8/19/15

ບົວບໍ່ໃຫ້ຊໍ້າ ນ້ຳບໍ່ໃຫ້ຂຸ່ນ ແຕ່ຈັບປາໄດ້ທັງໝົດ...

ກ່ອນມື້ ທີ່ປະເທດຊາດຈະໄດ້ຮັບການປົດປ່ອຍຢ່າງສົມບູນນັ້ນ ໃນກອງປະຊຸມຂອງສູນກາງພັກ ປີ 1975 ໄດ້ວາງທິດທາງ ໃນການຕໍ່ສູ້ເພື່ອຍາດເອົາໄຊຊະນະຂັ້ນສຸດທ້າຍຂອງການປະຕິວັດ ໂດຍນຳເຫັນດີນໍາໃຊ້ 3 ບາດຄ້ອນຍຸດທະສາດຄື: ຊຸກຍູ້ໃຫ້ມີການລຸກຮືຂຶ້ນຂອງມະຫາຊົນ, ນຳໃຊ້ການໜູນໜີບຂອງກຳລັງປະກອບອາວຸດປະຕິວັດ ແລະ ຊຸກຍູ້ໃຫ້ມີການແຍກຕົວອອກຂອງກໍາລັງທະຫານສັດຕູ.
ພາຍໃຕ້ການນຳພາຂອງພັກ ມະຫາຊົນຊັ້ນຄົນຕ່າງໆຢູ່ໃນເຂດຫົວເມືອງທີ່ປົກຄອງຂອງສັດຕູ ແລະ ໃນເຂດເປັນກາງ ເປັນຕົ້ນແມ່ນກຳມະກອນຊາວນາ, ນັກຮຽນ, ນັກສຶກສາ, ໄດ້ພ້ອມກັນລຸກຮື້ຂຶ້ນ ແລະ ເຂົ້າຮ່ວມການຕໍ່ສູ້ນັບມື້ນັບຫລາຍ; ຂະບວນການຕໍ່ສູ້ຂອງມະຫາຊົນໄດ້ແຜ່ລາມກວ້າງອອກໄປຢ່າງໄວວາ ດ້ວຍທ່ວງທ່າອັນແຂງ ແຮງ-ຟົດຟຶ້ນ ສາມາດເຕົ້າໂຮມເອົາກຳລັງໄດ້ຢ່າງຫລວງຫລາຍ ໂດຍສະເພາະໃນໜູ່ຂ້າຣາຊະການ, ຊາວຄ້າຂາຍ, ພຣະສົງ-ສາມະເນນ ນັບທັງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດຂອງຝ່າຍສັດຕູ ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ ຊຶ່ງໄດ້ຂະຫຍາຍເປັນກະແສຟອງສູງສຸດເຊັ່ນ: ການລຸກຮຶຂຶ້ນຂອງກໍາລັງກຳມະກອນໄຟຟ້າວຽງຈັນ, ການລຸກຂຶ້ນຕໍ່ສູ້ຢ່າງໜັ້ນໜຽວທົນທານຕະຫຼອດ 4 ມື້ 4 ຄືນ ຂອງປະຊາຊົນຊາວເມືອງໜອງບົກ ແຂວງຄຳມ່ວນ, ການລຸກຂຶ້ນປະກາດແຍກໂຕອອກຈາກຝ່າຍວຽງຈັນຂອງກອງ ພັນ 102 ຫັນມາຂຶ້ນກັບລັດຖະບານປະສົມໂດຍກົງ ແລະ ຂະບວນການລຸກຮື້ຂຶ້ນຂອງມວນຊົນໃນແຂວງ ອື່ນໆ ຈົນສາມາດຍາດເອົາສິດເປັນເຈົ້າ ປະກາດສ້າງຕັ້ງອຳນາດການປົກຄອງປະຕິວັດຂຶ້ນ ໂດຍ " ບົວບໍ່ຊ້ຳ ນ້ຳບໍ່ຂຸ່ນ ແຕ່ຈັບປາໄດ້ທັງໝົດ"....
(ຂອບໃຈທີ່ຕິດຕາມ)

No comments:

Post a Comment

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ ເມືອງວຽງໄຊ ແຂວງຫົວ­ພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງ­ຮອຍປະ­ຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິ...