3/5/16

ຄວາມເປັນມາຂອງວັນແມ່ຍິງສາກົນ

ຄວາມເປັນມາຂອງວັນແມ່ຍິງສາກົນ
ວັນແມ່ຍິງສາກົນ (International Women's Day) ກົງກັບວັນທີ 8 ມີນາ ຂອງທຸກໆປີ ເປັນມື້ທີ່ມີການປະທ້ວງຂອງກຳມະກອນແມ່ຍິງທີ່ເມືອງຊິຄາໂກ ສະຫະລັດອາເມຣິກາ. ກຳມະກອນແມ່ຍິງໃນໂຮງງານຕ່ຳແຜນໄດ້ລຸກຮືຂື້ນ ເດີນຂະບວນປະທ້ວງການເອົາປຽບກົດຂີ່ຂູດຮີດ, ທາລຸນ ຈາກນາຍຈ້າທີ່ເຫັນຜົນຜະລິດສຳຄັນກວ່າຊີວິດຄົນ.

ວັນແມ່ຍິງສາກົນ ເກີດຂື້ນຈາກກຳມະກອນແມ່ຍິງໃນໂຮງງານຕ່ຳແຜ່ນ ລັດນິວຢອກ ປະເທດສະຫະລັດອາເມຣິກາໄດ້ພາກັນລຸກຮືຂື້ນປະທ້ວງ ໃຫ້ນາຍຈ້າງເພີ່ມຄ່າແຮງງານ ແລະ ຮຽກຮ້ອງສິດທິຂອງພວກເຂົາເຈົ້າ ແຕ່ສຸດທ້າຍຕ້ອງມີຜູ້ຍິ
ງເຖິງ 119 ຄົນຕ້ອງເສຍຊີວິດຈາກເຫດການດັ່ງກ່າວ, ດ້ວຍການທີ່ມີຄົນຫຼັກວາງເພີງຈູດໂຮງງານທີ່ພວກເຂົາເຈົ້ານັ່ງຊຸມນຸມຢູ່ ໂດຍເຫດການທັງໝົດນັ້ນເກີດຂຶ້ນໃນວັນທີ 8 ມີນາ 1857.
ຈາກນັ້ນໃນປີ 1907 ກຳມະກອນແມ່ຍິງໃນໂຮງງານຕ່ຳແຜ່ນທີ່ເມືອງຊີຄາໂກ ປະເທດສະຫະລັດອາເມຣິກາທົນບໍ່ໄຫວຕໍ່ການເອົາລັດເອົາປຽບ, ກົດຂີ່ທາລຸນ ຂອງນາຍຈ້າງທີ່ໃຊ້ແຮງງານຂອງພວກເຂົາເຈົ້າແບບທາດ ເນື່ອງຈາກກຳມະກອນແມ່ຍິງເຫຼົ່ານີ້ຕ້ອງເຮັດວຽກໜັກເຖິງມື້ລະ 16-17 ຊົ່ວໂມງ ໂດຍບໍ່ມີມື້ພັກ, ບໍ່ມີປະກັນການໃຊ້ແຮງງານໃດໆເປັນຜົນເຮັດໃຫ້ເກີດຄວາມເຈັບເປັນລົ້ມຕາຍໃນໄລຍະເວລາອັນວ່ອງໄວ ແຕ່ກັບໄດ້ຮັບຄ່າແຮງພຽງໜ້ອຍດຽວ ແລະ ຫາກຖືພາລູກກໍ່ຕ້ອງຖືກໄລ່ອອກ.
ຍ້ອນຄວາມອັດອັ້ນຕັນໃຈເຮັດໃຫ້ ຄລາຣາ ເຊດຄິນ ນັກການເມືອງແມ່ຍິງສາຍແນວຄວາມຄິດສັງຄົມນິຍົມ ຊາວເຢຍລະມັນຕັດສິນໃຈປຸກລະດົມບັນດາກຳມະກອນແມ່ຍິງໂດຍການນັດຢຸດວຽກໃນວັນທີ 8 ມີນາ 1907 ພ້ອມກັບຮຽກຮ້ອງໃຫ້ນາຍຈ້າງຫຼຸດເວລາການເຮັດວຽກເຫຼືອມື້ລະ 8 ຊົ່ວໂມງ ແລະ ໃຫ້ປັບປຸງສະຫວັດດີການທຸກຢ່າງ ແລະ ໃຫ້ແມ່ຍິງມີສິດອອກສຽງເລືອກຕັ້ງນຳ, ຢ່າງໃດກໍ່ຕາມເຖິງວ່າການຮຽກຮ້ອງຄັ້ງດັ່ງກ່າວ ຈະບໍ່ປະສົບຜົນສຳເລັດ ເນື່ອງຈາກມີແຮງງານຍິງຫຼາຍຮ້ອຍຄົນຖືກຈັບກຸມ ແຕ່ກໍ່ເຮັດໃຫ້ແມ່ຍິງທົ່ວໂລກສະໜັບສະໜູນການກະທຳຂອງ ຄລາຣາ ເຊດຄິນ ແລະ ເປັນການສ້າງຈຸດເລີ່ມຕົ້ນໃຫ້ແມ່ຍິງທົ່ວໂລກເລີ່ມຂື້ນໂຕເຖິງສິດທິຂອງໂຕເອງຫຼາຍຂຶ້ນ.
ຕໍ່ມາໃນວັນທີ 8 ມີນາ 1908 ມີກຳມະກອນແມ່ຍິງຫຼາຍກວ່າ 15,000 ຄົນຮ່ວມເດີນຂະບວນທົ່ວເມືອງນິວຢອກ ຮຽກຮ້ອງໃຫ້ຢຸດຕິການໃຊ້ແຮງງານເດັກນ້ອຍໂດຍມີຄຳຂວັນໃນການປຸກລະດົວວ່າ "ຂະໜົມປັງກັບດອກກຸຫຼາບ" ເຊິ່ງໝາຍເຖິງການໄດ້ຮັບອາຫານທີ່ພຽງພໍພ້ອມໆກັບຄຸນນະພາບຊີວິດທີ່ດີ.
ຈົນມາເຖິງວັນທີ 8 ມີນາ 1910 ຄວາມພະຍາຍາມຂອງກຳມະກອນແມ່ຍິງກຸ່ມດັ່ງກ່າວກໍ່ປະສົບຜົນສຳເລັດ ເມື່ອມີໂຕແທນແມ່ຍິງຈາກ 17 ປະເທດເຂົ້າຮ່ວມປະຊຸມສະມັດຊາແມ່ຍິງສັງຄົມນິຍົມຄັ້ງທີ 2 ທີ່ເມືອງໂຄເປັນເຮເກນ ປະເທດເດັນມາກ ໂດຍໃນທີ່ປະຊຸມໄດ້ປະກາດຮັບຮອງຂໍ້ຮຽກຮ້ອງຂອງບັນດາກຳມະກອນແມ່ຍິງໃນລະບົບສາມ 8 ຄື: ຍອມໃຫ້ຫຼຸດເວລາເຮັດວຽກເຫຼືອມື້ລະ 8 ຊົ່ວໂມງ, ໃຫ້ເວລາສຶກສາຫາຄວາມຮູ້ເພື່ອພັດທະນາຄວາມສາມາດຂອງໂຕເອງອີກ 8 ຊົ່ວໂມງ ແລະ ອີກ 8 ຊົ່ວໂມງເປັນເວລາພັກຜ່ອນ ພ້ອມກັນນີ້ຍັງໄດ້ປັບຄ່າແຮງງານຂອງແຮງງານແມ່ຍິງໃຫ້ເທົ່າທຽມກັບແຮງງານຊາຍ ແລະ ຍັງມີການຄຸ້ມຄອງສະຫວັດດີການແມ່ຍິງ ແລະ ແຮງງານເດັກນ້ອຍນຳອີກ. ພ້ອມທັງໄດ້ຮັບຮ້ອງຂໍ້ສະເໜີຂອງ ຄລາຣາ ເຊດຄິນ ໂດຍການກຳນົດໃຫ້ວັນທີ 8 ມີນາ ຂອງທຸກໆປີເປັນ ວັນແມ່ຍິງສາກົນ.

ວັນແມ່ຍິງສາກົນ ບໍ່ໄດ້ເປັນພຽງມື້ທີ່ກຸ່ມແມ່ຍິງທົ່ວໂລກສະຫຼອງເທົ່ານັ້ນ ແຕ່ເປັນມື້ທີ່ອົງການສະຫະປະຊາຊາດໄດ້ຮ່ວມສະເຫຼີມສະຫຼອງ ແລະ ອີກຫຼາຍປະເທດໄດ້ກຳນົດໃຫ້ມື້ດັ່ງກ່າວເປັນ ມື້ພັກປະຈຳຊາດ ເປັນຕົ້ນເຊັ່ນປະເທດລາວຂອງພວກເຮົາ, ຫວຽດນາມ, ກຳປູເຈຍ... ກຸ່ມແມ່ຍິງຈາກທຸກທະວີບບໍ່ວ່າຈະແຕກຕ່າງກັນໂດຍເຊື້ອຊາດ, ພາສາ, ວັດທະນະທຳ, ເສດຖະກິດ ຫຼື ການເມືອງກໍ່ຕາມໄດ້ໂຮມໂຕກັນເພື່ອສະຫຼອງວັນສຳຄັນນີ້ເພື່ອລະນຶກເຖິງຄວາມເປັນມາແຫ່ງການຕໍ່ສູ່ອັນຍາວນານ ເພື່ອໃຫ້ໄດ້ມາເຊິ່ງຄວາມສະເໝີພາບ, ຄວາມຢຸດຕິທຳ, ສັນຕິພາບ ແລະ ການພັດທະນາ.
ຜົນຈາກການຕັດສິນໃຈຂອງທີ່ປະຊຸມ ໂຄເປັນເຮເກນ ເຮັດໃຫ້ມີການຈັດກິດຈະກຳວັນແມ່ຍິງສາກົນຂື້ນເປັນຄັ້ງທຳອິດໃນເດືອນມີນາ 1911 ໃນປະເທດອອດສະເຕເລີຍ, ເດນມາກ, ເຢຍລະມັນ ແລະ ສະວິດເຊີແລນ ມີປະຊາຊົນທັງຍິງ ແລະ ຊາຍຫຼາຍກວ່າ 1 ລ້ານຄົນ ເຂົ້າຮ່ວມການຊຸມນຸມຮຽກຮ້ອງສິດທິໃນການເຮັດວຽກ, ການເຂົ້າຮັບການອົບຮົບໃນວິຊາຊີບ ແລະ ໃຫ້ຢຸດຕິການແບ່ງແຍກໃນການເຮັດວຽກ, ໃນປີຕໍ່ມາໄດ້ມີການຈັດກິດຈະກຳວັນແມ່ຍິງສາກົນເພີ່ມຂື້ນໃນປະເທດຝຣັ່ງ, ເນເທິແລນ ແລະ ສະວີເດນ ແລະ ໃນປີ 1913 ມີການຈັດຊຸມນຸມວັນແມ່ຍິງສາກົນໃນລັດເຊຍເປັນເທື່ອທຳອິດ ທີ່ນະຄອນເຊນປີເຕີເບີກ ເຖິງວ່າຈະຖືກເຈົ້າໜ້າທີ່ຕຳຫຼວດຂັດຂວາງກໍ່ຕາມ ວັນແມ່ຍິງສາກົນໄດ້ຈັດຂື້ນໂດຍເຊີດຊູຄຳຂວັນຂອງຂະບວນສັນຕິພາບທັງທີ່ເພື່ອຕໍ່ຕ້ານສົງຄາມທີ່ກຳລັງລຸກລາມໃນເອີລົບນັບຕັ້ງແຕ່ຊວງປີຕົ້ນໆມາ ຄວາມສຳຄັນຂອງການສະຫຼອງວັນແມ່ຍິງສາກົນໄດ້ເພີ່ມທະວີຂື້ນໂດຍມີແມ່ຍິງໃນທະວີບອາຟິກາ, ອາຊີ ແລະ ອາເມຣິກາລາຕິນ ເລີ່ມຮ່ວມມືກັນເພື່ອທົບທວນຄວາມກ້າວໜ້າຂອງການຕໍ່ສູ້ເພື່ອສິດທິທີ່ເທົ່າທຽມກັນ ແລະ ເພື່ອຄວາມກ້າວໜ້າທາງເສດຖະກິດ ແລະ ສັງຄົມ ລວມທັງພະຍາຍາມຊຸກດັນໃຫ້ມີການຮັບຮູ້ໃນເລື່ອງສິດທິມະນຸດຂອງແມ່ຍິງຢ່າງສົມບູນ
ຄວາມສຳຄັນ:
ວັນແມ່ຍິງສາກົນ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງຕາມປະເພນີທີ່ປະຕິບັດຕິດຕໍ່ກັນທຸກປີ ແຕ່ເປັນການເນັ້ນໜັກເຖິງຄຸນຄ່າທາງປະຫວັດສາດຂອງການຕໍ່ສູ່ຂອງກຳມະກອນແມ່ຍິງ ແລະ ສຶບທອດຄວາມຈຳນົງທີ່ຕ້ອງການໃຫ້ຜູ້ຍິງໄດ້ຮັບການປົກປ້ອງຄຸ້ມຄອງໃຫ້ປອດໄພຈາກຄວາມຮຸນແຮງ ແລະ ຍົກລະດັບຄຸນນະພາບຊີວິດໃນດ້ານຕ່າງໆ ຜູ້ໃຊ້ແຮງງານຕ້ອງໄດ້ຮັບການເບິ່ງແຍງໃນດ້ານສະຫວັດດີການສຸຂະພາບ, ຄວາມປອດໄພໃນການເຮັດວຽກ ລວມທັງແມ່ຍິງຕ້ອງໄດ້ຮັບການປະຕິບັດຢ່າງໃຫ້ກຽດ ແລະ ເທົ່າທຽມໃນຖານະທີ່ແມ່ຍິງກໍ່ເປັນສະມາຊິກໜຶ່ງໃນສັງຄົມ.
(ຂອບໃຈທີ່ຕິດຕາມ)

No comments:

Post a Comment

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ ເມືອງວຽງໄຊ ແຂວງຫົວ­ພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງ­ຮອຍປະ­ຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິ...