10/16/16

ບຸນອອກພັນສາປະວໍຣະນາ

ອອກພັນສາປະວໍຣະນາ ແລະ ຄວາມໝາຍຂອງຄວາມສຳຄັນ
ຄຳວ່າ "ພັນສາ" ໄດ້ແກ່ປີຫຼືືຣະດູຝົນ ພາຍໃນປີໜຶ່ງມີ 4 ເດືອນ ແຕ່ໄດ້ອະນຸຍາດໃຫ້ພຣະສົງສຳມະເນນຈຳພັນສາເປັນເວລາ 3 ເດືອນຄື ເລີ່ມແຕ່ແຮມ 1 ຄ່ຳເດືອນ 8 ລາວ ເຖິງຂຶ້ນ 15 ຄ່ຳເດືອນ 11. 
ຄຳວ່າ"ອອກ"ໄດ້ແກ່ການອອກຈາກເຂດຈຳກັດ ຫຼື ອອກຈາກເຂດວັດໄປພັກແຮມບ່ອນອື່ນໄດ້ ຈິ່ງເອີ້ນວ່າ: "ບຸນອອກພັນສາ" ເຊິ່ງເປັນບຸນປາງໜຶ່ງໃນຮີດ 12 ຂອງລາວເຮົາ ເພື່ອເປີດໂອກາດໃຫ້ແກ່ພຣະສົງ-ສາມະເນນ ໄດ້ກະທຳກິດຂອງພຣະສາສະນາ ເຊັ່ນ: ໄປເທດ ຫລື ໄປສັ່ງສອນປະຊາຊົນເພື່ອຕໍ່ອາຍຸຂອງພຸດທະສາສະນາ ແລະໄປຢ້ຽມຢາມຍາດຕິພີ່ນ້ອງ ອຸປະຊາອາຈານເປັນຕົ້ນ. 
ກ່ອນຈະອອກພັນສາພຣະສົງຕ້ອງປະວໍຣະນາຕົວກ່ອນ ເພາະຄຳວ່າ: "ປະວໍຣະນາ" ແປວ່າ ການເປີດໂອກາດໃຫ້ພຣະສົງໄດ້ວ່າກ່າວຕັກເຕືອນກັນ ເພາະວ່າເມື່ອອອກພັນສາແລ້ວຕ່າງຄົນຕ່າງໄປ ບາງເທື່ອອາດຈະມີຜູ້ເຮັດຜິດລະບຽບວິນັຍ; ສ່ວນພຣະສົງຜູ້ມີເຈຕະນາດີກໍ່ຈະສາມາດຕັກເຕືອນເຊິ່ງກັນ ແລະ ກັນໄດ້ຄືກັນ. ໃນຂອບເຂດການ "ປະວໍຣະນາ" ກຳໜົດແຕ່ແຮມ 1 ຄ່ຳເດືອນ 11 ຮອດມື້ຂຶ້ນ 15 ຄ່ຳເດືອນ 12.
ມື້ເຮັດ "ບຸນອອກພັນສາ" ພຣະສົງສາມະເນນ ຈະຕື່ນແຕ່ເຊົ້າ ຕີກອງເດິກ ໄຫວ້ພຣະສູດມົນພ້ອມກັນ ແລ້ວ "ກ່າວຄຳປະວໍຣະນາ" ສ່ວນຝ່າຍຄະລືຫັດ ສັດທາຊາວບ້ານກໍ່ກຽມຕົວມາກະທຳບຸນກຸສົນ ໂດຍການກຽມອາຫານຫວານຄາວ ເພື່ອນຳມາໃຫ້ທານ,ຮັກສາສິນ ຟັງທັມຮ່ວມກັນທີ່ວັດ.

ການໄຕ້ປະທີບໄຫລເຮືອໄຟນ້ຳ-ບົກ ບູຊາຂັ້ນໄດແກ້ວຈູດບັ້ງໄຟດອກ
ໃນມື້ຂຶ້ນ 15 ຄ່ຳ ເດືອນ 11 ສັດທາຊາວບ້ານ ແລະ ພຣະສົງສາມະເນນ ຈະຮ່ວມກັນສ້າງເຮືອໄຟຂຶ້ນ ໃນເຂດຂອງວັດໃບບ່ອນທີ່ເຫມາະສົມ; ພໍຮອດຕອນຄ່ຳກໍ່ນຳອົາປະທີບ, ນ້ຳມັນ, ດອກໄມ້ ທູບທຽນມາຈູດໄຕ້ບູຊາພຣະຣັດຕະນະໄຕຣ. ບາງບ້ານທີ່ຢູ່ໃກ້ແມ່ນ້ຳກໍ່ເຮັດເຮືອໄຟ ຫລັງຈາກຈູດໄຟຮຸ່ງສະຫວ່າງດີແລ້ວ ກຈະນຳໄປໄຫລນ້ຳ ເພື່ອບູຊາເຈົ້າແມ່ຄົງຄາ ພະຍານາກຕາມຄວາມເຊື່ອຖື.
ການບູຊາປະທີບ-ນ້ຳມັນ ນັ້ນມີອານິສົງຫຼາຍ ໃນສະໄໝພຸດທະການ ພຣະອານຸຣຸດທະເຖຣະ ເປັນພຣະສາວົກ ທີ່ມວນຊົນໄດ້ຍົກຍ້ອງວ່າເປັນພຣະອໍຣະຫັນຜູ້ມີຕາທິບ ເບິ່ງກ້ວາງເຫັນໄກໄດ້ ນັ້ນ ແມ່ນເປັນເພາະອານິສົງທີ່ຖວາຍປະທີບໃນເມື່ອກ່ອນ ເຫດນີ້ ຈິ່ງນິຍົມກັນປະຕິບັດມາຈົນຮອດປະຈຸບັນ.

ມີເລື່ອງເລົ່າຫຼາຍເລື່ອງທີ່ກ່ຽວກັບການບູຊາໄຟ ໄຕ້ປະທີບ ໄຫຼເຮືອໄຟ ໃນມື້ອອກພັນສາແມ່ນມີຢູ່ວ່າ:
ເລື່ອງທີ 1 : ເພື່ອເປັນການສະແດງອອກເຊິ່ງຄວາມກະຕັນຍູຕໍ່ຜູ້ມີພະຄຸນ ເຊັ່ນ ຕຳນານແມ່ກາເຜືອກ ເພື່ອລະນຶກເຖິງບຸນຄຸນແມ່ທີ່ໃຫ້ກຳເນີດເກີດມາ ເຮົາຈິ່ງນິຍົມຝັ້ນຝ້າຍຕີນກາ ຈູດໄຟບູຊາແມ່ກາເຜືອກ ແລະ ຮອຍພຣະບາດ ເຊິ່ງມີເລື່ອງເລົ່າສືບຕໍ່ກັນມາວ່າ: 

ເມື່ອກາລະຄັ້ງໜຶ່ງທີ່ດົນນານຜ່ານມາແລ້ວ ຍັງມີພະຍາກາເຜືອກສອງຜົວເມຍ ເຮັດຮັງຢູ່ເທິງຕົ້ນໄມ້ໃນປ່າຫິມະພານ ຢູ່ຮີມຝັ່ງແມ່ນ້ຳ;  ມື້ໜຶ່ງພະຍາກາເຜືອກສອງຜົວເມຍ ໄດ້ອອກໄປຫາອາຫານ ຂະນະນັ້ນໄດ້ເກິດລົມພະຍຸມາພັດຮັງກາ ເຮັດໃຫ້ໄຂ່ກາຕົກກະຈັດກະຈາຍໄຫຼໄປຕາມແມ່ນ້ຳ ເມື່ອລົມພາຍຸສະຫງົບລົງ ແມ່ກາໄດ້ກັບມາຫາຮັງກໍ່ຮູ້ວ່າຮັງ ແລະໄຂ່ໄດ້ໄຫຼນ້ຳໄປໝົດແລ້ວ ດ້ວຍຄວາມອາໄລຮັກລູກແມ່ກາໄດ້ຂາດໃຈຕາຍແລ້ວໄປເກິດເປັນພຣົມ ຢູ່ໃນພຣົມມະໂລກ ມີນາມວ່າທ້າວພະກາພຣົມ ສ່ວນໄຂ່ກາທັງ 5 ໄຫຼໄປຕາມກະແສນ້ຳ ໜ່ວຍທີ່ 1 ແມ່ໄກ່ໄດ້ເອົາໄປຟັກ ໜ່ວຍທີ່ 2 ແມ່ນາກເອົາໄປຟັກ ໜ່ວຍທີ່ 3 ແມ່ເຕົ່າເອົາໄປຟັກ ໜ່ວຍທີ່ 4 ແມ່ງົວເອົາໄປຟັກ ໜ່ວຍທີ່ 5 ແມ່ຣາຊາສີ(ສິງຫ໌) ເອົາໄປຟັກ ເມື່ອໄຂ່ທັງຫ້າເບາະອອກມາ ກໍ່ເປັນຄົນທັງໝົດ ເມື່ອໃຫຍ່ຂຶ້ນມາຕ່າງຄົນກໍ່ເຫັນໂທດຂອງການຄອງເຮືອນ ແລະເຫັນອານິສົງຂອງການອອກບວດ ຈິງໄດ້ລາແມ່ລ້ຽງຂອງຕົນອອກບວດເປັນລືສີຈະເຣີນຍານ ສະມາບັດຢູ່ປ່າຫິມະພານ.

ວັນໜຶ່ງລືສີທັງຫ້າໄດ້ພົບກັນແລະໄດ້ຖາມໄຖ່ຊື່ສຽງຮຽງນາມຂອງກັນແລະກັນ ກໍ່ຮູ້ວ່າຕ່າງຄົນຕ່າງມີແມ່ລ້ຽງທັງໝົດ ອົງທີໜຶ່ງຊື່ວ່າກະກຸສັນໂທ ເພາະໄກ່ເອົາໄປລ້ຽງ ອົງທີສອງຊື່ວ່າ ໂກນາຄະມະໂນ ເພາະນາກເອົາໄປລ້ຽງ ອົງທີສາມຊື່ວ່າ ກັສໂປເພາະເຕົ່າເອົາໄປລ້ຽງ ອົງທີສີ່ຊື່ວ່າ ໂຄຕະໂມ ເພາະງົວເອົາໄປລຽ້ງ ອົງທີຫ້າຊື່ວ່າ ເມຕຕັຍໂຍ ເພາະຣາຊະສີເອົາໄປລ້ຽງ ຕ່າງຄົນຕ່າງບໍ່ແມ່ນແມ່ແທ້ຂອງຕົນ ຈິ່ງອະທິຖານວ່າຖ້າຈະໄດ້ຕັສຮູ້ເປັນພຣະພຸດທະເຈົ້າໃນຂ້າງໜ້າ ຂໍໃຫ້ຮ້ອນໄປເຖິງມານດາຜູ້ໃຫ້ກຳເນີດ, ແຮງອະທິຖານນັ້ນໄດ້ຮ້ອນໄປເຖິງທ້າວພະກາພຣົມ ຈິ່ງແປງຮ່າງເປັນກາເຜືອກລົງມາ ແລະ ບອກວ່າເປັນແມ່ຂອງລືສີທັງຫ້າ ຖ້າຫາກຄິດເຖິງມານດາ ເມື່ອຮອດເດືອນ 11 ເພັງໃຫ້ເອົາຟ້າຍມາຝັ້ນເປັນຮູບຕີນກາຈູດບູຊາເທີດ ຈິ່ງໄດ້ຊື່ວ່າຄິດຮອດແມ່ມານດາ ນັບຕັ້ງແຕ່ນັ້ນມາຈິ່ງມີການຈູດປະທີບຕີນກາບູຊາມາທຸກວັນນີ້.

ເລື່ອງທີ 2 : ເພື່ອເປັນການຕ້ອນຮັບການສະເດັດກັບມາຂອງພຣະພຸດທະເຈົ້າທີ່ໄປເທດໂຜດມານດາ ແລະ ຈຳພັນສາໃນສະຫວັນຊັ້ນດາວະດຶງ ໃນມື້ຂຶ້ນ 15 ຄ່ຳເດືອນ 11 ຊາວບ້ານຈິ່ງນິຍົມຈູດປະທີບໂຄມໄຟ ຂັ້ນໄດແກ້ວເພື່ອຕ້ອນຮັບ ແລະບູຊາພຣະພຸດທະເຈົ້າ.

ເລື່ອງທີ 3 : ເພື່ອບູຊາຮອຍພຣະພຸດທະບາດ ທີ່ເປັນສັນຍາລັກແຫ່ງຄວາມສະຫງົບ ຄວາມສາມັກຄີ ຈິ່ງນິຍົມໄຫຼປະທີບໂຄມໄຟບູຊາ ແລະບູຊາແມ່ຄົງຄາ ເພື່ອເຄົາລົບແລະ ຮູ້ບຸນຄຸນຕໍ່ແມ່ນ້ຳ.

ເຖິງວ່າການບູຊາໃນວັນດັ່ງກ່າວນັ້ນຈະມີສາຍເຫດແຕກຕ່າງກັນຫຼາຍປະການກໍ່ຕາມ ແຕ່ຈຸດໝາຍກໍ່ຄື ການບູຊາພຣະຣັດຕະນະໄຕຣ ທີ່ຊາວພຸດລາວ ມີຄວາມເຫຼື້ອມໃສສັດທາ ແລະ ນຳເອົາຫຼັກທັມ ຄຳສອນມາປະຕິບັດໃຫ້ເກິດຜົນດີໃນຊີວິດປະຈຳວັນ. ນອກຈາກນີ້ ຍັງສະແດງອອກເຖິງຄວາມກະຕັນຍູ ຮູ້ບຸນຄຸນຕໍ່ຜູ້ມີພະຄຸນ ເຊັ່ນ: ແມ່ ພໍ່, ຄູບາອາຈານ ແລະ ທຳມະຊາດທີ່ໃຫ້ຊີວິດ ເປັນຕົ້ນແມ່ນນ້ຳ.
 
ດັ່ງນັ້ນ ການຈັດຕັ້ງປະຕິບັດຕາມຮີດຄອງປະເພນີ ໃນມື້ບຸນອອກພັນສານີ້ ແມ່ນເພື່ອການສະແດງອອກເຊິ່ງຄວາມສັດທາ, ຄວາມກະຕັນຍູ ແລະ ຄວາມສາມັກຄີຮັກແພງຂອງພໍ່ແມ່ປະຊາຊົນບັນດາເຜົ່າ. ການເຮັດບຸນສິນກິນທານ ແລະ ການບູຊານັ້ນ ຂໍໃຫ້ທຸກຄົນມີສະຕິລະວັງຕົວ ບໍ່ຟຸມເຟືອຍ, ບໍ່ປະໝາດ ແລະ ຮູ້ຈັກຄຸນຄ່າທີ່ແທ້ຈິງຂອງການປະກອບກິດຈະກຳໃນບຸນດັ່ງກ່າວ.
ຄັດຈາກບົຂອງພຣະ ບຸນທຽນ ພຸດທະວະໂຣ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ ເມືອງວຽງໄຊ ແຂວງຫົວ­ພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງ­ຮອຍປະ­ຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິ...