11/13/16

ພຣະເຈດີໂລກະຈຸລາມະນີ ທີ່ຊາວລາວເຄົາລົບບູຊາ

ຕາມຕຳນານອຸລັງຄະທາດ ພຣະທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນປີ ພ.ສ 236 (ກ່ອນ ຄ.ສ 307 ປີ) ສະໄໝສ້າງເມືອງວຽງຈັນ,ໂດຍພຣະເຈົ້າຈັນທະບຸຣີປະສິດທິສັກ ພ້ອມດ້ວຍພຣະອໍຣະຫັນ 5 ອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະບໍຣົມມະທາດ(ກະດູກ) ຂອງພຣະພຸດທະເຈົ້າມາຈາກປະເທດອິນເດຍ. ການສ້າງພຣະທາດຫຼວງເທື່ອທຳ ອິດນັ້ນພຽງແຕ່ກໍ່ເປັນອຸມຸງຫີນ ກວມພຣະບໍຣົມມະທາດເທົ່ານັ້ນ ແລະ ມີຮູບສີ່ລ່ຽມ, ກວ້າງດ້ານລະ 5 ວາ, ໜາ 2 ວາ ແລະ ສູງ 4 ວາ 3 ສອກ.
ປີ ຄ.ສ 1566 ພາຍຫຼັງການຍ້າຍນະຄອນຫຼວງຈາກ ຫຼວງພະບາງ ລົງມາຕັ້ງຢູ່ ວຽງຈັນ(ຄ.ສ 1560) ພຣະເຈົ້າໄຊຍະເສດຖາທິລາດ ໄດ້ກໍ່ສ້າງພຣະທາດຫຼວງເປັນເທື່ອທີສອງ ແລະ ໄດ້ສ້າງ ເປັນທາດໃຫຍ່ກວມອຸມຸງຫີນອັນເກົ່າ ເຊິ່ງມີພຣະທາດນ້ອຍ 30 ອົງອ້ອມພຣະທາດໃຫຍ່ ເປັນບໍລິວານ ພ້ອມດ້ວຍກົມມະລຽນ ແລະ ຫໍໄຫວ້ທັງ 4 ທິດ. ໃນທາດນ້ອຍແຕ່ລະອົງນັ້ນເພິ່ນ ໄດ້ເອົາຄຳໜັກ 4 ບາດຫຼໍ່ເປັນທາດນ້ອຍໆບັນຈຸໄວ້ເຊິ່ງມີໃບລານທີ່ເຮັດດ້ວຍຄຳຍາວສອກປາຍ(ສອກກຳ) ແລະ ຈາລຶກພາສາບາລີດ້ວຍອັກສອນທຳຮອງໄວ້ທຸກອົງ. ເມື່ອກໍ່ສ້າງສຳເລັດເພິ່ນໄດ້ ໃສ່ຊື່ພຣະທາດວ່າ ”ພຣະເຈດີໂລກະຈຸລາມະນີ” ແຕ່ຄົນສ່ວນຫຼາຍມັກເອິ້ນວ່າທາດຫຼວງ ເຊິ່ງມີ ຄວາມໝາຍວ່າທາດທີ່ໃຫຍ່. ພາຍຫຼັງສ້າງສຳເລັດລົງໃນປີ ຄ.ສ 1570 ຍັງບໍ່ທັນໄດ້ສະຫຼອງ, ພຣະເຈົ້າໄຊຍະເສດຖາທິລາດໄດ້ເດິນທາງລົງໄປ ເມືອງອັດຕະປືແລ້ວຫາຍສາບສູນໄປໃນ ປີ ຄ.ສ 1571.
ປີ ຄ.ສ 1827 ສະໄໝຂອງພຣະເຈົ້າອະນຸວົງ(ວິລະກະສັດ), ນະຄອນຫຼວງວຽງຈັນຖືກສັກດິນາຕ່າງດ້າວທຳລາຍລົງຢ່າງຮາບກ້ຽງ, ກຳແພງນະຄອນຖືກມ້າງເພ, ຫໍໂຮງ ແລະ ວັດວາອາຮາມ ນັບເປັນຮ້ອຍໆວັດ ຖືກຈູດເຜົາເປັນເທົ່າຖ່ານ, ອົງພຣະທາດຫຼວງທີ່ສະຫງ່າງາມມາແຕ່ບູຮານນະການຈຶ່ງກາຍເປັນທາດຮ້າງຢູ່ກາງປ່າ.
ປີ ຄ.ສ 1876 ໂຈນຫໍ້ໄດ້ມາມ້າງເພພຣະທາດນ້ອຍອ້ອມພຣະທາດໃຫຍ່ນັ້ນເພື່ອຊອກຫາ ເງິນຄຳ ແລະ ວັດຖຸມີຄ່າທີ່ຝັງຢູ່ໃນພຣະທາດ ຈຶ່ງເຮັດໃຫ້ພຣະທາດຫຼວງທີ່ເປ່ເພຢູ່ແລ້ວນັ້ນຍິ່ງເປ່ ເພລົງຕື່ມອີກ.
ປີ ຄ.ສ 1900 ເມື່ອຝຣັ່ງໄດ້ຍຶດຄອງ ປະເທດລາວ ແລ້ວພວກເຂົາໄດ້ທຳການສ້ອມແປງສ່ວນຍອດ ຂອງພຣະທາດ ແຕ່ມີຮູບຊົງແຕກຕ່າງຈາກຮູບເກົ່າ ແລະ ໃນເທື່ອນີ້ມີຜູ້ເຖົ້າເລົ່າວ່າ ຜູ້ສ້ອມແປງ ໄດ້ເອົາຄຳຈາກຍອດພຣະທາດໄປ. ອີກຕໍ່ມາ ປີ ຄ.ສ 1929 ລາຊະການຝຣັ່ງໄດ້ມີການສ້ອມແປງ ຄັ້ງໃຫຍ່ຈົນຮອດປີ ຄ.ສ 1935 ຈຶ່ງສຳເລັດ. ການສ້ອມແປງເທື່ອນີ້ແມ່ນໄດ້ສ້ອມແປງຍອດພຣະທາດ, ສ້ອມແປງກົມມະລຽນ, ຫໍໄຫວ້ທາງຕາເວັນຕົກ ແລະ ທາດນ້ອຍທີ່ເພພັງໃຫ້ມີຮູບຊົງຄືເກົ່າ.
ປີ ຄ.ສ 1957 ເມື່ອປະເທດລາວໄດ້ຮັບອິດສະຫຼະພາບເປັນເອກະລາດສົມບູນ ລັດຖະບານລາວພາຍໃຕ້ພຣະບໍລົມມະຊູປະຖຳຂອງພຣະເຈົ້າສີສະຫວ່າງວົງ ໄດ້ນຳພາປະຊາຊົນເຮັດ ບຸນສະເຫຼີມສະຫຼອງ ອາຍຸພຣະພຸດທະສາດສະໜາຄົບຮອບ 2500 ປີ (ພ.ສ 2500) ຈຶ່ງໄດ້ທຳການຟອກຄຳແຕ່ສ່ວນກາງຂຶ້ນໄປ ແລະ ໄດ້ປັ້ນພຣະບໍຣົມມະຮູບ ຂອງພຣະເຈົ້າໄຊຍະເສດຖາທິລາດ ປະດິດສະຖານໄວ້ທາງດ້ານຕາເວັນຕົກ ຊື່ກັບປະຕູເຂົ້າກົມມະລຽນ ເພື່ອເປັນອະນຸສາວະລີ ທີ່ພຣະອົງໄດ້ຊົງສ້າງພຣະທາດຫຼວງຂຶ້ນໃຫ້ເປັນທີ່ສັກກະລະບູຊາຕໍ່ມາ.
ພຣະທາດຫຼວງສູງ 45 ແມັດ, ມີໃບສີມາອ້ອມ 228 ໃບ, ມີບໍລິວານ(ທາດນ້ອຍ) 30 ອົງ ອ້ອມຮອບ ເອິ້ນວ່າປາລະມີສາມສິບທັດ, ຕີນພຣະທາດແຕ່ດ້ານຕາເວັນອອກຫາດ້ານຕາເວັນ ຕົກຍາວ 69 ແມັດ, ແຕ່ດ້ານເໜືອເຖິງດ້ານໃຕ້ຍາວ 68 ແມັດ ແລະ ກົມມະລຽນດ້ານນອກອ້ອມ ພຣະທາດຫຼວງແຕ່ລະດ້ານຍາວ 91.75 ແມັດ.
ພຣະທາດຫຼວງວຽງຈັນ ເປັນບູຮານສະຖານ ທີ່ເປັນເອກະລັກສະເພາະ ຕາມຮູບແບບສະຖາປັດຕະຍະກຳສິລະປະລາວ. ເປັນພຣະທາດສີຄຳຮຸ່ງເຫຼື້ອມ ແລະ ເປັນພຣະທາດ ທີ່ໃຫຍ່ສູງສະຫງ່າງາມ ມີຄວາມໝາຍຄວາມສຳຄັນທີ່ສຸດ ຢູ່ໃນ ສປປ ລາວ. ຂອບເຂດບໍລິເວນ ພຣະທາດຫຼວງ ແມ່ນໄດ້ມີການມາຕັ້ງຖິ່ນຖານອາໄສຢູ່ ຂອງປະຊາຊົນ ເປັນເວລາຫຼາຍຮ້ອຍປີ ຄືໃນຍຸກສະໄໝຂອມ(ສະຕະວັດທີ11- 13)ເປັນຕົ້ນມາ.
ປີ 2016 ເພື່ອກຽມສະຫລອງ ການສ້າງພຣະທາດຫລວງວຽງຈັນ ຄົບ450 ປີ ລັດຖະບານ ແລະ ປະຊາຊົນລາວ ໄດ້ພ້ອມກັນປະຕິສັງຂອນພຣະທາດຫລວງວຽງຈັນ ຄັ້ງຍິ່ງໃຫຍ່ ໂດຍມີການໂອບຄຳທີ່ຍອດທາດໃຫຍ່ ແລະ ທາດນ້ອຍ 30 ອົງ, ທາສີຄຳ ແລະ ບູລະນະອີກຫລາຍໆຢ່າງທີ່ຢູ່ບໍລິເວນທາດ ແລະ ເດີ່ນທາດ ເຊິ່ງໃຊ້ວັດຖຸເງິນຄຳມີມູນຄ່າບໍ່ຕໍ່າກ່ວາ 15 ຕື້ກີບ
ອ່ານເພີ່ມເຕິມໄດ້ ຕາມລິ້ງລຸ່ມນີ້
ຂອບໃຈເຈົ້າຂອງຮູບຖ່າຍ: ເຊິ່ງເກັບໄດ້ຈາກລະບົບອິນເຕີເນັທ
ຂອບໃຈທີ່ອ່ານຈົນຈົບ

10/16/16

ບຸນອອກພັນສາປະວໍຣະນາ

ອອກພັນສາປະວໍຣະນາ ແລະ ຄວາມໝາຍຂອງຄວາມສຳຄັນ
ຄຳວ່າ "ພັນສາ" ໄດ້ແກ່ປີຫຼືືຣະດູຝົນ ພາຍໃນປີໜຶ່ງມີ 4 ເດືອນ ແຕ່ໄດ້ອະນຸຍາດໃຫ້ພຣະສົງສຳມະເນນຈຳພັນສາເປັນເວລາ 3 ເດືອນຄື ເລີ່ມແຕ່ແຮມ 1 ຄ່ຳເດືອນ 8 ລາວ ເຖິງຂຶ້ນ 15 ຄ່ຳເດືອນ 11. 
ຄຳວ່າ"ອອກ"ໄດ້ແກ່ການອອກຈາກເຂດຈຳກັດ ຫຼື ອອກຈາກເຂດວັດໄປພັກແຮມບ່ອນອື່ນໄດ້ ຈິ່ງເອີ້ນວ່າ: "ບຸນອອກພັນສາ" ເຊິ່ງເປັນບຸນປາງໜຶ່ງໃນຮີດ 12 ຂອງລາວເຮົາ ເພື່ອເປີດໂອກາດໃຫ້ແກ່ພຣະສົງ-ສາມະເນນ ໄດ້ກະທຳກິດຂອງພຣະສາສະນາ ເຊັ່ນ: ໄປເທດ ຫລື ໄປສັ່ງສອນປະຊາຊົນເພື່ອຕໍ່ອາຍຸຂອງພຸດທະສາສະນາ ແລະໄປຢ້ຽມຢາມຍາດຕິພີ່ນ້ອງ ອຸປະຊາອາຈານເປັນຕົ້ນ. 
ກ່ອນຈະອອກພັນສາພຣະສົງຕ້ອງປະວໍຣະນາຕົວກ່ອນ ເພາະຄຳວ່າ: "ປະວໍຣະນາ" ແປວ່າ ການເປີດໂອກາດໃຫ້ພຣະສົງໄດ້ວ່າກ່າວຕັກເຕືອນກັນ ເພາະວ່າເມື່ອອອກພັນສາແລ້ວຕ່າງຄົນຕ່າງໄປ ບາງເທື່ອອາດຈະມີຜູ້ເຮັດຜິດລະບຽບວິນັຍ; ສ່ວນພຣະສົງຜູ້ມີເຈຕະນາດີກໍ່ຈະສາມາດຕັກເຕືອນເຊິ່ງກັນ ແລະ ກັນໄດ້ຄືກັນ. ໃນຂອບເຂດການ "ປະວໍຣະນາ" ກຳໜົດແຕ່ແຮມ 1 ຄ່ຳເດືອນ 11 ຮອດມື້ຂຶ້ນ 15 ຄ່ຳເດືອນ 12.
ມື້ເຮັດ "ບຸນອອກພັນສາ" ພຣະສົງສາມະເນນ ຈະຕື່ນແຕ່ເຊົ້າ ຕີກອງເດິກ ໄຫວ້ພຣະສູດມົນພ້ອມກັນ ແລ້ວ "ກ່າວຄຳປະວໍຣະນາ" ສ່ວນຝ່າຍຄະລືຫັດ ສັດທາຊາວບ້ານກໍ່ກຽມຕົວມາກະທຳບຸນກຸສົນ ໂດຍການກຽມອາຫານຫວານຄາວ ເພື່ອນຳມາໃຫ້ທານ,ຮັກສາສິນ ຟັງທັມຮ່ວມກັນທີ່ວັດ.

ການໄຕ້ປະທີບໄຫລເຮືອໄຟນ້ຳ-ບົກ ບູຊາຂັ້ນໄດແກ້ວຈູດບັ້ງໄຟດອກ
ໃນມື້ຂຶ້ນ 15 ຄ່ຳ ເດືອນ 11 ສັດທາຊາວບ້ານ ແລະ ພຣະສົງສາມະເນນ ຈະຮ່ວມກັນສ້າງເຮືອໄຟຂຶ້ນ ໃນເຂດຂອງວັດໃບບ່ອນທີ່ເຫມາະສົມ; ພໍຮອດຕອນຄ່ຳກໍ່ນຳອົາປະທີບ, ນ້ຳມັນ, ດອກໄມ້ ທູບທຽນມາຈູດໄຕ້ບູຊາພຣະຣັດຕະນະໄຕຣ. ບາງບ້ານທີ່ຢູ່ໃກ້ແມ່ນ້ຳກໍ່ເຮັດເຮືອໄຟ ຫລັງຈາກຈູດໄຟຮຸ່ງສະຫວ່າງດີແລ້ວ ກຈະນຳໄປໄຫລນ້ຳ ເພື່ອບູຊາເຈົ້າແມ່ຄົງຄາ ພະຍານາກຕາມຄວາມເຊື່ອຖື.
ການບູຊາປະທີບ-ນ້ຳມັນ ນັ້ນມີອານິສົງຫຼາຍ ໃນສະໄໝພຸດທະການ ພຣະອານຸຣຸດທະເຖຣະ ເປັນພຣະສາວົກ ທີ່ມວນຊົນໄດ້ຍົກຍ້ອງວ່າເປັນພຣະອໍຣະຫັນຜູ້ມີຕາທິບ ເບິ່ງກ້ວາງເຫັນໄກໄດ້ ນັ້ນ ແມ່ນເປັນເພາະອານິສົງທີ່ຖວາຍປະທີບໃນເມື່ອກ່ອນ ເຫດນີ້ ຈິ່ງນິຍົມກັນປະຕິບັດມາຈົນຮອດປະຈຸບັນ.

ມີເລື່ອງເລົ່າຫຼາຍເລື່ອງທີ່ກ່ຽວກັບການບູຊາໄຟ ໄຕ້ປະທີບ ໄຫຼເຮືອໄຟ ໃນມື້ອອກພັນສາແມ່ນມີຢູ່ວ່າ:
ເລື່ອງທີ 1 : ເພື່ອເປັນການສະແດງອອກເຊິ່ງຄວາມກະຕັນຍູຕໍ່ຜູ້ມີພະຄຸນ ເຊັ່ນ ຕຳນານແມ່ກາເຜືອກ ເພື່ອລະນຶກເຖິງບຸນຄຸນແມ່ທີ່ໃຫ້ກຳເນີດເກີດມາ ເຮົາຈິ່ງນິຍົມຝັ້ນຝ້າຍຕີນກາ ຈູດໄຟບູຊາແມ່ກາເຜືອກ ແລະ ຮອຍພຣະບາດ ເຊິ່ງມີເລື່ອງເລົ່າສືບຕໍ່ກັນມາວ່າ: 

ເມື່ອກາລະຄັ້ງໜຶ່ງທີ່ດົນນານຜ່ານມາແລ້ວ ຍັງມີພະຍາກາເຜືອກສອງຜົວເມຍ ເຮັດຮັງຢູ່ເທິງຕົ້ນໄມ້ໃນປ່າຫິມະພານ ຢູ່ຮີມຝັ່ງແມ່ນ້ຳ;  ມື້ໜຶ່ງພະຍາກາເຜືອກສອງຜົວເມຍ ໄດ້ອອກໄປຫາອາຫານ ຂະນະນັ້ນໄດ້ເກິດລົມພະຍຸມາພັດຮັງກາ ເຮັດໃຫ້ໄຂ່ກາຕົກກະຈັດກະຈາຍໄຫຼໄປຕາມແມ່ນ້ຳ ເມື່ອລົມພາຍຸສະຫງົບລົງ ແມ່ກາໄດ້ກັບມາຫາຮັງກໍ່ຮູ້ວ່າຮັງ ແລະໄຂ່ໄດ້ໄຫຼນ້ຳໄປໝົດແລ້ວ ດ້ວຍຄວາມອາໄລຮັກລູກແມ່ກາໄດ້ຂາດໃຈຕາຍແລ້ວໄປເກິດເປັນພຣົມ ຢູ່ໃນພຣົມມະໂລກ ມີນາມວ່າທ້າວພະກາພຣົມ ສ່ວນໄຂ່ກາທັງ 5 ໄຫຼໄປຕາມກະແສນ້ຳ ໜ່ວຍທີ່ 1 ແມ່ໄກ່ໄດ້ເອົາໄປຟັກ ໜ່ວຍທີ່ 2 ແມ່ນາກເອົາໄປຟັກ ໜ່ວຍທີ່ 3 ແມ່ເຕົ່າເອົາໄປຟັກ ໜ່ວຍທີ່ 4 ແມ່ງົວເອົາໄປຟັກ ໜ່ວຍທີ່ 5 ແມ່ຣາຊາສີ(ສິງຫ໌) ເອົາໄປຟັກ ເມື່ອໄຂ່ທັງຫ້າເບາະອອກມາ ກໍ່ເປັນຄົນທັງໝົດ ເມື່ອໃຫຍ່ຂຶ້ນມາຕ່າງຄົນກໍ່ເຫັນໂທດຂອງການຄອງເຮືອນ ແລະເຫັນອານິສົງຂອງການອອກບວດ ຈິງໄດ້ລາແມ່ລ້ຽງຂອງຕົນອອກບວດເປັນລືສີຈະເຣີນຍານ ສະມາບັດຢູ່ປ່າຫິມະພານ.

ວັນໜຶ່ງລືສີທັງຫ້າໄດ້ພົບກັນແລະໄດ້ຖາມໄຖ່ຊື່ສຽງຮຽງນາມຂອງກັນແລະກັນ ກໍ່ຮູ້ວ່າຕ່າງຄົນຕ່າງມີແມ່ລ້ຽງທັງໝົດ ອົງທີໜຶ່ງຊື່ວ່າກະກຸສັນໂທ ເພາະໄກ່ເອົາໄປລ້ຽງ ອົງທີສອງຊື່ວ່າ ໂກນາຄະມະໂນ ເພາະນາກເອົາໄປລ້ຽງ ອົງທີສາມຊື່ວ່າ ກັສໂປເພາະເຕົ່າເອົາໄປລ້ຽງ ອົງທີສີ່ຊື່ວ່າ ໂຄຕະໂມ ເພາະງົວເອົາໄປລຽ້ງ ອົງທີຫ້າຊື່ວ່າ ເມຕຕັຍໂຍ ເພາະຣາຊະສີເອົາໄປລ້ຽງ ຕ່າງຄົນຕ່າງບໍ່ແມ່ນແມ່ແທ້ຂອງຕົນ ຈິ່ງອະທິຖານວ່າຖ້າຈະໄດ້ຕັສຮູ້ເປັນພຣະພຸດທະເຈົ້າໃນຂ້າງໜ້າ ຂໍໃຫ້ຮ້ອນໄປເຖິງມານດາຜູ້ໃຫ້ກຳເນີດ, ແຮງອະທິຖານນັ້ນໄດ້ຮ້ອນໄປເຖິງທ້າວພະກາພຣົມ ຈິ່ງແປງຮ່າງເປັນກາເຜືອກລົງມາ ແລະ ບອກວ່າເປັນແມ່ຂອງລືສີທັງຫ້າ ຖ້າຫາກຄິດເຖິງມານດາ ເມື່ອຮອດເດືອນ 11 ເພັງໃຫ້ເອົາຟ້າຍມາຝັ້ນເປັນຮູບຕີນກາຈູດບູຊາເທີດ ຈິ່ງໄດ້ຊື່ວ່າຄິດຮອດແມ່ມານດາ ນັບຕັ້ງແຕ່ນັ້ນມາຈິ່ງມີການຈູດປະທີບຕີນກາບູຊາມາທຸກວັນນີ້.

ເລື່ອງທີ 2 : ເພື່ອເປັນການຕ້ອນຮັບການສະເດັດກັບມາຂອງພຣະພຸດທະເຈົ້າທີ່ໄປເທດໂຜດມານດາ ແລະ ຈຳພັນສາໃນສະຫວັນຊັ້ນດາວະດຶງ ໃນມື້ຂຶ້ນ 15 ຄ່ຳເດືອນ 11 ຊາວບ້ານຈິ່ງນິຍົມຈູດປະທີບໂຄມໄຟ ຂັ້ນໄດແກ້ວເພື່ອຕ້ອນຮັບ ແລະບູຊາພຣະພຸດທະເຈົ້າ.

ເລື່ອງທີ 3 : ເພື່ອບູຊາຮອຍພຣະພຸດທະບາດ ທີ່ເປັນສັນຍາລັກແຫ່ງຄວາມສະຫງົບ ຄວາມສາມັກຄີ ຈິ່ງນິຍົມໄຫຼປະທີບໂຄມໄຟບູຊາ ແລະບູຊາແມ່ຄົງຄາ ເພື່ອເຄົາລົບແລະ ຮູ້ບຸນຄຸນຕໍ່ແມ່ນ້ຳ.

ເຖິງວ່າການບູຊາໃນວັນດັ່ງກ່າວນັ້ນຈະມີສາຍເຫດແຕກຕ່າງກັນຫຼາຍປະການກໍ່ຕາມ ແຕ່ຈຸດໝາຍກໍ່ຄື ການບູຊາພຣະຣັດຕະນະໄຕຣ ທີ່ຊາວພຸດລາວ ມີຄວາມເຫຼື້ອມໃສສັດທາ ແລະ ນຳເອົາຫຼັກທັມ ຄຳສອນມາປະຕິບັດໃຫ້ເກິດຜົນດີໃນຊີວິດປະຈຳວັນ. ນອກຈາກນີ້ ຍັງສະແດງອອກເຖິງຄວາມກະຕັນຍູ ຮູ້ບຸນຄຸນຕໍ່ຜູ້ມີພະຄຸນ ເຊັ່ນ: ແມ່ ພໍ່, ຄູບາອາຈານ ແລະ ທຳມະຊາດທີ່ໃຫ້ຊີວິດ ເປັນຕົ້ນແມ່ນນ້ຳ.
 
ດັ່ງນັ້ນ ການຈັດຕັ້ງປະຕິບັດຕາມຮີດຄອງປະເພນີ ໃນມື້ບຸນອອກພັນສານີ້ ແມ່ນເພື່ອການສະແດງອອກເຊິ່ງຄວາມສັດທາ, ຄວາມກະຕັນຍູ ແລະ ຄວາມສາມັກຄີຮັກແພງຂອງພໍ່ແມ່ປະຊາຊົນບັນດາເຜົ່າ. ການເຮັດບຸນສິນກິນທານ ແລະ ການບູຊານັ້ນ ຂໍໃຫ້ທຸກຄົນມີສະຕິລະວັງຕົວ ບໍ່ຟຸມເຟືອຍ, ບໍ່ປະໝາດ ແລະ ຮູ້ຈັກຄຸນຄ່າທີ່ແທ້ຈິງຂອງການປະກອບກິດຈະກຳໃນບຸນດັ່ງກ່າວ.
ຄັດຈາກບົຂອງພຣະ ບຸນທຽນ ພຸດທະວະໂຣ

8/31/16

ເລື່ອງເລົ່າ “ບຸນຫໍ່ເຂົ້າປະດັບດິນ”

ເລື່ອງເລົ່າ “ບຸນຫໍ່ເຂົ້າປະດັບດິນ”.
ຄຳຜ່ອນ ໄຊອຸດົມ ສັງລວມ

ມື້ແຮມ 14 ຄໍ່າ ເດືອນ 9 ບຸນຫໍ່ເຂົ້າປະດັບດິນ ຕາມຮີດຄອງປະເພນີ, ເຊິ່ງບັນພະບຸຣຸດລາວເຮົາໄດ້ປະຕິບັດສືບກັນມາເປັນເວລາຍາວນານ ຈົນກາຍເປັນຮີດຄອງປະເພນີ ແລະ ວັດທະນາທຳປະຈຳຊາດ ເຊິ່ງບັນຍັດໄວ້ໃນຮີດ 12 ວ່າ: ເດືອນເກົ້າ(ດັບ) “ ບຸນຫໍ່ປະດັບດິນ ”.

ກ່ຽວກັບຮີດຄອງປະເພນີ ການທຳບຸນຫໍ່ເຂົ້າປະດັບດິນຂອງຄົນບູຮານ ທີ່ໄດ້ປະຕິບັດກັນມາຈົນເຖິງປັດຈຸບັນນີ້,ກ່ອນມີການທຳບຸນ ປະຊາຊົນກໍມີການຫ້າງຫາກະກຽມເຄື່ອງໄທຍະທານຕ່າງໆ ເປັນຕົ້ນວ່າ, ຫໍ່ເຂົ້າຕົ້ມເຂົ້າໜົມ ແລະ ວັດຖຸໄທຍະທານອື່ນໆໄວ້ພ້ອມ, ເຂົ້າຕົ້ມເຂົ້າໜົມເຫລົ່ານັ້ນຈະແບ່ງອອກເປັນສີ່ສ່ວນຄື: ສ່ວນໜຶ່ງ ແບ່ງໄວ້ເພື່ອຮັບປະທານພາຍໃນຄອບຄົວ, ສ່ວນທີ່ສອງແບ່ງໃຫ້ຍາດພີນ້ອງ ເພື່ອນມິດສະຫາຍໄດ້ກິນ, ສ່ວນທີ່ສາມແບ່ງໄວ້ທຳບຸນຕັກບາດຖວາຍໃຫ້ແກ່ພຣະສົງສາມະເນນ ເພື່ອອຸທິດຢາດນໍ້າໄປໃຫ້ເຜດຜີ, ສ່ວນທີ່ສີ່ເອົາໃສ່ໃບຕອງ ເພື່ອແຈກຢາຍ ໃຫ້ຜີບໍ່ມີຍາດ ເຊິ່ງນິຍົມເອົາໄປວາງໄວ້ຕາມລະບຽງສີມ, ຕ້າຍວັດ, ທາງຮ່ອມ,ເແຈຮົ້ວ, ເດີ່ນຫຍ້າ,ຕັ້ງແຕ່ເຊົ້າມືດ ຫລື ລະຫວ່າງ “ ມືດສົ່ງໂພງ ” ປະມານ 4-5 ໂມງເຊົ້າຂອງມື້ເດືອນເກົ້າດັບ, ເພື່ອໃຫ້ເຜດຜີມາຮັບເອົາຕາມຄວາມເຊື່ອຖືຂອງຄົນໂບຮານ ກ່ອນມີພຸດທະສາສະໜາ, ຫໍ່ສິ່ງຂອງເຫຼົ່ານັ້ນເມື່ອຖືກຝົນ ແດດລົມ ນົກກາ ໝູໝາ ເປັດໄກ່ ກັບຈິກຕອດ ກໍຈະຕົກເຮັ່ຍສະຊາຍຕາມດິນ ຕາມຫຍ້າ ຄົນກໍເລີ່ຍພາກັນຮຽກວ່າຫໍ່ເຂົ້າປະດັບດິນ.

ປະເພນີນີ້ສືບເນື່ອງຈາກຮີດຄອງຂອງພາມ ເຊິ່ງເລື່ອງມີຢູ່ວ່າ: ມີພາມຄອບຄົວໜຶ່ງ ມີລູກຊາຍຄົນດຽວ ພໍ່ແມ່ຮັກເໝືອນແກ້ວຕາດວງໃຈ ເມື່ອລູກຊາຍອາຍຸໄດ້ 16 ປີກໍມາຕາຍ, ພໍ່ແມ່ໂສກເສົ້າເສຍໃຈຫຼາຍ ກິນບໍ່ໄດ້ນອນບໍ່ຫລັບເພາະຄິດຮອດລູກ ຫລັງຈາກຕາຍແລ້ວກໍນຳໄປຝັງໄວ້ທີ່ປ່າຊ້າ ປູກເຮືອນໃຫ້ຫລັງໜຶ່ງພ້ອມທັງເຄື່ອງໃຊ້ສອຍທີ່ຢູ່ທີ່ນອນຄົບຖ້ວນບໍລິບູນ, ແລ້ວແຕ່ງຄົນໃຊ້ໄປສົ່ງເຂົ້າທຸກວັນໆ ຢູ່ມາວັນໜຶ່ງຝົນຕົກແຮງ ນໍ້າຫລາຍ ຄົນໃຊ້ຂ້າມໄປສົ່ງເຂົ້າບໍ່ໄດ້ ກໍເລີຍກັບ ແລ້ວມາເຫັນພິກຂຸໄປບິນທະບາດ ຈຶ່ງຕັດສິນໃຈເອົາເຂົ້າໃສ່ບາດແລ້ວອຸທິດສ່ວນບຸນໄປໃຫ້ລູກຊາຍຂອງພາມຄົນນັ້ນ. ໃນຄືນວັນນັ້ນພາມຜູ້ເປັນພໍ່ຝັນເຫັນລູກຊາຍມາບອກວ່າ ຕັ້ງແຕ່ລູກຕາຍໄປກໍ່ໄດ້ມາກິນເຂົ້າແຕ່ວັນວານນີ້ເທົ່ານັ້ນ;ພໍ ພາມຕື່ນຂຶ້ນມາກໍນຶກປະຫລາດໃຈໃນຄວາມຝັນນັ້ນ ຈຶ່ງຮຽກຄົນໃຊ້ນັ້ນມາຖາມວ່າ: ຂ້ອຍໃຫ້ເຈົ້າໄປສົ່ງເຂົ້າໃຫ້ລູກຊາຍຢູ່ໃນປ່າຊ້າ ເຈົ້າໄດ້ໄປທຸກມື້ບໍ່? ຄົນໃຊ້ກໍຕອບວ່າ ໄດ້ໄປທຸກມື້ເວັ້ນໄວ້ແຕ່ມື້ວັນວານນີ້ບໍ່ໄດ້ໄປ ເພາະຝົນ ຕົກແຮງ ນໍ້າຫລາຍ ຂ້າມໄປສົ່ງເຂົ້າບໍ່ໄດ້ ຂ້ານ້ອຍກັບມາພົບພິກຂຸໄປບິນທະບາດ ຂ້ານ້ອຍຈຶ່ງໄດ້ເອົາເຂົ້າໃສ່ບາດໃຫ້ພິກຂຸແລ້ວອຸທິດສ່ວນບຸນກຸສົນໄປໃຫ້ລູກຊາຍຂອງທ່ານ.

ເມື່ອພາມໄດ້ຟັງຄົນຕອບກໍນຶກປະຫລາຍໃຈ ຈຶ່ງເຂົ້າໄປເຝົ້າພຣະພຸດທະເຈົ້າ ຂາບທຸນເລື່ອງນັ້ນໃຫ້ຊົງຊາບ ພຣະພຸດ ທະເຈົ້າກໍໄດ້ຕັດເທດສະນາແກ່ພາມວ່າ ທ່ານພາມເຮັດຢ່າງນີ້ບໍ່ຖືກຕ້ອງ ເຮົາຈະສະແດງໃຫ້ທ່ານຟັງຜູ້ມີສັດທາຢາກຈະອະນຸເຄາະແກ່ເຜດຜີທີ່ລວງຫລັບໄປແລ້ວ ກໍໃຫ້ທຳບຸນຖວາຍທານແກ່ພຣະສົງຜູ້ມີສິນ ມີກັນລະຍານະທັມແລ້ວອຸທິດສ່ວນບຸນໄປໃຫ້ຜູ້ຕາຍໄປຍ່ອມມີໄດ້ຮັບຜົນທານນັ້ນເໝືອນດັ່ງຄົນໃຊ້ຂອງທ່ານເອົາເຂົ້າໃສ່ບາດໃຫ້ພຣະສົງແລ້ວອຸທິດສ່ວນບຸນໄປໃຫ້ ລູກຂອງທ່ານຈຶ່ງໄດ້ຮັບປະທານອາຫານ ເຊິ່ງປະກົດໃນຄວາມຝັນຂອງທ່ານນັ້ນ ເມື່ອພາມໃດ້ຟັງແລ້ວກໍເຂົ້າໃຈ ເກີດສັດທາເລື້ອມໃສສະແດງຕົນເປັນພຸດທະມາ ມະກະນັບຖືພຣະພຸດທະສາສະໜາຕະຫລອດຊີວິດ.

ມີການກ່າວຂານກັນມາວ່າ: ວ່າກ່ອນພຣະພຸດທະເຈົ້າຕັດສະຮູ້ນັ້ນ ລູກຫລານຄິດຮອດພໍ່, ແມ່ປູ່ຍາຕາທວດທີ່ຕາຍໄປແລ້ວກໍຈະພາກັນເອົາເຂົ້າປາອາຫານຫວານຄາວຫຼືສິ່ງຂອງທີ່ເພີ່ນມີ ນຳໄປວາງໄວ້ຕາມຂຸມຝັງສົບທີ່ປ່າຊ້າ ຫຼືສະຖານທີ່ອື່ນໆທີ່ຄິດວ່າເໝາະສົມ ເພື່ອໃຫ້ວິນຍານຂອງທ່ານມາຮັບເອົາ ປະເພນີອັນນີ້ກໍຍັງໄດ້ສືບທອດກັນມາຈົນເຖິງທຸກວັນນີ້.

ມີອີກເລື່ອງໜຶ່ງທີ່ກ່າວໄວ້ໃນທຳມະບົດວ່າ: ໃນອະດີດຕະການ ນັບຢ້ອນຫຼັງໄປສະໄໝພຣະພຸດທະເຈົ້າຂອງເຮົາຍັງບໍ່ປະລິນິບພານ(ຕາຍ) ມີຍາດພີ່ນ້ອງຂອງພຣະເຈົ້າພິມພິສານ ທີ່ມັກລັກກິນຂອງທີ່ຈະຖວາຍແກ່ພຣະສົງຢູ່ໃນໂຮງທານພ້ອມທັງເງິນຢູ່ໃນພຣະຄັງຫລວງ. ຫລັງຈາກຕາຍໄປ ກໍກາຍເປັນເພດຜີເປືອຍກາຍທີ່ອືດຢາກຫອດຫິວ, ຮ່າງກາຍຈ່ອຍຜອມໂຕດຳຄືຖ່ານ ປາກແຫຼມຄືເຂັມ ກິນ-ດື່ມລຳບາກ ຢ້ອນຜົນກຳຕາມສະໜອງ ພວກເຂົາຕ້ອງທົນທຸກ ທໍລະມານເປັນເວລາຍາວນານ; ພຣະເຈົ້າພິມພິສານເຊິ່ງເປັນຍາດຂອງເຜດເຫຼົ່ານັ້ນ ພຣະອົງກໍບໍ່ຮູ້ວ່າຍາດຂອງເພີ່ນຕາຍໄປເປັນເຜດ ເຊິ່ງປົກກະຕິແລ້ວ ພຣະເຈົ້າພິມພິສານໄດ້ອຸປະຖໍາຄໍ້າຊູພຣະພຸດທະສາສະໜາ ແລະໄດ້ທຳບຸນໃຫ້ທານແກ່ພຣະສົງສາວົກທຸກໆວັນ ແຕ່ບໍ່ໄດ້ຍາດນໍ້າອຸທິດສ່ວນບຸນກຸສົນໄປໃຫ້ເຜດຜີເລົ່ານັ້ນ, ຢູ່ມາຄືນໜຶ່ງເຜດເຫຼົ່ານັ້ນທົນລໍຄອຍຮັບຜົນທານຈາກພຣະເຈົ້າພິມພິສານບໍ່ໄຫວ ຈື່ງໄດ້ພາກັນໄປສະແດງປະຕິກິຣິຍາຢູ່ໃນຜາສາດທີ່ບັນທົມ ຂອງເຈົ້າ ພິມພິສານ ຄືພາກັນຮ້ອງໄຫ້ສົ່ງສຽງເຢັນເປັນຕາຢ້ານກົວ ຈົນຂົນຫົວລຸກ ໜັງຫົວຟອງ ປະກົດແກ່ພຣະເຈົ້າພິມພິສານໄດ້ເຫັນ. ພຣະອົງຕື່ນຈາກການບັນທົມ ກໍຄິດສົງໄສວ່າແມ່ນເຫດອັນໃດຈຶ່ງເປັນຄືແນວນີ້ ຈຶ່ງໄດ້ນຳເອົາເຫດການອັນນັ້ນໄປເລົ່າສູ່ ພຣະພຸດທະເຈົ້າໄດ້ຟັງ ເຊິ່ງເພິ່ນໄດ້ແນະນຳໃຫ້ພຣະເຈົ້າພິມພິສານ ໄດ້ໃຫ້ທານ ແລະ ຢາດນ້ຳອຸທິດສ່ວນບຸນ ກຸສົນໃຫ້ ເຜດຜີເລົ່ານັ້ນ ເມື່ອພວກເຂົາໄດ້ຮັບສ່ວນບຸນກຸສົນແລ້ວ ເຂົາກໍຈະບໍ່ມາລົບກວນ ແລະ ຈະໄດ້ໄປສູ່ພົບທີ່ ດີມີສຸກ.

ການທຳບຸນຫໍ່ເຂົ້າປະດັບດິນ ກໍເປັນສ່ວນໜຶ່ງໃນການສົ່ງເສີມພຣະພຸດທະສາສະໜາໃຫ້ຈະເລີນ ເພາະສະນັ້ນ ພວກເຮົາຄວນຮັກສາຮີດຄອງປະເພນີ ແລະ ວັດທະນາທຳອັນດີງາມນີ້ເອົາໄວ້ໃຫ້ອະນຸຊົນຄົນຮຸ້ນຫລັງໄດ້ສືບທອດຕໍ່ໄປ. ເຊິ່ງປະເພນີການຫໍ່ເຂົ້າປະດັບດິນບຸນຫໍ່ເຂົ້າປະດິນ ເປັນບຸນປະເພນີປະຈຳເດືອນ (ເກົ້າ) 9 ດັບ ທີ່ໄດ້ປະຕິບັດສືບທອດກັນມາເປັນເວລາຍາວນານ ຈົນກາຍເປັນຮີດຄອງປະເພນີປະຈຳຊາດໃນເມື່ອກ່ອນເຊິ່ງມີບັນຍັດໄວ້ຮີດ 12 ວ່າ ເດືອນ 9 ດັບ ເອົາບຸນຫໍ່ເຂົ້າປະດັບດິນ.

ລວມຄວາມວ່າ: ຄຳວ່າ ຫໍ່ເຂົ້າປະດັບດິນ ຖືເອົາຕາມລັກສະນະການກະທຳຂອງຄົນບຸນຮານກ່ອນການນັບຖື ພຸດທະສາສະໜາ ຄືການເອົມໃບຕອງກ້ວຍມາຫໍ່ເຂົ້າຕົ້ມເຂົ້າໜົມ,ກ້ວຍ,ອ້ອຍ,ຊີ້ນແຫ້ງ,ປາແຫ້ງ, ໝາກ-ພູ, ຢາສູບ ລວມ ກັນເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການຂອງໃຜລາວ ແລ້ວກໍເອົາໄປວາງໄວ້ຕາມ ພຣະທາດເຈດີລະ ບຽງສີມ ຕ້າຍວັດ ທາດພໍ່ແມ່ ປູ່ ຍ່າຕາທວດ ຫຼື ເອົາໄປວາງໄວ້ຕາມກ້ອງຕົ້ນໄມ້, ຕາມດິນຕາມຫຍ້າ ໃນເວລາຂ້ອນ ແຈ້ງ ຫລື ເວລາເຊົ້າມືດປະມານ 4-5 ໂມງເຊົ້າ ຫລື ຄົນລາວມັກເອີ້ນວ່າ: “ມືດສົ່ງໂພງ” ຂອງມື້ເດືອນເກົ້າດັບ, ເພື່ອໃຫ້ພໍ່ແມ່, ປູ່ຍ່າຕາທວດມາຮັບເອົາຂອງທານຕາມຄວາມເຊື່ອຖືຂອງຄົນບູຮານ ຫໍ່ສິ່ງຂອງເຫລົ່ານັ້ນເມື່ອຖືກຝົນລົມ ແດດນົກກາ ໝູ ໝາເປັດໄກ່ ກັດຈິກຕອດ ກໍຈະຕົກເຮ່ຍສະຊາຍຕາມດິນຕາມຫຍ້າ ຄົນກໍເລີຍພາກັນຮ້ອງວ່າ: “ ຫໍ່ເຂົ້າປະດັບດິນ ”

7/7/16

ເມືອງນີ້ມີມົນຂັງ...

# ເມືອງໜຶ່ງນັ້ນ....... ເປັນເມືອງທີ່ລືກະເດື່ອງ
ມີນາມ ສາມໝື່ນເມືອງເຟືອງ....ລືຈົນເຟື້ອງທົ່ວແດນອານາ
ເຖິງແມ່ນເປັນເມືອງ....ຢູ່ຕາມຮ່ອມພູຮ່ອມຜາ ກໍຍັງສົດສວບງາມຕາ
ດັ່ງເທວາ ສະຫວັນສັນສ້າງ............
ທ່ານເຄີຍໄປທ່ຽວເມືອງເຟືອງ ໄປເຫັນຜາທໍ່ໜໍ່ຄຳ ແລ້ວຫລືຍັງ....
ຖ້າຍັງ....ໃຊ້ເວລາໜ້ອຍໜຶ່ງເພື່ອອ່ານເລື່ອງລາວຕໍ່ໄປນີ້ ແລ້ວຈຶ່ງຕັດສິນໃຈ...


ຂອບໃຈ

ເມືອງນີ້ມີມົນຂັງ...

# ເມືອງໜຶ່ງນັ້ນ....... ເປັນເມືອງທີ່ລືກະເດື່ອງ
ມີນາມ ສາມໝື່ນເມືອງເຟືອງ....ລືຈົນເຟື້ອງທົ່ວແດນອານາ
ເຖິງແມ່ນເປັນເມືອງ....ຢູ່ຕາມຮ່ອມພູຮ່ອມຜາ ກໍຍັງສົດສວບງາມຕາ
ດັ່ງເທວາ ສະຫວັນສັນສ້າງ............
ທ່ານເຄີຍໄປທ່ຽວເມືອງເຟືອງ ໄປເຫັນຜາທໍ່ໜໍ່ຄຳ ແລ້ວຫລືຍັງ....
ຖ້າຍັງ....ໃຊ້ເວລາໜ້ອຍໜຶ່ງເພື່ອອ່ານເລື່ອງລາວຕໍ່ໄປນີ້ ແລ້ວຈຶ່ງຕັດສິນໃຈ...


ຂອບໃຈ

4/6/16

ສະບາຍດີປີໃໝ່ລາວ ປີ ຈ.ສ ໑໓໗໘


# ນັບ ສີ່ ສາມ ສອງ ໜຶ່ງ ເຖິງປີໃໝ່.....ນັບຖອຍຫລັງ ຟັງຫົວໃຈ ວ່າດົນແທ້
ເມື່ອຂວບເຂົ້າ ປີໃໝ່ລາວ ສະໜຸກແນ່....ຄິດຮອດແທ້ ແມ່ເອີຍ ເຄີຍສົ່ງພອນ...
# ສຸພະລືກ ງາມຍາມດີ ຂຶ້ນປີໃໝ່ ....ຂໍນ້ອມນຳ ພອນໄຊໃຫ້ ສຸກສັນ
ທັງຍິງ-ຊາຍ ໃຫຍ່ນ້ອຍ ທົ່ວເຖິງກັນ....ມີຄວາມສຸກ ທຸກໆວັນ ທຸກໆຄົນ....
ເດືອນນີ້(ເມສາ)ເປັນເດືອນທີ່ຊາວລາວທັງຫລາຍ ໄດ້ຮ່ວມກັນສະເຫລີມສະຫລອງບຸນກຸດສົງການ ຫຼື ບຸນປີໃໝ່ລາວ ຢ່າງຄຶກຄື້ນມ່ວນຊື່ນ, ຜູ້ເຖົ້າຜູ້ແກ່ເພິ່ນເຄີຍ ເລົ່າ ສູ່ຟັງວ່າ: ສະໄໝກ່ອນ ບໍ່ວ່າເຮົາຈະຍ່າງໄປຕາມຂອກແຄແຈຮົ້ວຂອງເຮືອນໃດ ກໍຈະໄດ້ຍິນແຕ່ສຽງແຄນປະສານສຽງກອງຫາງ, ສາບ,ແຊ່ງ,ຄ້ອງ ແລະ ໄດ້ຍິນແຕ່ສຽງຜູ້ຄົນອວຍໄຊໃຫ້ພອນເຊິ່ງກັນແລະກັນ. 
ທຳນາຍວັນສຳຄັນໃນວັນບຸນປີໃໝ່ລາວ ຈ.ສ ໑໓໗໘
- ມື້ມະຫາສົງການ ກົງກັບວັນພຸດ ວັນທີ ໑໓ ເມສາ ໒໐໑໖ ກົງກັບມື້ຂຶ້ນ ໗ ຄໍ່າ ເດືອນຫ້າ ພ.ສ ໒໕໕໘, ຈ.ສ ໑໓໗໗ ເວລາ ໒໐ ໂມງ ໓໖ ນາທີ ໓໖ ວິນາທີ. ນາງ​ສົງ​ການ​(ນາງສັງຂານ)ມີນາມ(ຊື່)ວ່າ: ມົນ​ທາ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ຈຳ​ປາ, ອາ​ພອນ​ປະດັບດ້ວຍແກ້ວ​ໄພ​ທູນ, ພັກ​ສາ​ຫານ​ ໄດ້ແກ່ນົມ​ເນີຍ, ພະ​ຫັດ(ມື)ຂວາ​ຊົງ​ເຂັມ ຫລື ເຫລັກແຫລມ, ພະ​ຫັດ(ມື)ຊ້າຍ​ຊົງ​ໄມ້ເທົ້າ ສະເດັດ​(ໄສຍາດ ຫລື ນອນ) ມາ​ເທິງ​ຫລັງ​ຄັດ​ລະ​ພະ(ລາ ຫລື ມ້າລໍ) ຕາມການທຳນາຍ ສັງຂານລ່ວງແຕ່ຍາມສົນທະຍາ (ໃກ້ຄໍ່າ) ຫາທ່ຽງຄືນ ຈະເຮັດໃຫ້ປວງຊົນ ຢູ່ເຢັນເປັນສຸກ. ສັງຂານລ່ວງວັນວັນພຸດ: ຍັງທຳນາຍໄວ້ວ່າທ້າວພະຍາຈະໄດ້ບັນນາການຈາກຕ່າງເມືອງ ແຕ່ມັກຈະແພ້ເດັກນ້ອຍ(ເດັກອ່ອນ).
- ປີນີ້ມີມື້ເນົາ ໒ ວັນ ຄືວັນພະຫັດ ວັນທີ ໑໔ ແລະ ວັນສຸກ ວັນທີ ໑໕ ເມສາ ໒໐໑໖(ມື້ ໘ ແລະ ໙ ຄໍ່າ ເດືອນຫ້າ); ກ່ຽວກັບມື້ເນົານີ້ ບູຮາໄດ້ທຳນາຍໄວ້ວ່າ: ເນົາວັນພະຫັດ: ຜົນລະໄມ້ຈະແພງ ຄົນທັງຫລາຍຈະໄດ້ຮັບຄວາມເດືອດຮ້ອນ ສ່ວນ ເນົາວັນສຸກ: ໝາກເຜັດຈະແພງ, ແຮ້ງກາຈະຕາຍຫ່າ, ສັດປ່າຈະພົບອັນຕະລາຍ ແມ່ໝ້າຍຈະພົບໂຊກລາບ.
- ວັນຖະເຫຼີງສົກ ຫລື ມື້ສັງຂານຂຶ້ນ ຫລື ມື້ຂຶ້ນປີໃໝ່ ກົງກັບວັນເສົາ ວັນທີ ໑໖ ເມສາ ໒໐໑໖ ເວລາ ໘ ​ໂມງ ໓໔ ນາທີ ໑໒ ວິນາທີ (ກົງກັບມື້ຂຶ້ນ ໑໐ ຄໍ່າ ເດືອນຫ້າ) ເປັນເວລປ່ຽນເປັນປີໃໝ່ ປ່ຽນຈາກ ຈ.ສ ໑໓໗໗ ເປັນ ຈ.ສ ໑໓໗໘. ກ່ຽວກັບມື້ສັງຂານຂຶ້ນປີໃໝ່ນີ້ ບູຮານກໍໄດ້ທຳນາຍໄວ້ວ່າ: ສັງຂານຂຶ້ນວັນເສົາ ເສນາໂຍທາ ຫານ ຈະມີຄວາມສຸກ ປະກອບດ້ວຍວິຊາການຕ່າງໆ ແມ່ນຈະຕໍ່ຍຸດສົງຄາມກັບປະເທດໃດໆ ກໍຈະມີໄຊຊະນະ.
- ປີ ຈ.ສ ໑໓໗໘ ນີ້ ຕາມການທຳນາຍແບບບູຮານ ນາກຫລິ້ນນ້ຳ ໒ ໂຕ ບັນດານໃຫ້ຝົນຕົກ ໕໐໐ ຫ່າ ຕົກໃນຈັກກະວານ ໒໐໐ ຫ່າ, ຕົກໃນປ່າຫິມມະພານ ໑໕໐ ຫ່າ, ຕົກໃນມະຫາສະໝຸດ ໑໐໐ ຫ່າ ແລະ ຕົກໃນ ມະນຸດສະໂລກ ໕໐ ຫ່າ, ຝົນຕົກໄລຍະຕົ້ນປີມີໜ້ອຍ, ກາງປີພໍດີງາມ ແລະ ທ້າຍປີຈະມີຫລາຍ; ປີນີ້ ການຄຳນວນ ຕາມເກນທາຣາທິຄຸນ ແມ່ນຖືທາດວາໂຍ ຫຼື ທາດລົມ ດັ່ງນັ້ນ ຈະມີລົມ-ພາຍຸລົມແຮງ.
- ເກນທັນຍາຫານ ສຳລັບ ປີ ຈ.ສ ໑໓໗໘ ນີ້ ຜົນລະປູກລູກໄມ້, ເຂົ້າໄຮ່ເຂົ້ານາຈະງາມ ທັງນາຫຼຸບ ແລະ ນາໂນນ ຫລື ນາທາມ ແລະ ນາໂຄກ, ປະຊາຊົນຈະຢູ່ດີມີສຸກ ຢູ່ດີກິນດີ ສົມບູນພູນສຸກ(ໄດ້/ເສຍ = ໑໐ /໑)
ກາລະໂຍກ ສະເພາະປີຈຸນລະສັງກາດ ຈ.ສ ໑໓໗໘
ສົກ
ທຸງໄຊ
ອະທິບໍດີ
ອຸບາທ
ໂລກາວິນາສ
ວັນ
ວັນເສົາ ()
ວັນພຸດ()
ວັນສຸກ()
ວັນສຸກ()
ຍາມ
15:00-16:30
3:00-4:30 (7)
13:30-15:00
1:30-3:00 (6)
13:30-15:00
1:30-3:00 (6)
07:30-09:00
19:30-21:00 (2)
ກາລະໂຍກນີ້ເລີ່ມໃຊ້ຫລັງວັນຖະເຫລີງສົກ ວັນເສົາ ວັນທີ ໑໖ ເມສາ ໒໐໑໖ ເວລາ ໐ ມ ໓໔ ນາທີ ໑໒ ວິນາທີ 
# ດັບຮ້ອນ ດັບເຂັນ ຊື່ນເຢັນ ໃຫ້ເປັນສຸກ....ດັບໂສກ ດັບທຸກ ເປັນສຸກສັນ
ດັບອາກາດ ທີ່ເຮັ່ງຮ້ອນ ເຢັນພະລັນ.....ຂໍໃຫ້ເຈົ້າ ສຸກສັນຕະຫລອດໄປ ປີໃໝ່ເອີຍ…

(ຂອບໃຈທີ່ອ່ານ) 

3/5/16

ຄວາມເປັນມາຂອງວັນແມ່ຍິງສາກົນ

ຄວາມເປັນມາຂອງວັນແມ່ຍິງສາກົນ
ວັນແມ່ຍິງສາກົນ (International Women's Day) ກົງກັບວັນທີ 8 ມີນາ ຂອງທຸກໆປີ ເປັນມື້ທີ່ມີການປະທ້ວງຂອງກຳມະກອນແມ່ຍິງທີ່ເມືອງຊິຄາໂກ ສະຫະລັດອາເມຣິກາ. ກຳມະກອນແມ່ຍິງໃນໂຮງງານຕ່ຳແຜນໄດ້ລຸກຮືຂື້ນ ເດີນຂະບວນປະທ້ວງການເອົາປຽບກົດຂີ່ຂູດຮີດ, ທາລຸນ ຈາກນາຍຈ້າທີ່ເຫັນຜົນຜະລິດສຳຄັນກວ່າຊີວິດຄົນ.

ວັນແມ່ຍິງສາກົນ ເກີດຂື້ນຈາກກຳມະກອນແມ່ຍິງໃນໂຮງງານຕ່ຳແຜ່ນ ລັດນິວຢອກ ປະເທດສະຫະລັດອາເມຣິກາໄດ້ພາກັນລຸກຮືຂື້ນປະທ້ວງ ໃຫ້ນາຍຈ້າງເພີ່ມຄ່າແຮງງານ ແລະ ຮຽກຮ້ອງສິດທິຂອງພວກເຂົາເຈົ້າ ແຕ່ສຸດທ້າຍຕ້ອງມີຜູ້ຍິ
ງເຖິງ 119 ຄົນຕ້ອງເສຍຊີວິດຈາກເຫດການດັ່ງກ່າວ, ດ້ວຍການທີ່ມີຄົນຫຼັກວາງເພີງຈູດໂຮງງານທີ່ພວກເຂົາເຈົ້ານັ່ງຊຸມນຸມຢູ່ ໂດຍເຫດການທັງໝົດນັ້ນເກີດຂຶ້ນໃນວັນທີ 8 ມີນາ 1857.
ຈາກນັ້ນໃນປີ 1907 ກຳມະກອນແມ່ຍິງໃນໂຮງງານຕ່ຳແຜ່ນທີ່ເມືອງຊີຄາໂກ ປະເທດສະຫະລັດອາເມຣິກາທົນບໍ່ໄຫວຕໍ່ການເອົາລັດເອົາປຽບ, ກົດຂີ່ທາລຸນ ຂອງນາຍຈ້າງທີ່ໃຊ້ແຮງງານຂອງພວກເຂົາເຈົ້າແບບທາດ ເນື່ອງຈາກກຳມະກອນແມ່ຍິງເຫຼົ່ານີ້ຕ້ອງເຮັດວຽກໜັກເຖິງມື້ລະ 16-17 ຊົ່ວໂມງ ໂດຍບໍ່ມີມື້ພັກ, ບໍ່ມີປະກັນການໃຊ້ແຮງງານໃດໆເປັນຜົນເຮັດໃຫ້ເກີດຄວາມເຈັບເປັນລົ້ມຕາຍໃນໄລຍະເວລາອັນວ່ອງໄວ ແຕ່ກັບໄດ້ຮັບຄ່າແຮງພຽງໜ້ອຍດຽວ ແລະ ຫາກຖືພາລູກກໍ່ຕ້ອງຖືກໄລ່ອອກ.
ຍ້ອນຄວາມອັດອັ້ນຕັນໃຈເຮັດໃຫ້ ຄລາຣາ ເຊດຄິນ ນັກການເມືອງແມ່ຍິງສາຍແນວຄວາມຄິດສັງຄົມນິຍົມ ຊາວເຢຍລະມັນຕັດສິນໃຈປຸກລະດົມບັນດາກຳມະກອນແມ່ຍິງໂດຍການນັດຢຸດວຽກໃນວັນທີ 8 ມີນາ 1907 ພ້ອມກັບຮຽກຮ້ອງໃຫ້ນາຍຈ້າງຫຼຸດເວລາການເຮັດວຽກເຫຼືອມື້ລະ 8 ຊົ່ວໂມງ ແລະ ໃຫ້ປັບປຸງສະຫວັດດີການທຸກຢ່າງ ແລະ ໃຫ້ແມ່ຍິງມີສິດອອກສຽງເລືອກຕັ້ງນຳ, ຢ່າງໃດກໍ່ຕາມເຖິງວ່າການຮຽກຮ້ອງຄັ້ງດັ່ງກ່າວ ຈະບໍ່ປະສົບຜົນສຳເລັດ ເນື່ອງຈາກມີແຮງງານຍິງຫຼາຍຮ້ອຍຄົນຖືກຈັບກຸມ ແຕ່ກໍ່ເຮັດໃຫ້ແມ່ຍິງທົ່ວໂລກສະໜັບສະໜູນການກະທຳຂອງ ຄລາຣາ ເຊດຄິນ ແລະ ເປັນການສ້າງຈຸດເລີ່ມຕົ້ນໃຫ້ແມ່ຍິງທົ່ວໂລກເລີ່ມຂື້ນໂຕເຖິງສິດທິຂອງໂຕເອງຫຼາຍຂຶ້ນ.
ຕໍ່ມາໃນວັນທີ 8 ມີນາ 1908 ມີກຳມະກອນແມ່ຍິງຫຼາຍກວ່າ 15,000 ຄົນຮ່ວມເດີນຂະບວນທົ່ວເມືອງນິວຢອກ ຮຽກຮ້ອງໃຫ້ຢຸດຕິການໃຊ້ແຮງງານເດັກນ້ອຍໂດຍມີຄຳຂວັນໃນການປຸກລະດົວວ່າ "ຂະໜົມປັງກັບດອກກຸຫຼາບ" ເຊິ່ງໝາຍເຖິງການໄດ້ຮັບອາຫານທີ່ພຽງພໍພ້ອມໆກັບຄຸນນະພາບຊີວິດທີ່ດີ.
ຈົນມາເຖິງວັນທີ 8 ມີນາ 1910 ຄວາມພະຍາຍາມຂອງກຳມະກອນແມ່ຍິງກຸ່ມດັ່ງກ່າວກໍ່ປະສົບຜົນສຳເລັດ ເມື່ອມີໂຕແທນແມ່ຍິງຈາກ 17 ປະເທດເຂົ້າຮ່ວມປະຊຸມສະມັດຊາແມ່ຍິງສັງຄົມນິຍົມຄັ້ງທີ 2 ທີ່ເມືອງໂຄເປັນເຮເກນ ປະເທດເດັນມາກ ໂດຍໃນທີ່ປະຊຸມໄດ້ປະກາດຮັບຮອງຂໍ້ຮຽກຮ້ອງຂອງບັນດາກຳມະກອນແມ່ຍິງໃນລະບົບສາມ 8 ຄື: ຍອມໃຫ້ຫຼຸດເວລາເຮັດວຽກເຫຼືອມື້ລະ 8 ຊົ່ວໂມງ, ໃຫ້ເວລາສຶກສາຫາຄວາມຮູ້ເພື່ອພັດທະນາຄວາມສາມາດຂອງໂຕເອງອີກ 8 ຊົ່ວໂມງ ແລະ ອີກ 8 ຊົ່ວໂມງເປັນເວລາພັກຜ່ອນ ພ້ອມກັນນີ້ຍັງໄດ້ປັບຄ່າແຮງງານຂອງແຮງງານແມ່ຍິງໃຫ້ເທົ່າທຽມກັບແຮງງານຊາຍ ແລະ ຍັງມີການຄຸ້ມຄອງສະຫວັດດີການແມ່ຍິງ ແລະ ແຮງງານເດັກນ້ອຍນຳອີກ. ພ້ອມທັງໄດ້ຮັບຮ້ອງຂໍ້ສະເໜີຂອງ ຄລາຣາ ເຊດຄິນ ໂດຍການກຳນົດໃຫ້ວັນທີ 8 ມີນາ ຂອງທຸກໆປີເປັນ ວັນແມ່ຍິງສາກົນ.

ວັນແມ່ຍິງສາກົນ ບໍ່ໄດ້ເປັນພຽງມື້ທີ່ກຸ່ມແມ່ຍິງທົ່ວໂລກສະຫຼອງເທົ່ານັ້ນ ແຕ່ເປັນມື້ທີ່ອົງການສະຫະປະຊາຊາດໄດ້ຮ່ວມສະເຫຼີມສະຫຼອງ ແລະ ອີກຫຼາຍປະເທດໄດ້ກຳນົດໃຫ້ມື້ດັ່ງກ່າວເປັນ ມື້ພັກປະຈຳຊາດ ເປັນຕົ້ນເຊັ່ນປະເທດລາວຂອງພວກເຮົາ, ຫວຽດນາມ, ກຳປູເຈຍ... ກຸ່ມແມ່ຍິງຈາກທຸກທະວີບບໍ່ວ່າຈະແຕກຕ່າງກັນໂດຍເຊື້ອຊາດ, ພາສາ, ວັດທະນະທຳ, ເສດຖະກິດ ຫຼື ການເມືອງກໍ່ຕາມໄດ້ໂຮມໂຕກັນເພື່ອສະຫຼອງວັນສຳຄັນນີ້ເພື່ອລະນຶກເຖິງຄວາມເປັນມາແຫ່ງການຕໍ່ສູ່ອັນຍາວນານ ເພື່ອໃຫ້ໄດ້ມາເຊິ່ງຄວາມສະເໝີພາບ, ຄວາມຢຸດຕິທຳ, ສັນຕິພາບ ແລະ ການພັດທະນາ.
ຜົນຈາກການຕັດສິນໃຈຂອງທີ່ປະຊຸມ ໂຄເປັນເຮເກນ ເຮັດໃຫ້ມີການຈັດກິດຈະກຳວັນແມ່ຍິງສາກົນຂື້ນເປັນຄັ້ງທຳອິດໃນເດືອນມີນາ 1911 ໃນປະເທດອອດສະເຕເລີຍ, ເດນມາກ, ເຢຍລະມັນ ແລະ ສະວິດເຊີແລນ ມີປະຊາຊົນທັງຍິງ ແລະ ຊາຍຫຼາຍກວ່າ 1 ລ້ານຄົນ ເຂົ້າຮ່ວມການຊຸມນຸມຮຽກຮ້ອງສິດທິໃນການເຮັດວຽກ, ການເຂົ້າຮັບການອົບຮົບໃນວິຊາຊີບ ແລະ ໃຫ້ຢຸດຕິການແບ່ງແຍກໃນການເຮັດວຽກ, ໃນປີຕໍ່ມາໄດ້ມີການຈັດກິດຈະກຳວັນແມ່ຍິງສາກົນເພີ່ມຂື້ນໃນປະເທດຝຣັ່ງ, ເນເທິແລນ ແລະ ສະວີເດນ ແລະ ໃນປີ 1913 ມີການຈັດຊຸມນຸມວັນແມ່ຍິງສາກົນໃນລັດເຊຍເປັນເທື່ອທຳອິດ ທີ່ນະຄອນເຊນປີເຕີເບີກ ເຖິງວ່າຈະຖືກເຈົ້າໜ້າທີ່ຕຳຫຼວດຂັດຂວາງກໍ່ຕາມ ວັນແມ່ຍິງສາກົນໄດ້ຈັດຂື້ນໂດຍເຊີດຊູຄຳຂວັນຂອງຂະບວນສັນຕິພາບທັງທີ່ເພື່ອຕໍ່ຕ້ານສົງຄາມທີ່ກຳລັງລຸກລາມໃນເອີລົບນັບຕັ້ງແຕ່ຊວງປີຕົ້ນໆມາ ຄວາມສຳຄັນຂອງການສະຫຼອງວັນແມ່ຍິງສາກົນໄດ້ເພີ່ມທະວີຂື້ນໂດຍມີແມ່ຍິງໃນທະວີບອາຟິກາ, ອາຊີ ແລະ ອາເມຣິກາລາຕິນ ເລີ່ມຮ່ວມມືກັນເພື່ອທົບທວນຄວາມກ້າວໜ້າຂອງການຕໍ່ສູ້ເພື່ອສິດທິທີ່ເທົ່າທຽມກັນ ແລະ ເພື່ອຄວາມກ້າວໜ້າທາງເສດຖະກິດ ແລະ ສັງຄົມ ລວມທັງພະຍາຍາມຊຸກດັນໃຫ້ມີການຮັບຮູ້ໃນເລື່ອງສິດທິມະນຸດຂອງແມ່ຍິງຢ່າງສົມບູນ
ຄວາມສຳຄັນ:
ວັນແມ່ຍິງສາກົນ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງຕາມປະເພນີທີ່ປະຕິບັດຕິດຕໍ່ກັນທຸກປີ ແຕ່ເປັນການເນັ້ນໜັກເຖິງຄຸນຄ່າທາງປະຫວັດສາດຂອງການຕໍ່ສູ່ຂອງກຳມະກອນແມ່ຍິງ ແລະ ສຶບທອດຄວາມຈຳນົງທີ່ຕ້ອງການໃຫ້ຜູ້ຍິງໄດ້ຮັບການປົກປ້ອງຄຸ້ມຄອງໃຫ້ປອດໄພຈາກຄວາມຮຸນແຮງ ແລະ ຍົກລະດັບຄຸນນະພາບຊີວິດໃນດ້ານຕ່າງໆ ຜູ້ໃຊ້ແຮງງານຕ້ອງໄດ້ຮັບການເບິ່ງແຍງໃນດ້ານສະຫວັດດີການສຸຂະພາບ, ຄວາມປອດໄພໃນການເຮັດວຽກ ລວມທັງແມ່ຍິງຕ້ອງໄດ້ຮັບການປະຕິບັດຢ່າງໃຫ້ກຽດ ແລະ ເທົ່າທຽມໃນຖານະທີ່ແມ່ຍິງກໍ່ເປັນສະມາຊິກໜຶ່ງໃນສັງຄົມ.
(ຂອບໃຈທີ່ຕິດຕາມ)

2/6/16

ອາໄລຮັກການຈາກໄປຂອງ ອຈ ຄຳພູທະວີວັນ ເຈົ້າຂອງເພງ ຈົດໝາຍນ້ອຍ

ຂໍໄວ້ອາໄລ ເຖິງດວງວິນຍານ ອາຈານ ຄຳພູ ທະວີວັນ 
ສີລະປິນແຫ່ງຊາດ,ນັກຮ້ອງ, ນັກປະພັນເພງ
ຂໍໃຫ້ດວງວິນຍານຈົ່ງໄປສູ່ສຸຂະຕິດ້ວຍເທີ້ນ
 
ຄຳພູ ທະວີວັນ ຫລື ຫຼາຍຄົນມັກເອີ້ນວ່າ ອຈ ຄຳພູ ທະວີວັນ ຖືວ່າເປັນນັກແຕ່ງເພງ ແລະ ນັກຮ້ອງ ທີ່ມີເອກະລັກເປັນຂອງຕົນເອງ. ຄຳພູ ທະວີວັນ ກ້າວສູ່ວົງການສິນລະປິນນີ້ມາໄດ້ ຫຼາຍ ສິບປີ ຄືເພິ່ນເປັນນັກຮ້ອງນັກແຕ່ງເພງມາກ່ອຊາດລາວ ຈະໄດ້ຮັບການສະຖາປານາ ເປັນລະບອບໃໝ່ ຫລື ປ່ຽນເປັນ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ຄ.ສ 1975
ແຈ້ງຂ່າວຕໍ່ໆກັນເດີ ທ່ານ ສົມພາວັນ ສຽງແຄນລາວ ລູກເຂົ້າໜຽວ ບອກວ່າ ລາວໄດ້ຮັບໂທລະສັບຈາກເມຍ ອ.ຈຄຳພູ ທະວີວັນ ນັກຮ້ອງໃນດວງໃຈຂອງຫລາຍຄົນ ເພິ່ນໄດ້ເສຍຊີວິດແລ້ວ ໃນເວລາ 17:00 ໂມງ ຂອງວັນທີ 5 ກຸມພາ 2016 ດ້ວຍພະຍາດຂອງຜູ້ກ່ຽວ. ປະຈຸບັນສົບ ຂອງເພິ່ນໄດ້ບຳເພັນກຸສົນຢູ່ທີ່ ເຮືອນຂອງເພິ່ນເອງ ທີ່ ບ້ານເວີນຄຳ - ທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ ແລະ ຈະສົ່ງສະການວັນອາທິດ (7 ກຸມພາ 2016) ແຈ້ງໃຫ້ຊາບໂດຍທົ່ວເຖິງກັນ. 


ມີລາຍການສົ່ງເສີມສິນລະປິນ ເຄີຍນຳສະເໜີຜົນງານເພງບາງສ່ວນທີ່ຕິດພັນກັບ ອາຈານ ຄຳພູ ທະວິວັນ ໄວ້ ເຊິ່ງຫລາຍຄົນບໍ່ອາດເຄີຍຄິດມາກ່ອນວ່າ ເພງບາງເພງ ມີອາຍຸເກືອບເຄິ່ງສະຕະວັດແລ້ວກໍມີ
ຂອບໃຈທີ່ຕິດຕາມ

1/22/16

ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ເລືອກຕັ້ງເອົາຄະນະບໍລິຫານສູນກາງພັກຊຸດໃໝ່

ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ເລືອກຕັ້ງເອົາຄະນະບໍລິຫານສູນກາງພັກຊຸດໃໝ່
ໃນຕອນບ່າຍຂອງວັນທີ 21 ມັງກອນ 2016 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ໂດຍການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິ ການສູນກາງພັກ ໄດ້ດຳເນີນການເລືອກຕັ້ງ ເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ X, ຈຳນວນ 77 ສະຫາຍ, ໃນນັ້ນມີກຳມະການສູນກາງພັກສົມບູນ 69 ສະຫາຍ ແລະ ກຳມະການສຳຮອງ 8ສະຫາຍ.

ກ່ອນເຂົ້າສູ່ວາລະການປ່ອນບັດເລືອກຕັ້ງ ສະຫາຍປະທານກອງປະຊຸມ ໄດ້ສະເໜີທີ່ປະຊຸມຮັບ ຮອງເອົາຄະນະຄວບຄຸມປ່ອນບັດເລືອກຕັ້ງ ຈຳນວນ 31 ສະຫາຍ, ໂດຍແມ່ນສະຫາຍ ພົນຈັດຕະວາ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ເປັນຫົວໜ້າ ແລະ ຈາກນັ້ນ ສະຫາຍຫົວໜ້າຄະນະຄວບຄຸມການປ່ອນບັດເລືອກຕັ້ງ ໄດ້ແນະນຳລະບຽບການປ່ອນບັດພ້ອມທັງຢາຍບັດລົງຄະ ແນນສຽງໃຫ້ຜູ້ແທນສົມບູນ ຈຳນວນ 685 ສະຫາຍ ແລ້ວດຳເນີນການປ່ອນບັດເລືອກເອົາ ຄະນະບໍລິຫານງານສູນກາງພັກ ສະໄໝທີX ຢ່າງເປັນທາງການ, ຜົນຂອງການເລືອກຕັ້ງປະກອບມີ ບັນດາສະຫາຍກຳມະການສູນກາງພັກສົມບູນ ດັ່ງນີ້:
1. ສະຫາຍ ບຸນຍັງ ວໍລະຈິດ
2. ສະຫາຍ ນາງ ປານີ ຢາທໍ່ຕູ້
3. ສະຫາຍ ທອງລຸນ ສີສຸລິດ
4. ສະຫາຍ ດຣ. ບຸນທອງ ຈິດມະນີ
5. ສະຫາຍ ດຣ. ບຸນປອນ ບຸດຕະນະວົງ
6. ສະຫາຍ ດຣ. ພັນຄຳ ວິພາວັນ
7. ສະຫາຍ ຈັນສີ ໂພສີຄຳ
8. ສະຫາຍ ພົນໂທ ແສງນວນ ໄຊຍະລາດ
9. ສະຫາຍ ດຣ. ໄຊສົມພອນ ພົມວິຫານ
10. ສະຫາຍ ສົມພັນ ແພງຄຳມີ
11. ສະຫາຍ ຄຳໝັ້ນ ສູນວິເລີດ
12. ສະຫາຍ ສຈ.ດຣ. ຈະເລີນ ເຢຍປາວເຮີ
13. ສ/ຫ ພົນໂທ ຈັນສະໝອນ ຈັນຍາລາດ
14. ສະຫາຍ ຄຳສານ ສຸວົງ
15. ສະຫາຍ ດຣ. ສິນລະວົງ ຄຸດໄພທູນ
16. ສະຫາຍ ດຣ. ຄໍາພັນ ພົມມະທັດ
17. ສະຫາຍ ສຈ.ດຣ. ສົມກົດ ມັງໜໍ່ເມກ
18. ສະຫາຍ ດຣ. ສອນໄຊ ສີພັນດອນ
19. ສະຫາຍ ດຣ. ນາມ ວິຍະເກດ
20. ສະຫາຍ ນາງ ສີໃສ ລືເດດມູນສອນ
21. ສະຫາຍ ສຈ.ດຣ. ກິແກ້ວ ໄຂຄໍາພິທູນ
22. ສະຫາຍ ຄຳໃບ ດຳລັດ
23. ສະຫາຍ ສົມມາດ ພົນເສນາ
24. ສະຫາຍ ສົມດີ ດວງດີ
25. ສະຫາຍ ສຈ.ດຣ. ບໍ່ແສງຄໍາ ວົງດາລາ
26. ສະຫາຍ ດຣ. ລຽນ ທິແກ້ວ
27. ສ/ຫ ສຈ.ດຣ.ເອກສະຫວ່າງ ວົງວິຈິດ
28. ສະຫາຍ ໄຊສີ ສັນຕິວົງ
29. ສະຫາຍ ດຣ. ຄຳແພງ ໄຊສົມແພງ
30. ສະຫາຍ ພົນຕີ ສຸວອນ ເລືອງບຸນມີ
31. ສະຫາຍ ຄຳເມິງ ພົງທະດີ
32. ສະຫາຍ ພົນຕີ ສົມແກ້ວ ສີລາວົງ
33. ສະຫາຍ ຄຳເຈນ ວົງໂພສີ
34. ສະຫາຍ ປ້ານ ນ້ອຍມະນີ
35. ສ/ຫ ສຈ.ດຣ.ສຸກກົງແສງ ໄຊຍະເລີດ
36. ສະຫາຍ ຄຳພັນ ສິດທິດຳພາ
37. ສະຫາຍ ຄຳເຜີຍ ບຸດດາວຽງ
38. ສະຫາຍ ດຣ. ນາງ ສູນທອນ ໄຊຍະຈັກ
39. ສ/ຫ ພົນຕີ ດຣ. ທອງລອຍ ສິລິວົງ
40. ສະຫາຍ ພົນຕີ ວິໄລ ຫລ້າຄໍາຟອງ
41. ສະຫາຍ ດຣ. ຄຳມະນີ ອິນທິລາດ
42. ສະຫາຍ ໂອໄດ ສຸດາພອນ
43. ສະຫາຍ ດຣ. ກອງແກ້ວ ໄຊສົງຄາມ
44. ສະຫາຍ ດຣ.ນ ອິນລາວັນ ແກ້ວບຸນພັນ
45. ສະຫາຍ ຄຳຂັນ ຈັນທະວີສຸກ
46. ສະຫາຍ ນາງ ເຂັມມະນີ ພົນເສນາ
47. ສະຫາຍ ສຈ. ດຣ. ບໍ່ວຽງຄໍາ ວົງດາລາ
48. ສະຫາຍ ດຣ. ນາງ ວຽງທອງ ສີພັນດອນ
49. ສະຫາຍ ດຣ. ສອນທະນູ ທຳມະວົງ
50. ສະຫາຍ ສະເຫລີມໄຊ ກົມມະສິດ
51. ສ/ຫ ນາງ ແສງເດືອນ ຫລ້າຈັນທະບູນ
52. ສະຫາຍ ດຣ. ວິໄລວົງ ບຸດດາຄຳ
53. ສະຫາຍ ດຣ. ສົມພາວ ໄຟສິດ
54. ສະຫາຍ ດຣ. ທັນສະໄໝ ກົມມະສິດ
55. /ຫ ຮສຈ.ດຣ.ທອງສະຫຼິດ ມັງໜໍ່ເມກ
56. ສະຫາຍ ດຣ. ບຸນຈັນ ສິນທະວົງ
57. ສະຫາຍ ສີສຸວັນ ວົງຈອມສີ
58. ສະຫາຍ ດຣ. ເພັດ ພົມພິພັກ
59. ສະຫາຍ ພົງສະຫວັນ ສິດທະວົງ
60. ສະຫາຍ ດຣ. ຄຳພັນ ເຜີຍຍະວົງ
61. ສະຫາຍ ເພັດສາຄອນ ຫລວງອາໄພ
62. ສະຫາຍ ວິດົງ ໄຊຍະສອນ
63. ສະຫາຍ ອະນຸພາບ ຕຸນາລົມ
64. ສ/ຫ ດຣ.ພົຕ ສິນທະວົງ ໄຊຍະກອນ
65. ສະຫາຍ ດຣ. ບຸນຖອງ ດີວິໄຊ
66. ສະຫາຍ ດຣ. ສຸພັນ ແກ້ວມີໄຊ
67. ສະຫາຍ ວັນໄຊ ແພງຊຸມມາ
68. ສະຫາຍ ເພັດຖາວອນ ພິລາວັນ
69. ສະຫາຍ ສັນຕິພາບ ພົມວິຫານ
ບັນດາສະຫາຍກຳມະການສຳຮອງມີຄື:
1. ສະຫາຍ ນາງ ບຸນຄໍາ ວໍລະຈິດ
2. ສະຫາຍ ດຣ. ບົວຄົງ ນາມມະວົງ
3. ສະຫາຍ ສອນໄຊ ສິດພະໄຊ
4. ສະຫາຍ ນາງ ໃບຄໍາ ຂັດຕິຍະ
5. ສະຫາຍ ອາລຸນໄຊ ສູນນະລາດ
6. ສະຫາຍ ນາງ ສວນສະຫວັນ ວິຍະເກດ
7. ສະຫາຍ ໂພໄຊ ໄຊຍະສອນ
8. ສະຫາຍ ລາວປາວຊົງ ນະວົງໄຊ

ໃນຕອນບ່າຍຂອງວັນດຽວກັນ ກອງປະຊຸມຍັງໄດ້ຮັບຮອງເອົາກົດລະບຽບຂອງພັກ ສະໄໝທີ X ເຊິ່ງ ແມ່ນທຳມະນູນ ແລະ ແນວທາງການຈັດຕັ້ງພື້ນຖານຂອງພັກ ເພື່ອຊີ້ນຳວຽກງານກໍ່ສ້າງພັກ ໃນທົ່ວພັກໃຫ້ມີຄວາມເປັນເອກະພາບ ທັງສອດຄ່ອງກັບຈຸດພິເສດ ແລະ ລັກສະນະຂອງການປະຕິວັດ ຢູ່ປະເທດເຮົາໃນແຕ່ລະໄລຍະ.

ໂຄງປະກອບກົດລະບຽບພັກສະໄໝທີ X ປະກອບມີ 14 ໝວດ, 58 ມາດຕາ ທຽບໃສ່ສະໄໝ ທີ IX ເພີ່ມຂຶ້ນ 2 ໝວດ, 7 ມາດຕາ ຄື: ໄດ້ແຍກມາດຕາ 28 ຢູ່ໝວດທີ VI ຂອງກົດລະບຽບສະໄມທີ IX ມາສ້າງເປັນໝວດທີ V ໃໝ່ ວ່າດ້ວຍການຈັດຕັ້ງພັກ ຂອງກະຊວງ-ອົງການ ແລະ ໝວດທີ XIII ວ່າດ້ວຍກາໝາຍພັກ ແລະ ທຸງພັກ. ມາດຕາເພີ່ມ ໃໝ່ມີມາດຕາ 8, 19, 24, 34, 50, 51, 52;ໄດ້ຈັດວາງທີ່ຕັ້ງຂອງໝວດຄືນໃໝ່ໃຫ້ເປັນລະບົບ ຄື: ຍ້າຍໝວດທີ V ວ່າດ້ວຍການຈັດຕັ້ງຮາກຖານພັກ ເປັນໝວດທີ VI ໃໝ່. ໝາຍວ່າຈັດໝວດ ແລະມາດຕາຄືນໃໝ່ຕາມການຈັດຕັ້ງ ນຳພາຂອງພັກ ແຕ່ຂັ້ນສູນກາງຮອດຮາກຖານ.

ຂອບໃຈຂໍ້ມູນຂ່າວຈາກ: ຂປລ
(ຂອບໃຈທີ່ຕິດຕາມ)

1/20/16

7 ແຜນຍຸດທະສາດລະດັບຊາດທີ່ຕ້ອງປະຕິບັດໃນ 10 ປີ

7 ແຜນຍຸດທະສາດລະດັບຊາດທີ່ຕ້ອງປະຕິບັດໃນ 10 ປີ(2016-2025)
     ໃນ​ວັນ​ທີ 18 ມັງ­ກອນ​ຜ່ານ​ມາ ສະ­ຫາຍ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ ໄດ້ຂຶ້ນ​ສະ­ເໜີ​ຮ່າງ​ວິ­ໄສ​ທັດ​ຮອດ ປີ 2030, ຍຸດ​ທະ​ສາດ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ໄລ­ຍະ 10 ປີ (2016-2025) ແລະ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົນ 5 ປີ ຄັ້ງ​ທີ VIII (2015-2020) ຕໍ່​ກອງປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ​ຄັ້ງ​ທີ X ຂອງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ໂດຍ​ຍົກ ໃຫ້​ເຫັນ​ຜົນ­ສຳ­ເລັດ​ການ​ພັດ­ທະ­ນາ​ດ້ານ ຕ່າງໆ​ໄລ­ຍະ 15 ປີ­ຜ່ານ­ມາ ຊຶ່ງ​ເສດ​ຖະ ກິດ​ແຫ່ງ​ຊາດ​ມີ​ການ​ຂະ­ຫຍາຍ­ຕົວ​ໃນ ຈັ່ງ​ຫວະ​ໄວ ແລະ​ຕໍ່​ເນື່ອງ, ໝັ້ນ​ທ່ຽງ​ໂດຍ ພື້ນ­ຖານ ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ ໃນ (GDP) ສະ­ເລ່ຍ​ບັນ­ລຸ 7,4% ຕໍ່​ປີ, ສະ­ເລ່ຍ​ລາຍ​ຮັບ​ເພີ່ມ​ຂຶ້ນ​ຈາກ 319 ໂດ ລາ ໃນ​ສົກ​ປີ 2000-2001 ມາ​ເປັນ 1.671 ໂດ​ລາ ໃນ​ສົກ​ປີ 2013-2014 ແລະ​ມາ​ເປັນ 1.970 ໂດ​ລາ​ສະ­ຫະ­ລັດ ໃນ​ສົກ​ປີ 2014-2015, ພິ­ເສດ ໃນ​ປີ 2011 ທະ­ນາ­ຄານ​ໂລກ​ໄດ້​ເລື່ອນ ສປປ ລາວ ຈາກ​ກຸ່ມ​ປະ­ເທດ​ທີ່​ມີ​ລາຍ​ໄດ້​ຕ່ຳ​ຂຶ້ນມາ­ສູ່​ປະ­ເທດ​ທີ່​ມີ​ລາຍ​ໄດ້​ປານ​ກາງ​ໃນ ລະ­ດັບ​ຕ່ຳ.

ບົນ​ພື້ນ­ຖານ​ຜົນ­ສຳ­ເລັດ​ດັ່ງ­ກ່າວ ສະ ຫາຍ ທອງ​ສິງ ທຳ​ມະ​ວົງ ໄດ້​ຊີ້​ໃຫ້​ເຫັນ ເຖິງ​ຄຳ​ຂວັນ​ຂອງ​ວິ­ໄສ​ທັດ​ຮອດ​ປີ 2030 ແລະ​ຍຸດ​ທະ​ສາດ​ຮອດ​ປີ 2025 ຄື: ສູ້ຊົນ​ພັດ­ທະ­ນາ​ປະ­ເທດ​ຊາດ​ໃຫ້​ຫຼຸດ​ພົ້ນ ຈາກ​ສະ­ຖາ­ນະ​ພາບ​ດ້ອຍ​ພັດ­ທະ­ນາ​ໃນ​ປີ 2020 ກ້າວ​ໄປ​ສູ່​ປະ­ເທດ​ກຳ­ລັງ​ພັດ​ທະ ນາ​ທີ່​ມີ​ລາຍ​ຮັບ​ປານ​ກາງ​ສູງ​ຕາມ​ທິດ ການ​ພັດ­ທະ­ນາ​ສີ­ຂຽວ ແລະ​ຢືນ​ຍົງ ເມື່ອເຖິງ​ປີ 2030 ” ສຳ­ລັບ​ຍຸດ​ທະ​ສາດ​ການ ພັດ ທະ​ນາ​ເສດ­ຖະ­ກິດ ໄລ­ຍະ 10 ປີ (2016-2025)ເພື່ອ​ຜັນ​ຂະ­ຫຍາຍ​ຄາດ­ໝາຍ​ສູ້​ຊົນ​ຕ່າງໆ​ຈະ​ຕ້ອງ​ໄດ້​ສຸມ​ໃສ່​ປະ­ຕິ­ບັດ 7 ຍຸດ​ທະ​ສາດ​ລະ­ດັບ​ຊາດ​ດັ່ງ­ນີ້:

1.     ​ພັດ­ທະ­ນາ​ເສດ​ຖະ ກິດ​ຢ່າງ​ຕໍ່​ເນື່ອງ​ໄປ​ຕາມ​ທິດ​ມີ​ຄຸນ​ນະ ພາບ, ສີ­ຂຽວ ແລະ​ຢືນ​ຍົງ ຊຶ່ງ​ເປົ້າ​ໝາຍແມ່ນ​ເຮັດ​ໃຫ້​ເສດ­ຖະ­ກິດ​ຂະ­ຫຍາຍ­ຕົວ ຕໍ່​ເນື່ອງ​ໝັ້ນ​ທ່ຽງ​ດ້ວຍ​ຈັງ­ຫວະ​ສະ­ເລ່ຍ 7,5% ຕໍ່​ປີ, ເສດ­ຖະ­ກິດ​ມະ­ຫາ​ພາກ​ມີ​ສະ ຖຽນ​ລະ​ພາບ, ຄວາມ­ທຸກ​ຍາກ​ສືບ­ຕໍ່​ຫຼຸດ ລົງ, ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ໄດ້ ຮັບ​ການ​ຍົກ​ລະ­ດັບ​ດີ​ຂຶ້ນ, ຮັບ­ປະ­ກັນ​ການ ຜະ­ລິດ​ສະ­ບຽງ​ອາ­ຫານ​ໃຫ້​ພຽງ­ພໍ​ກັບ ຄວາມ​ຕ້ອງ­ການ​ພາຍ​ໃນ, ມີ​ສິນ­ຄ້າ​ສົ່ງ ອອກ​ຈຳ­ນວນ​ໜຶ່ງ, ມີ​ການ​ຈັດ​ສັນ​ເຂດ ການ​ພັດ­ທະ­ນາ ແລະ​ຈັດ​ວາງ​ກຳ­ລັງ​ການ ຜະ­ລິດ​ຕາມ​ເຂດ​ແຄວ້ນ​ຢ່າງ​ເປັນ​ລະ­ບົບ.

2.    ເພື່ອ​ພັດ­ທະ­ນາ​ປະ ເທດ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ ດ້ອຍ​ພັດ­ທະ­ນາ (LDCs) ແລະ​ປະ­ຕິ­ບັດ ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ (SDGs) ໂດຍ​ສຸມ​ໃສ່​ປະ­ຕິ­ບັດ​ເປົ້າ​ໝາຍ ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ດ້ອຍ ພັດ­ທະ­ນາ​ໃຫ້​ສຳ­ເລັດ​ໃນ​ປີ 2020 ແລະ ປະ­ຕິ­ບັດ​ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ ຍືນ​ຍົງ.

3.    ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ ມະ­ນຸດ ເລັງ​ໃສ່​ພັດ­ທະ­ນາ​ຄົນ​ໃຫ້​ມີ ຄຸນ​ສົມ ບັດ​ສິນ​ທຳ​ປະ­ຕິ­ບັດ, ມີ​ສະ­ຕິ​ປັນ­ຍາ, ສຸ​ຂະ ພາບ ແລະ​ຮ່າງ­ກາຍ​ແຂງ­ແຮງ, ການ​ສຶກ ສາ​ອົບ­ຮົມ​ດ້ານ​ແນວ​ຄິດ​ການ­ເມືອງ, ການຄຸ້ມ​ຄອງ​ກໍ່­ສ້າງ​ພະ­ນັກ­ງານ, ຍົກ​ປະ​ສິດ­ທິພາບ​ຂອງ​ແຮງ​ງານ, ສົ່ງ­ເສີມ​ວຽກ​ງານ ໂພ­ຊະ​ນາ​ການ, ຍົກ​ສູງ​ຄຸນ­ຄ່າ​ວັດ­ທະ­ນະ ທຳ​ອັນ​ດີ­ງາມ​ຂອງ​ຊາດ ແລະ​ຂອງ​ບັນ ດາ​ເຜົ່າ.

4.    ປົກ​ປັກ​ຮັກ­ສາ ແລະ​ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ຢ່າງ​ມີ​ປະ​ສິດ­ທິ​ຜົນ​ຕາມ​ທິດ​ສີ­ຂຽວ ແລະ ຍືນ​ຍົງ ໂດຍ​ສະ­ເພາະ​ທີ່​ດິນ, ປ່າ­ໄມ້, ແຮ່ ທາດ, ແຫຼ່ງ​ນ້ຳ, ອາ­ກາດ​ໃຫ້​ມີ​ການ​ນຳ​ໃຊ້ເກີດ​ປະ­ໂຫຍດ​ສູງ​ສຸດ, ມີ​ຄວາມ​ຍືນ​ຍົງໝັ້ນ­ຄົງ​ໄປ​ຕາມ​ທິດ​ສີ­ຂຽວ ແລະ​ຮັບ​ປະກັນ​ການ​ບັນ­ເທົາ, ຮັບ​ມື ແລະ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ­ກາດ.

5.    ເພີ່ມ​ທະ­ວີ​ຄວາມ ສັກ­ສິດ​ຂອງ​ລະ­ບົບ​ການ​ປົກ­ຄອງ​ດ້ວຍ ກົດ­ໝາຍ​ຂອງ​ລັດ​ປະ­ຊາ​ທິ ປະ​ໄຕ​ປະ­ຊາ ຊົນ: ປັບ­ປຸງ​ສ້າງ​ລະ­ບົບ​ກົງ­ຈັກ​ການ​ປົກ ຄອງ ແລະ​ການ​ບໍ­ລິ­ຫານ​ລັດ​ໃຫ້​ເຂັ້ມ­ແຂງ ມີ​ປະ­ສິດ­ທິ­ພາບ​ສູງ​ຂຶ້ນ, ປັບ­ປຸງ​ສ້າງ​ບັນ ດາ​ອົງ​ການ­ຈັດ­ຕັ້ງ​ຂອງ​ລັດ​ໃຫ້​ກະ­ທັດ ຮັດ, ສ້າງ ແລະ​ປັບ­ປຸງ​ບັນ­ດາ​ນິ­ຕິ​ກຳ, ນະໂຍ​ບາຍ​ລະ­ບຽບ​ການ​ຕ່າງໆ​ໃຫ້​ຄົບ​ຖ້ວນ, ຮັດ­ກຸມ, ຈະ­ແຈ້ງ ແລະ​ປັບ­ປຸງ​ກົນ​ໄກ​ການ ປະ­ສານ​ງານ​ລະ­ຫວ່າງ​ສາຍ​ຕັ້ງ ແລະ ສາຍ​ຂວາງ​ໃຫ້ ກົມ­ກຽວ​ກັນ.

6.    ການ​ເຊື່ອມ ໂຍງ, ເຊື່ອມ​ຈອດ​ກັບ​ພາກ​ພື້ນ ແລະ​ສາ ກົນ ຊຶ່ງ​ຕ້ອງ​ເພີ່ມ​ທະ­ວີ​ການ​ມີ​ເພື່ອນ​ມິດ, ຮັດ​ແໜ້ນ​ຄວາມ​ສາ­ມັກ­ຄີ ແລະ​ຂະ­ຫຍາຍ ການ​ພົວ­ພັນ​ຮ່ວມ​ມື​ກັບ​ພາກ​ພື້ນ ແລະ​ສາ ກົນ​ໃຫ້​ກວ້າງ­ຂວາງ ໂດຍ​ເພີ່ມ​ຂີດ​ຄວາມ ສາ­ມາດ​ໃນ​ການ​ແຂ່ງ­ຂັນ ເຂົ້າ​ຮ່ວມ​ໃນ ເຄືອ​ຂ່າຍ​ການ​ຜະ­ລິດ​ຂອງ​ພາກ​ພື້ນ ແລະ ສາ­ກົນ.

7.    ການ​ຫັນ­ປ່ຽນ​ອຸດ­ສາ­ຫະ­ກຳ ແລະ​ທັນ​ສະ ໄໝ ໂດຍ​ສະ­ເພາະ​ຍົກ​ສູງ​ປະ­ສິດ­ທິ­ພາບ ແລະ​ປະ​ສິດ­ທິ​ຜົນ​ຂອງ​ການ​ຜະ­ລິດ​ໃນ ໂຄງ​ປະ­ກອບ​ເສດ­ຖະ­ກິດ​ແຫ່ງ​ຊາດ, ການ​ນຳ​ໃຊ້ ແລະ​ພັດ­ທະ­ນາ​ເຕັກ​ໂນ​ໂລ​ຊີ ທີ່​ທັນ​ສະ­ໄໝ, ສະ­ອາດ​ເປັນ​ມິດ​ກັບ​ສິ່ງ ແວດ​ລ້ອມ, ມີ​ພື້ນ­ຖານ​ໂຄງ​ລ່າງ​ທີ່​ທັນ ສະ­ໄໝ ແລະ​ສາ­ມາດ​ຮອງ​ຮັບ​ການ​ເຊື່ອມ ຈອດ​ກັບ​ພາກ​ພື້ນ ແລະ​ສາ­ກົນ, ໂດຍ​ຫັນ ຕົວ​ເມືອງ​ໃຫຍ່​ໃຫ້​ມີ​ຄວາມ​ທັນ​ສະ­ໄໝ, ການ​ຫັນ​ເປັນ​ອຸດ­ສາ­ຫະ­ກຳ​ຕ້ອງ​ສຸມ​ໃສ່ ຂະ­ແໜງ​ອຸດ­ສາ­ຫະ­ກຳ​ເສົາ­ຄ້ຳ​ເປັນ­ຕົ້ນ ອຸດ­ສາ­ຫະ­ກຳ​ໄຟ­ຟ້າ, ອຸດ­ສາ­ຫະ­ກຳ​ປຸງ ແຕ່ງ (ລວມ​ທັງ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ກະ­ສິ­ກຳ, ປຸງ​ແຕ່ງ​ບໍ່​ແຮ່), ອຸດ­ສາ­ຫະ­ກຳ ທ່ອງ​ທ່ຽວ ພ້ອມ​ນັ້ນ ຕ້ອງ​ເອົາ­ໃຈ­ໃສ່​ບັນ ດາ​ຂະ­ແໜງ­ການ ປິ່ນ​ອ້ອມ ໂດຍ​ສະ­ເພາະ ກະ­ສິ­ກຳ-ປ່າ­ໄມ້, ທະ­ນາ­ຄານ, ໂທລະ​ຄົມ ມະ​ນາ​ຄົມ, ການ​ບໍ­ລິ­ການ​ທາງ​ຜ່ານ ແລະ ອື່ນໆ.


ສ່ວນ​ຈຸດ­ໝາຍ​ແຜນ​ພັດ­ທະ­ນາ​ເສດ ຖະ​ກິດ-ສັງ­ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ VIII ແມ່ນ​ຕ້ອງ​ຮັບ­ປະ­ກັນ​ສະ­ຖຽນ​ລະ​ພາບ ທາງ​ດ້ານ​ການ­ເມືອງ, ຄວາມ​ສະ­ຫງົບ ແລະ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ ສັງ­ຄົມ​ຢ່າງ​ໜັກ​ແໜ້ນ, ສືບ­ຕໍ່​ແກ້​ໄຂ​ຄວາມ ທຸກ​ຍາກ​ຂອງ​ປະ­ຊາ­ຊົນ​ໃຫ້​ທົ່ວ​ເຖິງ ໂດຍ ຊຸກ­ຍູ້​ການ​ຂະ­ຫຍາຍ­ຕົວ​ເສດ­ຖະ­ກິດ​ຢ່າງ ຕໍ່​ເນື່ອງ​ຕາມ​ທິດ​ພັດ­ທະ­ນາ​ສີ­ຂຽວ ແລະຍືນ​ຍົງ ທັງ​ມີ​ການ​ຄຸ້ມ​ຄອງ ແລະ​ນຳ​ໃຊ້ ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ຢ່າງ​ມີ​ປະ­ສິດ ທິ​ຜົນ​ສູງ, ສ້າງ​ໃຫ້​ໄດ້​ການ​ຫັນ­ປ່ຽນ​ຮູບ ແບບ​ການ​ພັດ­ທະ­ນາ​ຕາມ​ທິດ​ຂະ­ຫຍາຍ ທ່າ­ແຮງ​ທີ່​ບົ່ມ​ຊ້ອນ ແລະ ​ຂໍ້​ໄດ້​ປຽບ​ຂອງ ປະ­ເທດ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ກັບ​ພາກ ພື້ນ ແລະ​ສາ­ກົນ.

1/16/16

ທ່ານຮູ້ຫຍັງແດ່ກ່ຽວກັບກອງປະຊຸມໃຫຍ່ຂອງພັກແຕ່ ຄັ້ງທີ I​ເຖິງ ຄັ້ງທີ X ?

ປະຫວັດກອງ​ປະຊຸມ​ໃຫຍ່​ຂອງ ​ພັກປະຊາຊົນ​ປະຕິວັດ​ລາວ ​ສະ​ໄໝທີ I​ - X
​ເນື້ອ​ໃນ, ທິດ​ທາງ, ໜ້າ​ທີ່​ຕົ້ນຕໍ, ທີ່​ພັກ​ເຮົາ​ວາງ​ອອກ ​ໃນ​ແຕ່ລະສະ​ໄໝ
(ຂອບໃຈຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)
ນັບ​ແຕ່ມື້ສ້າງຕັ້ງພັກ​ປະຊາຊົນ​ປະຕິ​ວັດ​ລາວຄື: ​ວັນທີ 22/03/1955 ​​ເປັນຕົ້ນມາ, “ ພັກ​ປະຊາຊົນ ປະຕິວັດ​ລາວ” ​ໃນ​ຖານະ​ເປັນ​ພັກ​ກໍາ​ອໍານາດ ດຳລົງ​ ບົດບາດ​ເປັນ​ແກນ​ນຳ ​ໃນ​ລະບົບ​ການ​ເມືອງ, ​ເປັນພັກ​ທີ່​ມີຄວາມ​ປີ​ຊາ​ສາມາດ ​ໃນ​ການ​ຊີ້ນໍາ-ນຳພາ ພາລະກິດ​ຕໍ່ສູ້ປົດ​ປ່ອຍ​ຊາດ ຄື: ປົກ​ປັກ​ຮັກສາ ​ແລະ​ ພັດທະນາ ​ປະ​ເທດ​ຊາດ. ​ໃນ​ຂະ​ບວນວິວັດ​ ແຫ່ງ​ປະຫວັດສາດ ອັນ​ລະ​ອິດ​ລະ​ອ້ຽວດັ່ງກ່າວ ພັກ​ເຮົາ​ໄດ້​ກຳນົດ​ແນວທາງ​ຍຸດ​ທະ​ສາດ, ບາດກ້າວ​ເດີນ ​ແລະ​ ວິທີ​ປະຕິວັດ ຂອງ​ຊາດ​ລາວ ​ໂດຍ​ສອດຄ່ອງ​ກັບ​ເງື່ອນ​ໄຂ​ສະພາວະ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ ​ແລະ ​ສະພາບ​ແວດ​ລ້ອມ​ທາງ​ສາກົນ ​ໃນ​ແຕ່ລະ​ໄລຍະ, ສາມາດ​ສະຫລຸບ ​ແລະ ​ຖອດຖອນ​ໄດ້​ບົດຮຽນ ​ໃນ​ແຕ່ລະ​ໄລຍະ​ແຫ່ງ​ບາດ​ລ້ຽວ ປະຫວັດສາດຂອງ​ການ​ປະຕິວັດ ​ເຊິ່ງສາມາດຍາດ​ໄດ້​ໄຊ​ຊະນະ ​ແລະ ​ມີ​ຜົນສໍາ​ເລັດ ​ໃນ​ຫລາຍ​ດ້ານ; ການປັບປຸງ​ແນວທາງ ​ແຜນ​ນະ​ໂຍບາຍ​ຕ່າງໆ ທີ່​ວາງ​ອອກ​ນັ້ນ ນັບ​ມື້ມີ​ຄວາມ​ສົມບູນ​ຍິ່ງ​ຂຶ້ນ.

​​ເນື້ອ​ໃນ, ທິດ​ທາງ, ໜ້າ​ທີ່​ຕົ້ນຕໍ ທີ່​ພັກ​ເຮົາ​ວາງ​ອອກ ​ໃນ​ແຕ່​ລະສະ​ໄໝ​ກອງ​ປະຊຸມ, ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ ຄັ້ງທີ່ I ​ເຖິງ ຄັ້ງທີ X ຂອງ​ພັກ ​ເຊິ່ງສັງ​ລວມຫຍໍ້ ມີດັ່ງນີ້:

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ ເມືອງວຽງໄຊ ແຂວງຫົວ­ພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງ­ຮອຍປະ­ຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິ...