4/6/16

ສະບາຍດີປີໃໝ່ລາວ ປີ ຈ.ສ ໑໓໗໘


# ນັບ ສີ່ ສາມ ສອງ ໜຶ່ງ ເຖິງປີໃໝ່.....ນັບຖອຍຫລັງ ຟັງຫົວໃຈ ວ່າດົນແທ້
ເມື່ອຂວບເຂົ້າ ປີໃໝ່ລາວ ສະໜຸກແນ່....ຄິດຮອດແທ້ ແມ່ເອີຍ ເຄີຍສົ່ງພອນ...
# ສຸພະລືກ ງາມຍາມດີ ຂຶ້ນປີໃໝ່ ....ຂໍນ້ອມນຳ ພອນໄຊໃຫ້ ສຸກສັນ
ທັງຍິງ-ຊາຍ ໃຫຍ່ນ້ອຍ ທົ່ວເຖິງກັນ....ມີຄວາມສຸກ ທຸກໆວັນ ທຸກໆຄົນ....
ເດືອນນີ້(ເມສາ)ເປັນເດືອນທີ່ຊາວລາວທັງຫລາຍ ໄດ້ຮ່ວມກັນສະເຫລີມສະຫລອງບຸນກຸດສົງການ ຫຼື ບຸນປີໃໝ່ລາວ ຢ່າງຄຶກຄື້ນມ່ວນຊື່ນ, ຜູ້ເຖົ້າຜູ້ແກ່ເພິ່ນເຄີຍ ເລົ່າ ສູ່ຟັງວ່າ: ສະໄໝກ່ອນ ບໍ່ວ່າເຮົາຈະຍ່າງໄປຕາມຂອກແຄແຈຮົ້ວຂອງເຮືອນໃດ ກໍຈະໄດ້ຍິນແຕ່ສຽງແຄນປະສານສຽງກອງຫາງ, ສາບ,ແຊ່ງ,ຄ້ອງ ແລະ ໄດ້ຍິນແຕ່ສຽງຜູ້ຄົນອວຍໄຊໃຫ້ພອນເຊິ່ງກັນແລະກັນ. 
ທຳນາຍວັນສຳຄັນໃນວັນບຸນປີໃໝ່ລາວ ຈ.ສ ໑໓໗໘
- ມື້ມະຫາສົງການ ກົງກັບວັນພຸດ ວັນທີ ໑໓ ເມສາ ໒໐໑໖ ກົງກັບມື້ຂຶ້ນ ໗ ຄໍ່າ ເດືອນຫ້າ ພ.ສ ໒໕໕໘, ຈ.ສ ໑໓໗໗ ເວລາ ໒໐ ໂມງ ໓໖ ນາທີ ໓໖ ວິນາທີ. ນາງ​ສົງ​ການ​(ນາງສັງຂານ)ມີນາມ(ຊື່)ວ່າ: ມົນ​ທາ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ຈຳ​ປາ, ອາ​ພອນ​ປະດັບດ້ວຍແກ້ວ​ໄພ​ທູນ, ພັກ​ສາ​ຫານ​ ໄດ້ແກ່ນົມ​ເນີຍ, ພະ​ຫັດ(ມື)ຂວາ​ຊົງ​ເຂັມ ຫລື ເຫລັກແຫລມ, ພະ​ຫັດ(ມື)ຊ້າຍ​ຊົງ​ໄມ້ເທົ້າ ສະເດັດ​(ໄສຍາດ ຫລື ນອນ) ມາ​ເທິງ​ຫລັງ​ຄັດ​ລະ​ພະ(ລາ ຫລື ມ້າລໍ) ຕາມການທຳນາຍ ສັງຂານລ່ວງແຕ່ຍາມສົນທະຍາ (ໃກ້ຄໍ່າ) ຫາທ່ຽງຄືນ ຈະເຮັດໃຫ້ປວງຊົນ ຢູ່ເຢັນເປັນສຸກ. ສັງຂານລ່ວງວັນວັນພຸດ: ຍັງທຳນາຍໄວ້ວ່າທ້າວພະຍາຈະໄດ້ບັນນາການຈາກຕ່າງເມືອງ ແຕ່ມັກຈະແພ້ເດັກນ້ອຍ(ເດັກອ່ອນ).
- ປີນີ້ມີມື້ເນົາ ໒ ວັນ ຄືວັນພະຫັດ ວັນທີ ໑໔ ແລະ ວັນສຸກ ວັນທີ ໑໕ ເມສາ ໒໐໑໖(ມື້ ໘ ແລະ ໙ ຄໍ່າ ເດືອນຫ້າ); ກ່ຽວກັບມື້ເນົານີ້ ບູຮາໄດ້ທຳນາຍໄວ້ວ່າ: ເນົາວັນພະຫັດ: ຜົນລະໄມ້ຈະແພງ ຄົນທັງຫລາຍຈະໄດ້ຮັບຄວາມເດືອດຮ້ອນ ສ່ວນ ເນົາວັນສຸກ: ໝາກເຜັດຈະແພງ, ແຮ້ງກາຈະຕາຍຫ່າ, ສັດປ່າຈະພົບອັນຕະລາຍ ແມ່ໝ້າຍຈະພົບໂຊກລາບ.
- ວັນຖະເຫຼີງສົກ ຫລື ມື້ສັງຂານຂຶ້ນ ຫລື ມື້ຂຶ້ນປີໃໝ່ ກົງກັບວັນເສົາ ວັນທີ ໑໖ ເມສາ ໒໐໑໖ ເວລາ ໘ ​ໂມງ ໓໔ ນາທີ ໑໒ ວິນາທີ (ກົງກັບມື້ຂຶ້ນ ໑໐ ຄໍ່າ ເດືອນຫ້າ) ເປັນເວລປ່ຽນເປັນປີໃໝ່ ປ່ຽນຈາກ ຈ.ສ ໑໓໗໗ ເປັນ ຈ.ສ ໑໓໗໘. ກ່ຽວກັບມື້ສັງຂານຂຶ້ນປີໃໝ່ນີ້ ບູຮານກໍໄດ້ທຳນາຍໄວ້ວ່າ: ສັງຂານຂຶ້ນວັນເສົາ ເສນາໂຍທາ ຫານ ຈະມີຄວາມສຸກ ປະກອບດ້ວຍວິຊາການຕ່າງໆ ແມ່ນຈະຕໍ່ຍຸດສົງຄາມກັບປະເທດໃດໆ ກໍຈະມີໄຊຊະນະ.
- ປີ ຈ.ສ ໑໓໗໘ ນີ້ ຕາມການທຳນາຍແບບບູຮານ ນາກຫລິ້ນນ້ຳ ໒ ໂຕ ບັນດານໃຫ້ຝົນຕົກ ໕໐໐ ຫ່າ ຕົກໃນຈັກກະວານ ໒໐໐ ຫ່າ, ຕົກໃນປ່າຫິມມະພານ ໑໕໐ ຫ່າ, ຕົກໃນມະຫາສະໝຸດ ໑໐໐ ຫ່າ ແລະ ຕົກໃນ ມະນຸດສະໂລກ ໕໐ ຫ່າ, ຝົນຕົກໄລຍະຕົ້ນປີມີໜ້ອຍ, ກາງປີພໍດີງາມ ແລະ ທ້າຍປີຈະມີຫລາຍ; ປີນີ້ ການຄຳນວນ ຕາມເກນທາຣາທິຄຸນ ແມ່ນຖືທາດວາໂຍ ຫຼື ທາດລົມ ດັ່ງນັ້ນ ຈະມີລົມ-ພາຍຸລົມແຮງ.
- ເກນທັນຍາຫານ ສຳລັບ ປີ ຈ.ສ ໑໓໗໘ ນີ້ ຜົນລະປູກລູກໄມ້, ເຂົ້າໄຮ່ເຂົ້ານາຈະງາມ ທັງນາຫຼຸບ ແລະ ນາໂນນ ຫລື ນາທາມ ແລະ ນາໂຄກ, ປະຊາຊົນຈະຢູ່ດີມີສຸກ ຢູ່ດີກິນດີ ສົມບູນພູນສຸກ(ໄດ້/ເສຍ = ໑໐ /໑)
ກາລະໂຍກ ສະເພາະປີຈຸນລະສັງກາດ ຈ.ສ ໑໓໗໘
ສົກ
ທຸງໄຊ
ອະທິບໍດີ
ອຸບາທ
ໂລກາວິນາສ
ວັນ
ວັນເສົາ ()
ວັນພຸດ()
ວັນສຸກ()
ວັນສຸກ()
ຍາມ
15:00-16:30
3:00-4:30 (7)
13:30-15:00
1:30-3:00 (6)
13:30-15:00
1:30-3:00 (6)
07:30-09:00
19:30-21:00 (2)
ກາລະໂຍກນີ້ເລີ່ມໃຊ້ຫລັງວັນຖະເຫລີງສົກ ວັນເສົາ ວັນທີ ໑໖ ເມສາ ໒໐໑໖ ເວລາ ໐ ມ ໓໔ ນາທີ ໑໒ ວິນາທີ 
# ດັບຮ້ອນ ດັບເຂັນ ຊື່ນເຢັນ ໃຫ້ເປັນສຸກ....ດັບໂສກ ດັບທຸກ ເປັນສຸກສັນ
ດັບອາກາດ ທີ່ເຮັ່ງຮ້ອນ ເຢັນພະລັນ.....ຂໍໃຫ້ເຈົ້າ ສຸກສັນຕະຫລອດໄປ ປີໃໝ່ເອີຍ…

(ຂອບໃຈທີ່ອ່ານ) 

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ ເມືອງວຽງໄຊ ແຂວງຫົວ­ພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງ­ຮອຍປະ­ຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິ...