11/6/18

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ແຂວງຫົວ­ພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງ­ຮອຍປະ­ຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິດພັນກັບມູນ­ເຊື້ອຂອງພັກ, ມູນ­ເຊື້ອການຕໍ່­ສູ້ປົດປ່ອຍຊາດໃນພາ­ລະ­ກິດປົດປ່ອຍຊາດໃນເມື່ອກ່ອນ ຊຶ່ງພາຍ­ຫຼັງທີ່ສູນກາງພັກໄດ້ຫັນທິດການຕໍ່­ສູ້ແຕ່ຕົ້ນປີ 1960 ກໍໄດ້ເລືອກເອົາດິນ­ແດນ ເຂດຕາ­ແສງ “ຊຽງຊື່”ເປັນທີ່ຕັ້ງສຳ­ນັກ­ງານຂອງສູນກາງພັກ.
(ຂອບໃຈເຈົ້າຂອງຮູບ ເຂດທີ່ໝັ້ນເມືອງ ວຽງໄຊ Viengxay Revolutionary Stronghold Zone) 
(ຂອບໃຈເຈົ້າຂອງຮູບ ເຂດທີ່ໝັ້ນເມືອງ ວຽງໄຊ Viengxay Revolutionary Stronghold Zone) 
ແຕ່ຍ້ອນຈັກ­ກະ­ພັດອາ­ເມ­ລິ­ກາຜູ້ຮຸກຮານໄດ້ໃຊ້ຍົນຍິງທຳ­ລາຍເຂດທີ່ໝັ້ນຂອງການປະ­ຕິ­ວັດຢູ່ລາວຫຼາຍຈຸດ ດ້ວຍເຫດນີ້ກາງປີ 1964 ສູນກາງພັກຈິ່ງໄດ້ຕົກ­ລົງຍົກຍ້າຍ “ສຳ­ນັກ­ງານສູນກາງພັກ, ສູນກາງແນວລາວຮັກຊາດ ແລະອົງການອື່ນໆ” ຈາກບ້ານຊຽງຊື່ມາຢູ່ຕາມຖ້ຳຜາຫີນເຂດ “ທົ່ງນາໄກ-ລ້ອງກູ້”ມາຮອດວັນທີ 30 ພະ­ຈິກ 1968 ສູນກາງພັກຈິ່ງໄດ້ຫັນເອົາ 10 ຕາ­ແສງຂອງເມືອງຊຳເໜືອ, 1 ຕາ­ແສງຂອງເມືອງໂສຍ ລວມແລ້ວມີ11 ຕາ­ແສງ ໂຮມເຂົ້າກັນເປັນ “ເຂດພິ­ເສດ” ໂດຍຢູ່ພາຍໃຕ້ການຊີ້ນຳໂດຍກົງຂອງສູນກາງພັກ ຈົນເຖິງເວລາປະ­ເທດຊາດໄດ້ຮັບການປົດປ່ອຍ 1975 ສູນກາງພັກຈິ່ງໄດ້ຍົກ­ຍ້າຍສຳ­ນັກງານ ອົງ­ການຕ່າງໆມາຢູ່ນະຄອນວຽງຈັນ. 
ໃນຕົ້ນປີ 1976 ສູນກາງພັກ ໄດ້ເຕົ້າໂຮມເອົາ “ເມືອງໂສຍ” ເຂົ້າກັບ “ເຂດພິ­ເສດ” ສ້າງ­ຕັ້ງເປັນ “ເມືອງສຳ­ພັນ” ຂຶ້ນກັບ ແຂວງຫົວ­ພັນ ແລະ ໃນທ້າຍປີດຽວກັນນັ້ນ ກໍໄດ້ປ່ຽນຊື່ “ເມືອງສຳ­ພັນ” ເປັນ “ເມືອງວຽງໄຊ” ຕາມຊື່ລັບ(ນາມປາກກາ) ຂອງທ່ານປະ­ທານ ໄກ­ສອນ ພົມ­ວິ­ຫານ ຈົນມາເຖິງປະ­ຈຸບັນນີ້.
(ຂອບໃຈເຈົ້າຂອງຮູບ ເຂດທີ່ໝັ້ນເມືອງ ວຽງໄຊ Viengxay Revolutionary Stronghold Zone) 
ເພື່ອປົກປັກຮັກ­ສາ ແລະ ເສີມຂະ­ຫຍາຍມູນ­ເຊື້ອປະ­ຫວັດ­ສາດດັ່ງ­ກ່າວ ໂດຍໄດ້ຮັບການຊີ້ນຳຈາກຄະ­ນະປະຈຳພັກແຂວງສະ­ໄໝທີ VII ແລະ ໂດຍການຮ່ວມມືຈາກພະ­ແນກ­ການກ່ຽວ­ຂ້ອງຂັ້ນແຂວງ, ຫ້ອງ­ການກ່ຽວ­ຂ້ອງຂອງເມືອງ ຮ່ວມກັບບໍ­ລິ­ສັດ “ຮົງກຣາດ” ໄດ້ພ້ອມ ກັນສຳຫຼວດສ້າງແຜນແມ່ບົດພັດ ທະນາເມືອງວຽງໄຊນັບແຕ່ປີ 2006-2026 ສະ­ເໜີລັດ­ຖະ­ບານຮັບ­ຮອງ ເຊິ່ງລັດ­ຖະ­ບານກໍໄດ້ອອກ­ດຳ­ລັດເລກທີ 298/ນຍ ລົງວັນທີ 29 ກັນ­ຍາ 2009 ຮັບ­ຮອງເອົາ ເມືອງວຽງໄຊເປັນ “ເມືອງມໍ­ລະ­ດົກ ແລະ ທຳມະຊາດ” ຊຶ່ງໃນແຜນພັດທະນາດັ່ງ­ກ່າວໄດ້ກຳ­ນົດວິ­ໄສທັດ ເພື່ອພັດທະ ນາເມືອງວຽງໄຊຢ່າງ ລະ­ອຽດຄື: 
ສ້າງເມືອງວຽງໄຊໃຫ້ ເປັນເມືອງມໍລະ­ດົກທາງດ້ານປະຫວັດສາດ ແລະ ທຳມະຊາດ, ເປັນເມືອງອຸ­ດົມຮັ່ງ­ມີ, ເມືອງສຸຂະອະນາໄມດີ, ເປັນຕົວເມືອງຍ່າງທ່ຽວຊົມ ແລະສະ­ຫງົບ, ສ້າງເມືອງ ວຽງໄຊ ໃຫ້ເປັນເມືອງສີ­ຂຽວສວຍງາມ ໂດຍໄດ້ບູ­ລະ­ນະປະ­ຕິສັງ­ຂອນ ບັນ­ດາຮ່ອງຮອຍປະ­ຫວັດ­ສາດທີ່ຮັບໃຊ້ແກ່ການປະ­ຕິ­ວັດທີ່ສຳ­ຄັນ ສຳເລັດຫຼາຍແຫ່ງເຊັ່ນຖ້ຳ: ການຄ້າ, ແຜນ­ການ, ຄະ­ນະຈັດຕັ້ງສູນກາງພັກ, ຊ້າງລອດ(ຖ້ຳທະ­ຫານສູນກາງ), ແມ່­ຍິງລາວ, ໂຮງ­ໝໍມິດ­ຕະ­ພາບ, ຖ້ຳທ່ານໜູຮັກ ພູມສະ­ຫວັນ ແລະ ຖ້ຳທ່ານສຸພາ­ນຸວົງ, ສ້ອມ­ແປງເຮືອນ ທ່ານ ປະ­ທານ ໄກ­ສອນ ພົມ­ວິ­ຫານ ແລະ ສ້າງເສັ້ນ­ທາງຍ່າງເຊື່ອມຕໍ່ລະ­ຫວ່າງຖ້ຳຕໍ່ຖ້ຳຊຶ່ງ ມີຄວາມຍາວທັງໝົດ 5,4 ກິ­ໂລ­ແມັດ ນອກ­ຈາກນີ້ຍັງໄດ້ກໍ່­ສ້າງໂຮງຮຽນການ­ເມືອງການປົກ­ຄອງຂອງແຂວງຂຶ້ນທີ່ບໍ­ລິ­ເວນ “ບ້ານບັກ” ເມືອງ ເມືອງໄຊ ຊຶ່ງເມື່ອກ່ອນເປັນທີ່ຕັ້ງ “ໂຮງ­ຮຽນທິດສະດີສູນກາງພັກ” ແຫ່ງທຳອິດ ພ້ອມທັງປະ­ດິດ­ສະ­ຖານຮູບປັ້ນຫຼໍ່ຂອງທ່ານປະ­ທານ ໄກ­ສອນ ພົມ­ວິ­ຫານ ຂຶ້ນຢູ່ສະຖານທີ່ດັ່ງ­ກ່າວ. 
ນອກ­ຈາກນັ້ນຍັງມີບາງໂຄງ ການທີ່ພວມດຳ­ເນີນການກໍ່­ສ້າງ ເຊັ່ນ: ຖ້ຳແນວລາວ, ຖ້ຳສັນ­ຕິລາດ, ກໍ່­ສ້າງຫໍມູນ­ເຊື້ອຂອງແຂວງຕິດພັນກັບເຂດຖ້ຳຜາແດງ, ສ້າງສູນຂໍ້ມູນຂ່າວ­ສານ ແລະ ກໍ່­ສ້າງສວນຊາກຸຣະ, ດຳ­ເນີນການສຳຫຼວດອອກແບບ ແລະ ຂໍທຶນເພື່ອບູລະນະຖ້ຳຈີນ, ໂຄງ­ການອ່າງນ້ຳ ເມືອງວຽງໄຊ, ຖ້ຳທ່ານ ສະໝານ ວິຍະເກດ, ທ່ານ ສີທົນ ກົມມະດຳ, ທ່ານ ໄຟດ່າງ ລໍເບຍຢາວ, ທ່ານ ສີ­ຫະນຸ ແລະ ຖ້ຳຊາວໜຸ່ມ ໂດຍຕິດພັນກັບການບູ­ລະ­ນະ ບັນ­ດາຮ່ອງ­ຮອຍປະ­ຫວັດທີ່ສຳຄັນອື່ນໆ ເພື່ອເຮັດໃຫ້ເມືອງວຽງໄຊ ມີໂສມໜ້າໃໝ່, ກາຍ­ເປັນແຫຼ່ງທ່ອງທ່ຽວທາງປະ­ຫວັດສາດ, ທຳມະຊາດທີ່ໜ້າທ່ຽວຊົມ, ເປັນບ່ອນສຶກສາຮຽນຮູ້ບົດ­ຮຽນທາງ ດ້ານປະ­ຫວັດ­ສາດທີ່ສຳ­ຄັນຂອງ ແຂກທັງພາຍໃນ ແລະຕ່າງປະເທດ.
(ຂອບໃຈເຈົ້າຂອງຮູບ ເຂດທີ່ໝັ້ນເມືອງ ວຽງໄຊ Viengxay Revolutionary Stronghold Zone) 
(ຂອບໃຈທີ່ຕິດຕາມ)

4/13/18

ປາກເປົ່າແຄນ, ກິນເຂົ້າຫນຽວ, ຢູ່ເຮືອນຮ້ານ ນັ້ນຄືລາວ.


ປະຫວັດຄວາມເປັນມາຂອງແຄນອີງຕາມການຄົ້ນຄວ້າທາງບູຮານນະຄະດີ ແລະ ທາງດ້ານວັນນະຄະດີ ຂອງນັກປາດ, ສາສະດາຈານທາງພາຍໃນ ແລະ ຕ່າງ ປະເທດ ກ່ຽວກັບຄວາມເປັນມາຂອງແຄນແລ້ວເພິ່ນ ສັນນິຖານໄວ້ວ່າ: ແຄນເປັນອຸປະກອນດົນຕີທີ່ຄົນລາວບັນດາເຜົ່າ, ແຄນທີ່ໄດ້ຄົ້ນພົບນັ້ນມີ ເຄົ້າຍາວຄື: ແຄນຂອງເຜົ່າມູເຊີ, ແຄນໂທນຂອງເຜົ່າຊ່ວຍຢູ່ແຂວງອັດຕະປື. ສະນັ້ນ, ຈິ່ງເວົ້າໄດ້ວ່າ ດົນຕີປະເພດນີ້ ມີມາແຕ່ບູຮານນະການແລ້ວ ແລະ ໄດ້ຄົງຢູ່ຄູ່ກັບຊາດລາວ ຕະຫລອດມາ.
"ແຄນ" ແມ່ນເຄື່ອງດົນຕີພື້ນເມືອງປະເພດເປົ່າຊະນິດຫນື່ງ ໃນດົນຕີພື້ນເມືອງລາວສີ່ປະເພດຄື : ດີດ , ສີ , ຕີ ແລະ ເປົ່າ ເຊິ່ງເປັນຊະນິດທີ່ໄດ້ຮັບຄວາມນິຍົມ ແລະ ນຳໃຊ້ຢ່າງກວ້າງຂວາງ ໃນກຸ່ມຄົນເຊື້ອຊາດລາວ ນັບເປັນເວລາຫລາຍພັນປີມາແລ້ວ ຈົນນັກປາດອາຈານໃນສະໄຫມບູຮານ ໄດ້ຂຽນເປັນບົດນິຍາມໄວ້ວ່າ : 
ຄົນລາວ ຢູ່ເຮືອນຮ້ານ , ປາກເປົ່າແຄນ , ກິນເຂົ້າຫນຽວ. 
ຕາມຫລັກວິທະຍາສາດນັ້ນ ຍັງບໍ່ທັນມີໃຜຄົ້ນຄວ້າພົບຈຸດເລີ່ມຕົ້ນຂອງ "ແຄນ" ວ່າແມ່ນໃຜເປັນຜູ້ສ້າງຂຶ້ນມາ ແຕ່ແນ່ນອນວ່າ ແຄນ ລາວ ແມ່ນຄົນລາວສ້າງຂຶ້ນ ເພາະສຽງດົນຕີນີ້ມັນກົມກືນກັບສຽງຂັບລຳຂອງສຳນຽງສຽງເວົ້າຂອງພາສາລາວແທ້ໆ , ເມື່ອເອົາໄປເປົ່າກັບສຳນຽງພາສາອື່ນກໍ່ອາດໄດ້ຢູ່ ແຕ່ມັນກໍ່ຂາດໆເຂີນໆ ບໍ່ມ່ວນ ຊື່ນອອນຊອນ ຄືກັບເປົ່າກ່ອມກ້ຽວກັບສຽງຂັບລຳພາສາລາວ. 

ຕາມຂໍ້ມູນທີ່ສາມາດຢັ້ງຢືນໄດ້ນັ້ນ ໄດ້ກ່າວວ່າ: ແຄນລາວ ມີຕົ້ນກຳເນີດຢູ່ໃນກຸ່ມຄົນລາວ (ໄຕລາວ) ຢູ່ລຸ່ມແມ່ນ້ຳຂອງໂດຍສະເພາະ ແລະ ແຜ່ກະຈາຍອອກໄປສູ່ທ້ອງຖິ່ນອື່ນໆທີ່ໃກ້ຄຽງ ໂດຍສະເພາະໃນກຸ່ມຊົນເຜົ່າລາວ - ໄຕ ທັງມວນ ໂດຍການຄົ້ນພົບຄ້ອງບັ້ງ ບູຮານທີ່ມີຮູບສະຫລັກຄົນເປົ່າແຄນ ເຊິ່ງສາມາດສັນນິຖານໄດ້ວ່າ ແຄນລາວ ອາດກຳເກີດມາໄດ້ປະມານ ໒.໕໐໐ ປີມາແລ້ວ.
ອ່ານເພີ່ມເຕີມ
ກົດບ່ອນນີ້ໄວໆ
(ຂອບໃຈຂໍ້ມູນຈາກ ອະຣຸນີ ສີສຸຣິຍາ)

4/2/18

ມື້ໃດຈຶ່ງປ່ຽນຈຸລະສັກກະລາດ ແລະ ພຸດທະສັກກະລາດ

ຫາກມີຄົນຖາມວ່າ ມື້ນີ້  ວັນທີ ໒ ເມສາ ຄ.ສ ໒໐໑໘ ເປັນປີ ພ.ສ.ໃດ ? ມັນແມ່ນປີ ພ.ສ. ໒໕໖໑ ຫຼື ໒໕໖໐ ຖ້າເຮົາຕອບວ່າ ເປັນປີ ພ.ສ ໒໐໖໑ ນັ້ນແມ່ນ ຜິດ ແຕ່ຫາກຕອບວ່າ ເປັນປີ ພ.ສ ໒໕໖໐  ແມ່ນຖືກ... 
...ເປັນຫຍັງຈຶ່ງວ່າຖືກ....
ອ່ານເພີ່ມເຕີມໄດ້

3/5/18

72 ປີຜ່ານໄປ...ແຕ່ແປວໄຟຍັງບໍ່ດັບ

ຄຳມ່ວນດິນແດນທຳມະຊາດ,ປະຫວັດສາດວິລະຊົນ, ຕົ້ນກຳເນີດລຳຜະຫຍາມະຫາໄຊ, ກິນຊຸບໜໍ່ໄມ້, ແກງໄກ່ໃສ່ສານ, ນະມັດສະການພະທາດສີໂຄດຕະບອງ, ເປັນເຈົ້າຂອງເຂົ້າໜົມປ່ານ, ປະສານປວງປະຊາ, ເລັ່ງລັດພັດທະນາຊ່ວຍປະຊາໃຫ້ມີສຸກ

9/16/17

ປິດຕຳນານ ໝໍລຳດັງ ນັກແລ ມ່ວນ...ສະໝານສຸວັນນະສີ

ໝໍລຳສະໝານ ສຸວັນນະສີ ເກີດເມື່ອວັນທີ 12 ຕຸລາ 1936 (ບາງເອກະສານຂອງໄທ 7 ແລະ 20 ຕຸລາ ພ.ສ 2480) ເກີດທີ່ບ້ານ ຫີນລາດວັງຕໍ່, ຕຳບົນ ບ້ານຄໍ້, ອຳເພີເມືອງ ຈັງຫວັດ ຂອນແກ່ນ ປະເທດໄທ; ປະເພດລຳທີ່ເພິ່ນມັກແມ່ນ: ລຳເລື່ອງ, ລຳກອນ ສັງວາດ ຂອນແກ່ນ. 

....ຂອບໃຈທີ່ຕິດຕາມອ່ານ....

2/18/17

ພູຟ້າ ມິ່ງຂວັນປະຊາຊາວເມືອງ

ພູຟ້າ ແຂວງຜົ້ງສາລີ | ຮຽບຮຽງໂດຍ: ບັກຊຽງ
ພູຟ້າ ແມ່ນມິ່ງຂັວນຂອງຊາວເມືອງ ເທດສະບານແຂວງຜົ້ງສາລີ ເປັນພູທີ່ສວຍສົດງົດງາມ, ຕັ້ງຢູ່ຕາເວັນອອກສຽງເໜືອ ຂອງຕົວເມືອງຜົ້ງສາລີ; ພູຟ້າມີຄວາມສູງ 1,625 ແມັດ ທຽບຈາກໜ້ານ້ຳທະເລ, ມີຂັ້ນໄດຂຶ້ນ 863 ຂັ້ນ ແລະ ມີເນື້ອທີ່ທັງໜົດ 200 ເຮັກຕາ ເຮົາສາມາດຂຶ້ນໄປເທິງພູຟ້າມີ 2 ເສັ້ນທາງ ທາງຍ່າງ ແລະທາງລົດ. ພູຟ້າຍັງເປັນພູທີ່ອຸດົມສົມບູນ ເຕັມໄປດ້ວຍປ່າໄມ້ອັນດົກໜາ ແລະ ພືດພັນຫຼາຍສິ່ງຫຼາຍຢ່າງ. ພືດດັ່ງກ່າວ ສາມາດນຳໃຊ້ເປັນຢາສະໜູນໄພ, ຊາວເມືອງເທດສະບານແຂວງ ເຄີຍໄປເອົາ ພືດພັນຮາກໄມ້ຕ່າງໆ ມາປຸງເປັນຢາພື້ນເມືອງ ເພື່ອປິ່ນປົວພະຍາດຍາມເຈັບໄຂ້ໄດ້ປ່ວຍ. ນອກຈາກນີ້ ຍັງເປັນບ່ອນເພິ່ງພາອາໄສ ຂອງສັດປ່າຕ່າງໆນາໆ. ເມື່ອກ່ອນມີຮອດຊ້າງ, ເສືອ, ແຮດ ປະຈຸບັນເຫັນພຽງແຕ່ຟານ, ລີງ, ນົກ ແລະ ໜູປ່າ ເທົ່ານັ້ັນ.

ພູຟ້າ ແຂວງຜົ້ງສາລີ: ມີສະຖານແຫ່ງຫນຶ່ງ ທີຫລາຍຄົນຍັງບໍ່ຮູ້ຈັກ. ຄຳຂວັນການທ່ອງທ່ຽວຂອງແຂວງຜົ້ງສາລີ : ພູຟ້າມິ່ງຂວັນເມືອງ ລືກະເດື່ອງຊາສີ່ຮ້ອຍປີ ຜົ້ງສາລີ ແດນວິລະຊົນຄົນອົງອາດ ທຳມະຊາດ ທະເລມອກງາມຕາ ສາຍທາລາ ນ້ຳອູເຢັນໃສ ລືກ້ອງໄກ ສີສັນວັດທະນະທັມ ສິບຫ້າເຜົ່າ ຢູ່ຮ່ວມກັນເປັນພື່ນ້ອງ ສາມັກຄີປອງດອງ ປົກປ້ອງແລະສ້າງສັນຜົ້ງສາລີ.
ຕາມເລື່ອງເລົ່າກ່າວຂານກັນມາດົນແລ້ວ...ສະຖານທີ່ພູສູງ ແລະ ສຳຄັນແຫ່ງນີ້ ສະໄຫມກ່ອນຕອນທີ່ ສົມເດັດເຈົ້າມະຫາອຸປະຣາຊ ເພັດສະຣາຊ ຣັດຕະນະວົງສາ ຍັງມີພະຊົນຊີບຢູ່ນັ້ນ ເພິ່ນໄດ້ມີໂອກາດ ສະເດັດໄປຢ້ຽມຢາມແຂວງຜົ້ງສາລີ ແລະໄດ້ໄຕ່ຂຶ້ນໄປເທິງພູສູງທີ່ສຸງພາຍໃນແຂວງຜົ້ງສາລີ(ພູຟ້າ)ພະອົງມີຄວາມປະສົງ ເພື່ອໄປປູກຕົ້ນໄມ້ມະນີໂຄດ ຢູ່ເທິງຈອມພູແຫ່ງນີ້ ເພາະຕົ້ນໄມ້ມະນີໂຄດ ເປັນຕົ້ນໄມ້ທີ່ຄົນລາວທັງຫລາຍເຊື່ອວ່າເປັນຕົ້ນໄມ້ສັກສິດ ແລະການທີ່ເພິ່ນຂຶ້ນມາປູກໄວ້ເທິງຈອມພູສູງ ແລະ ເຫນືອສຸດຂອງປະເທດນີ້ ເພາະຫວັງໃຫ້ຂະໜານກັບທິດທາງພາກໃຕ້ສຸດຂອງລາວເຮົາ ທີ່ມີຕົ້ນໄມ້ມະນີໂຄດແລ້ວ ທີ່ມີໃນເຂດນ້ຳຕົກຕາດຄອນພະເພັງ ທີ່ເຊື່ອກັນວ່າ ພຣະເຈົ້າຟ້າງຸ່ມ ມະຫາຣາຊ ເຄີຍປູກໄມ້ທີ່ໃນສະຖານທີ່ແຫ່ງນັ້ນ.

ດັ່ງນັ້ນ ສົມເດັດເຈົ້າມະຫາອຸປະຣາຊ ເພັດສະຣາຊ ຣັດຕະນະວົງສາ ຈຶ່ງຕ້ອງການປູກຕົ້ນໄມ້ມະນີໂຄດເທິງຈອມພຸຟ້າ ແຕ່ຄວາມອຸດສາຫະຂອງພຣະອົງກໍ່ບໍ່ສຳເລັດຜົນຫມາກຜົນ ເພາະສະຖານທີ່ ທີ່ເພິ່ນຂຶ້ນໄປປູກຕົ້ນໄມ້ມະນີໂຄດແຫ່ງນີ້ໄວ້ເປັນອະນຸສອນ ພັດເປັນເຂດຫິນແຂງ ຈຶ່ງເຮັດໃຫ້ຕົ້ນໄມ້ທີ່ ສົມເດັດທີ່ໄດ້ປູກນັ້ນ ໄດ້ຕາຍໄປຢ່າງຫນ້າເສຍດາຍ. ຫລັງຈາກນັ້ນຊາວບ້ານຊາວເມືອງຢາກຮັກສາສະຖານທີ່ແຫ່ງນີ້ໄວ້ໃຫ້ເປັນເຂດອະນຸສອນ ຈຶ່ງເຕົ້າໂຮມກັນ ເອົາຕົ້ນໄມ້ອື່ນໄປປູກໃສ່ບ່ອນຕົ້ນໄມ້ມະນີໂຄດນັ້ນ ຫລາຍເທື່ອ ແຕ່ກໍ່ຕ້ອງຜິດຫວັງອີກ.
ສະຖານທີ່ແຫ່ງນີ້ໄດ້ການເປັນເຂດຫວງຫ້າມ ຄົນພາຍນອກຫ້າມເຂົ້າ ຈຶ່ງເຮັດໃຫ້ເຂດອະນຸສອນຕົ້ນໄມ້ມະນີໂຄດ ທີ່ເພິ່ນສ້າງກຳແພງອ້ອມຮອບໄວ້ນີ້ ເກີດມີແຕ່ຕົ້ນຫຍ້າ ຍ້ອນບໍ່ມີຜູ້ຄົນດູແລຮັກສາ ຕໍ່ມາ ທາງການເພິ່ນຈຶ່ງໄດ້ສ້າງພຣະທາຕຸພູຟ້າຂຶ້ນ ໃກ້ກັບ ບ່ອນທີ ສົມເດັດເຈົ້າມະຫາອຸປະຣາຊ ເພັດສະຣາຊ ຣັດຕະນະວົງສາ ເຄີຍປູກຕົ້ນໄມ້ມະນີໂຄດໄວ້ ທີ່ຫລາຍໆຄົນໄດ້ມີໂອກາດຂຶ້ນໄປເທິ່ງພູຟ້າເພື່ອໄປໄຫວພຣະທາຕຸພູຟ້າ ເພື່ອເບິ່ງລົມຊົມວິວ ທິວທັດຕົວເມືອງທີ່ງົດງາມ. ປະຈຸບັນໃນເຂດບໍລິເວນທາງຂຶ້ນເມືອເທິງພູຟ້າ ຍັງມີຕົ້ນໄມ້ສັກສິດ ທີ່ຊາວບ້ານເອິ້ນແລະເຫລົ່າລືກັນ ມີ 2 ຕົ້ນ ຄືຕົ້ນຜູ້ ແລະ ຕົ້ນແມ່ ຕົ້ນໄມ້ນີ້ ມີລັກສະນະເໝືອນສິ່ງເຕືອນໄພ ຖ້າຈະມີເຫດການໃດຫນຶ່ງເກີດຂຶ້ນກັບບ້ານກັບເມືອງ ຫລືບຸກຄົນສຳຄັນໃນເຂດນັ້ນ ຕົ້ນໄມ້ນີ້ໃບກໍ່ຈະປ່ຽນເປັນສີແດງ.
ຂອບໃຈພາບນີ້ ຈາກເຟຊຂອງ ສັນຕິສຸກ ຊາຍໜຸ່ມພະເນຈອນ

ຂອບໃຈຂໍ້ມູນທີ່ມີຄຸນຄ່າຈາກ: ອົງການພັດທະນາການທ່ອງທ່ຽວ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ ເມືອງວຽງໄຊ ແຂວງຫົວ­ພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງ­ຮອຍປະ­ຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິ...