4/3/14

ຮູ້ຫຍັງແດ່ກ່ຽວກັບປີໃໝ່ລາວ

ບຸນປີໃຫມ່ລາວ
ເດືອນນີ້(ເມສາ)ເປັນເດືອນທີ່ຊາວລາວທັງຫລາຍ ໄດ້ຮ່ວມກັນສະເຫລີມສະຫລອງ ບຸນກຸດສົງການ ຫຼື ບຸນປີໃໝ່ລາວ ຢ່າງຄຶກຄື້ນມ່ວນຊື່ນ, ຜູ້ເຖົ້າຜູ້ແກ່ເພິ່ນເຄີຍ ເລົ່າ ສູ່ຟັງວ່າ: ສະໄໝກ່ອນ ບໍ່ວ່າເຮົາຈະຍ່າງໄປຕາມຂອກແຄແຈຮົ້ວຂອງເຮືອນໃດ ກໍຈະ ໄດ້ຍິນແຕ່ສຽງແຄນປະສານສຽງກອງຫາງ ສາບ ແຊ່ງ ຄ້ອງ, ທັງໄດ້ຍິນແຕ່ສຽງຜູ້ຄົນ ອວຍໄຊໃຫ້ພອນເຊິ່ງກັນແລະກັນບໍ່ຂາດ. 
ຈຸດພິເສດອັນໂດດເດັ່ນຂອງບຸນກຸດສົງການ ຫຼື ບຸນປີໃໝ່ລາວນັ້ນແມ່ນ: ມີການສະ ຫລອງທີ່ຫລາກຫລາຍ ແລະ ທີ່ຂາດບໍ່ໄດ້ນັ້ນກໍ່ຄືການຫົດສົງນ້ຳໃຫ້ພອນກັນ ດ້ວຍນ້ຳທີ່ສະອາດ ອັນເປັນສາເຫດເຮັດໃຫ້ເອີ້ນບຸນນີ້ແບບງ່າຍໆວ່າ: ບຸນຫົດນ້ຳ. 

(ຮູບພາບຈາກອິນເຕີເນັທ)
ການຂຶ້ນປີໃໝ່ສຳລັບຊາວລ້ານຊ້າງ(ລາວ)ນັ້ນ ມັນກົງກັບການປ່ຽນປີ ຈສ ຫຼື ຈຸນລະສັກລາດ ເຊິ່ງຄົນລາວໄດ້ນັບຖືມາຕັ້ງ ແຕ່ຍຸກສະໄໝລ້ານຊ້າງຕອນຕົ້ນພຸ້ນ ເວລານັ້ນຊາວລ້ານນາກໍ່ເຄີຍໃຊ້ປີ ຈສ. ຄືກັນກັບຊາວລ້ານຊ້າງ ຫລື ຊາວລາວ. (ປີນີ້ ຄສ. 2014 ມື້ີສັງຂານຂຶ້ນຈະປ່ຽນເປັນປີ ຈສ. 1376). 
ການສະຫລອງປີໃໝ່ລາວແຕ່ບູຮານນັ້ນ ເພິ່ນຈະຈັດຫາເຄື່ອງຂອງຕ່າງໆ ເພື່ອໄຫວ້ ຫຼື ເພື່ອສັກາລະຜີຟ້າ ຜີແຖນ, ແຕ່ພາຍຫລັງທີ່ໄດ້ຮັບເອົາພຣະພຸດທະສາສນາເຂົ້າມາ ໃນດິນແດນລ້ານຊ້າງແລ້ວການຈັດງານສະຫລອງ ປີໃໝ່ລາວຈຶ່ງໄດ້ປັບປ່ຽນໄປຕາມ ຍຸກສະໄໝທີ່ແທດເໝາະກັບລັກສະນະຂອງຊາວພຸດ. 
(ຮູບພາບຈາກອິນເຕີເນັທ) 
ໃນປັດຈຸບັນ ຊາວລາວສ່ວນໜຶ່ງຍັງເຂົ້າໃຈຜິດວ່າປີໃໝ່ລາວ(ກຸດສົງການ) ເປັນເວລາຂອງການປ່ຽນ ພສ. (ພຸດທະສັກລາດ)ຫຼື ປີພຸດ, ແຕ່ຄວາມຈິງແລ້ວ ມັນແມ່ນເວລາປ່ຽນແປງຂອງປີ ຈ.ສ ຫລື ຈຸນລະສັກລາດນັ້ນເອງ ແລະ ການຈັດ ງານສະ ເຫຼີມສະຫລອງ ເຮົາມັກເອີ້ນບຸນນີ້ວ່າ "ບຸນປີໃໝ່ລາວ ຫຼື ກຸດສົງການປີໃໝ່ລາວ" ແທນການເອີ້ນວ່າ "ບຸນສົງການ" ຊື່ໆ ເໝືອນດັ່ງບາງປະເທດໃກ້ຄຽງເຮົາ. 

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ ເມືອງວຽງໄຊ ແຂວງຫົວ­ພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງ­ຮອຍປະ­ຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິ...