11/6/18

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ແຂວງຫົວ­ພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງ­ຮອຍປະ­ຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິດພັນກັບມູນ­ເຊື້ອຂອງພັກ, ມູນ­ເຊື້ອການຕໍ່­ສູ້ປົດປ່ອຍຊາດໃນພາ­ລະ­ກິດປົດປ່ອຍຊາດໃນເມື່ອກ່ອນ ຊຶ່ງພາຍ­ຫຼັງທີ່ສູນກາງພັກໄດ້ຫັນທິດການຕໍ່­ສູ້ແຕ່ຕົ້ນປີ 1960 ກໍໄດ້ເລືອກເອົາດິນ­ແດນ ເຂດຕາ­ແສງ “ຊຽງຊື່”ເປັນທີ່ຕັ້ງສຳ­ນັກ­ງານຂອງສູນກາງພັກ.
(ຂອບໃຈເຈົ້າຂອງຮູບ ເຂດທີ່ໝັ້ນເມືອງ ວຽງໄຊ Viengxay Revolutionary Stronghold Zone) 
(ຂອບໃຈເຈົ້າຂອງຮູບ ເຂດທີ່ໝັ້ນເມືອງ ວຽງໄຊ Viengxay Revolutionary Stronghold Zone) 
ແຕ່ຍ້ອນຈັກ­ກະ­ພັດອາ­ເມ­ລິ­ກາຜູ້ຮຸກຮານໄດ້ໃຊ້ຍົນຍິງທຳ­ລາຍເຂດທີ່ໝັ້ນຂອງການປະ­ຕິ­ວັດຢູ່ລາວຫຼາຍຈຸດ ດ້ວຍເຫດນີ້ກາງປີ 1964 ສູນກາງພັກຈິ່ງໄດ້ຕົກ­ລົງຍົກຍ້າຍ “ສຳ­ນັກ­ງານສູນກາງພັກ, ສູນກາງແນວລາວຮັກຊາດ ແລະອົງການອື່ນໆ” ຈາກບ້ານຊຽງຊື່ມາຢູ່ຕາມຖ້ຳຜາຫີນເຂດ “ທົ່ງນາໄກ-ລ້ອງກູ້”ມາຮອດວັນທີ 30 ພະ­ຈິກ 1968 ສູນກາງພັກຈິ່ງໄດ້ຫັນເອົາ 10 ຕາ­ແສງຂອງເມືອງຊຳເໜືອ, 1 ຕາ­ແສງຂອງເມືອງໂສຍ ລວມແລ້ວມີ11 ຕາ­ແສງ ໂຮມເຂົ້າກັນເປັນ “ເຂດພິ­ເສດ” ໂດຍຢູ່ພາຍໃຕ້ການຊີ້ນຳໂດຍກົງຂອງສູນກາງພັກ ຈົນເຖິງເວລາປະ­ເທດຊາດໄດ້ຮັບການປົດປ່ອຍ 1975 ສູນກາງພັກຈິ່ງໄດ້ຍົກ­ຍ້າຍສຳ­ນັກງານ ອົງ­ການຕ່າງໆມາຢູ່ນະຄອນວຽງຈັນ. 
ໃນຕົ້ນປີ 1976 ສູນກາງພັກ ໄດ້ເຕົ້າໂຮມເອົາ “ເມືອງໂສຍ” ເຂົ້າກັບ “ເຂດພິ­ເສດ” ສ້າງ­ຕັ້ງເປັນ “ເມືອງສຳ­ພັນ” ຂຶ້ນກັບ ແຂວງຫົວ­ພັນ ແລະ ໃນທ້າຍປີດຽວກັນນັ້ນ ກໍໄດ້ປ່ຽນຊື່ “ເມືອງສຳ­ພັນ” ເປັນ “ເມືອງວຽງໄຊ” ຕາມຊື່ລັບ(ນາມປາກກາ) ຂອງທ່ານປະ­ທານ ໄກ­ສອນ ພົມ­ວິ­ຫານ ຈົນມາເຖິງປະ­ຈຸບັນນີ້.
(ຂອບໃຈເຈົ້າຂອງຮູບ ເຂດທີ່ໝັ້ນເມືອງ ວຽງໄຊ Viengxay Revolutionary Stronghold Zone) 
ເພື່ອປົກປັກຮັກ­ສາ ແລະ ເສີມຂະ­ຫຍາຍມູນ­ເຊື້ອປະ­ຫວັດ­ສາດດັ່ງ­ກ່າວ ໂດຍໄດ້ຮັບການຊີ້ນຳຈາກຄະ­ນະປະຈຳພັກແຂວງສະ­ໄໝທີ VII ແລະ ໂດຍການຮ່ວມມືຈາກພະ­ແນກ­ການກ່ຽວ­ຂ້ອງຂັ້ນແຂວງ, ຫ້ອງ­ການກ່ຽວ­ຂ້ອງຂອງເມືອງ ຮ່ວມກັບບໍ­ລິ­ສັດ “ຮົງກຣາດ” ໄດ້ພ້ອມ ກັນສຳຫຼວດສ້າງແຜນແມ່ບົດພັດ ທະນາເມືອງວຽງໄຊນັບແຕ່ປີ 2006-2026 ສະ­ເໜີລັດ­ຖະ­ບານຮັບ­ຮອງ ເຊິ່ງລັດ­ຖະ­ບານກໍໄດ້ອອກ­ດຳ­ລັດເລກທີ 298/ນຍ ລົງວັນທີ 29 ກັນ­ຍາ 2009 ຮັບ­ຮອງເອົາ ເມືອງວຽງໄຊເປັນ “ເມືອງມໍ­ລະ­ດົກ ແລະ ທຳມະຊາດ” ຊຶ່ງໃນແຜນພັດທະນາດັ່ງ­ກ່າວໄດ້ກຳ­ນົດວິ­ໄສທັດ ເພື່ອພັດທະ ນາເມືອງວຽງໄຊຢ່າງ ລະ­ອຽດຄື: 
ສ້າງເມືອງວຽງໄຊໃຫ້ ເປັນເມືອງມໍລະ­ດົກທາງດ້ານປະຫວັດສາດ ແລະ ທຳມະຊາດ, ເປັນເມືອງອຸ­ດົມຮັ່ງ­ມີ, ເມືອງສຸຂະອະນາໄມດີ, ເປັນຕົວເມືອງຍ່າງທ່ຽວຊົມ ແລະສະ­ຫງົບ, ສ້າງເມືອງ ວຽງໄຊ ໃຫ້ເປັນເມືອງສີ­ຂຽວສວຍງາມ ໂດຍໄດ້ບູ­ລະ­ນະປະ­ຕິສັງ­ຂອນ ບັນ­ດາຮ່ອງຮອຍປະ­ຫວັດ­ສາດທີ່ຮັບໃຊ້ແກ່ການປະ­ຕິ­ວັດທີ່ສຳ­ຄັນ ສຳເລັດຫຼາຍແຫ່ງເຊັ່ນຖ້ຳ: ການຄ້າ, ແຜນ­ການ, ຄະ­ນະຈັດຕັ້ງສູນກາງພັກ, ຊ້າງລອດ(ຖ້ຳທະ­ຫານສູນກາງ), ແມ່­ຍິງລາວ, ໂຮງ­ໝໍມິດ­ຕະ­ພາບ, ຖ້ຳທ່ານໜູຮັກ ພູມສະ­ຫວັນ ແລະ ຖ້ຳທ່ານສຸພາ­ນຸວົງ, ສ້ອມ­ແປງເຮືອນ ທ່ານ ປະ­ທານ ໄກ­ສອນ ພົມ­ວິ­ຫານ ແລະ ສ້າງເສັ້ນ­ທາງຍ່າງເຊື່ອມຕໍ່ລະ­ຫວ່າງຖ້ຳຕໍ່ຖ້ຳຊຶ່ງ ມີຄວາມຍາວທັງໝົດ 5,4 ກິ­ໂລ­ແມັດ ນອກ­ຈາກນີ້ຍັງໄດ້ກໍ່­ສ້າງໂຮງຮຽນການ­ເມືອງການປົກ­ຄອງຂອງແຂວງຂຶ້ນທີ່ບໍ­ລິ­ເວນ “ບ້ານບັກ” ເມືອງ ເມືອງໄຊ ຊຶ່ງເມື່ອກ່ອນເປັນທີ່ຕັ້ງ “ໂຮງ­ຮຽນທິດສະດີສູນກາງພັກ” ແຫ່ງທຳອິດ ພ້ອມທັງປະ­ດິດ­ສະ­ຖານຮູບປັ້ນຫຼໍ່ຂອງທ່ານປະ­ທານ ໄກ­ສອນ ພົມ­ວິ­ຫານ ຂຶ້ນຢູ່ສະຖານທີ່ດັ່ງ­ກ່າວ. 
ນອກ­ຈາກນັ້ນຍັງມີບາງໂຄງ ການທີ່ພວມດຳ­ເນີນການກໍ່­ສ້າງ ເຊັ່ນ: ຖ້ຳແນວລາວ, ຖ້ຳສັນ­ຕິລາດ, ກໍ່­ສ້າງຫໍມູນ­ເຊື້ອຂອງແຂວງຕິດພັນກັບເຂດຖ້ຳຜາແດງ, ສ້າງສູນຂໍ້ມູນຂ່າວ­ສານ ແລະ ກໍ່­ສ້າງສວນຊາກຸຣະ, ດຳ­ເນີນການສຳຫຼວດອອກແບບ ແລະ ຂໍທຶນເພື່ອບູລະນະຖ້ຳຈີນ, ໂຄງ­ການອ່າງນ້ຳ ເມືອງວຽງໄຊ, ຖ້ຳທ່ານ ສະໝານ ວິຍະເກດ, ທ່ານ ສີທົນ ກົມມະດຳ, ທ່ານ ໄຟດ່າງ ລໍເບຍຢາວ, ທ່ານ ສີ­ຫະນຸ ແລະ ຖ້ຳຊາວໜຸ່ມ ໂດຍຕິດພັນກັບການບູ­ລະ­ນະ ບັນ­ດາຮ່ອງ­ຮອຍປະ­ຫວັດທີ່ສຳຄັນອື່ນໆ ເພື່ອເຮັດໃຫ້ເມືອງວຽງໄຊ ມີໂສມໜ້າໃໝ່, ກາຍ­ເປັນແຫຼ່ງທ່ອງທ່ຽວທາງປະ­ຫວັດສາດ, ທຳມະຊາດທີ່ໜ້າທ່ຽວຊົມ, ເປັນບ່ອນສຶກສາຮຽນຮູ້ບົດ­ຮຽນທາງ ດ້ານປະ­ຫວັດ­ສາດທີ່ສຳ­ຄັນຂອງ ແຂກທັງພາຍໃນ ແລະຕ່າງປະເທດ.
(ຂອບໃຈເຈົ້າຂອງຮູບ ເຂດທີ່ໝັ້ນເມືອງ ວຽງໄຊ Viengxay Revolutionary Stronghold Zone) 
(ຂອບໃຈທີ່ຕິດຕາມ)

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ ເມືອງວຽງໄຊ ແຂວງຫົວ­ພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງ­ຮອຍປະ­ຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິ...