລາວ; ມື້ວັນສັງຂານຂຶ້ນ ຫລື ມື້ຂຶ້ນປີໃໝ່ນີ້ຍັງຖືເປັນວັນໂຮມຍາດຕິພີ່ນ້ອງ, ຊາວລາວຈະຖືເອົາໂອກາດນີ້ ເປັນການສົມບັດສົມມາຜູ້ມີພະຄຸນຂອງຕົນ ອັນມີ ພໍ່-ແມ່, ຜູ້ເຖົ້າຜູ້ແກ່ປະຈຳວົງຕະກູນ ແລະ ບຸກຄົນທີ່ເຮົາເຄົາລົບ.

ການສົມມາ ຄືການຍອມຮັບສຳນຶກຜິດ ໃນສິ່ງທີ່ຕົນໄດ້ລະເມີດ, ລ່ວງເກີນ ຫຼື ປະພຶຕຜິດຕໍ່ບຸກຄົນ ທີ່ຢູ່ສູງກວ່າຕົນ ບໍ່ວ່າຈະດ້ວຍ ກາຍ,ວາຈາ,ໃຈ ກໍ່ຕາມ. ໃນພິທີນີ້ ບັນດາລູກຫລານຈະ ແຕ່ງຂັນຫ້າ ເພື່ອຂໍຂະມາພໍ່ແມ່, ຜູ້ເຖົ້າຜູ້ແກ່ ແລະ ບຸກຄົນທີ່ຕົນເຄົາລົບ ພ້ອມທັງຂໍລະໂທດ ອັນຈະເປັນບາບ ເປັນກໍາໃຫ້ແກ່ຕົນໃນພາຍພາກໜ້າ ແລ້ວຈາກນັ້ນກໍຂໍຫົດສົງລ້າງສ່ວຍພວກເພິ່ນ. ກຸສົນອຸບາຍນີ້ ຄົນບູຮານໄດ້ໃຫ້ຄວາມໝາຍໄວ້ 2 ຢ່າງຕົ້້ນຕໍຄື:

1) ການຮູ້ຕື່ນດ້ວຍສຳນຶກຂອງຕົນເອງ ຕໍ່ການກະທຳທີ່ອາດເປັນບາບ-ເປັນກຳ ຈະຖືເປັນການລ້າງບາບລ້າງກຳທີ່ດີທີ່ສຸດ, ທັງໄດ້ຮັບການໃຫ້ອະໄພໂທດ ແລະ ການເຂົ້າສູ່ການດຳເນີນຊີວິດໃນປີໃໝ່ຢ່າງໃສສະອາດ.

2) ເປັນໂອກາດທີ່ຈະຕັກເຕືອນຕົນເອງວ່າ: ໃນເຮືອນຊານທີ່ຕົນອາໄສຢູ່ນັ້ນບໍ່ມີພະອົງໃດຈະສັກສິດປູນປານພະອໍລະຫັນຜູ້ເປັນບຸບຜະກອນ ຫລື ບຸບຜະກາລີ ຫຼື ພໍ່ແມ່ ທີ່ເປັນຜູ້ເບິ່ງແຍງ, ລ້ຽງດູເຮົາມາ ແຕ່ມື້ເກີດ
ພ້ອມດຽວກັນນີ້, ຜູ້ທີ່ຢູ່ໃນວົງການສິນລະປະກໍາ(ນາດຕະສິນ ຫລື ນັກຟ້ອນ, ນັກດົນຕຣີ, ຊ່າງແຕ້ມ, ຊ່າງຄວັດ, ຊ່າງປັ້ນ, ນັກກະວີ, ນັກແຕ່ງ, ນັກສະແດງ, ນັກປະດິດ ແລະອື່ນໆ) ກໍຈະພ້ອມກັນມາເຕົ້າໂຮມເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄຸນຄູບາອາຈານ ເຊິ່ງເປັນປະເພນີໃຫ້ລູກຫລານໄດ້ສືບທອດຮັກສາສືບຕໍ່ກັນມາ.ໃນພິທີນີ້, ເຄື່ອງບູຊາແບບລາວເດີມຈະໄດ້ແກ່: ໝາກພ້າວ-ກ້ວຍຫອມ, ຄຳໝາກ, ຢາເສັ້ນ, ເຄື່ອງຫອມຕ່າງໆ ແລະ ດອກໄມ້ຂາວນາໆພັນ. ອົງປະທານຕົວແທນຄູບາອາຈານແມ່ນປູ່ລືສີ ແລະ ອົງພະຄະເນດ ພ້ອມດ້ວຍຫົວໂຂນຕົວລະຄອນໃນວັນນະກໍາເລື່ອງຕ່າງໆ.

ຂອບໃຈທີ່ອ່ານ
(ຂໍ້ມູນຈາກ: ປຶ້ມໂຫຣາສາດລາວ, ການຄຳນວນຂອງພຣະອາຈານມະຫາບົວຄຳ ສາລິບຸດ ແລະ ອື່ນໆ)

ການປະລອງປັນຍາຄືທີ່ມາຂອງນາງສັງຂານ

(ພາບຈາກ: ອິນເຕີເນັທ)
ຄວາມເປັນມາຂອງນາງສັງຂານ (ປີໃໝ່ລາວ) ເກີດຂຶ້ນມາດົນແລ້ວ ໂດຍມີເລື່ອງເລົ່າສືບຕໍ່ກັນມາວ່າ: ພະຍາກະບິນລະພົມ ທ້າສະໝອງລອງປັນຍາ ກັບທ່ານນັກປາດຜູ້ຮຽນຈົບໄຕເພດ(ຄວາມຮູ້ຂັ້ນສູງສາມຢ່າງ ໂຫລາສາດ, ຄຸລຸສາດ ແລະ ພາສາສາດ) ຄື:ທຳມະບານກຸມມານ....
ລາຍລະອຽດອ່ານໄດ້ຕາມລິ້ງລຸ່ມນີ້ເດີ້

ຂອບໃຈ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ ເມືອງວຽງໄຊ ແຂວງຫົວ­ພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງ­ຮອຍປະ­ຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິ...