3/15/15

ແດ່...60 ປິ ພັກປະຊາຊົນປະຕິວັດລາວ

ຄຳນັບຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
ຄົບຮອບ 60 ປີ ຢ່າງສຸດໃຈ(22 ມີນາ 1955 - 22 ມີນາ 2015)

ກ່ອນຫນ້ານີ້ 60 ປີ ໂດ­ຍ­ອີງໃສ່ຄວາມ­ຮຽກຮ້ອງຕ້ອງ­ການ­ຂອງ­ການປະ­ຕິວັດ­ລາວ ໂດຍສະ­ເພາະ­ແມ່ນ­ພາ­ລະ­ກິດ­ຕໍ່ຕ້ານ­ຂອງປະ­ຊາ­ຊົນເຮົາ ທີ່ພວມ­ດໍາເນີນໄປຢ່າງ­ຟົດເດືອດ ແລະ­ ເປັນຂະບວນນັ້ນ ວັນ­ທີ 22 ມີນາ 1955 ພັກປະ­ຊາ­ຊົນ­ລາວ ຊຶ່ງແມ່ນ­ພັກປະ­ຊາ­ຊົນປະ­ຕິວັດ­ລາວໃນ­ປັດ­ຈຸບັນ ໄດ້­ຮັບ­ການສ້າງ­ຕັ້ງ­ຂຶ້ນຢ່າງເປັນ­ທາງ­ການ ໂດຍ­ສືບ­ທອດ­ພາ­ລະ­ກິດ­ອັນ­ມີກຽດສະ­ຫງ່າ­ຂອງ­ພັກ­ກອມ­ມູນິດ­ອິນ­ດູຈີນ ຮັບເອົາ­ພາ­ລະ­ກໍາ­ປະ­ຫວັດ­ສາດ­ອັນແສນຫຍຸ້ງ­ຍາກ­ລໍາບາກ ແຕ່ສະ­ຫງ່າ­ລາ­ສີທີ່­ສຸດແຫ່ງ­ການ­ນໍາ­ພາ­ຂະ­ບວນ­ການ­ຕໍ່­ສູ້ຂອງປະ­ຊາ­ຊົນ­ລາວ. 
ການ­ກໍາເນີດເກີດ­ຂຶ້ນ­ຂອງ­ພັກປະ­ຊາ­ຊົນປະ­ຕິວັດ­ລາວ ແມ່ນເຫດ­ການ­ອັນ­ຍິ່ງໃຫຍ່ ແລະ­ ສໍາ­ຄັນ­ທີ່­ສຸດ ໃນປະ­ຫວັດ­ສາດ­ຂອງ­ຊາດເຮົາ ເປັນ­ຂີດຫມາຍແຫ່ງ­ບາດກ້າວຂະ­ຫຍາຍ­ຕົວໃຫມ່ຂອງ­ພາ­ລະ­ກິດປະ­ຕິວັດ­ຂອງປະ­ຊາ­ຊົນ­ລາວ ແລະ­ ປະ­ຫວັດ­ສາດແຫ່ງ­ການ­ຕໍ່­ສູ້ຂອງປະ­ຊາ­ຊົນ­ລາວ ໄດ້­ຕິດແຫນ້ນ­ກັບປະ­ຫວັດ­ສາດແຫ່ງ­ການເຕີບໃຫຍ່ຂະ­ຫຍາຍ­ຕົວຂອງ­ພັກເຮົາ ຕັ້ງແຕ່ເວລານັ້ນເປັນ­ຕົ້ນ­ມາ. 
ນັບແຕ່ມື້ທີ່­ກໍາເນີດ­ຂຶ້ນ ພັກເຮົາໄດ້­ຢືນ­ຢູ່­ຕໍ່ຫນ້າການ­ທົດ­ສອບ­ອັນຮ້າຍແຮງ­ທີ່­ສຸດ ຍ້ອນວ່າມັນແມ່ນໄລຍະເວລາ­ ທີ່ພວກລ່າເມືອງ­ຂຶ້ນແບບໃໝ່ ໄດ້ເຂົ້າມາ­ປ່ຽນແທນ­ພວກລ່າເມືອງ­ຂຶ້ນແບບເກົ່າ­ທີ່ໄດ້­ຖືກປະ­ລາໄຊໄປແລ້ວ. ພວກລ່າເມືອງຂຶ້ນແບບໃຫມ່ ໄດ້­ດໍາເນີນ­ສົງ­ຄາມ­ຮຸກ­ຮານ­ທີ່­ມີລັກສະ­ນະ­ລ້າງ­ຜານ ດ້ວຍ­ກໍາ­ລັງ­ອັນໃຫຍ່ຫລວງ ແລະ­ ພາ­ຫະ­ນະ­ສົງ­ຄາມ­ທີ່­ທັນສະ­ໄໝ ສົມ­ທົບ­ກັບ­ການ­ນໍາໃຊ້­ກົນ­ອຸບາຍ­ທີ່ໂຫດຫ້ຽມ ເພື່ອຫວັງ­ດັບ­ມອດ­ກໍາ­ລັງປະ­ຕິວັດ­ທີ່­ຍັງອ່ອນນ້ອຍໃນເວລານັ້ນ. 
ພາຍໃຕ້­ການ­ນໍາ­ພາ­ຂອງ­ພັກ ຂະ­ບວນ­ການ­ຕໍ່­ສູ້ປະ­ຕິວັດ­ຂອງປະ­ຊາ­ຊົນ­ລາວ ຍິ່ງໄດ້ເຕີບໃຫຍ່ຂະ­ຫຍາຍ­ຕົວ ປະຊາຊົນ­ລາວບັນ­ດາເຜົ່າໄດ້­ສາມັກ­ຄີກັນ ເປັນ­ຈິດຫນຶ່ງໃຈດຽວຢູ່ອ້ອມຂ້າງ­ພັກ ພາຍໃຕ້ແນວໂຮມ­ກູ້­ຊາດ­ອັນ­ກວ້າງ­ຂວາງ ດໍາເນີນ­ການ­ຕໍ່­ສູ້­ອັນລະ­ອິດລະ­ອ້ຽວຍືດເຍື້ອຍາວນານ ພາຍໃຕ້­ຄັນ­ທຸງ­ຊາດ ປະ­ຊາ­ທິປະ­ໄຕ ພັກເຮົາໄດ້ຫມູນໃຊ້ຢ່າງຄ່ອງແຄ້ວ ແລະ­ ສົມ­ທົບແໜ້ນລະ­ຫວ່າງ­ການ­ຕໍ່­ສູ້ດ້ວຍ­ອາວຸດ­ກັບ­ການ­ຕໍ່­ສູ້­ທາງດ້ານ­ການ ເມືອງ, ການຕ່າງປະ­ເທດ ແລະ­ ດ້ານ­ກົດໝາຍ­ສົມ­ທົບຢ່າງແໜ້ນແຟ້ນລະ­ຫວ່າງ­ກໍາ­ລັງແຮງ­ຂອງ­ຊາດ ກັບ­ກໍາ­ລັງແຮງ­ຂອງ­ການຮ່ວມ­ສໍາ­ພັນ­ສູ້­ຮົບລະ­ຫວ່າງ ລາວ-ຫວຽດ­ນາມ ແລະ­ ກໍາ­ປູເຈຍ ກັບ­ກໍາ­ລັງແຮງ­ຂອງ­ຍຸກສະ­ໄຫມ ຍາດແຍ່ງ­ຄວາມເປັນໃຈການສະ­ຫນັບສະ­ຫນູນຊ່ວຍເຫລືອຈາກເພື່ອນ­ມິດ­ສາກົນຢ່າງ­ກວ້າງ­ຂວາງ ສ້າງ­ກາ­ລະ­ໂອກາດ ແລະ­ ກໍາແຫນ້ນ­ກາ­ລະ­ໂອກາດ ໃນ­ການ­ຕໍ່­ສູ້­ຍາດເອົາໄຊຊະ­ນະ­ ເປັນແຕ່ລະ­ພາກສ່ວນ ກ້າວໄປສູ່­ການ­ຍາດເອົາໄຊຊະ­ນະ­ຢ່າງ­ສົມ­ບູນ ດ້ວຍ­ການ­ລຸກ­ຮື້­ຂຶ້ນ ແລະ­ ປົດປ່ອຍປະ­ເທດ­ຊາດຢ່າງ­ສົມ­ບູນ ສະ­ຖາ­ປະ­ນາ ສາ­ທາ­ລະ­ນະ­ລັດ ປະ­ຊາ­ທິປະ­ໄຕ ປະ­ຊາ­ຊົນ­ລາວ ຂຶ້ນໃນ­ວັນ­ທີ 2 ທັນ­ວາ 1975 ອັນໄດ້ເຮັດໃຫ້ລະ­ບອບ­ລາ­ຊາ­ທິປະ­ໄຕ ແລະ­ ແອກ­ຄອບ­ຄອງ­ຂອງ­ຈັກກະ­ພັດ­ຢູ່ປະ­ເທດເຮົາໄດ້­ສິ້ນ­ສຸດ­ລົງ;ໄຂສັງ­ກາດໃໝ່ສັງ­ກາດແຫ່ງເອກະ­ລາດ­ອິດສະ­ຫລະ­ພາບ ແລະ­ ວັດທະ­ນາ­ຖາວອນ­ຂອງ­ຊາດເຮົາ ກ້າວເຂົ້າ­ສູ່ໄລຍະ­ໃຫມ່ຂອງ­ການປະ­ຕິວັດ ພັກເຮົາໄດ້­ນໍາ­ພາ­ປວງ­ຊົນ­ລາວທັງ­ຊາດ ດໍາເນີນ­ພາ­ລະ­ກິດ­ປົກ­ປັກ­ຮັກ­ສາ ແລະ­ ສ້າງ­ສາ­ປະ­ເທດ­ຊາດ ເຖິງວ່າໃນ­ບາດ ກ້າວເບື້ອງ­ຕົ້ນຈະ­ປະ­ສົບ­ກັບ­ການ­ທົດ­ສອບໃຫມ່ ທີ່­ມີຄວາມຫຍຸ້ງ­ຍາກ ແລະ­ ຂ້ຽວຂາດ­ທີ່­ສຸດ ແຕ່­ພັກເຮົາກໍໄດ້ເດັດດ່ຽວນໍາ­ພາ ແລະ­ ຍາດໄດ້ໄຊຊະ­ນະ­ອັນໃຫຍ່­ຫຼວງ ທີ່­ມີລັກສະ­ນະ­ເປັນ­ພື້ນ­ຖານຫນັກແຫນ້ນໃນແຕ່ລະ­ດ້ານ ອັນ­ສໍາ­ຄັນແມ່ນ­ພວກເຮົາ­ສາມາດ­ທັບມ້າງໄດ້­ບັນ­ດາກົນ­ອຸບາຍມ້າງເພທໍາ­ລາຍ­ຂອງ­ສັດ­ຕູ ແລະ­ ອິດ­ທິກໍາ­ລັງ­ປໍລະ­ປັກ­ລົງໄດ້ຢ່າງ­ສິ້ນເຊີງ ສາມາດ­ປົກ­ປັກ­ຮັກ­ສາເອກະ­ລາດ ອະ­ທິປະ­ໄຕ ແລະ­ ຜືນແຜ່ນ­ດິນ­ອັນ­ຄົບຖ້ວນໄວ້ໄດ້ຢ່າງຫມັ້ນ­ຄົງ ສາມາດ­ຮັບປະ­ກັນ­ຄວາມສະ­ຫງົບ­ຄວາມເປັນລະ­ບຽບ­ຮຽບຮ້ອຍ ແລະ­ ຄວາມ­ປອດໄພຢູ່ໃນ­ທົ່ວສັງ­ຄົມ ໄດ້ໂດຍ­ພື້ນ­ຖານ ດໍາເນີນ­ການ­ຮໍາບາດແຜສົງ­ຄາມ ຟື້ນ­ຟູການຜະ­ລິດຂະ­ຫຍາຍ­ວັດທະ­ນະ­ທໍາ ປົວແປງ ແລະ­ ປັບ­ປຸງ­ຊີວິດ­ການເປັນ­ຢູ່ຂອງປະ­ຊາ­ຊົນ­ບັນ­ດາເຜົ່າ ໃຫ້ເຂົ້າ­ສູ່ຄວາມ­ປົກກະ­ຕິເທື່ອລະ­ກ້າວ. 
ໃນ­ຊຸມ­ປີແຫ່ງ­ການ­ນໍາ­ພາ ພາ­ລະ­ກິດປ່ຽນແປງໃຫມ່ ນັບແຕ່­ມື້ເລີ່ມ­ຕົ້ນ­ມາເຖິງ­ປັດ­ຈຸບັນ ເຖິງວ່າ­ພວກເຮົາຍັງ­ມີຄວາມຫຍຸ້ງ­ຍາກ­ຫຼາຍດ້ານສະ­ພາບ­ການ­ຂອງໂລກ ແລະ­ ພາກ­ພື້ນຈະ­ຜັນແປໄປຢ່າງ­ສັບ­ສົນ ແລະ­ ໄວວາສັດ­ຕູ ແລະ­ ອິດ­ທິກໍາ­ລັງ­ປໍລະ­ປັກ­ຍັງ­ຄົງ­ບໍ່­ລົດລະ­ໃນ­ການເຄື່ອນໄຫວມ້າງເພທໍາ­ລາຍ­ພັກ ຈໍາກັດ­ຂັດ­ຂວາງຖ່ວງ­ດຶງ­ບາດກ້າວເດີນ­ຂອງປະ­ເທພາ­ລະ­ກິດປ່ຽນແປງໃຫມ່ ແລະ­ ມາ­ຮອດ­ປັດ­ຈຸບັນ ກໍສາມາດ­ບັນ­ລຸໄດ້ຫມາກ­ຜົນທີ່­ມີລັກສະ­ນະ­ຫນັກແຫນ້ນ­ຕໍ່ເນື່ອງ ແລະ­ ເປັນ­ພື້ນ­ຖານ­ຫຼາຍປະ­ການ ໃນ­ນີ້ເສດຖະ­ກິດໄດ້­ຮັບ­ການ­ພັດທະ­ນາໃຫ້ຂະ­ຫຍາຍ­ຕົວດ້ວຍ­ຈັງ­ຫວະ­ທີ່ໄວຂຶ້ນ ສະ­ຖຽນລະ­ພາບ­ທາງດ້ານ­ການເມືອງ­ມີຄວາມຫນັກແຫນ້ນ ແລະ­ ຫມັ້ນ­ຄົງ ບົດ­ບາດ­ຊື່­ສຽງ ແລະ­ ຄວາມເຊື່ອຫມັ້ນ­ຂອງເພື່ອນ­ມິດ­ສາກົນ ຕໍ່ ສປປ ລາວ ໄດ້­ຮັບ­ການເປີດ­ກວ້າງ ແລະ­ ເຊີດ­ຊູຂຶ້ນຢ່າງຈະ­ແຈ້ງ ຊຶ່ງ­ທັງຫມົດເຫຼົ່ານີ້ ໄດ້ເຮັດໃຫ້ປະ­ຊາ­ຊົນ­ລາວບັນ­ດາເຜົ່າ ມີຄວາມເຊື່ອຫມັ້ນ­ຕໍ່­ບົດ­ບາດ ແລະ­ ຄວາມ­ສາມາດໃນ­ການ­ນໍາ­ພາ­ຂອງ­ພັກເຮົານັບ­ມື້ຫນັກແຫນ້ນ. 
ເມື່ອພວກເຮົາ­ຫວນ­ຄືນເບິ່ງຕະ­ຫຼອດໄລຍະ­ເວລາ 60 ປີທີ່ຜ່ານ­ມາ ພວກເຮົາຍິ່ງ­ມີຄວາມເອກອ້າງທະ­ນົງໃຈ ແລະ­ ເຫັນແຈ້ງວ່າ ພັກເຮົາໄດ້ປະ­ຕິບັດ­ພາ­ລະ­ບົດ­ບາດ­ຂອງ­ຕົນຢ່າງ­ສົມ­ກຽດ ໄດ້ຮັບ­ຄວາມ­ຮັກແພງ ແລະ­ ຄວາມເຊື່ອຖືຈາກປະ­ຊາ­ຊົນ­ບັນ­ດາເຜົ່າ ຍາມໃດ­ກໍໄດ້­ຍົກ­ສູງ­ຈິດໃຈຕໍ່­ສູ້­ອັນກ້າແກ່ນ ເດັດ­ຂາດບໍ່ຍອມ­ຈໍານົນ ແລະ­ ຍາມໃດ­ກໍມີຄວາມ­ບໍລິສຸດ­ຜຸດຜ່ອງ­ຕໍ່­ຜົນປະ­ໂຫຍດ ­ຂອງ­ຊົນ­ຊັ້ນ ແລະ­ ຂອງ­ຊາດເຮົາ­ຢູ່ສະ­ເຫມີ ພັກເຮົາບໍ່­ມີວັດ­ຖຸປະ­ສົງ­ອື່ນໃດ ນອກ­ຈາກເຮັດ­ທຸກ­ສິ່ງ­ທຸກຢ່າງເພື່ອໃຫ້ປະ­ຊາ­ຊົນໄດ້­ຢູ່­ດີກິນ­ດີ ມີຄວາມ­ຜາ­ສຸກ ແລະ­ ປະ­ເທດ­ຊາດ­ມີຄວາມ­ຮັ່ງ­ມີ ເຂັ້ມແຂງ ສັງ­ຄົມ­ມີຄວາມ­ສີວິໄລ ແລະ­ ຍຸຕິທໍາ.
ພຶດ­ຕິກໍາໃນຕະ­ຫຼອດໄລຍະ­ຜ່ານ­ມາ ໄດ້­ຢັ້ງ­ຢືນໃຫ້ເຫັນຢ່າງຈະ­ແຈ້ງວ່າ: ພັກເຮົາເປັນ­ປັດໄຈພື້ນ­ຖານ­ທີ່­ຕັດ­ສິນກວ່າ­ຫມູ່ ຕໍ່­ຜົນ­ສໍາເລັດ­ຂອງ­ການປະ­ຕິວັດ­ຢູ່ປະ­ເທດເຮົາ. ໃນ­ປັດ­ຈຸບັນ­ນີ້ ພັກເຮົາ­ພວມ­ສືບ­ຕໍ່­ນໍາ­ພາການ­ຈັດ­ຕັ້ງປະ­ຕິບັດແນວທາງປ່ຽນແປງໃຫມ່ ທີ່ໄດ້­ຜັນຂະ­ຫຍາຍ­ມາເປັນ­ອັນລະ­ອຽດ ໂດຍຜ່ານມະ­ຕິກອງປະ­ຊຸມໃຫຍ່ ຄັ້ງ­ທີ IX ຂອງ­ພັກ ໂດຍສະເພາະວຽກງານ 4 ບຸກທະລຸ ຕິດພັນກັບວຽກງານ 3 ສ້າງ ຊຶ່ງແມ່ນ­ພາ­ລະ­ກິດ­ອັນຫນັກຫນ່ວງ ແລະ­ ເຕັມໄປດ້ວຍ­ສິ່ງທ້າ­ທາຍ­ຂອງໄລຍະ­ໃຫມ່ຍິ່ງ­ກວ່າເວລາໃດ. ດັ່ງນັ້ນ ພັກເຮົາຍັງຈະ­ຕ້ອງໄດ້ສືບ­ຕໍ່ເສີມຂະ­ຫຍາຍ­ທາດແທ້­ມູນເຊື້ອອັນ­ດີງາມ­ຂອງ­ຕົນ ເພື່ອເຮັດ­ຫຼ້ອນ­ພາ­ລະ­ກໍາ­ປະ­ຫວັດ­ສາດ­ອັນ­ຍິ່ງໃຫຍ່ຂອງ­ຕົນ ຊຶ່ງໃນສະ­ເພາະ­ຫນ້ານີ້ ແມ່ນຈະ­ຕ້ອງເຮັດ­ທຸກ­ສິ່ງ­ທຸກຢ່າງ ເພື່ອເຮັດໃຫ້ປະ­ຊາ­ຊົນ­ບັນ­ດາເຜົ່າ­ຫຼຸດ­ພົ້ນ­ອອກ­ຈາກ­ຄວາມ­ທຸກ­ຍາກ ປະ­ເທດ­ຊາດຫລຸດ­ພົ້ນ­ອອກ­ຈາກ­ຄວາມດ້ອຍ­ພັດທະ­ນາ. ພວກເຮົາມີຄວາມເຊື່ອຫມັ້ນຢ່າງ­ຕາຍໃຈວ່າ ພວກເຮົາ­ຈະ­ສາມາດເຮັດ­ສໍາເລັດຫນ້າ­ທີ່­ອັນ­ຍິ່ງໃຫຍ່ ໃນພາ­ລະ­ກິດປົກປັກຮັກສາ ແລະ ສ້າງ­ສາ­ພັດທະ­ນາ­ປະ­ເທດ­ຊາດ­ຂອງ­ພວກເຮົາໄດ້ຢ່າງ­ມີໄຊ.
ພັກປະ­ຊາ­ຊົນປະ­ຕິວັດ­ລາວ ທີ່­ມີກຽດສະ­ຫງ່າ­ຫມັ້ນ­ຍືນ !
(ຂອບໃຈທີ່ອ່ານ-ຂອບໃຈພາບໄດ້ຈາກອິນເຕີເນັທ)

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ ເມືອງວຽງໄຊ ແຂວງຫົວ­ພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງ­ຮອຍປະ­ຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິ...