ຂໍໄວ້ອາໄລ ເຖິງດວງວິນຍານ ອາຈານ ຄຳພູ ທະວີວັນ
ສີລະປິນແຫ່ງຊາດ,ນັກຮ້ອງ, ນັກປະພັນເພງ
ຄຳພູ ທະວີວັນ ຫລື ຫຼາຍຄົນມັກເອີ້ນວ່າ ອຈ ຄຳພູ ທະວີວັນ ຖືວ່າເປັນນັກແຕ່ງເພງ ແລະ ນັກຮ້ອງ ທີ່ມີເອກະລັກເປັນຂອງຕົນເອງ. ຄຳພູ ທະວີວັນ ກ້າວສູ່ວົງການສິນລະປິນນີ້ມາໄດ້ ຫຼາຍ ສິບປີ ຄືເພິ່ນເປັນນັກຮ້ອງນັກແຕ່ງເພງມາກ່ອຊາດລາວ ຈະໄດ້ຮັບການສະຖາປານາ ເປັນລະບອບໃໝ່ ຫລື ປ່ຽນເປັນ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ຄ.ສ 1975
ແຈ້ງຂ່າວຕໍ່ໆກັນເດີ ທ່ານ ສົມພາວັນ ສຽງແຄນລາວ ລູກເຂົ້າໜຽວ ບອກວ່າ ລາວໄດ້ຮັບໂທລະສັບຈາກເມຍ ອ.ຈຄຳພູ ທະວີວັນ ນັກຮ້ອງໃນດວງໃຈຂອງຫລາຍຄົນ ເພິ່ນໄດ້ເສຍຊີວິດແລ້ວ ໃນເວລາ 17:00 ໂມງ ຂອງວັນທີ 5 ກຸມພາ 2016 ດ້ວຍພະຍາດຂອງຜູ້ກ່ຽວ. ປະຈຸບັນສົບ ຂອງເພິ່ນໄດ້ບຳເພັນກຸສົນຢູ່ທີ່ ເຮືອນຂອງເພິ່ນເອງ ທີ່ ບ້ານເວີນຄຳ - ທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ ແລະ ຈະສົ່ງສະການວັນອາທິດ (7 ກຸມພາ 2016) ແຈ້ງໃຫ້ຊາບໂດຍທົ່ວເຖິງກັນ.
ມີລາຍການສົ່ງເສີມສິນລະປິນ ເຄີຍນຳສະເໜີຜົນງານເພງບາງສ່ວນທີ່ຕິດພັນກັບ ອາຈານ ຄຳພູ ທະວິວັນ ໄວ້ ເຊິ່ງຫລາຍຄົນບໍ່ອາດເຄີຍຄິດມາກ່ອນວ່າ ເພງບາງເພງ ມີອາຍຸເກືອບເຄິ່ງສະຕະວັດແລ້ວກໍມີ
ຂອບໃຈທີ່ຕິດຕາມ
ຂຳພະເຈົ້າມັກເພງ ຈົດໝາຍນ້ອຍ ຂອງອາຈານຄຳພູທະວີວັນຫລາຍໆໆ ຂໍໃຫ້ດວງວິນຍານຂອງທ່ານອາຈານ ຈົ່ງໄປສູ່ສຸກຄະຕິເບື້ອງສູງນັນ້ນເທີ້ນ
ReplyDelete