8/19/15

ບົວບໍ່ໃຫ້ຊໍ້າ ນ້ຳບໍ່ໃຫ້ຂຸ່ນ ແຕ່ຈັບປາໄດ້ທັງໝົດ...

ກ່ອນມື້ ທີ່ປະເທດຊາດຈະໄດ້ຮັບການປົດປ່ອຍຢ່າງສົມບູນນັ້ນ ໃນກອງປະຊຸມຂອງສູນກາງພັກ ປີ 1975 ໄດ້ວາງທິດທາງ ໃນການຕໍ່ສູ້ເພື່ອຍາດເອົາໄຊຊະນະຂັ້ນສຸດທ້າຍຂອງການປະຕິວັດ ໂດຍນຳເຫັນດີນໍາໃຊ້ 3 ບາດຄ້ອນຍຸດທະສາດຄື: ຊຸກຍູ້ໃຫ້ມີການລຸກຮືຂຶ້ນຂອງມະຫາຊົນ, ນຳໃຊ້ການໜູນໜີບຂອງກຳລັງປະກອບອາວຸດປະຕິວັດ ແລະ ຊຸກຍູ້ໃຫ້ມີການແຍກຕົວອອກຂອງກໍາລັງທະຫານສັດຕູ.
ພາຍໃຕ້ການນຳພາຂອງພັກ ມະຫາຊົນຊັ້ນຄົນຕ່າງໆຢູ່ໃນເຂດຫົວເມືອງທີ່ປົກຄອງຂອງສັດຕູ ແລະ ໃນເຂດເປັນກາງ ເປັນຕົ້ນແມ່ນກຳມະກອນຊາວນາ, ນັກຮຽນ, ນັກສຶກສາ, ໄດ້ພ້ອມກັນລຸກຮື້ຂຶ້ນ ແລະ ເຂົ້າຮ່ວມການຕໍ່ສູ້ນັບມື້ນັບຫລາຍ; ຂະບວນການຕໍ່ສູ້ຂອງມະຫາຊົນໄດ້ແຜ່ລາມກວ້າງອອກໄປຢ່າງໄວວາ ດ້ວຍທ່ວງທ່າອັນແຂງ ແຮງ-ຟົດຟຶ້ນ ສາມາດເຕົ້າໂຮມເອົາກຳລັງໄດ້ຢ່າງຫລວງຫລາຍ ໂດຍສະເພາະໃນໜູ່ຂ້າຣາຊະການ, ຊາວຄ້າຂາຍ, ພຣະສົງ-ສາມະເນນ ນັບທັງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດຂອງຝ່າຍສັດຕູ ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ ຊຶ່ງໄດ້ຂະຫຍາຍເປັນກະແສຟອງສູງສຸດເຊັ່ນ: ການລຸກຮຶຂຶ້ນຂອງກໍາລັງກຳມະກອນໄຟຟ້າວຽງຈັນ, ການລຸກຂຶ້ນຕໍ່ສູ້ຢ່າງໜັ້ນໜຽວທົນທານຕະຫຼອດ 4 ມື້ 4 ຄືນ ຂອງປະຊາຊົນຊາວເມືອງໜອງບົກ ແຂວງຄຳມ່ວນ, ການລຸກຂຶ້ນປະກາດແຍກໂຕອອກຈາກຝ່າຍວຽງຈັນຂອງກອງ ພັນ 102 ຫັນມາຂຶ້ນກັບລັດຖະບານປະສົມໂດຍກົງ ແລະ ຂະບວນການລຸກຮື້ຂຶ້ນຂອງມວນຊົນໃນແຂວງ ອື່ນໆ ຈົນສາມາດຍາດເອົາສິດເປັນເຈົ້າ ປະກາດສ້າງຕັ້ງອຳນາດການປົກຄອງປະຕິວັດຂຶ້ນ ໂດຍ " ບົວບໍ່ຊ້ຳ ນ້ຳບໍ່ຂຸ່ນ ແຕ່ຈັບປາໄດ້ທັງໝົດ"....
(ຂອບໃຈທີ່ຕິດຕາມ)

8/5/15

ເທື່ອຫລ້າສຸດ ພວກເຮົາໄປແຂວງຫລ້າສຸດຂອງ ສປປ ລາວ

ປີ 2015 ເປັນປີທີ 10 ທີ່ ວສລ(ຄະນະລະຄອນສຽງແຄນລາວ) ໄດ້ດຳເນີນວຽກງານການກຸສົນນີ້...
ປີ 2015 ເປັນປີທີ່ ວສລ ມີອາຍຸຄົບ 55 ປີ ດັ່ງນັ້ນ ທີມງານການກຸສົນເພື່ອປະຊາຊົນຜູ້ທຸກຍາກ ຈຶ່ງໄດ້ລະດົມການຊ່ວຍເຫລືອປະຊາຊົນ...2 ຄັ້ງແລ້ວ ໃນມູນຄ່າປະມານ 132 ລ້ານກ່ວາກີບ...ຄັ້ງຫລ້າສຸດພວກເຮົາໄດ້ໄປແຂວງນີ້ "..18.."  ທີ່ມີຄຳຂວັນວ່າ:
“ ຄົ້ນຫາປະຫວັດສາດເມືອງລ້ອງແຈ້ງ ແຍງຊົມທຳມະຊາດສັນພູໝອກ ຊອກຫາວິລະກຳຖ້ຳເຈົ້າອານຸວົງ ລົງລ່ອງເຮືອຊົມທຳມະຊາດທີ່ທ່າໂທມ ກິນເຂົ້າປ່າສາມັກຄີທີ່ຕາດຜາແຊບເມືອງລ້ອງຊານ ຕຳນານນ້ຳຕົກຕາດຜາແຈແລເມືອງຮົ່ມ ”
ຢາກຮູ້ລາຍລະອຽດຕິດຕາມໄດ້ຕາມລິ້ງລຸ່ມນີ້

8/4/15

ຮູ້ບໍ່ວ່າ ປີ 2015 ນີ້ ວສລ ມີອາຍຸ 55 ປີແລ້ວ....

ທ່ານຮູ້ບໍ່ວ່າ ໃຜເປັນຜູ້ອຳນວຍການວິທະຍຸກະຈາຍສຽງແຫ່ງຊາດລາວຄົນທຳອິດ
ຫາກທ່ານຮູ້....ຫລາຍຄົນອາດບໍ່ຢາກເຊື່ອ ຫລື ບາງຄົນອາດ..ອາດຈະ.....ຖ້າຢາກຮູ້....
ກົດອ່ານໄດ້ຕາມລິ້ງລຸ່ມນີ້
ກົດອ່ານເລີຍໄວໆ

7/17/15

ເຈົ້າຊາຍແດງ ໃນດວງໃຈ

ຫາກທ່ານສົນໃຈ ຢ່າລືມຕິດຕາມຟັງລາຍການສົ່ງເສີມສິນລະປິນອາທິດນີ້ ວັນເສົາ ວັນທີ 18 ກໍລະກົດ 2015 ເວລາ 8:30 - 9:00 ໂມງ ທາງລະບົບ AM 567 Khz, SW 6130 Khz or 49 Metre ເຮົາຈະເວົ້າເຖິງປະຫວັດຫຍໍ້ໆໆໆ ຂອງທ່ານປະທ່ານ ສຸພານຸວົງ ວີລະບູລຸດເຫລັກຂອງຄົນລາວ...
ອ່ານເພີ່ມເຕີມໄດ້: ກົດເລີຍ ໄວໆ
(ຂອບໃຈ)

6/2/15

ແຂວງໃໝ່ຫລ້າສຸດຂອງ ສປປ ລາວ ເປັນແຂວງທີ 18 ຄືແຂວງ.....

ມັນອາດບໍ່ກ່ຽວໂດຍກົງກັບເຮົາ ແຕ່ມີເລື່ອງຢາກເວົ້າສູ່ຟັງ ໃນລາຍການສົ່ງເສີມສິລະປິນໃນມື້ວັນເສົານີ້ ເຊິ່ງນັກປະພັນເພງໄດ້ຂຽນເພງໄວ້ ແລະ ມີນັກຮ້ອງມາຮ້ອງ ກ່ຽວພັນກັບແຂວງນີ້ຫລາຍເພງ
ລາຍລະອຽດຕິດຕາມໄດ້ເດີ້

(ຂອບໃຈພາບ ແລະ ຂໍ້ມູນຈາກປຶ້ມທ່ຽວທົ່ວລາວ)

5/26/15

ໃຜຄືຄົນແຕ່ງ ແລະ ແມ່ນໃຜຮ້ອງເພງກະຖິນຫົວໃຈເປັນຄົນທຳອິດ

ສະບາຍດີ ເພື່ອນມິດລາຍການສົ່ງເສີມສິນລະປິນທີ່ຮັກແພງ....
2 ຄົນໃນຮູບນີ້ ມີສ່ວນຕິດພັນກັບເພງ: ກະຖິນຫົວໃຈ ທີ່ໄດ້ສ້າງຊື່ສຽງ ໃນວົງການເພງລາວບ້ານນາມາຫລາຍປີແລ້ວນັ້ນຄືແນວໃດ...ມີຄົນທັກທາຍ ມາວ່າ ຢາກໃຫ້ລາຍການ ສົ່ງເສີມສິນລະປິນ ໃຫ້ຂໍ້ມູນກ່ຽວກັບນັກແຕ່ງ ນັກຮ້ອງ ເພງໆນີ້ແດ່ວ່າຊັ້ນ....ທີມງານລາຍການສົ່ງເສີມ ສະໜອງໃຫ້....ອົດໃຈລໍຄາວດຽວເດີ້.....
 
....ຢາກຮູ້ປະຫວັດຂອງຜູ້ແຕ່ງ ກະລຸນາ....
ກົດບ່ອນນີ້ລະ ໄວໆ


(ບໍ່ດົນມີລາຍລະອຽດໃຫ້ອ່ານ-ຂອບໃຈ) 

4/8/15

ຄຳທຳນາຍໃນຕຳນານບຸນສົງການປີໃໝ່ລາວ

ປີນີ້ ຄືປີມະແມ ຫລື ປີຮັບມົດ,ເປັນປີສັຕຕະສົກ, ປີອະທິກະມາສ, ກົງກັບປີ ພຸດທະສັງກາດ ຫລື ພສ 2557 ກົງກັບປີ ຈຸນລະສັງກາດ ຈສ 1376 ແລະ ຈະປ່ຽນເປັນ ຈສ 1377 ໃນມື້ສັງຂານຂຶ້ນ ກົງກັບປິ ຄຣິຕ ສັງກາດ ຫລື  ຄສ 2015.

ວັນສັງຂານລ່ວງ : ວັນອັງຄານ (ມື້ກົດສັນ) ແຮມ 11 ຄ່ຳ ເດືອນ 5 , ພສ 2557 ກົງກັນວັນທີ່ 14 ເມສາ 2015 ເວລາ 14ໂມງ 24 ນາທີ 00 ວິນາທີ...ວັນສັງຂານເນົາ: ວັນພຸດ (ມື້ຮ້ວງມົດ) ແຮມ 12 ຄ່ຳ ເດືອນ 5 , ພສ 2557 ກົງກັນວັນທີ່ 15 ເມສາ 2015(ເນົາວັນດຽວ) ແລະ ວັນສັງຂານຂຶ້ນ: ວັນພະຫັດ(ມື້ເຕົ່າເສັດ) ແຮມ 13 ຄ່ຳ ເດືອນ 5 , ພສ 2557 ກົງກັນວັນທີ່ 16 ເມສາ 2015 ເວລາ 18 ໂມງ 21 ນາທີ 36 ວິນາທີ , ປ່ຽນວັນຖະເຫລີງສົກປີໃຫມ່ລາວຈຸລສັກຣາຊ ຈາກ 1376 ເປັນ 1377.
ນາງສັງຂາຣ : ປີມະແມ -ຮັບມົດ - ສັຕຕະສົກ ,ທາງຈັນທະຣະຄະຕິເປັນອະທິກະມາສ , ປົກກະຕິສຸຣະທິນ ,ທາງສຸຣິຍະຄະຕິ ກໍ່ເປັນປົກກະຕິສຸຣະທິນເໝືອນກັນ ນາມມະຫາສົງກຣານຕ໌ ນາງເທພພະທິດາທີ່ 3 ຊົງພະນາມວ່າ ຣາກສະເທວີ ຊົງພະຫຸຣັດທັດດອກບົວຫລວງ, ອາພອນປະດັບດ້ວຍແກ້ວໂມລາ(ແກ້ວລາຍ),ສະເຫວີຍໂລຫິດ(ເລືອດ)ເປັນພັກສາຫານ, ມືຂວາຊົງຕຣີສູນ(ຫອກສາມຫງ່າມ), ມືຊ້າຍຊົງທະນູ, ສະເດັດໄສຍາດ(ນອນຫລັບຕາ)ມາເທິງຫລັງວະຣະຫະ(ໝູ)ເປັນພາຫະນະ .
(ພາບໄດ້ຈາກ ອິນເຕີເນັທ)

ເກນພິຣຸນະສາຕ: ພະອາທິດເປັນອະທິບໍດີ, ນາກຫລິ້ນນ້ຳ 4 ໂຕ, ບັນດານໃຫ້ຝົນຕົກ 400 ຫ່າ, ຕົກໃນຂອບຈັກກະວານ 160 ຫ່າ, ຕົກໃນປ່າຫິມະພານ 120 ຫ່າ, ຕົກໃນມະຫາສະໝຸດ 80 ຫ່າ, ຕົກໃນມະນຸດໂລກ 40 ຫ່າ.
      ເກນທັນຍາຫານ: ຊື່ວ່າປັດສິມະ, ເຂົ້າກ້າໄຮ່ນາຈະໄດ້ 1 ສ່ວນ, ເສຍ 1 ສ່ວນ, ໂພຊະນາການ: ມີພໍສົມຄວນ, ປະຊາຊົນຈະສຸກແດ່.... ທຸກແດ່.... ປະປົນກັນ...ຯ 
     ຜະລາມັດສະມັງສາຫານ: ຜົນລະໄມ້ຈະມີພໍສົມຄວນ ຯ. 
    ຣຸກຂະຊາດ: ໄມ້ງິ້ວເປັນພະຍາ ບ້ານເມືອງຈະສະຫງົບສຸກດີ ແຕ່ຟ້າຝົນບໍ່ດີປານໃດ, ຈະມີລົມແຮງ,         ການເຮັດໄຮ່ນາ: ນາລຸ່ມ ແລະ ນາໂພນຈະດີສົມສ່ວນກັນ.

    ເກນກາລະໂຍກ: ວັນພຸດເປັນທຸງໄຊ, ວັນອັງຄານເປັນອະທິບໍດີ, ວັນອາທິດເປັນອຸບາດ, ວັນພະຫັດເປັນໂລກະວິນາດ...ຯ.
(ພາບໄດ້ຈາກ ອິນເຕີເນັທ)

 ປີນີ້ ສັງຂານໄປ(ລ່ວງ)ວັນອັງຄານ(14 ເມສາ 2015) ຄົນບູຮານໄດ້ທຳນາຍໄວ້ວ່າ: “ ສັງຂານໄປວັນອັງຄານຈະມັກເກີດອັນຕະລາຍຂຶ້ນກາງເມືອງເຊັ່ນ: ໄຟໄໝ້,ໂຈນປຸ້ນຊິງຊັບ ແລະ ຈະມັກມີການລະບາດຂອງ ພະຍາດທີ່ຮ້າຍແຮງກັບປະຊາຊົນເປັນອັນມາກ ”

ປີນີ້ວັນເນົາກົງກັບວັນພຸດ(15 ເມສາ 2015)ຄົນບູຮານໄດ້ທຳນາຍໄວ້ວ່າ: “ ຜົນລະໄມ້ຈະແພງ ຄົນທັງຫລາຍຈະໄດ້ຮັບຄວາມເດືອດເນື້ອຮ້ອນໃຈໃນການດຳລົງຊີບ ”

ປີນີ້ສັງຂານຂຶ້ນວັນພະຫັດ (16 ເມສາ 2015)ຄົນບູຮານໄດ້ທຳນາຍໄວ້ວ່າ: “ ສຳມະນະພາມ(ຜູ້ມີສິນທຳ)ຈະປະຕິບັດຊອບດ້ວຍທຳອັນປະເສີດ”

ເດືອນຫ້າ (ບຸນປີໃຫມ່ລາວ)
ເດືອນນີ້(ເມສາ)ເປັນເດືອນທີ່ຊາວລາວທັງຫລາຍ ໄດ້ຮ່ວມກັນສະເຫລີມສະຫລອງບຸນກຸດສົງການ ຫຼື ບຸນປີໃໝ່ລາວ ຢ່າງຄຶກຄື້ນມ່ວນຊື່ນ. ຈຸດພິເສດອັນໂດດເດັ່ນຂອງບຸນກຸດສົງການ ຫຼື ບຸນປີໃໝ່ລາວນັ້ນແມ່ນ: ມີການສະຫລອງທີ່ຫລາກຫລາຍ ແລະ ທີ່ຂາດບໍ່ໄດ້ນັ້ນກໍ່ຄືການຫົດສົງນ້ຳໃຫ້ພອນກັນ ດ້ວຍນ້ຳທີ່ສະອາດອັນເປັນສາເຫດເຮັດໃຫ້ເອີ້ນບຸນນີ້ແບບງ່າຍໆວ່າ: ບຸນຫົດນ້ຳ.


(ພາບໄດ້ຈາກອິນເຕີເນັທ)
ການຂຶ້ນປີໃໝ່ສຳລັບຊາວລາວນັ້ນ ມັນກົງກັບການປ່ຽນປີ ຈສ ຫຼື ຈຸນລະສັກລາດ ເຊິ່ງຄົນລາວໄດ້ນັບຖືມາຕັ້ງ ແຕ່ຍຸກສະໄໝລ້ານຊ້າງຕອນຕົ້ນພຸ້ນ ເວລານັ້ນຊາວລ້ານນາກໍ່ເຄີຍໃຊ້ປີ ຈສ. ຄືກັນກັບຊາວລ້ານຊ້າງ ຫລື ຊາວລາວ.(ປີນີ້ ຄສ. 2015 ກົງກັບປີ ຈສ. 1376 ແລະ ຈະປ່ຽນເປັນ ຈ.ສ 1377 ມື້ສັງຂານຂຶ້ນ) ການສະຫຼອງປີ ໃໝ່ລາວແຕ່ບູຮານນັ້ນ ເພິ່ນຈະຈັດຫາເຄື່ອງຂອງຕ່າງໆເພື່ອໄຫວ້ ຫຼື ເພື່ອສັກາລະຜີຟ້າຜີແຖນ, ແຕ່ພາຍຫລັງທີ່ໄດ້ຮັບເອົາພະພຸດທະສາສນາເຂົ້າມາໃນດິນແດນລາວແລ້ວການຈັດງານສະຫລອງ ປີໃໝ່ລາວຈຶ່ງໄດ້ປັບປ່ຽນໄປຕາມ ຍຸກສະໄໝທີ່ແທດເໝາະກັບລັກສະນະຂອງຊາວພຸດ.
ໃນປັດຈຸບັນ ຊາວລາວສ່ວນໜຶ່ງຍັງເຂົ້າໃຈຜິດວ່າປີໃໝ່ລາວ(ກຸດສົງການ) ເປັນເວລາຂອງການປ່ຽນ ພ.ສ. (ພຸດທະສັກກະລາດ)ຫຼື ປີພຸດ, ແຕ່ຄວາມຈິງແລ້ວ ມັນແມ່ນເວລາປ່ຽນແປງຂອງປີ ຈຸນລະສັກກະລາດ ຫຼື ຈ.ສ. ນັ້ນເອງ ແລະ ການຈັດງານສະເຫຼີມສະຫລອງ ເຮົາມັກເອີ້ນບຸນນີ້ວ່າ "ບຸນປີໃໝ່ລາວ ຫຼື ກຸດສົງການປີໃໝ່ລາວ".
ການຈັດສະຫລອງບຸນປີໃໝ່ລາວນີ້ ຈະໃຊ້ຫລັກການຄຳນວນຕາມໂຫລາສາດບູຮານລາວ, ຖ້າສັງເກດໃຫ້ດີແລ້ວ ເຮົາຈະເຫັນວ່າ ບໍ່ໄດ້ອີງຕາມປະຕິທິນຈັນທະຣະຄະຕິ (ຄືບໍ່ອີງຕາມມື້ຂຶ້ນ-ມື້ແຮມ ແຕ່ຢ່າງໃດ) ແຕ່ຫາກອີງຕາມຫລັກຄຳນວນດັ່ງກ່າວທີ່ສືບທອດກັນມາ. ໂດຍທົ່ວໄປແລ້ວຈະມັກຕົກໃນລະຫວ່າງວັນທີ 13-14-15 ເມສາ ຫຼື 14-15-16 ເມສາ (ວັນທີ 13-14-15-16 ເມສາ ໃນປີອະທິກະຈຸຣະທິນ ຫຼື ປີທີ່ມີ 366 ມື້). ໃນເວລາ 3 ມື້ ຫຼື 4 ມື້ ນີ້, ມື້ທຳອິດຈະເປັນ ວັນສັງຂານລ່ວງ, ມື້ຕໍ່ໆມາຈະເປັນວັນເນົາ(ຖ້າເປັນປີທີ່ມີ 366 ມື້ ຈະມີວັນເນົາ 2 ມື້ຕໍ່ກັນ) ແລະ ມື້ສຸດທ້າຍຈະເປັນວັນສັງຂານຂຶ້ນ(ມື້ຂຶ້ນປີໃໝ່).
ແຕ່ທີ່ພິເສດກວ່າໝູ່ແມ່ນຢູ່ແຂວງຫລວງພະບາງ ເພາະເພິ່ນມີການອັງເຊີນເອົາອົງພຣະພຸດທະລາວັນ (ພຣະບາງ) ອອກໃຫ້ມວນຊົນໄດ້ສັກາລະບູຊາ ແລະ ຫົດສົງ. ຂະບວນແຫ່ພະບາງນີ້ເອີ້ນວ່າ ແຫ່ຫວໍ່ ອັນປະກອບມີຂະບວນແຫ່ອົງພຣະບາງ, ປູ່ເຍີ-ຍ່າເຍີ, ພຣະສົງສາມະເນນ, ພຸດທະຄຳພີ, ຂະບວນນາງແກ້ວ, ຕົວລະຄອນໃນເລື່ອງພະລັກ-ພະລາມ, ຂະບວນມະໂຫລີ-ປີ່ພາດ, ຂະບວນແຫ່ສຽນ(ຫົວ)ທ້າວກະບິນລະພົມ, ນາງສັງຂານ, ຂະບວນບ່າວສາວ ແລະ ຂະບວນມະຫາຊົນຢ່າງອະ ເນກອະນັນຕາທີ່ຍິ່ງໃຫຍ່ ເຊິ່ງນັບວ່າ ເປັນພິທີແຫ່ທີ່ງົດງາມ ແລະ ຍິ່ງໃຫຍ່ທີ່ສຸດ.

(ພາບໄດ້ຈາກ ອິນເຕີເນັທ)
ວັນສັງຂານຕ໌ຂຶ້ນ: ເປັນມື້ຂຶ້ນປີໃໝ່ລາວ ແລະ ປີຈຸນລະສັກກະລາດ ຈະເລື່ອນຕົວເລກຂຶ້ນອີກໜຶ່ງປີໃນມື້ນີ້(ຈາກປີ ຈຸນລະສັກກະລາດ 1376 ເປັນ 1377). ພ້ອມດຽວກັນກໍເປັນມື້ສຸດທ້າຍຂອງການສະຫລອງປີໃໝ່ລາວ; ມື້ວັນສັງຂານຂຶ້ນ ຫລື ມື້ຂຶ້ນປີໃໝ່ນີ້ຍັງຖືເປັນວັນໂຮມຍາດຕິພີ່ນ້ອງ, ຊາວລາວຈະຖືເອົາໂອກາດນີ້ ເປັນການສົມບັດສົມມາຜູ້ມີພະຄຸນຂອງຕົນ ອັນມີ ພໍ່-ແມ່, ຜູ້ເຖົ້າຜູ້ແກ່ປະຈຳວົງຕະກູນ ແລະ ບຸກຄົນທີ່ເຮົາເຄົາລົບ.

ການສົມມາ ຄືການຍອມຮັບສຳນຶກຜິດ ໃນສິ່ງທີ່ຕົນໄດ້ລະເມີດ, ລ່ວງເກີນ ຫຼື ປະພຶຕຜິດຕໍ່ບຸກຄົນ ທີ່ຢູ່ສູງກວ່າຕົນ ບໍ່ວ່າຈະດ້ວຍ ກາຍ,ວາຈາ,ໃຈ ກໍ່ຕາມ. ໃນພິທີນີ້ ບັນດາລູກຫລານຈະ ແຕ່ງຂັນຫ້າ ເພື່ອຂໍຂະມາພໍ່ແມ່, ຜູ້ເຖົ້າຜູ້ແກ່ ແລະ ບຸກຄົນທີ່ຕົນເຄົາລົບ ພ້ອມທັງຂໍລະໂທດ ອັນຈະເປັນບາບ ເປັນກໍາໃຫ້ແກ່ຕົນໃນພາຍພາກໜ້າ ແລ້ວຈາກນັ້ນກໍຂໍຫົດສົງລ້າງສ່ວຍພວກເພິ່ນ. ກຸສົນອຸບາຍນີ້ ຄົນບູຮານໄດ້ໃຫ້ຄວາມໝາຍໄວ້ 2 ຢ່າງຕົ້້ນຕໍຄື:

1) ການຮູ້ຕື່ນດ້ວຍສຳນຶກຂອງຕົນເອງ ຕໍ່ການກະທຳທີ່ອາດເປັນບາບ-ເປັນກຳ ຈະຖືເປັນການລ້າງບາບລ້າງກຳທີ່ດີທີ່ສຸດ, ທັງໄດ້ຮັບການໃຫ້ອະໄພໂທດ ແລະ ການເຂົ້າສູ່ການດຳເນີນຊີວິດໃນປີໃໝ່ຢ່າງໃສສະອາດ.

2) ເປັນໂອກາດທີ່ຈະຕັກເຕືອນຕົນເອງວ່າ: ໃນເຮືອນຊານທີ່ຕົນອາໄສຢູ່ນັ້ນບໍ່ມີພະອົງໃດຈະສັກສິດປູນປານພະອໍລະຫັນຜູ້ເປັນບຸບຜະກອນ ຫລື ບຸບຜະກາລີ ຫຼື ພໍ່ແມ່ ທີ່ເປັນຜູ້ເບິ່ງແຍງ, ລ້ຽງດູເຮົາມາ ແຕ່ມື້ເກີດ
ພ້ອມດຽວກັນນີ້, ຜູ້ທີ່ຢູ່ໃນວົງການສິນລະປະກໍາ(ນາດຕະສິນ ຫລື ນັກຟ້ອນ, ນັກດົນຕຣີ, ຊ່າງແຕ້ມ, ຊ່າງຄວັດ, ຊ່າງປັ້ນ, ນັກກະວີ, ນັກແຕ່ງ, ນັກສະແດງ, ນັກປະດິດ ແລະອື່ນໆ) ກໍຈະພ້ອມກັນມາເຕົ້າໂຮມເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄຸນຄູບາອາຈານ ເຊິ່ງເປັນປະເພນີໃຫ້ລູກຫລານໄດ້ສືບທອດຮັກສາສືບຕໍ່ກັນມາ.ໃນພິທີນີ້, ເຄື່ອງບູຊາແບບລາວເດີມຈະໄດ້ແກ່: ໝາກພ້າວ-ກ້ວຍຫອມ, ຄຳໝາກ, ຢາເສັ້ນ, ເຄື່ອງຫອມຕ່າງໆ ແລະ ດອກໄມ້ຂາວນາໆພັນ. ອົງປະທານຕົວແທນຄູບາອາຈານແມ່ນປູ່ລືສີ ແລະ ອົງພະຄະເນດ ພ້ອມດ້ວຍຫົວໂຂນຕົວລະຄອນໃນວັນນະກໍາເລື່ອງຕ່າງໆ.

ຂອບໃຈທີ່ອ່ານ
(ຂໍ້ມູນຈາກ: ປຶ້ມໂຫຣາສາດລາວ, ການຄຳນວນຂອງພຣະອາຈານມະຫາບົວຄຳ ສາລິບຸດ ແລະ ອື່ນໆ)

ການປະລອງປັນຍາຄືທີ່ມາຂອງນາງສັງຂານ

(ພາບຈາກ: ອິນເຕີເນັທ)
ຄວາມເປັນມາຂອງນາງສັງຂານ (ປີໃໝ່ລາວ) ເກີດຂຶ້ນມາດົນແລ້ວ ໂດຍມີເລື່ອງເລົ່າສືບຕໍ່ກັນມາວ່າ: ພະຍາກະບິນລະພົມ ທ້າສະໝອງລອງປັນຍາ ກັບທ່ານນັກປາດຜູ້ຮຽນຈົບໄຕເພດ(ຄວາມຮູ້ຂັ້ນສູງສາມຢ່າງ ໂຫລາສາດ, ຄຸລຸສາດ ແລະ ພາສາສາດ) ຄື:ທຳມະບານກຸມມານ....
ລາຍລະອຽດອ່ານໄດ້ຕາມລິ້ງລຸ່ມນີ້ເດີ້

ຂອບໃຈ

3/15/15

ແດ່...60 ປິ ພັກປະຊາຊົນປະຕິວັດລາວ

ຄຳນັບຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
ຄົບຮອບ 60 ປີ ຢ່າງສຸດໃຈ(22 ມີນາ 1955 - 22 ມີນາ 2015)

ກ່ອນຫນ້ານີ້ 60 ປີ ໂດ­ຍ­ອີງໃສ່ຄວາມ­ຮຽກຮ້ອງຕ້ອງ­ການ­ຂອງ­ການປະ­ຕິວັດ­ລາວ ໂດຍສະ­ເພາະ­ແມ່ນ­ພາ­ລະ­ກິດ­ຕໍ່ຕ້ານ­ຂອງປະ­ຊາ­ຊົນເຮົາ ທີ່ພວມ­ດໍາເນີນໄປຢ່າງ­ຟົດເດືອດ ແລະ­ ເປັນຂະບວນນັ້ນ ວັນ­ທີ 22 ມີນາ 1955 ພັກປະ­ຊາ­ຊົນ­ລາວ ຊຶ່ງແມ່ນ­ພັກປະ­ຊາ­ຊົນປະ­ຕິວັດ­ລາວໃນ­ປັດ­ຈຸບັນ ໄດ້­ຮັບ­ການສ້າງ­ຕັ້ງ­ຂຶ້ນຢ່າງເປັນ­ທາງ­ການ ໂດຍ­ສືບ­ທອດ­ພາ­ລະ­ກິດ­ອັນ­ມີກຽດສະ­ຫງ່າ­ຂອງ­ພັກ­ກອມ­ມູນິດ­ອິນ­ດູຈີນ ຮັບເອົາ­ພາ­ລະ­ກໍາ­ປະ­ຫວັດ­ສາດ­ອັນແສນຫຍຸ້ງ­ຍາກ­ລໍາບາກ ແຕ່ສະ­ຫງ່າ­ລາ­ສີທີ່­ສຸດແຫ່ງ­ການ­ນໍາ­ພາ­ຂະ­ບວນ­ການ­ຕໍ່­ສູ້ຂອງປະ­ຊາ­ຊົນ­ລາວ. 
ການ­ກໍາເນີດເກີດ­ຂຶ້ນ­ຂອງ­ພັກປະ­ຊາ­ຊົນປະ­ຕິວັດ­ລາວ ແມ່ນເຫດ­ການ­ອັນ­ຍິ່ງໃຫຍ່ ແລະ­ ສໍາ­ຄັນ­ທີ່­ສຸດ ໃນປະ­ຫວັດ­ສາດ­ຂອງ­ຊາດເຮົາ ເປັນ­ຂີດຫມາຍແຫ່ງ­ບາດກ້າວຂະ­ຫຍາຍ­ຕົວໃຫມ່ຂອງ­ພາ­ລະ­ກິດປະ­ຕິວັດ­ຂອງປະ­ຊາ­ຊົນ­ລາວ ແລະ­ ປະ­ຫວັດ­ສາດແຫ່ງ­ການ­ຕໍ່­ສູ້ຂອງປະ­ຊາ­ຊົນ­ລາວ ໄດ້­ຕິດແຫນ້ນ­ກັບປະ­ຫວັດ­ສາດແຫ່ງ­ການເຕີບໃຫຍ່ຂະ­ຫຍາຍ­ຕົວຂອງ­ພັກເຮົາ ຕັ້ງແຕ່ເວລານັ້ນເປັນ­ຕົ້ນ­ມາ. 
ນັບແຕ່ມື້ທີ່­ກໍາເນີດ­ຂຶ້ນ ພັກເຮົາໄດ້­ຢືນ­ຢູ່­ຕໍ່ຫນ້າການ­ທົດ­ສອບ­ອັນຮ້າຍແຮງ­ທີ່­ສຸດ ຍ້ອນວ່າມັນແມ່ນໄລຍະເວລາ­ ທີ່ພວກລ່າເມືອງ­ຂຶ້ນແບບໃໝ່ ໄດ້ເຂົ້າມາ­ປ່ຽນແທນ­ພວກລ່າເມືອງ­ຂຶ້ນແບບເກົ່າ­ທີ່ໄດ້­ຖືກປະ­ລາໄຊໄປແລ້ວ. ພວກລ່າເມືອງຂຶ້ນແບບໃຫມ່ ໄດ້­ດໍາເນີນ­ສົງ­ຄາມ­ຮຸກ­ຮານ­ທີ່­ມີລັກສະ­ນະ­ລ້າງ­ຜານ ດ້ວຍ­ກໍາ­ລັງ­ອັນໃຫຍ່ຫລວງ ແລະ­ ພາ­ຫະ­ນະ­ສົງ­ຄາມ­ທີ່­ທັນສະ­ໄໝ ສົມ­ທົບ­ກັບ­ການ­ນໍາໃຊ້­ກົນ­ອຸບາຍ­ທີ່ໂຫດຫ້ຽມ ເພື່ອຫວັງ­ດັບ­ມອດ­ກໍາ­ລັງປະ­ຕິວັດ­ທີ່­ຍັງອ່ອນນ້ອຍໃນເວລານັ້ນ. 
ພາຍໃຕ້­ການ­ນໍາ­ພາ­ຂອງ­ພັກ ຂະ­ບວນ­ການ­ຕໍ່­ສູ້ປະ­ຕິວັດ­ຂອງປະ­ຊາ­ຊົນ­ລາວ ຍິ່ງໄດ້ເຕີບໃຫຍ່ຂະ­ຫຍາຍ­ຕົວ ປະຊາຊົນ­ລາວບັນ­ດາເຜົ່າໄດ້­ສາມັກ­ຄີກັນ ເປັນ­ຈິດຫນຶ່ງໃຈດຽວຢູ່ອ້ອມຂ້າງ­ພັກ ພາຍໃຕ້ແນວໂຮມ­ກູ້­ຊາດ­ອັນ­ກວ້າງ­ຂວາງ ດໍາເນີນ­ການ­ຕໍ່­ສູ້­ອັນລະ­ອິດລະ­ອ້ຽວຍືດເຍື້ອຍາວນານ ພາຍໃຕ້­ຄັນ­ທຸງ­ຊາດ ປະ­ຊາ­ທິປະ­ໄຕ ພັກເຮົາໄດ້ຫມູນໃຊ້ຢ່າງຄ່ອງແຄ້ວ ແລະ­ ສົມ­ທົບແໜ້ນລະ­ຫວ່າງ­ການ­ຕໍ່­ສູ້ດ້ວຍ­ອາວຸດ­ກັບ­ການ­ຕໍ່­ສູ້­ທາງດ້ານ­ການ ເມືອງ, ການຕ່າງປະ­ເທດ ແລະ­ ດ້ານ­ກົດໝາຍ­ສົມ­ທົບຢ່າງແໜ້ນແຟ້ນລະ­ຫວ່າງ­ກໍາ­ລັງແຮງ­ຂອງ­ຊາດ ກັບ­ກໍາ­ລັງແຮງ­ຂອງ­ການຮ່ວມ­ສໍາ­ພັນ­ສູ້­ຮົບລະ­ຫວ່າງ ລາວ-ຫວຽດ­ນາມ ແລະ­ ກໍາ­ປູເຈຍ ກັບ­ກໍາ­ລັງແຮງ­ຂອງ­ຍຸກສະ­ໄຫມ ຍາດແຍ່ງ­ຄວາມເປັນໃຈການສະ­ຫນັບສະ­ຫນູນຊ່ວຍເຫລືອຈາກເພື່ອນ­ມິດ­ສາກົນຢ່າງ­ກວ້າງ­ຂວາງ ສ້າງ­ກາ­ລະ­ໂອກາດ ແລະ­ ກໍາແຫນ້ນ­ກາ­ລະ­ໂອກາດ ໃນ­ການ­ຕໍ່­ສູ້­ຍາດເອົາໄຊຊະ­ນະ­ ເປັນແຕ່ລະ­ພາກສ່ວນ ກ້າວໄປສູ່­ການ­ຍາດເອົາໄຊຊະ­ນະ­ຢ່າງ­ສົມ­ບູນ ດ້ວຍ­ການ­ລຸກ­ຮື້­ຂຶ້ນ ແລະ­ ປົດປ່ອຍປະ­ເທດ­ຊາດຢ່າງ­ສົມ­ບູນ ສະ­ຖາ­ປະ­ນາ ສາ­ທາ­ລະ­ນະ­ລັດ ປະ­ຊາ­ທິປະ­ໄຕ ປະ­ຊາ­ຊົນ­ລາວ ຂຶ້ນໃນ­ວັນ­ທີ 2 ທັນ­ວາ 1975 ອັນໄດ້ເຮັດໃຫ້ລະ­ບອບ­ລາ­ຊາ­ທິປະ­ໄຕ ແລະ­ ແອກ­ຄອບ­ຄອງ­ຂອງ­ຈັກກະ­ພັດ­ຢູ່ປະ­ເທດເຮົາໄດ້­ສິ້ນ­ສຸດ­ລົງ;ໄຂສັງ­ກາດໃໝ່ສັງ­ກາດແຫ່ງເອກະ­ລາດ­ອິດສະ­ຫລະ­ພາບ ແລະ­ ວັດທະ­ນາ­ຖາວອນ­ຂອງ­ຊາດເຮົາ ກ້າວເຂົ້າ­ສູ່ໄລຍະ­ໃຫມ່ຂອງ­ການປະ­ຕິວັດ ພັກເຮົາໄດ້­ນໍາ­ພາ­ປວງ­ຊົນ­ລາວທັງ­ຊາດ ດໍາເນີນ­ພາ­ລະ­ກິດ­ປົກ­ປັກ­ຮັກ­ສາ ແລະ­ ສ້າງ­ສາ­ປະ­ເທດ­ຊາດ ເຖິງວ່າໃນ­ບາດ ກ້າວເບື້ອງ­ຕົ້ນຈະ­ປະ­ສົບ­ກັບ­ການ­ທົດ­ສອບໃຫມ່ ທີ່­ມີຄວາມຫຍຸ້ງ­ຍາກ ແລະ­ ຂ້ຽວຂາດ­ທີ່­ສຸດ ແຕ່­ພັກເຮົາກໍໄດ້ເດັດດ່ຽວນໍາ­ພາ ແລະ­ ຍາດໄດ້ໄຊຊະ­ນະ­ອັນໃຫຍ່­ຫຼວງ ທີ່­ມີລັກສະ­ນະ­ເປັນ­ພື້ນ­ຖານຫນັກແຫນ້ນໃນແຕ່ລະ­ດ້ານ ອັນ­ສໍາ­ຄັນແມ່ນ­ພວກເຮົາ­ສາມາດ­ທັບມ້າງໄດ້­ບັນ­ດາກົນ­ອຸບາຍມ້າງເພທໍາ­ລາຍ­ຂອງ­ສັດ­ຕູ ແລະ­ ອິດ­ທິກໍາ­ລັງ­ປໍລະ­ປັກ­ລົງໄດ້ຢ່າງ­ສິ້ນເຊີງ ສາມາດ­ປົກ­ປັກ­ຮັກ­ສາເອກະ­ລາດ ອະ­ທິປະ­ໄຕ ແລະ­ ຜືນແຜ່ນ­ດິນ­ອັນ­ຄົບຖ້ວນໄວ້ໄດ້ຢ່າງຫມັ້ນ­ຄົງ ສາມາດ­ຮັບປະ­ກັນ­ຄວາມສະ­ຫງົບ­ຄວາມເປັນລະ­ບຽບ­ຮຽບຮ້ອຍ ແລະ­ ຄວາມ­ປອດໄພຢູ່ໃນ­ທົ່ວສັງ­ຄົມ ໄດ້ໂດຍ­ພື້ນ­ຖານ ດໍາເນີນ­ການ­ຮໍາບາດແຜສົງ­ຄາມ ຟື້ນ­ຟູການຜະ­ລິດຂະ­ຫຍາຍ­ວັດທະ­ນະ­ທໍາ ປົວແປງ ແລະ­ ປັບ­ປຸງ­ຊີວິດ­ການເປັນ­ຢູ່ຂອງປະ­ຊາ­ຊົນ­ບັນ­ດາເຜົ່າ ໃຫ້ເຂົ້າ­ສູ່ຄວາມ­ປົກກະ­ຕິເທື່ອລະ­ກ້າວ. 
ໃນ­ຊຸມ­ປີແຫ່ງ­ການ­ນໍາ­ພາ ພາ­ລະ­ກິດປ່ຽນແປງໃຫມ່ ນັບແຕ່­ມື້ເລີ່ມ­ຕົ້ນ­ມາເຖິງ­ປັດ­ຈຸບັນ ເຖິງວ່າ­ພວກເຮົາຍັງ­ມີຄວາມຫຍຸ້ງ­ຍາກ­ຫຼາຍດ້ານສະ­ພາບ­ການ­ຂອງໂລກ ແລະ­ ພາກ­ພື້ນຈະ­ຜັນແປໄປຢ່າງ­ສັບ­ສົນ ແລະ­ ໄວວາສັດ­ຕູ ແລະ­ ອິດ­ທິກໍາ­ລັງ­ປໍລະ­ປັກ­ຍັງ­ຄົງ­ບໍ່­ລົດລະ­ໃນ­ການເຄື່ອນໄຫວມ້າງເພທໍາ­ລາຍ­ພັກ ຈໍາກັດ­ຂັດ­ຂວາງຖ່ວງ­ດຶງ­ບາດກ້າວເດີນ­ຂອງປະ­ເທພາ­ລະ­ກິດປ່ຽນແປງໃຫມ່ ແລະ­ ມາ­ຮອດ­ປັດ­ຈຸບັນ ກໍສາມາດ­ບັນ­ລຸໄດ້ຫມາກ­ຜົນທີ່­ມີລັກສະ­ນະ­ຫນັກແຫນ້ນ­ຕໍ່ເນື່ອງ ແລະ­ ເປັນ­ພື້ນ­ຖານ­ຫຼາຍປະ­ການ ໃນ­ນີ້ເສດຖະ­ກິດໄດ້­ຮັບ­ການ­ພັດທະ­ນາໃຫ້ຂະ­ຫຍາຍ­ຕົວດ້ວຍ­ຈັງ­ຫວະ­ທີ່ໄວຂຶ້ນ ສະ­ຖຽນລະ­ພາບ­ທາງດ້ານ­ການເມືອງ­ມີຄວາມຫນັກແຫນ້ນ ແລະ­ ຫມັ້ນ­ຄົງ ບົດ­ບາດ­ຊື່­ສຽງ ແລະ­ ຄວາມເຊື່ອຫມັ້ນ­ຂອງເພື່ອນ­ມິດ­ສາກົນ ຕໍ່ ສປປ ລາວ ໄດ້­ຮັບ­ການເປີດ­ກວ້າງ ແລະ­ ເຊີດ­ຊູຂຶ້ນຢ່າງຈະ­ແຈ້ງ ຊຶ່ງ­ທັງຫມົດເຫຼົ່ານີ້ ໄດ້ເຮັດໃຫ້ປະ­ຊາ­ຊົນ­ລາວບັນ­ດາເຜົ່າ ມີຄວາມເຊື່ອຫມັ້ນ­ຕໍ່­ບົດ­ບາດ ແລະ­ ຄວາມ­ສາມາດໃນ­ການ­ນໍາ­ພາ­ຂອງ­ພັກເຮົານັບ­ມື້ຫນັກແຫນ້ນ. 
ເມື່ອພວກເຮົາ­ຫວນ­ຄືນເບິ່ງຕະ­ຫຼອດໄລຍະ­ເວລາ 60 ປີທີ່ຜ່ານ­ມາ ພວກເຮົາຍິ່ງ­ມີຄວາມເອກອ້າງທະ­ນົງໃຈ ແລະ­ ເຫັນແຈ້ງວ່າ ພັກເຮົາໄດ້ປະ­ຕິບັດ­ພາ­ລະ­ບົດ­ບາດ­ຂອງ­ຕົນຢ່າງ­ສົມ­ກຽດ ໄດ້ຮັບ­ຄວາມ­ຮັກແພງ ແລະ­ ຄວາມເຊື່ອຖືຈາກປະ­ຊາ­ຊົນ­ບັນ­ດາເຜົ່າ ຍາມໃດ­ກໍໄດ້­ຍົກ­ສູງ­ຈິດໃຈຕໍ່­ສູ້­ອັນກ້າແກ່ນ ເດັດ­ຂາດບໍ່ຍອມ­ຈໍານົນ ແລະ­ ຍາມໃດ­ກໍມີຄວາມ­ບໍລິສຸດ­ຜຸດຜ່ອງ­ຕໍ່­ຜົນປະ­ໂຫຍດ ­ຂອງ­ຊົນ­ຊັ້ນ ແລະ­ ຂອງ­ຊາດເຮົາ­ຢູ່ສະ­ເຫມີ ພັກເຮົາບໍ່­ມີວັດ­ຖຸປະ­ສົງ­ອື່ນໃດ ນອກ­ຈາກເຮັດ­ທຸກ­ສິ່ງ­ທຸກຢ່າງເພື່ອໃຫ້ປະ­ຊາ­ຊົນໄດ້­ຢູ່­ດີກິນ­ດີ ມີຄວາມ­ຜາ­ສຸກ ແລະ­ ປະ­ເທດ­ຊາດ­ມີຄວາມ­ຮັ່ງ­ມີ ເຂັ້ມແຂງ ສັງ­ຄົມ­ມີຄວາມ­ສີວິໄລ ແລະ­ ຍຸຕິທໍາ.
ພຶດ­ຕິກໍາໃນຕະ­ຫຼອດໄລຍະ­ຜ່ານ­ມາ ໄດ້­ຢັ້ງ­ຢືນໃຫ້ເຫັນຢ່າງຈະ­ແຈ້ງວ່າ: ພັກເຮົາເປັນ­ປັດໄຈພື້ນ­ຖານ­ທີ່­ຕັດ­ສິນກວ່າ­ຫມູ່ ຕໍ່­ຜົນ­ສໍາເລັດ­ຂອງ­ການປະ­ຕິວັດ­ຢູ່ປະ­ເທດເຮົາ. ໃນ­ປັດ­ຈຸບັນ­ນີ້ ພັກເຮົາ­ພວມ­ສືບ­ຕໍ່­ນໍາ­ພາການ­ຈັດ­ຕັ້ງປະ­ຕິບັດແນວທາງປ່ຽນແປງໃຫມ່ ທີ່ໄດ້­ຜັນຂະ­ຫຍາຍ­ມາເປັນ­ອັນລະ­ອຽດ ໂດຍຜ່ານມະ­ຕິກອງປະ­ຊຸມໃຫຍ່ ຄັ້ງ­ທີ IX ຂອງ­ພັກ ໂດຍສະເພາະວຽກງານ 4 ບຸກທະລຸ ຕິດພັນກັບວຽກງານ 3 ສ້າງ ຊຶ່ງແມ່ນ­ພາ­ລະ­ກິດ­ອັນຫນັກຫນ່ວງ ແລະ­ ເຕັມໄປດ້ວຍ­ສິ່ງທ້າ­ທາຍ­ຂອງໄລຍະ­ໃຫມ່ຍິ່ງ­ກວ່າເວລາໃດ. ດັ່ງນັ້ນ ພັກເຮົາຍັງຈະ­ຕ້ອງໄດ້ສືບ­ຕໍ່ເສີມຂະ­ຫຍາຍ­ທາດແທ້­ມູນເຊື້ອອັນ­ດີງາມ­ຂອງ­ຕົນ ເພື່ອເຮັດ­ຫຼ້ອນ­ພາ­ລະ­ກໍາ­ປະ­ຫວັດ­ສາດ­ອັນ­ຍິ່ງໃຫຍ່ຂອງ­ຕົນ ຊຶ່ງໃນສະ­ເພາະ­ຫນ້ານີ້ ແມ່ນຈະ­ຕ້ອງເຮັດ­ທຸກ­ສິ່ງ­ທຸກຢ່າງ ເພື່ອເຮັດໃຫ້ປະ­ຊາ­ຊົນ­ບັນ­ດາເຜົ່າ­ຫຼຸດ­ພົ້ນ­ອອກ­ຈາກ­ຄວາມ­ທຸກ­ຍາກ ປະ­ເທດ­ຊາດຫລຸດ­ພົ້ນ­ອອກ­ຈາກ­ຄວາມດ້ອຍ­ພັດທະ­ນາ. ພວກເຮົາມີຄວາມເຊື່ອຫມັ້ນຢ່າງ­ຕາຍໃຈວ່າ ພວກເຮົາ­ຈະ­ສາມາດເຮັດ­ສໍາເລັດຫນ້າ­ທີ່­ອັນ­ຍິ່ງໃຫຍ່ ໃນພາ­ລະ­ກິດປົກປັກຮັກສາ ແລະ ສ້າງ­ສາ­ພັດທະ­ນາ­ປະ­ເທດ­ຊາດ­ຂອງ­ພວກເຮົາໄດ້ຢ່າງ­ມີໄຊ.
ພັກປະ­ຊາ­ຊົນປະ­ຕິວັດ­ລາວ ທີ່­ມີກຽດສະ­ຫງ່າ­ຫມັ້ນ­ຍືນ !
(ຂອບໃຈທີ່ອ່ານ-ຂອບໃຈພາບໄດ້ຈາກອິນເຕີເນັທ)

2/25/15

ສາວໝໍລຳສີພັນດອນ, ລຳໂສມ....ແຫ່ງເມືອງໂພນທອງ...

ຈັ່ງວ່າຟ້າເອີຍຟ້າ ເຈົ້າຜູ້ຟ້າຕັ້ງໂງ່ນ ເບິ່ງໝໍລຳຜູ້ຊາຍ ສັງມານັ່ງໂຈ່ນໂປ່ນ ພໍປານໝາກຫອຍດົງ ເບິ່ງເປັນງອນໆງົງໆ ຂີ້ໃສ່ສົ້ງແລ້ວບໍ...ໝໍລຳອ້າຍ.....

ເຊື່ອບໍ່....ສາວໃຕ້ຄົນນີ້ໃຈດີ ມີນ້ຳສຽງເສາະໃສ ລຳໄດ້ທັງສີພັນດອນ, ຄອນສະຫວັນ, ສາລະວັນ, ຂັບທຸ້ມ, ຮ້ອງເພງ, ລຳຊິ້ງ ແລະ ອື່ນໆ ຈົນເວົ້າໄດ້ວ່າ ຕາມໃຈເຈົ້າພາບທີ່ສັ່ງ....ນັ່ງລຳໝົດຄືນ, ຢືນ ຫລື ເຕັ້ນ ກໍບໍ່ເຄີຍວ່າ....

(ເພິ່ນວ່າ ບ້ານຄັນແຍງ ບ້ານຂອງໝໍລຳອິນແຕ່ງນີ້ເປັນບ້ານໝໍລຳ)
...ຖ້າຢາກຮູ້ເລື່ອງລາວຂອງ ສາວໝໍລຳອິນແຕ່ງ ແກ້ວບົວລາ....
(ຂອບໃຈຫລາຍໆ)

1/27/15

ການໃຫ້ຄືບໍ່ເກີດແຫ່ງຄວາມສຸກ

ດ້ວຍຄວາມໄວ້ວາງໃຈ “ຄະນະລະຄອນສຽງແຄນລາວ” ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວເຫັນດີ ແລະ ໄດ້ມອບໜ້າທີ່ປະສານງານຫລັກໃນວຽກ ງານການກຸສົນເພື່ອຊ່ວຍປະຊາຊົນຜູ້ທຸກຍາກ 2014 ໃຫ້ ແລະ ຂໍສະແດງຄວາມຂອບໃຈມາຍັງພາກ ສ່ວນ,ບໍລິສັດ ແລະ ບຸກຄົນທີ່ໄດ້ປະກອບສ່ວນເປັນວັດຖຸ ແລະ ເງິນຄຳ ດ້ວຍນ້ຳໃຈເສຍ ສະຫລະອັນສູງສົ່ງຜ່ານ “ຄະນະລະຄອນສຽງແຄນລາວ” ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ເພື່ອນຳໄປມອບໃຫ້ພີ່ນ້ອງຮ່ວມຊາດທີ່ຍັງທຸກຍາກຂາດເຂີນ. ການປະຕິບັດກິດຈະ ກຳການກຸສົນເພື່ອປະຊາຊົນຜູ້ທຸກຍາກ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວນີ້ໄດ້ດຳເນີນມາຄົບ 10 ປີພໍດີ.
ຄັ້ງນີ້ ອາດຈະມີຄວາມຊັກຊ້າໃນການນຳເອົາເຄື່ອງບໍລິຈາກຂອງພວກທ່ານໄປເຖິງປະຊາຊົນເລົ່ານັ້ນເນື່ອງຈາກວ່າ ປີນີ້ ໃນນາມທີ່ພວກເຮົາເປັນອົງການສື່ ເຊິ່ງເປັນ ກະບອກສຽງຂອງພັກ ພວກເຮົາມີຫລາຍວຽກທີ່ໜັກໜ່ວງ ເພາະປີນີ້ພວກເຮົາໄດ້ສຸມໃສ່ການໂຄສະນາໃຫ້ແກ່ 2 ວັນປະຫວັດສາດຂອງຊາດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ຄົບ ຮອບ 60 ປີ ແລະ ວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ…ແຕ່ເຖິງແນວໃດກໍຕາມ ການດຳເນີນກິດຈະກຳການກຸສົນ ກໍແມ່ນສ່ວນໜຶ່ງ ໃນການຕອບສະ ໜອງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຫລຸດຜ່ອນຄວາມທຸກຍາກຂອງ ປະຊາຊົນລາວ. ໃນນາມ ວິທະຍຸກະຈາຍສຽງແຫ່ງຊາດລາວ ຂໍສະແດງຄວມຂອບໃຈໃນທຸກການມີສ່ວນຮ່ວມຂອງພວກທ່ານ ແລະ ຫວັງວ່າຄົງໄດ້ຮັບການຮ່ວມຕື່ມອີກໃນຄັ້ງຕໍ່ໄປ…ດ້ວຍຄວາມຮັກແພງ ແລະ ຮູ້ບຸນຄຸນເປັນຢ່າງສູງ…
ລາຍລະອຽດຕິດຕາມອ່ານໄດ້ລຸ່ມນີ້
ຂອບໃຈທີ່ຕິດຕາມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ ເມືອງວຽງໄຊ ແຂວງຫົວ­ພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງ­ຮອຍປະ­ຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິ...