11/13/16

ພຣະເຈດີໂລກະຈຸລາມະນີ ທີ່ຊາວລາວເຄົາລົບບູຊາ

ຕາມຕຳນານອຸລັງຄະທາດ ພຣະທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນປີ ພ.ສ 236 (ກ່ອນ ຄ.ສ 307 ປີ) ສະໄໝສ້າງເມືອງວຽງຈັນ,ໂດຍພຣະເຈົ້າຈັນທະບຸຣີປະສິດທິສັກ ພ້ອມດ້ວຍພຣະອໍຣະຫັນ 5 ອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະບໍຣົມມະທາດ(ກະດູກ) ຂອງພຣະພຸດທະເຈົ້າມາຈາກປະເທດອິນເດຍ. ການສ້າງພຣະທາດຫຼວງເທື່ອທຳ ອິດນັ້ນພຽງແຕ່ກໍ່ເປັນອຸມຸງຫີນ ກວມພຣະບໍຣົມມະທາດເທົ່ານັ້ນ ແລະ ມີຮູບສີ່ລ່ຽມ, ກວ້າງດ້ານລະ 5 ວາ, ໜາ 2 ວາ ແລະ ສູງ 4 ວາ 3 ສອກ.
ປີ ຄ.ສ 1566 ພາຍຫຼັງການຍ້າຍນະຄອນຫຼວງຈາກ ຫຼວງພະບາງ ລົງມາຕັ້ງຢູ່ ວຽງຈັນ(ຄ.ສ 1560) ພຣະເຈົ້າໄຊຍະເສດຖາທິລາດ ໄດ້ກໍ່ສ້າງພຣະທາດຫຼວງເປັນເທື່ອທີສອງ ແລະ ໄດ້ສ້າງ ເປັນທາດໃຫຍ່ກວມອຸມຸງຫີນອັນເກົ່າ ເຊິ່ງມີພຣະທາດນ້ອຍ 30 ອົງອ້ອມພຣະທາດໃຫຍ່ ເປັນບໍລິວານ ພ້ອມດ້ວຍກົມມະລຽນ ແລະ ຫໍໄຫວ້ທັງ 4 ທິດ. ໃນທາດນ້ອຍແຕ່ລະອົງນັ້ນເພິ່ນ ໄດ້ເອົາຄຳໜັກ 4 ບາດຫຼໍ່ເປັນທາດນ້ອຍໆບັນຈຸໄວ້ເຊິ່ງມີໃບລານທີ່ເຮັດດ້ວຍຄຳຍາວສອກປາຍ(ສອກກຳ) ແລະ ຈາລຶກພາສາບາລີດ້ວຍອັກສອນທຳຮອງໄວ້ທຸກອົງ. ເມື່ອກໍ່ສ້າງສຳເລັດເພິ່ນໄດ້ ໃສ່ຊື່ພຣະທາດວ່າ ”ພຣະເຈດີໂລກະຈຸລາມະນີ” ແຕ່ຄົນສ່ວນຫຼາຍມັກເອິ້ນວ່າທາດຫຼວງ ເຊິ່ງມີ ຄວາມໝາຍວ່າທາດທີ່ໃຫຍ່. ພາຍຫຼັງສ້າງສຳເລັດລົງໃນປີ ຄ.ສ 1570 ຍັງບໍ່ທັນໄດ້ສະຫຼອງ, ພຣະເຈົ້າໄຊຍະເສດຖາທິລາດໄດ້ເດິນທາງລົງໄປ ເມືອງອັດຕະປືແລ້ວຫາຍສາບສູນໄປໃນ ປີ ຄ.ສ 1571.
ປີ ຄ.ສ 1827 ສະໄໝຂອງພຣະເຈົ້າອະນຸວົງ(ວິລະກະສັດ), ນະຄອນຫຼວງວຽງຈັນຖືກສັກດິນາຕ່າງດ້າວທຳລາຍລົງຢ່າງຮາບກ້ຽງ, ກຳແພງນະຄອນຖືກມ້າງເພ, ຫໍໂຮງ ແລະ ວັດວາອາຮາມ ນັບເປັນຮ້ອຍໆວັດ ຖືກຈູດເຜົາເປັນເທົ່າຖ່ານ, ອົງພຣະທາດຫຼວງທີ່ສະຫງ່າງາມມາແຕ່ບູຮານນະການຈຶ່ງກາຍເປັນທາດຮ້າງຢູ່ກາງປ່າ.
ປີ ຄ.ສ 1876 ໂຈນຫໍ້ໄດ້ມາມ້າງເພພຣະທາດນ້ອຍອ້ອມພຣະທາດໃຫຍ່ນັ້ນເພື່ອຊອກຫາ ເງິນຄຳ ແລະ ວັດຖຸມີຄ່າທີ່ຝັງຢູ່ໃນພຣະທາດ ຈຶ່ງເຮັດໃຫ້ພຣະທາດຫຼວງທີ່ເປ່ເພຢູ່ແລ້ວນັ້ນຍິ່ງເປ່ ເພລົງຕື່ມອີກ.
ປີ ຄ.ສ 1900 ເມື່ອຝຣັ່ງໄດ້ຍຶດຄອງ ປະເທດລາວ ແລ້ວພວກເຂົາໄດ້ທຳການສ້ອມແປງສ່ວນຍອດ ຂອງພຣະທາດ ແຕ່ມີຮູບຊົງແຕກຕ່າງຈາກຮູບເກົ່າ ແລະ ໃນເທື່ອນີ້ມີຜູ້ເຖົ້າເລົ່າວ່າ ຜູ້ສ້ອມແປງ ໄດ້ເອົາຄຳຈາກຍອດພຣະທາດໄປ. ອີກຕໍ່ມາ ປີ ຄ.ສ 1929 ລາຊະການຝຣັ່ງໄດ້ມີການສ້ອມແປງ ຄັ້ງໃຫຍ່ຈົນຮອດປີ ຄ.ສ 1935 ຈຶ່ງສຳເລັດ. ການສ້ອມແປງເທື່ອນີ້ແມ່ນໄດ້ສ້ອມແປງຍອດພຣະທາດ, ສ້ອມແປງກົມມະລຽນ, ຫໍໄຫວ້ທາງຕາເວັນຕົກ ແລະ ທາດນ້ອຍທີ່ເພພັງໃຫ້ມີຮູບຊົງຄືເກົ່າ.
ປີ ຄ.ສ 1957 ເມື່ອປະເທດລາວໄດ້ຮັບອິດສະຫຼະພາບເປັນເອກະລາດສົມບູນ ລັດຖະບານລາວພາຍໃຕ້ພຣະບໍລົມມະຊູປະຖຳຂອງພຣະເຈົ້າສີສະຫວ່າງວົງ ໄດ້ນຳພາປະຊາຊົນເຮັດ ບຸນສະເຫຼີມສະຫຼອງ ອາຍຸພຣະພຸດທະສາດສະໜາຄົບຮອບ 2500 ປີ (ພ.ສ 2500) ຈຶ່ງໄດ້ທຳການຟອກຄຳແຕ່ສ່ວນກາງຂຶ້ນໄປ ແລະ ໄດ້ປັ້ນພຣະບໍຣົມມະຮູບ ຂອງພຣະເຈົ້າໄຊຍະເສດຖາທິລາດ ປະດິດສະຖານໄວ້ທາງດ້ານຕາເວັນຕົກ ຊື່ກັບປະຕູເຂົ້າກົມມະລຽນ ເພື່ອເປັນອະນຸສາວະລີ ທີ່ພຣະອົງໄດ້ຊົງສ້າງພຣະທາດຫຼວງຂຶ້ນໃຫ້ເປັນທີ່ສັກກະລະບູຊາຕໍ່ມາ.
ພຣະທາດຫຼວງສູງ 45 ແມັດ, ມີໃບສີມາອ້ອມ 228 ໃບ, ມີບໍລິວານ(ທາດນ້ອຍ) 30 ອົງ ອ້ອມຮອບ ເອິ້ນວ່າປາລະມີສາມສິບທັດ, ຕີນພຣະທາດແຕ່ດ້ານຕາເວັນອອກຫາດ້ານຕາເວັນ ຕົກຍາວ 69 ແມັດ, ແຕ່ດ້ານເໜືອເຖິງດ້ານໃຕ້ຍາວ 68 ແມັດ ແລະ ກົມມະລຽນດ້ານນອກອ້ອມ ພຣະທາດຫຼວງແຕ່ລະດ້ານຍາວ 91.75 ແມັດ.
ພຣະທາດຫຼວງວຽງຈັນ ເປັນບູຮານສະຖານ ທີ່ເປັນເອກະລັກສະເພາະ ຕາມຮູບແບບສະຖາປັດຕະຍະກຳສິລະປະລາວ. ເປັນພຣະທາດສີຄຳຮຸ່ງເຫຼື້ອມ ແລະ ເປັນພຣະທາດ ທີ່ໃຫຍ່ສູງສະຫງ່າງາມ ມີຄວາມໝາຍຄວາມສຳຄັນທີ່ສຸດ ຢູ່ໃນ ສປປ ລາວ. ຂອບເຂດບໍລິເວນ ພຣະທາດຫຼວງ ແມ່ນໄດ້ມີການມາຕັ້ງຖິ່ນຖານອາໄສຢູ່ ຂອງປະຊາຊົນ ເປັນເວລາຫຼາຍຮ້ອຍປີ ຄືໃນຍຸກສະໄໝຂອມ(ສະຕະວັດທີ11- 13)ເປັນຕົ້ນມາ.
ປີ 2016 ເພື່ອກຽມສະຫລອງ ການສ້າງພຣະທາດຫລວງວຽງຈັນ ຄົບ450 ປີ ລັດຖະບານ ແລະ ປະຊາຊົນລາວ ໄດ້ພ້ອມກັນປະຕິສັງຂອນພຣະທາດຫລວງວຽງຈັນ ຄັ້ງຍິ່ງໃຫຍ່ ໂດຍມີການໂອບຄຳທີ່ຍອດທາດໃຫຍ່ ແລະ ທາດນ້ອຍ 30 ອົງ, ທາສີຄຳ ແລະ ບູລະນະອີກຫລາຍໆຢ່າງທີ່ຢູ່ບໍລິເວນທາດ ແລະ ເດີ່ນທາດ ເຊິ່ງໃຊ້ວັດຖຸເງິນຄຳມີມູນຄ່າບໍ່ຕໍ່າກ່ວາ 15 ຕື້ກີບ
ອ່ານເພີ່ມເຕິມໄດ້ ຕາມລິ້ງລຸ່ມນີ້
ຂອບໃຈເຈົ້າຂອງຮູບຖ່າຍ: ເຊິ່ງເກັບໄດ້ຈາກລະບົບອິນເຕີເນັທ
ຂອບໃຈທີ່ອ່ານຈົນຈົບ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ ເມືອງວຽງໄຊ ແຂວງຫົວ­ພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງ­ຮອຍປະ­ຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິ...