8/31/16

ເລື່ອງເລົ່າ “ບຸນຫໍ່ເຂົ້າປະດັບດິນ”

ເລື່ອງເລົ່າ “ບຸນຫໍ່ເຂົ້າປະດັບດິນ”.
ຄຳຜ່ອນ ໄຊອຸດົມ ສັງລວມ

ມື້ແຮມ 14 ຄໍ່າ ເດືອນ 9 ບຸນຫໍ່ເຂົ້າປະດັບດິນ ຕາມຮີດຄອງປະເພນີ, ເຊິ່ງບັນພະບຸຣຸດລາວເຮົາໄດ້ປະຕິບັດສືບກັນມາເປັນເວລາຍາວນານ ຈົນກາຍເປັນຮີດຄອງປະເພນີ ແລະ ວັດທະນາທຳປະຈຳຊາດ ເຊິ່ງບັນຍັດໄວ້ໃນຮີດ 12 ວ່າ: ເດືອນເກົ້າ(ດັບ) “ ບຸນຫໍ່ປະດັບດິນ ”.

ກ່ຽວກັບຮີດຄອງປະເພນີ ການທຳບຸນຫໍ່ເຂົ້າປະດັບດິນຂອງຄົນບູຮານ ທີ່ໄດ້ປະຕິບັດກັນມາຈົນເຖິງປັດຈຸບັນນີ້,ກ່ອນມີການທຳບຸນ ປະຊາຊົນກໍມີການຫ້າງຫາກະກຽມເຄື່ອງໄທຍະທານຕ່າງໆ ເປັນຕົ້ນວ່າ, ຫໍ່ເຂົ້າຕົ້ມເຂົ້າໜົມ ແລະ ວັດຖຸໄທຍະທານອື່ນໆໄວ້ພ້ອມ, ເຂົ້າຕົ້ມເຂົ້າໜົມເຫລົ່ານັ້ນຈະແບ່ງອອກເປັນສີ່ສ່ວນຄື: ສ່ວນໜຶ່ງ ແບ່ງໄວ້ເພື່ອຮັບປະທານພາຍໃນຄອບຄົວ, ສ່ວນທີ່ສອງແບ່ງໃຫ້ຍາດພີນ້ອງ ເພື່ອນມິດສະຫາຍໄດ້ກິນ, ສ່ວນທີ່ສາມແບ່ງໄວ້ທຳບຸນຕັກບາດຖວາຍໃຫ້ແກ່ພຣະສົງສາມະເນນ ເພື່ອອຸທິດຢາດນໍ້າໄປໃຫ້ເຜດຜີ, ສ່ວນທີ່ສີ່ເອົາໃສ່ໃບຕອງ ເພື່ອແຈກຢາຍ ໃຫ້ຜີບໍ່ມີຍາດ ເຊິ່ງນິຍົມເອົາໄປວາງໄວ້ຕາມລະບຽງສີມ, ຕ້າຍວັດ, ທາງຮ່ອມ,ເແຈຮົ້ວ, ເດີ່ນຫຍ້າ,ຕັ້ງແຕ່ເຊົ້າມືດ ຫລື ລະຫວ່າງ “ ມືດສົ່ງໂພງ ” ປະມານ 4-5 ໂມງເຊົ້າຂອງມື້ເດືອນເກົ້າດັບ, ເພື່ອໃຫ້ເຜດຜີມາຮັບເອົາຕາມຄວາມເຊື່ອຖືຂອງຄົນໂບຮານ ກ່ອນມີພຸດທະສາສະໜາ, ຫໍ່ສິ່ງຂອງເຫຼົ່ານັ້ນເມື່ອຖືກຝົນ ແດດລົມ ນົກກາ ໝູໝາ ເປັດໄກ່ ກັບຈິກຕອດ ກໍຈະຕົກເຮັ່ຍສະຊາຍຕາມດິນ ຕາມຫຍ້າ ຄົນກໍເລີ່ຍພາກັນຮຽກວ່າຫໍ່ເຂົ້າປະດັບດິນ.

ປະເພນີນີ້ສືບເນື່ອງຈາກຮີດຄອງຂອງພາມ ເຊິ່ງເລື່ອງມີຢູ່ວ່າ: ມີພາມຄອບຄົວໜຶ່ງ ມີລູກຊາຍຄົນດຽວ ພໍ່ແມ່ຮັກເໝືອນແກ້ວຕາດວງໃຈ ເມື່ອລູກຊາຍອາຍຸໄດ້ 16 ປີກໍມາຕາຍ, ພໍ່ແມ່ໂສກເສົ້າເສຍໃຈຫຼາຍ ກິນບໍ່ໄດ້ນອນບໍ່ຫລັບເພາະຄິດຮອດລູກ ຫລັງຈາກຕາຍແລ້ວກໍນຳໄປຝັງໄວ້ທີ່ປ່າຊ້າ ປູກເຮືອນໃຫ້ຫລັງໜຶ່ງພ້ອມທັງເຄື່ອງໃຊ້ສອຍທີ່ຢູ່ທີ່ນອນຄົບຖ້ວນບໍລິບູນ, ແລ້ວແຕ່ງຄົນໃຊ້ໄປສົ່ງເຂົ້າທຸກວັນໆ ຢູ່ມາວັນໜຶ່ງຝົນຕົກແຮງ ນໍ້າຫລາຍ ຄົນໃຊ້ຂ້າມໄປສົ່ງເຂົ້າບໍ່ໄດ້ ກໍເລີຍກັບ ແລ້ວມາເຫັນພິກຂຸໄປບິນທະບາດ ຈຶ່ງຕັດສິນໃຈເອົາເຂົ້າໃສ່ບາດແລ້ວອຸທິດສ່ວນບຸນໄປໃຫ້ລູກຊາຍຂອງພາມຄົນນັ້ນ. ໃນຄືນວັນນັ້ນພາມຜູ້ເປັນພໍ່ຝັນເຫັນລູກຊາຍມາບອກວ່າ ຕັ້ງແຕ່ລູກຕາຍໄປກໍ່ໄດ້ມາກິນເຂົ້າແຕ່ວັນວານນີ້ເທົ່ານັ້ນ;ພໍ ພາມຕື່ນຂຶ້ນມາກໍນຶກປະຫລາດໃຈໃນຄວາມຝັນນັ້ນ ຈຶ່ງຮຽກຄົນໃຊ້ນັ້ນມາຖາມວ່າ: ຂ້ອຍໃຫ້ເຈົ້າໄປສົ່ງເຂົ້າໃຫ້ລູກຊາຍຢູ່ໃນປ່າຊ້າ ເຈົ້າໄດ້ໄປທຸກມື້ບໍ່? ຄົນໃຊ້ກໍຕອບວ່າ ໄດ້ໄປທຸກມື້ເວັ້ນໄວ້ແຕ່ມື້ວັນວານນີ້ບໍ່ໄດ້ໄປ ເພາະຝົນ ຕົກແຮງ ນໍ້າຫລາຍ ຂ້າມໄປສົ່ງເຂົ້າບໍ່ໄດ້ ຂ້ານ້ອຍກັບມາພົບພິກຂຸໄປບິນທະບາດ ຂ້ານ້ອຍຈຶ່ງໄດ້ເອົາເຂົ້າໃສ່ບາດໃຫ້ພິກຂຸແລ້ວອຸທິດສ່ວນບຸນກຸສົນໄປໃຫ້ລູກຊາຍຂອງທ່ານ.

ເມື່ອພາມໄດ້ຟັງຄົນຕອບກໍນຶກປະຫລາຍໃຈ ຈຶ່ງເຂົ້າໄປເຝົ້າພຣະພຸດທະເຈົ້າ ຂາບທຸນເລື່ອງນັ້ນໃຫ້ຊົງຊາບ ພຣະພຸດ ທະເຈົ້າກໍໄດ້ຕັດເທດສະນາແກ່ພາມວ່າ ທ່ານພາມເຮັດຢ່າງນີ້ບໍ່ຖືກຕ້ອງ ເຮົາຈະສະແດງໃຫ້ທ່ານຟັງຜູ້ມີສັດທາຢາກຈະອະນຸເຄາະແກ່ເຜດຜີທີ່ລວງຫລັບໄປແລ້ວ ກໍໃຫ້ທຳບຸນຖວາຍທານແກ່ພຣະສົງຜູ້ມີສິນ ມີກັນລະຍານະທັມແລ້ວອຸທິດສ່ວນບຸນໄປໃຫ້ຜູ້ຕາຍໄປຍ່ອມມີໄດ້ຮັບຜົນທານນັ້ນເໝືອນດັ່ງຄົນໃຊ້ຂອງທ່ານເອົາເຂົ້າໃສ່ບາດໃຫ້ພຣະສົງແລ້ວອຸທິດສ່ວນບຸນໄປໃຫ້ ລູກຂອງທ່ານຈຶ່ງໄດ້ຮັບປະທານອາຫານ ເຊິ່ງປະກົດໃນຄວາມຝັນຂອງທ່ານນັ້ນ ເມື່ອພາມໃດ້ຟັງແລ້ວກໍເຂົ້າໃຈ ເກີດສັດທາເລື້ອມໃສສະແດງຕົນເປັນພຸດທະມາ ມະກະນັບຖືພຣະພຸດທະສາສະໜາຕະຫລອດຊີວິດ.

ມີການກ່າວຂານກັນມາວ່າ: ວ່າກ່ອນພຣະພຸດທະເຈົ້າຕັດສະຮູ້ນັ້ນ ລູກຫລານຄິດຮອດພໍ່, ແມ່ປູ່ຍາຕາທວດທີ່ຕາຍໄປແລ້ວກໍຈະພາກັນເອົາເຂົ້າປາອາຫານຫວານຄາວຫຼືສິ່ງຂອງທີ່ເພີ່ນມີ ນຳໄປວາງໄວ້ຕາມຂຸມຝັງສົບທີ່ປ່າຊ້າ ຫຼືສະຖານທີ່ອື່ນໆທີ່ຄິດວ່າເໝາະສົມ ເພື່ອໃຫ້ວິນຍານຂອງທ່ານມາຮັບເອົາ ປະເພນີອັນນີ້ກໍຍັງໄດ້ສືບທອດກັນມາຈົນເຖິງທຸກວັນນີ້.

ມີອີກເລື່ອງໜຶ່ງທີ່ກ່າວໄວ້ໃນທຳມະບົດວ່າ: ໃນອະດີດຕະການ ນັບຢ້ອນຫຼັງໄປສະໄໝພຣະພຸດທະເຈົ້າຂອງເຮົາຍັງບໍ່ປະລິນິບພານ(ຕາຍ) ມີຍາດພີ່ນ້ອງຂອງພຣະເຈົ້າພິມພິສານ ທີ່ມັກລັກກິນຂອງທີ່ຈະຖວາຍແກ່ພຣະສົງຢູ່ໃນໂຮງທານພ້ອມທັງເງິນຢູ່ໃນພຣະຄັງຫລວງ. ຫລັງຈາກຕາຍໄປ ກໍກາຍເປັນເພດຜີເປືອຍກາຍທີ່ອືດຢາກຫອດຫິວ, ຮ່າງກາຍຈ່ອຍຜອມໂຕດຳຄືຖ່ານ ປາກແຫຼມຄືເຂັມ ກິນ-ດື່ມລຳບາກ ຢ້ອນຜົນກຳຕາມສະໜອງ ພວກເຂົາຕ້ອງທົນທຸກ ທໍລະມານເປັນເວລາຍາວນານ; ພຣະເຈົ້າພິມພິສານເຊິ່ງເປັນຍາດຂອງເຜດເຫຼົ່ານັ້ນ ພຣະອົງກໍບໍ່ຮູ້ວ່າຍາດຂອງເພີ່ນຕາຍໄປເປັນເຜດ ເຊິ່ງປົກກະຕິແລ້ວ ພຣະເຈົ້າພິມພິສານໄດ້ອຸປະຖໍາຄໍ້າຊູພຣະພຸດທະສາສະໜາ ແລະໄດ້ທຳບຸນໃຫ້ທານແກ່ພຣະສົງສາວົກທຸກໆວັນ ແຕ່ບໍ່ໄດ້ຍາດນໍ້າອຸທິດສ່ວນບຸນກຸສົນໄປໃຫ້ເຜດຜີເລົ່ານັ້ນ, ຢູ່ມາຄືນໜຶ່ງເຜດເຫຼົ່ານັ້ນທົນລໍຄອຍຮັບຜົນທານຈາກພຣະເຈົ້າພິມພິສານບໍ່ໄຫວ ຈື່ງໄດ້ພາກັນໄປສະແດງປະຕິກິຣິຍາຢູ່ໃນຜາສາດທີ່ບັນທົມ ຂອງເຈົ້າ ພິມພິສານ ຄືພາກັນຮ້ອງໄຫ້ສົ່ງສຽງເຢັນເປັນຕາຢ້ານກົວ ຈົນຂົນຫົວລຸກ ໜັງຫົວຟອງ ປະກົດແກ່ພຣະເຈົ້າພິມພິສານໄດ້ເຫັນ. ພຣະອົງຕື່ນຈາກການບັນທົມ ກໍຄິດສົງໄສວ່າແມ່ນເຫດອັນໃດຈຶ່ງເປັນຄືແນວນີ້ ຈຶ່ງໄດ້ນຳເອົາເຫດການອັນນັ້ນໄປເລົ່າສູ່ ພຣະພຸດທະເຈົ້າໄດ້ຟັງ ເຊິ່ງເພິ່ນໄດ້ແນະນຳໃຫ້ພຣະເຈົ້າພິມພິສານ ໄດ້ໃຫ້ທານ ແລະ ຢາດນ້ຳອຸທິດສ່ວນບຸນ ກຸສົນໃຫ້ ເຜດຜີເລົ່ານັ້ນ ເມື່ອພວກເຂົາໄດ້ຮັບສ່ວນບຸນກຸສົນແລ້ວ ເຂົາກໍຈະບໍ່ມາລົບກວນ ແລະ ຈະໄດ້ໄປສູ່ພົບທີ່ ດີມີສຸກ.

ການທຳບຸນຫໍ່ເຂົ້າປະດັບດິນ ກໍເປັນສ່ວນໜຶ່ງໃນການສົ່ງເສີມພຣະພຸດທະສາສະໜາໃຫ້ຈະເລີນ ເພາະສະນັ້ນ ພວກເຮົາຄວນຮັກສາຮີດຄອງປະເພນີ ແລະ ວັດທະນາທຳອັນດີງາມນີ້ເອົາໄວ້ໃຫ້ອະນຸຊົນຄົນຮຸ້ນຫລັງໄດ້ສືບທອດຕໍ່ໄປ. ເຊິ່ງປະເພນີການຫໍ່ເຂົ້າປະດັບດິນບຸນຫໍ່ເຂົ້າປະດິນ ເປັນບຸນປະເພນີປະຈຳເດືອນ (ເກົ້າ) 9 ດັບ ທີ່ໄດ້ປະຕິບັດສືບທອດກັນມາເປັນເວລາຍາວນານ ຈົນກາຍເປັນຮີດຄອງປະເພນີປະຈຳຊາດໃນເມື່ອກ່ອນເຊິ່ງມີບັນຍັດໄວ້ຮີດ 12 ວ່າ ເດືອນ 9 ດັບ ເອົາບຸນຫໍ່ເຂົ້າປະດັບດິນ.

ລວມຄວາມວ່າ: ຄຳວ່າ ຫໍ່ເຂົ້າປະດັບດິນ ຖືເອົາຕາມລັກສະນະການກະທຳຂອງຄົນບຸນຮານກ່ອນການນັບຖື ພຸດທະສາສະໜາ ຄືການເອົມໃບຕອງກ້ວຍມາຫໍ່ເຂົ້າຕົ້ມເຂົ້າໜົມ,ກ້ວຍ,ອ້ອຍ,ຊີ້ນແຫ້ງ,ປາແຫ້ງ, ໝາກ-ພູ, ຢາສູບ ລວມ ກັນເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການຂອງໃຜລາວ ແລ້ວກໍເອົາໄປວາງໄວ້ຕາມ ພຣະທາດເຈດີລະ ບຽງສີມ ຕ້າຍວັດ ທາດພໍ່ແມ່ ປູ່ ຍ່າຕາທວດ ຫຼື ເອົາໄປວາງໄວ້ຕາມກ້ອງຕົ້ນໄມ້, ຕາມດິນຕາມຫຍ້າ ໃນເວລາຂ້ອນ ແຈ້ງ ຫລື ເວລາເຊົ້າມືດປະມານ 4-5 ໂມງເຊົ້າ ຫລື ຄົນລາວມັກເອີ້ນວ່າ: “ມືດສົ່ງໂພງ” ຂອງມື້ເດືອນເກົ້າດັບ, ເພື່ອໃຫ້ພໍ່ແມ່, ປູ່ຍ່າຕາທວດມາຮັບເອົາຂອງທານຕາມຄວາມເຊື່ອຖືຂອງຄົນບູຮານ ຫໍ່ສິ່ງຂອງເຫລົ່ານັ້ນເມື່ອຖືກຝົນລົມ ແດດນົກກາ ໝູ ໝາເປັດໄກ່ ກັດຈິກຕອດ ກໍຈະຕົກເຮ່ຍສະຊາຍຕາມດິນຕາມຫຍ້າ ຄົນກໍເລີຍພາກັນຮ້ອງວ່າ: “ ຫໍ່ເຂົ້າປະດັບດິນ ”

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ ເມືອງວຽງໄຊ ແຂວງຫົວ­ພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງ­ຮອຍປະ­ຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິ...