12/17/14

ເຈົ້າຂອງບົດປະພັນນີ້ຢູ່ໃສ ໃຜມີຄຳຕອບ

ເຮົາມີປະຫວັດກ່ຽວກັບນັກປະະພັນລະຄອນວິທະຍຸ ທີ່ໃຊ້ຊື່ ແລະ ນາມປາກກາວ່າ: " ເທບທາລາ ຫລື ເທບທາຣາ " ພຽງໜ້ອຍດຽວ ແຕ່ຫລາຍຄົນພັດເຄີຍຟັງຜົນງານຂອງເຂົາຈົນຕິດອົກຕິດໃຈ....ໃຜມີຄຳຕອບໃຫ້ໄດ້ແດ່ນໍ້ ວ່າດຽວນີ້ ເທບທາລາ ຢູ່ໃສ ເຮັດຫຍັງ ? ແລະ ມີໃຜແດ່ທີ່ຈຳຊື່ບົດລະຄອນຂອງເຂົາໄດ້...
ຂອບໃຈພາບປະກອບພາບນີ້ຈາກເພື່ອນມິດໃນເຟຊບຸກ
ຈຳນວນບົດລະຄອນຂອງເທບທາລາທີ່ຊອກເຫັນໃນສາງເທັບ ວສລ

ຢາກຮູ້ຈັກເລື່ອງລາວຂອງນັກປະພັນລະຄອນທ່ານນີ້
(ຂອບໃຈ)

12/1/14

ຄົນລາວເປັນຄົນເອື້ອເຟື້ອເພື່ອແພ່

ໃນນາມລະຄອນສຽງແຄນລາວ ວິທະຍຸກະຈາຍສຽງແຫ່ງຊາດລາວ ຂໍສະແດງຄວາມຂອບໃຈ ມາຍັງຄະນະບໍລິຫານສູນລວມຄຣິສຕະຈັກຂ່າວປະເສີດ ແຫ່ງ ສປປ ລາວ ທີ່ໄດ້ຮ່ວມບໍລິຈາກເຄື່ອງນຸ່ງຫົ່ມ ຈຳນວນ 20 ຖົງ ເຊິ່ງປະກອບມີເຄື່ອງສຳລັບເດັກ ແລະ ຜູ້ໃຫຍ່ ຈຳນວນ 1,800 ຜືນ ລວມມູນຄ່າເກືອບ 15,000,000 ກີບ (ມອບ ວັນທີ 27 ພະຈິກ 2014).
ເຄື່ອງຈຳນວນນີ້ແມ່ນໄດ້ມອບເຂົ້າໃນໂຄງການຕ້ານໄພໜາວປະຈຳປີ 2014 ຂອງຄະນະລະຄອນສຽງແຄນລາວ(ວສລ) ເພື່ອນຳໄປມອບແກ່ປະຊາຊົນທີ່ທຸກຍາກທີ່ຢູ່ຊົນນະບົດ ໃນເຂດຫ່າງໄກສອກຫລີກ.
ຜູ້ອຳນວຍການໃຫຍ່ ວສລ ທ່ານສີພາ ນົງລາດ ມາຮ່ວມຮັບເຄື່ອງບໍລິຈາກ
ເຄື່ອງດັ່ງກ່າວ ແມ່ນໄດ້ຮັບມາຈາກການຖວາຍດ້ວຍນ້ຳຈິດນ້ຳໃຈ ແລະ ດ້ວຍການໃຫ້ດ້ວຍຄວາມບໍລິສຸດຂອງຊາວສານິກະຊົນໃນສູນລວມຄຣິດຕະຈັກຂ່າວປະເສີດ ເພື່ອປະກອບສ່ວນເຂົ້າໃນການ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ປະກອບສ່ວນເຂົ້າໃນວຽກງານການຫລຸດຜ່ອນຄວາມທຸກຍາກຕາມທິດທາງນະໂຍບາຍຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ.
ໃນນາມຄະນະລະຄອນສຽງແຄນລາວ(ວສລ) ຂໍສະແດງຄວາມຂອບໃຈ ແລະ ອວຍພອນແດ່ຄະນະບໍລິຫານສູນລວມຄຣິສຕະຈັກຂ່າວປະເສີດ ແຫ່ງ ສປປ ລາວ, ຊາວສານິກະຊົນໃນສູນລວມຄຣິດຕະຈັກຂ່າວປະເສີດ ທຸກທ່ານ ພ້ອມຄອບຄົວ ແລະ ຄົນທີ່ທ່ານຮັກ ຈົ່ງປະສົບແຕ່ຄວາມຈະເລີນ ມີ ອາຍຸ ວັນນະ ສຸຂະ ພະລະ....ເທີ້ນ
ໃນໄລຍະດຽວກັນນັ້ນ ພວກເຮົາກໍໄດ້ຮັບການບໍລິຈາກປຶ້ມອ່ານ ຈາກຫໍສະໝຸດແຫ່ງຊາດ ຈຳນວນ 23 ລາຍການ ມີມູນຄ່າເກືອບ 9,000,000 ກີບ.
ຂໍສະແດງຄວາມຂອບໃຈຄະນະອຳນວຍການ ແລະ ພະນັກງານຫໍສະໝຸດແຫ່ງຊາດທຸກໆທ່ານ ຂໍໃຫ້ທຸກໆທ່ານມີສຸຂະພາບແຂງແຮງ ແລະ ໂຊກດີມີໄຊ...

ຂອບໃຈທີ່ຕິດຕາມ
ເຊີນຮ່ວມບໍລິຈາກໄດ້ທີ່ ວິທະຍຸກະຈາຍສຽງແຫ່ງຊາດລາວ
ໂທຣ: 030-5787052(ເວລາລັດຖະການ), 020-55338863
(ການເດີນທາງໄປມອບເຄື່ອງ ງວດທຳອິດ ຕົ້ນເດືອນ ມັງກອນ 2015 ທີ່ ເຂດພັດທະນາເມືອງປາ-ຜາລຽບ ເມືອງປາກລາຍ ແຂວງໄຊຍະບູລີ)

11/25/14

ພວກເຮົາຍັງຈະສືບຕໍ່...ຂໍເຊິນຮ່ວມກິດຈະກຳ

(25 ພະຈິກ 2014) ໃນນາມລະຄອນສຽງແຄນລາວ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງຄະນະອຳນວຍການ, ຜູ້ບໍລິຫານ ແລະ ພະນັກງານທະນາຄານແຫ່ງ ສປປ ລາວ ທີ່ໄດ້ປະກອບສ່ວນໃນກິດຈະກຳການກຸສົນຂອງ ວິທະຍຸກະຈາຍສຽງແຫ່ງຊາດລາວ ປີນີ້ເພິ່ນມອບເງິນສົດເປັນຄ່ານ້ຳມັນລົດ ຈຳນວນ 3.000.000 ກີບ (ສາມລ້ານກີບ)
ສ່ວນປີກາຍນີ້(2013) ເພິ່ນໄດ້ມອບອຸປະກອນການຮຽນ, ລົດ 25 ທີ່ນັ່ງ ພ້ອມຄົນຂັບ ຮ່ວມເດີນທາງໄປກັບພວກເຮົາ ທີ່ບ້ານແສນໄຊ, ໜອງປໍ ແລະ ບ້ານພູພຽງ ເມືອງເຟືອງ ແຂວງວຽງຈັນ....ຂອບໃຈຫລາຍໆ ຂໍໃຫ້ພວກທ່ານພ້ອມຄອບຄົວ ມີສຸຂະພາບແຂງແຮງ ແລະ ມີໂຊກມີໄຊ....ເດີ້...
ການມີສ່ວນຮ່ວມ ເພື່ອຊ່ວຍຄົນທີ່ມີໂອກາດນ້ອຍກ່ວາ, ລຳບາກກ່ວາ ຄືການສ້າງຄວາມສຸກທັງຜູ້ໃຫ້ ແລະ ຜູ້ຮັບ
ຂອບໃຈອີກເທື່ອໜຶ່ງ
(25 ພະຈິກ 2014)-ໃນນາມລະຄອນສຽງແຄນລາວ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງສອງສາວ(ອະດີດ) ທີ່ບໍ່ຢາກຖ່າຍຮູບ ແລະ ບໍ່ຢາກອອກຊື່ ແຕ່ຢາກທຳບຸນທຳທານ ດ້ວຍການບໍລິຈາກນ້ຳສີ ເພື່ອນຳໄປແຕ້ມແຕ່ງ ພຸດທະສິມມາ ວັດບ້ານໃຫຍ່ເມືອງປາ ຮ່ວມໃນກິດຈະກຳການກຸສົນຂອງ ວິທະຍຸກະຈາຍສຽງແຫ່ງຊາດລາວ.... ຍັງມີເວລາຢູ່ທີ່ທ່ານຈະຮ່ວມບໍລິຈາກກັບທີມງານພວກເຮົາ
ສາມາດຕິດຕໍ່ ຫລື ແຈ້ງເຈດຈຳນົງ ຮ່ວມບໍລິຈາກໄດ້ທີ່ 030-5787052 ເວລາລັດຖະການ ແລະ 020-55338863
ຂອບໃຈທີ່ອ່ານ, ຂອບໃຈທີ່ຕິດຕາມ

11/12/14

ນ້ຳໃຈຂອງທ່ານປະເສີດຫລາຍແທ້ໆ

ພາຍຫລັງທີ່ພວກເຮົາໄດ້ຮັບການສະເໜີ(ຮ້ອງຂໍ)ຈາກຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເມືອງປາກລາຍ ເມື່ອວັນທີ 11/10/2014 ວ່າ ທາງບ້ານໃຫຍ່ເມືອງປາ ໄດ້ເຮັດໜັງສືສະເໜີມາເຖິງເພິ່ນ ແຕ່ທາງຫ້ອງການ ຖວທ ເມືອງ ປາກລາຍ ບໍ່ສາມາດແກ້ໄຂໄດ້ ຈຶ່ງຮ້ອງຂໍມາຍັງວິທະຍຸກະຈາຍສຽງແຫ່ງຊາດລາວໃຫ້ຊ່ວຍເຊິ່ງຄວາມຕ້ອງການຕົ້ນຕໍນັ້ນກໍມີ:
1. ສີປະເພດຕ່າງໆ ແລະ ປັດໄຈ ເພື່ອສືບຕໍ່ເຮັດພຸດທະສິມມາໃຫ້ສຳເລັດ ເພາະເປັນວັດທີ່ມີພະສົງປະຈຳພຽງວັດດຽວໃນຂົງເຂດນັ້ນ.
2. ອຸປະກອນການຮຽນສຳລັບນັກຮຽນ
3. ເຄື່ອງນຸ່ງຫົ່ມປະເພດຕ່າງໆ ລາຍລະອຽດມີດັ່ງນີ້:
ມາເຖິງປັດຈຸບັນ ພວກເຮົາໄດ້ຮັບການບໍລິຈາກ ຈາກພາກສ່ວນ ແລະ ບຸກຄົນຈຳນວນໜຶ່ງ ແຕ່ພວກເຮົາກໍຫວັງວ່າ ຄົງຍັງມີຜູ້ ທີ່ຕ້ອງການຮ່ວມບໍລິຈາກນີ້ຢູ່...ດຽວນີ້ພວກເຮົາຍັງບໍ່ທັນໄດ້ຮັບຕຳລາຮຽນ ແລະ ອຸປກອນການຮຽນພໍເທົ່າໃດ ຫາກທ່ານພ້ອມໃນການບໍລິຈາກ ຈະໜ້ອຍ ຫລື ຫລາຍ ທາງທີມງານລະຄອນສຽງແຄນລາວ ແມ່ນຍິນດີຕ້ອນຮັບ
ເຊິ່ງທ່ານສາມາດປະສານຫາທີມງານໄດ້ທີ່: 030-5787052, 020-55338863,020-22241442 ຫລື ຈະນຳເຄື່ອງມາບໍລິຈາກໂດຍກົງໄດ້ທີ່ ວິທະຍຸກະຈາຍສຽງແຫ່ງຊາດລາວ(ຄະນະລະຄອນສຽງແຄນລາວ)
..............................................

ອີກເທື່ອນຶ່ງ ທາງທີມງານການກຸສົນ ຂໍສະແດງຄວາມຂອບໃຈມາຍັງຄະນະອຳນວຍການ ບໍລິສັດ ໄຮ-ເທັກ ລາວ ແອບພາເຣລ ຈຳກັດ(Hi-Tech Lao Apparel Co,.Ltd) ທີ່ໄດ້ມອບເຄື່ອງນຸ່ງຮົ່ມ(ໃໝ່ໆຈາກໂຮງງານ) ໃຫ້ກັບທີມງານພວກເຮົາ ເຊິ່ງມີມູນຄ່າລວມ 43,600,000 ກີບ ເຊິ່ງເຄື່ອງຈຳນວນນີ້ແມ່ນພວກເຮົາຈະໄດ້ແບ່ງເພື່ອນຳໄປຊ່ວຍເຫລືອຜູ້ທຸກຍາກ ທັງພາກໃຕ້ ແລະ ພາກເໜືອຂອງລາວ.
ທາງບໍລິສັດHi-Tech Lao Apparel Co,.Ltd ເພິ່ນຝາກມາ ວ່າໃຜຕ້ອງການເຮັດວຽກໃນບໍລິສັດຂອງເພິ່ນແມ່ນສາມາດ ມາສະໝັກໄດ້ ລາຍລະອຽດຕາມທີ່ເພິ່ນລະບຸໄວ້...
ຂໍສະແດງຄວາມຂອບໃຈມາຍັງ ຄອບຄົວ ທ່ານນາງ ສະວີວັນ ເຫງົ້າພາສີ ບ້ານ ດົງໝ້ຽງ ມ.ຈັນທະບູລີ ນ.ວຽງຈັນ 
ທີ່ໄດ້ບໍລິຈາກເຄື່ອງກັນໜາວ ຈຳນວນ 5 ຖົງໃຫຍ່ 
ສະແດງຄວາມຂອບໃຈນຳ ອຈ ຈັນທະພອນ ວັນນະຈິດ ທີ່ໄດ້ມອບປຶ້ມອ່ານກ່ຽວກັບປະຫວັດພະບາງ ຈຳນວນ 100 ຫົວ 
ຂອບໃຈ ອຈ ຫົງເຫີນ ຂຸນພິທັກ ທີ່ເປັນພາລະໃນການມອບປຶ້ມນີ້ແທນຜູ້ໃຫ້ທີ່ເພິ່ນຍັງຕິດທຸລະຢູ່ຕ່າງແຂວງ 
ຕຳລາຮຽນຈຳນວນໜຶ່ງ ທີ່ໄດ້ຈາກຜູ້ບໍລິຈາກ ແຕ່ຍັງບໍ່ທັນພຽງພໍເທື່ອ 
ເຄື່ອງນຸ່ງຫົ່ມທີ່ໄດ້ຮັບຈາກການບໍລີຈາກ ຫາກທຽບໃສ່ຄວາມຕ້ອງການຂອງຜູ້ທີ່ຍັງຂາດເຂີນ ແມ່ນຍັງບໍ່ທັນພຽງພໍຄືກັນ
ໃນນາມຄະນະລະຄອນສຽງແຄນລາວ(ວສລ) ຂໍສະແດງຄວາມຂອບໃຈມາຍັງ ທຸກໆພາກສ່ວນ, ທຸກໆທ່ານ ທີ່ໄດ້ ຮ່ວມໃນກິດຈະກຳການ ກຸສົນ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ...ຂໍຄວາມຜາສຸກ, ໂຊກດີ ຈົ່ງເກີດມີແກ່ຄອບຄົວ ແລະ ຄົນທີ່ທ່ານຮັກ ທຸກທິວາຣາຕຮີ້ເທີ້ນ.
ຂອບໃຈທຸກໆທ່ານທີ່ເຂົ້າມາອ່ານ ແລະ ມີສ່ວນຮ່ວມນຳພວກເຮົາ

10/18/14

ເລື່ອງເກົ່າທີ່ເລົ່າສືບຕໍ່ກັນມາ...

 
ຈຳລອງຝັກພ້າສ່ຽວ(ກຶມໝຸ)ໃນຕຳນານ ຈາກສະໂມສອນເມືອງປາ-ຜາລຽບ

ແຕ່ກີ້ແຕ່ກ່ອນນານມາແລ້ວ.....ມີສອງສ່ຽວມັກໄປເລາະປ່າຫາລ່າເນື້ອ (ເຜົ່າລາວ ແລະ ກຶມໝຸ) ພວກເຂົາເລາະລຽບໄປຕາມ ສາຍນ້ຳ ແລະ ຜາສູງ. ... ວັນໜຶ່ງ ໃນເວລາສອງສ່ຽວພາກັນຍ່າງຢູ່ເທິງໜ້າຜາສູງນັ້ນ ຕ່າງກໍຮູ້ສຶກສັ່ນສະທ້ານເມື່ອຫລຽວລົງມາ ດ້ານລຸ່ມ ເຊິ່ງເຫັນສາຍນ້ຳກຳລັງໄຫລລ່ອງພໍຄິມມິມ(ນ້ຳຂອງນີ້ລະ)....ໃນເວລາທີ່ພວກເຂົາຮູ້ວ່າຕົນເອງຢູ່ສູງ ແລະ ຢຽບໜ້າຜາ ໝິ່ນໆຢູ່ນັ້ນຜູ້ເປັນສ່ຽວ(ເຜົ່າລາວ)ກໍເວົ້າຂຶ້ນວ່າ:
ຈຳລອງປືນລ່າເນື້ອສ່ຽວ(ລາວ)ໃນຕຳນານ ຈາກສະໂມສອນເມືອງປາ-ຜາລຽບ

- ຊິມີໃຜນໍ້ ເກ່ງກ້າພໍທີ່ຈະໂດດຈາກໜ້າຜານີ້ລົງສູ່ວັງນ້ຳໄດ້ ຫາກບໍ່ຕາຍຊິໃຫ້ເປັນພະຍາ(ເຈົ້າເມືອງ)....ໃນເວລາສ່ຽວຜູ້ລາວ ເວົ້າວ່າ ໃຜກ້າໂດດຢູ່ນັ້ນ ສ່ຽວ(ກຶມໝຸ)ທີ່ໄປນຳກັນຮູ້ສຶກວ່າຢ້ານຈົນຕົນໂຕສັ່ນ-ຫົວເຂົ່າອ່ອນ ເລີຍໂຍບລົງວ່າຈະນັ່ງ, ຍ້ອນຢ້ານ ສັ່ນເກີນໄປຈຶ່ງລືມຄິດວ່າ ຕົນເອງໄດ້ຂັດຝັກພ້າໄວ້ຂ້າງຫລັງ....ບ້ອຍວ່າຈະນັ່ງໂຍ້ກົ້ນລົງເທົ່ານັ້ນລະ ຝັກພ້າທີ່ຍ່ອນຢູ່ນັ້ນ ໄດ້ຄ້ຳໃສ່ ກ້ອນຫິນ ສ່ຽວ(ກຶມໝຸ)ຕັ້ງໂຕບໍ່ທັນເລີຍຫົວດວນລົງໜ້າຜາລົງສູ່ແມ່ນ້ຳຢູ່ລຸ່ມນັ້ນ....ສ່ວນສ່ຽວ(ເຜົ່າລາວ) ກໍບໍ່ຮູ້ເລື່ອງໄດ້ແຕ່ ຄິດວ່າ ສ່ຽວຂອງຕົນມີຄວາມກ້າຫານຫລາຍທີ່ກ້າໂດດຈາກໜ້າຜາສູງລົງນ້ຳໄດ້ ເລີຍຍົກຍ້ອງໃຫ້ເປັນພະຍາຄອງເມືອງ ເຊິ່ງເມືອງທີ່ກ່າວເຖິງນີ້ຖືກເອີ້ນກັນສືບໆມາວ່າ: " ເມືອງປາ-ຜາລຽບ ".....

ເມືອງປາ-ຜາລຽບ ເປັນເຂດທີ່ໝັ້ນຂອງການປະຕິວັດເກົ່າ ແຕ່ປະຊາຊົນຍັງທຸກຍາກ, ມີລາຍ ຮັບຕໍ່າທີ່ສຸດຂອງ ເມືອງປາກລາຍ, ຍັງບໍ່ທັນມີໄຟຟ້າ, ນ້ຳປະປາ, ເປັນເຂດທີ່ມີຫລາຍຊົນເຜົ່າ, ອາຊີບຂອງປະຊາ ຊົນແມ່ນເຮັດ ໄຮ່-ນາ. ກຸ່ມບ້ານພັດທະນາ ເມືອງປາ-ຜາລຽບ ເສັ້ນທາງຫາກໍ່ທະລຸຮອດເມື່ອປີ 2012, ໄຟຟ້າຫາກໍ່ດຶງເຂົ້າ ເມື່ອ 2013 ແຕ່ຍັງໃຊ້ບໍ່ທົ່ວເຖິງ, ຍັງບໍ່ທັນມີລະ ບົບນ້ຳປະປາ ແລະ ຕລາດຄົງທີ່. ປັດຈຸບັນນີ້ ທາງອຳນາດການປົກຄອງເມືອງ ປາກລາຍ ໄດ້ເອົາໃຈໃສ່ໃນການກໍ່ສ້າງຮາກຖານ ເພື່ອຊ່ວຍປະຊາຊົນຫລຸດພົ້ນຈາກ ຄວາມທຸກຍາກ ເພາະເຂດນີ້ເປັນຖານທີ່ໝັນການປະຕິວັດມາກ່ອນ.

ໃນປີ ໒໐໑໑ ຄະນະລະຄອນສຽງແຄນລາວ ພວກເຮົາໄປຊ່ວຍເຫລືອເຄື່ອງກັນໜາວແກ່ປະຊາຊົນໃນເຂດນີ້ ກ່ວາຈະເດີນທາງໄປຮອດກໍເຮັດໃຫ້ທີມງານຫລາຍຄົນເມື່ອຍເຕີບໜຶ່ງ..
ຜູ້ເຖົ້າຜູ້ແກ່ ໄດ້ແຕ່ແຍງ ແລ້ວກໍແຍງໆໆໆ...ແຕ່ບໍ່ຮູ້ວ່າເມື່ອໃດພຸດທະສິມມາຈະສຳເລັດ
“ ວັດບ້ານເມືອງປາ, ກຸຕິ,ສາລາແມ່ນ ຊຸດໂຊມຫລາຍແລ້ວ ຊາວບ້ານພາກັນກໍ່ສ້າງສິມມາຫລາຍປີ ແຕ່ ກໍຍັງບໍ່ທັນສຳເລັດເທື່ອ. ຍັງບໍ່ທັນໄດ້ ຂຶ້ນແອວຂັນ,ຍັງບໍ່ທັນ ໄດ້ໂບກ, ຍັງບໍ່ທັນມີປະຕູ ແລະ ປ່ອງຢ້ຽມ ແລະ ອື່ນໆ. ຕອນນັ້ນພວກເຮົາຄິດວ່າຈະພະຍາ ຍາມ ກັບໄປທີ່ເມືອງປານີ້ອີກ ພ້ອມກັບ“ ຍອດຊໍ່ຟ້າ ແລະ ກອງຜ້າປ່າສາມັກຄີ ” ຄາດວ່າໃນລະຫວ່າງທ້າຍເດືອນມັງກອນ ໒໐໑໒ ແລະໃນທີ່ສຸດ ຄວາມຝັນ ກໍເປັນຈິງ.
ໃນວັນທີ 11 ກຸມພາ 2012 ວິທະຍຸກະຈາຍສຽງແຫ່ງຊາດລາວ,ໂທລະພາບແຫ່ງຊາດລາວ ໂດຍສະເພາະ ທີມງານຄະນະລະຄອນສຽງແຄນລາວ ໄດ້ລະດົມທຶນເພື່ອຊ່ວຍສ້າງສິມວັດບ້ານໃຫຍ່ເມືອງປາ ດ້ວຍການນຳ ກອງຜ້າປ່າ, ຍອດຊໍ່ຟ້າ ໄປທອດຖວາຍ ຄັ້ງນັ້ນ ລະດົມທຶນໄດ້ປະມານ 50-60 ລ້ານ ແຕ່ກໍຍັງບໍ່ສໍາເລັດເທື່ອ
ອີງຕາມຄວາມຂາດເຂີນຂອງຊາວບ້ານທີ່ຍັງທຸກຍາກບໍ່ສາມາດສ້າງສິມນີ້ໃຫ້ສຳເລັດໂດຍໄວ, ໂດຍໄດ້ຮັບການ ຮ້ອງຂໍຈາກນາຍບ້ານໃຫຍ່ພັດທະນາເມືອງປາ(ເອກະສານລົງວັນທີ 28 ກໍລະກົດ 2014) ເຖິງຫ້ອງການ ຖວທ ເມືອງ ປາກລາຍ ແຂວງໄຊຍະບູລີ ເພື່ອຂໍໃຫ້ຊ່ວຍຫາທາງໃນການ ລະດົມໃນການສືບຕໍ່ສ້າງພຸດທະສິມມາຫລັງດັ່ງກ່າວໃຫ້ສຳ ເລັດໄວຂຶ້ນ. ໃນນາມຫົວໜ້າຫ້ອງການ ຖະແຫລງຂ່າວ, ວັທະນະທຳ ແລະ ທ່ອງທ່ຽວ ເມືອງປາກລາຍ ຈຶ່ງໄດ້ເຮັດໜັງ ສືຄຳຮ້ອງ ມາຍັງທ່ານຜູ້ອຳນວຍການວິທະຍຸກະຈາຍສຽງແຫ່ງຊາດລາວ ໂດຍສະເພາະເຖິງທີມງານ ຄະນະລະຄອນສຽງ ແຄນລາວ ແລະ ໂທລະພາບແຫ່ງຊາດລາວ ຂໍຈົ່ງໄດ້ສືບຕໍ່ຊ່ວຍເຫລືອຊາວບ້ານໃໝ່ວັງປາໃນການສ້າງພຸດທະສີມມາ ຫລັງນີ້ຕື່ມອີກ ເຊິ່ງທາງບ້ານຍັງມີ ຄວາມ ຕ້ອງການອຸປກອນກໍ່ສ້າງ ແລະ ສີຫລາຍຊະນິດ.
ທ່ານພ້ອມທີ່ຈະເຮັດການກຸສົນຮ່ວມກັບພວກເຮົາບໍ່ ທາງທີມງານຈະນຳກອງຜ້າປ່າໄປຖວາຍ ລະຫວ່າງທ້າຍ ເດືອນທັນວາ 2014 ນີ້(ວັນເວລາແນ່ນອນຈະແຈ້ງໃຫ້ຊາບພາຍຫລັງ), ນອກນີ້ພວກເຮົາຍັງຕ້ອງການອຸປະກອນການຮຽນ, ເຄື່ອງນຸ່ງຫົ່ມ ທຳມະດາ, ຊຸດນັກຮຽນ, ເຄື່ອງກັນໜາວ(ເກົ່າແຕ່ໃຊ້ໄດ້ ຫລື ໃໝ່ກໍຍິ່ງດີ) ເພາະລູກຫລານພວກເຮົາຍັງຂາດແຄນເລື່ອງນີ້ຫລາຍ
ໂຮງຮຽນປະຖົມບ້ານເມືອງປາ ເມືອງປາກລາຍ ແຂວງ ໄຊຍະບູລີ 
ໂຮງຮຽນປະຖົມບ້ານເມືອງປາ ເມືອງປາກລາຍ ແຂວງ ໄຊຍະບູລີ 
ບ້ານນ້ຳປາ ເມືອງປາກລາຍ ແຂວງ ໄຊຍະບູລີ ຈະມີອາກາດທີ່ໜາວເຢັນສົມຄວນ
(ນັດພົບກັນ ທີ່ບ້ານນ້ຳປາເດີ້... 
ຕິດຕໍ່ທີມງານໄດ້ທີ່:
ວິທະຍຸກະຈາຍສຽງແຫ່ງຊາດລາວ, ພະແນກວັນນະຄະດີ-ຄະນະລະຄອນສຽງແຄນລາວ
ໂທຣ: (030) 5787052, (020) 55338863, ໂທລະສານ: (021) 262113, ຕູ້ ປ.ນ 310
(ຂອບໃຈທີ່ຕິດຕາມ-ຂອບໃຈຫລາຍໆທີ່ທ່ານເປັນໜຶ່ງທີ່ມີສ່ວນຮ່ວມໃນກິດຈະກຳການກຸສົນນີ້)

10/10/14

ແມ່ພິມຊອງຊາດທີ່ເຮົາບໍ່ອາດລືມ

ລາຍການສົ່ງເສີມສິນລະປິນລາຍການນີ້ມີໃຫ້ທ່ານໄດ້ຮັບຟັງທຸກໆມື້ວັນເສົາ ທາງລະບົບ AM 567 Khz ຄື້ນສັ້ນ SW 6130 Khz ຫລື 49 ແມັດ ເວລາ 8:30-9:00 ໂມງ. ວັນເສົາ ວັນທີ 11 ຕຸລາ 2014 ນີ້ ຈະນຳສະເໜີກ່ຽວກັບເວົ້າກ່ຽວກັບ ເພງ ແລະ ບົດກອນຈາກນັກຂຽນຫລາຍໆທ່ານ ທີ່ໄດ້ບັນຍາຍເພື່ອສັນລະເສີນຄຸນຄູ ເຊິ່ງປຽບດັ່ງພໍ່ແມ່ຜູ້ທີສອງ….

 ຕິດຕາມເນື້ອໃນບາງສ່ວນໄດ້ທີ່ນີ້

10/3/14

ນັກກະວີຜີເຂົ້າ...ເຈົ້າຮູ້ບໍ່....

" ນັກກະວີຜີເຂົ້າ " ຄຳເວົ້ານີ້ເຄີຍໄດ້ຍິນຜ່ານມາດົນປີແລ້ວ ເຊິ່ງມັນຕິດພັນກັບລູກຫລານ
ຂອງຄົນບ້ານຂີ້ນາກ ເມືອງໂຂງ ແຂວງຈຳປາສັກ ເຊິ່ງໄດ້ເຕີບໃຫຍ່ມາຈາກ “ ແດນນັກປາດ ຊາດນັກກະວີ ດິນແດນແຫ່ງກາບ ກອນຜະຫຍາສຸພາສິດ ດິນແດນຕົ້ນຕຳນານຂັບຂານ ສີພັນດອນ-ຂັບໂສມທີ່ລືຊື່ ” ທີ່ເຂົາຝັນໃຝ່ຢາກເປັນນັກຂຽນ ເພາະເຂົາຄິດວ່າ: 
ເຄື່ອງມືທີ່ຫາກິນເຊິ່ງຟ້າດິນໄດ້ມອບໃຫ້ເຂົານັ້ນຄື “ປາກກາ”.......
ໜຶ່ງໃນນັກປະພັນເພງທີ່ມີຊື່ສຽງ
ແລະຫລາຍຄົນໃນວົງການມັກໄດ້ຍິນຄຳວ່າ " ນັກກະວີຜີເຂົ້າ " ເຊິ່ງໝາຍຄວາມວ່າ ເມື່ອໃດທີ່ມີສິ່ງກະຕຸ້ນ ຈະດ້ວຍເຫດຜົນໃດກໍຕາມ ຫລື ບໍ່ຮູ້ສາເຫດກໍຕາມ ເວລານັ້ນ ການປະພັນ....ຈະອອກມາດີໄດ້ອາລົມ ແລະ ໃຊ້ເວລາສັ້ນໆເທົ່ານັ້ນ
ຖ້າຢາກຮູ້ລອງໆໆໆໆ
ກົດເບິ່ງ ແລະ ອ່ານບ່ອນນີ້ໄວໆ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ ເມືອງວຽງໄຊ ແຂວງຫົວ­ພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງ­ຮອຍປະ­ຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິ...