2/14/14

ມາຢາມເຖິງທີ່ເລີຍນໍ້...ຂອບໃຈທຸກຄົນເດີ້...

ຫລັງຈາກທີ່ລາຍການ“ສົ່ງເສີມສິນລະປິນ” ໄດ້ນຳສະເໜີຜົນງານເພງຂອງ ມຸກດາວັນ ສັນຕິພອນ ໄປບໍ່ດົນ ວານນີ້(13 ກຸມພາ 2014)ເຈົ້າຂອງສຽງຮ້ອງເພງ: ເອີ້ນອ້າຍໃສ່ໝໍ້ ໜຶ້ງ, ສຽງແຄນແທນໃຈ, ນ້ຳຕາໄຫລໃຕ້ຕົ້ນດອກແຄ... ໄດ້ມາຢາມເຖິງສະຖານີ ກໍເລີຍມີພາບສ່ວນໜຶ່ງມາໃຫ້ເບິ່ງ...
ມຸກດາວັນ ສັນຕິພອນ ມອບແຜ່ນເພງຊຸດ“ມົນຮັກບ່າວເມືອງວັງ” ໃຫ້ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ (ບັງເອີນພົບຕອນເພິ່ນລົງມາກິນເຂົ້າທ່ຽງທີ່ຮ້ານອາຫານວິທະຍຸ)
ມຸກດາວັນ ສັນຕິພອນ ແລະ ແດງ ດວງເດືອນ(ຄົນທີ 3 ຂວາຫາຊ້າຍ) ມາຢາມພວກເຮົາ ທີ່ວິທະຍຸກະຈາຍສຽງແຫ່ງຊາດລາວ
ເບິ່ງພາບເພີ່ມເຕີມ ກົດຕາມນີ້ ໄວໆ
ຖ້າຢາກຮູ້ວ່າ ເພງດັງເຄິ່ງສະຕະວັດມີເພງໃດແດ່
(ຂອບໃຈ)

2/11/14

ເຮົາດີໃຈທີ່ຫລາຍຄົນສະແຫວງຫາຄວາມຮັກ...

ຫາກເຮົາໃຝ່ຝັນ ແລະ ໄຂວ່ຄວ້າຫາແຕ່ຄວາມຮັກໂດຍບໍ່ພິຈາລະນາຫາ
ເຫດ ແລະ ຜົນນັ້ນ ມັນອາດເປັນເໝືອນຄຳເວົ້າທີ່ວ່າ:
“ຄວາມຮັກເຮັດໃຫ້ຄົນຫູໜວກ-ຕາບອດ”
ພວກເຮົາມີເລື່ອງໆໜຶ່ງມາໃຫ້ທ່ານໄດ້ອ່ານ
ເພື່ອບາງທີ່ອາດຈະເຮັດໃຫ້ຄົນທີ່ກຳລັງ“ຫູໜວກ-ຕາບອດ” ຢູ່ໄດ້ມີສະຕິ
ຄິດກ່ອນກະທຳຕາມໃຈມັກຂອງຕົນເອງ
(ຂອບໃຈ)

2/7/14

ພິລຶກພິໂລແທ້ ມັນມີຫຍັງຢູ່ໃນໝໍ້ໜຶ້ງຫວາ....

ລາຍການ “ສົ່ງເສີມສິນລະປິນ” ມື້ວັນເສົາ 8 ກຸມພາ 2014 
ທາງລະບົບ AM 567 Khz ຄື້ນສັ້ນ SW 6130 Khz ຫລື 49 ແມັດ
ເວລາ 8:30 am ອາທິດນີ້ ຈະນຳສະເໜີກ່ຽວກັບຜົນງານຂອງນັກແຕ່ງເພງຄົນໜຶ່ງ ເຊິ່ງເພງຂອງເຂົາກຳລັງດັງ...
ອ່ານລາຍລະອຽດໄດ້ຕາມລິ້ງລຸ່ມນີ້
ກົດເລີຍ ໄວໆ 
(ຂອບໃຈ)

2/5/14

ເລື່ອງເກົ່າທີ່ບໍ່ເຄີຍເລົ່າສູ່ໃຜຟັງ

ທ່ານຮູ້ຈັກຄະນະລະຄອນສຽງແຄນລາວແລ້ວ ຫລືຍັງນໍ້...
ມີຫລາຍຄົນເຄີຍຟັງລະຄອນວິທະຍຸຈາກວິທະຍຸກະຈາຍສຽງແຫ່ງຊາດລາວ
ເປັນການສະແດງຈາກຄະນະລະຄອນສຽງແຄນລາວ....

.....ແຕ່ມີຈັກຄົນທີ່ຮູ້ວ່າ ມີໃຜແດ່ທີ່ມີບົດບາດໃນທີມງານນີ້
...ກົດທຸກແຖວ ມີແນວຕ່າງກັນໃຫ້ອ່ານ...

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ ເມືອງວຽງໄຊ ແຂວງຫົວ­ພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງ­ຮອຍປະ­ຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິ...