1/27/15

ການໃຫ້ຄືບໍ່ເກີດແຫ່ງຄວາມສຸກ

ດ້ວຍຄວາມໄວ້ວາງໃຈ “ຄະນະລະຄອນສຽງແຄນລາວ” ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວເຫັນດີ ແລະ ໄດ້ມອບໜ້າທີ່ປະສານງານຫລັກໃນວຽກ ງານການກຸສົນເພື່ອຊ່ວຍປະຊາຊົນຜູ້ທຸກຍາກ 2014 ໃຫ້ ແລະ ຂໍສະແດງຄວາມຂອບໃຈມາຍັງພາກ ສ່ວນ,ບໍລິສັດ ແລະ ບຸກຄົນທີ່ໄດ້ປະກອບສ່ວນເປັນວັດຖຸ ແລະ ເງິນຄຳ ດ້ວຍນ້ຳໃຈເສຍ ສະຫລະອັນສູງສົ່ງຜ່ານ “ຄະນະລະຄອນສຽງແຄນລາວ” ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ເພື່ອນຳໄປມອບໃຫ້ພີ່ນ້ອງຮ່ວມຊາດທີ່ຍັງທຸກຍາກຂາດເຂີນ. ການປະຕິບັດກິດຈະ ກຳການກຸສົນເພື່ອປະຊາຊົນຜູ້ທຸກຍາກ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວນີ້ໄດ້ດຳເນີນມາຄົບ 10 ປີພໍດີ.
ຄັ້ງນີ້ ອາດຈະມີຄວາມຊັກຊ້າໃນການນຳເອົາເຄື່ອງບໍລິຈາກຂອງພວກທ່ານໄປເຖິງປະຊາຊົນເລົ່ານັ້ນເນື່ອງຈາກວ່າ ປີນີ້ ໃນນາມທີ່ພວກເຮົາເປັນອົງການສື່ ເຊິ່ງເປັນ ກະບອກສຽງຂອງພັກ ພວກເຮົາມີຫລາຍວຽກທີ່ໜັກໜ່ວງ ເພາະປີນີ້ພວກເຮົາໄດ້ສຸມໃສ່ການໂຄສະນາໃຫ້ແກ່ 2 ວັນປະຫວັດສາດຂອງຊາດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ຄົບ ຮອບ 60 ປີ ແລະ ວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ…ແຕ່ເຖິງແນວໃດກໍຕາມ ການດຳເນີນກິດຈະກຳການກຸສົນ ກໍແມ່ນສ່ວນໜຶ່ງ ໃນການຕອບສະ ໜອງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຫລຸດຜ່ອນຄວາມທຸກຍາກຂອງ ປະຊາຊົນລາວ. ໃນນາມ ວິທະຍຸກະຈາຍສຽງແຫ່ງຊາດລາວ ຂໍສະແດງຄວມຂອບໃຈໃນທຸກການມີສ່ວນຮ່ວມຂອງພວກທ່ານ ແລະ ຫວັງວ່າຄົງໄດ້ຮັບການຮ່ວມຕື່ມອີກໃນຄັ້ງຕໍ່ໄປ…ດ້ວຍຄວາມຮັກແພງ ແລະ ຮູ້ບຸນຄຸນເປັນຢ່າງສູງ…
ລາຍລະອຽດຕິດຕາມອ່ານໄດ້ລຸ່ມນີ້
ຂອບໃຈທີ່ຕິດຕາມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ ເມືອງວຽງໄຊ ແຂວງຫົວ­ພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງ­ຮອຍປະ­ຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິ...