7 ແຜນຍຸດທະສາດລະດັບຊາດທີ່ຕ້ອງປະຕິບັດໃນ 10 ປີ(2016-2025)
ໃນວັນທີ 18 ມັງກອນຜ່ານມາ
ສະຫາຍ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຂຶ້ນສະເໜີຮ່າງວິໄສທັດຮອດ
ປີ 2030,
ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ
ໄລຍະ 10 ປີ (2016-2025) ແລະແຜນພັດທະນາເສດຖະກິດ-ສັງຄົນ 5 ປີ ຄັ້ງທີ VIII (2015-2020) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ໂດຍຍົກ ໃຫ້ເຫັນຜົນສຳເລັດການພັດທະນາດ້ານ
ຕ່າງໆໄລຍະ 15 ປີຜ່ານມາ
ຊຶ່ງເສດຖະ ກິດແຫ່ງຊາດມີການຂະຫຍາຍຕົວໃນ ຈັ່ງຫວະໄວ ແລະຕໍ່ເນື່ອງ, ໝັ້ນທ່ຽງໂດຍ ພື້ນຖານ ລວມຍອດຜະລິດຕະພັນພາຍ ໃນ (GDP) ສະເລ່ຍບັນລຸ 7,4% ຕໍ່ປີ, ສະເລ່ຍລາຍຮັບເພີ່ມຂຶ້ນຈາກ
319 ໂດ ລາ ໃນສົກປີ 2000-2001 ມາເປັນ 1.671 ໂດລາ ໃນສົກປີ 2013-2014 ແລະມາເປັນ 1.970 ໂດລາສະຫະລັດ ໃນສົກປີ 2014-2015,
ພິເສດ ໃນປີ 2011 ທະນາຄານໂລກໄດ້ເລື່ອນ ສປປ ລາວ ຈາກກຸ່ມປະເທດທີ່ມີລາຍໄດ້ຕ່ຳຂຶ້ນມາສູ່ປະເທດທີ່ມີລາຍໄດ້ປານກາງໃນ
ລະດັບຕ່ຳ.
ບົນພື້ນຖານຜົນສຳເລັດດັ່ງກ່າວ
ສະ ຫາຍ ທອງສິງ ທຳມະວົງ ໄດ້ຊີ້ໃຫ້ເຫັນ ເຖິງຄຳຂວັນຂອງວິໄສທັດຮອດປີ 2030 ແລະຍຸດທະສາດຮອດປີ 2025 ຄື: “ສູ້ຊົນພັດທະນາປະເທດຊາດໃຫ້ຫຼຸດພົ້ນ
ຈາກສະຖານະພາບດ້ອຍພັດທະນາໃນປີ 2020 ກ້າວໄປສູ່ປະເທດກຳລັງພັດທະ
ນາທີ່ມີລາຍຮັບປານກາງສູງຕາມທິດ ການພັດທະນາສີຂຽວ ແລະຢືນຍົງ
ເມື່ອເຖິງປີ 2030 ” ສຳລັບຍຸດທະສາດການ
ພັດ ທະນາເສດຖະກິດ ໄລຍະ 10 ປີ (2016-2025)ເພື່ອຜັນຂະຫຍາຍຄາດໝາຍສູ້ຊົນຕ່າງໆຈະຕ້ອງໄດ້ສຸມໃສ່ປະຕິບັດ
7 ຍຸດທະສາດລະດັບຊາດດັ່ງນີ້:
1. ພັດທະນາເສດຖະ
ກິດຢ່າງຕໍ່ເນື່ອງໄປຕາມທິດມີຄຸນນະ ພາບ, ສີຂຽວ ແລະຢືນຍົງ ຊຶ່ງເປົ້າໝາຍແມ່ນເຮັດໃຫ້ເສດຖະກິດຂະຫຍາຍຕົວ
ຕໍ່ເນື່ອງໝັ້ນທ່ຽງດ້ວຍຈັງຫວະສະເລ່ຍ 7,5% ຕໍ່ປີ, ເສດຖະກິດມະຫາພາກມີສະ
ຖຽນລະພາບ, ຄວາມທຸກຍາກສືບຕໍ່ຫຼຸດ
ລົງ,
ຊີວິດການເປັນຢູ່ຂອງປະຊາຊົນໄດ້
ຮັບການຍົກລະດັບດີຂຶ້ນ, ຮັບປະກັນການ
ຜະລິດສະບຽງອາຫານໃຫ້ພຽງພໍກັບ ຄວາມຕ້ອງການພາຍໃນ, ມີສິນຄ້າສົ່ງ ອອກຈຳນວນໜຶ່ງ, ມີການຈັດສັນເຂດ ການພັດທະນາ ແລະຈັດວາງກຳລັງການ
ຜະລິດຕາມເຂດແຄວ້ນຢ່າງເປັນລະບົບ.
2. ເພື່ອພັດທະນາປະ ເທດໃຫ້ຫຼຸດພົ້ນອອກຈາກສະຖານະພາບ
ດ້ອຍພັດທະນາ (LDCs) ແລະປະຕິບັດ
ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂດຍສຸມໃສ່ປະຕິບັດເປົ້າໝາຍ ຫຼຸດພົ້ນອອກຈາກສະຖານະພາບດ້ອຍ
ພັດທະນາໃຫ້ສຳເລັດໃນປີ 2020 ແລະ ປະຕິບັດເປົ້າໝາຍການພັດທະນາແບບ ຍືນຍົງ.
3. ການພັດທະນາຊັບພະຍາກອນ ມະນຸດ ເລັງໃສ່ພັດທະນາຄົນໃຫ້ມີ
ຄຸນສົມ ບັດສິນທຳປະຕິບັດ, ມີສະຕິປັນຍາ, ສຸຂະ ພາບ ແລະຮ່າງກາຍແຂງແຮງ, ການສຶກ ສາອົບຮົມດ້ານແນວຄິດການເມືອງ, ການຄຸ້ມຄອງກໍ່ສ້າງພະນັກງານ, ຍົກປະສິດທິພາບຂອງແຮງງານ, ສົ່ງເສີມວຽກງານ ໂພຊະນາການ, ຍົກສູງຄຸນຄ່າວັດທະນະ ທຳອັນດີງາມຂອງຊາດ
ແລະຂອງບັນ ດາເຜົ່າ.
4. ປົກປັກຮັກສາ ແລະນຳໃຊ້ຊັບພະຍາກອນທຳມະຊາດ
ຢ່າງມີປະສິດທິຜົນຕາມທິດສີຂຽວ ແລະ ຍືນຍົງ ໂດຍສະເພາະທີ່ດິນ, ປ່າໄມ້, ແຮ່ ທາດ, ແຫຼ່ງນ້ຳ, ອາກາດໃຫ້ມີການນຳໃຊ້ເກີດປະໂຫຍດສູງສຸດ, ມີຄວາມຍືນຍົງໝັ້ນຄົງໄປຕາມທິດສີຂຽວ
ແລະຮັບປະກັນການບັນເທົາ, ຮັບມື
ແລະປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ.
5. ເພີ່ມທະວີຄວາມ ສັກສິດຂອງລະບົບການປົກຄອງດ້ວຍ ກົດໝາຍຂອງລັດປະຊາທິ
ປະໄຕປະຊາ ຊົນ: ປັບປຸງສ້າງລະບົບກົງຈັກການປົກ ຄອງ ແລະການບໍລິຫານລັດໃຫ້ເຂັ້ມແຂງ
ມີປະສິດທິພາບສູງຂຶ້ນ, ປັບປຸງສ້າງບັນ
ດາອົງການຈັດຕັ້ງຂອງລັດໃຫ້ກະທັດ ຮັດ, ສ້າງ ແລະປັບປຸງບັນດານິຕິກຳ, ນະໂຍບາຍລະບຽບການຕ່າງໆໃຫ້ຄົບຖ້ວນ, ຮັດກຸມ, ຈະແຈ້ງ
ແລະປັບປຸງກົນໄກການ ປະສານງານລະຫວ່າງສາຍຕັ້ງ ແລະ ສາຍຂວາງໃຫ້ ກົມກຽວກັນ.
6. ການເຊື່ອມ ໂຍງ, ເຊື່ອມຈອດກັບພາກພື້ນ ແລະສາ ກົນ ຊຶ່ງຕ້ອງເພີ່ມທະວີການມີເພື່ອນມິດ, ຮັດແໜ້ນຄວາມສາມັກຄີ ແລະຂະຫຍາຍ ການພົວພັນຮ່ວມມືກັບພາກພື້ນ
ແລະສາ ກົນໃຫ້ກວ້າງຂວາງ ໂດຍເພີ່ມຂີດຄວາມ ສາມາດໃນການແຂ່ງຂັນ
ເຂົ້າຮ່ວມໃນ ເຄືອຂ່າຍການຜະລິດຂອງພາກພື້ນ ແລະ ສາກົນ.
7. ການຫັນປ່ຽນອຸດສາຫະກຳ ແລະທັນສະ ໄໝ ໂດຍສະເພາະຍົກສູງປະສິດທິພາບ
ແລະປະສິດທິຜົນຂອງການຜະລິດໃນ ໂຄງປະກອບເສດຖະກິດແຫ່ງຊາດ, ການນຳໃຊ້ ແລະພັດທະນາເຕັກໂນໂລຊີ ທີ່ທັນສະໄໝ, ສະອາດເປັນມິດກັບສິ່ງ ແວດລ້ອມ, ມີພື້ນຖານໂຄງລ່າງທີ່ທັນ ສະໄໝ ແລະສາມາດຮອງຮັບການເຊື່ອມ
ຈອດກັບພາກພື້ນ ແລະສາກົນ, ໂດຍຫັນ
ຕົວເມືອງໃຫຍ່ໃຫ້ມີຄວາມທັນສະໄໝ, ການຫັນເປັນອຸດສາຫະກຳຕ້ອງສຸມໃສ່ ຂະແໜງອຸດສາຫະກຳເສົາຄ້ຳເປັນຕົ້ນ
ອຸດສາຫະກຳໄຟຟ້າ, ອຸດສາຫະກຳປຸງ
ແຕ່ງ (ລວມທັງອຸດສາຫະກຳປຸງແຕ່ງ ກະສິກຳ, ປຸງແຕ່ງບໍ່ແຮ່), ອຸດສາຫະກຳ ທ່ອງທ່ຽວ ພ້ອມນັ້ນ ຕ້ອງເອົາໃຈໃສ່ບັນ
ດາຂະແໜງການ ປິ່ນອ້ອມ ໂດຍສະເພາະ ກະສິກຳ-ປ່າໄມ້, ທະນາຄານ, ໂທລະຄົມ
ມະນາຄົມ, ການບໍລິການທາງຜ່ານ
ແລະ ອື່ນໆ.
ສ່ວນຈຸດໝາຍແຜນພັດທະນາເສດ
ຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ແມ່ນຕ້ອງຮັບປະກັນສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍໃນ ສັງຄົມຢ່າງໜັກແໜ້ນ, ສືບຕໍ່ແກ້ໄຂຄວາມ ທຸກຍາກຂອງປະຊາຊົນໃຫ້ທົ່ວເຖິງ
ໂດຍ ຊຸກຍູ້ການຂະຫຍາຍຕົວເສດຖະກິດຢ່າງ ຕໍ່ເນື່ອງຕາມທິດພັດທະນາສີຂຽວ
ແລະຍືນຍົງ ທັງມີການຄຸ້ມຄອງ ແລະນຳໃຊ້ ຊັບພະຍາກອນທຳມະຊາດຢ່າງມີປະສິດ
ທິຜົນສູງ, ສ້າງໃຫ້ໄດ້ການຫັນປ່ຽນຮູບ
ແບບການພັດທະນາຕາມທິດຂະຫຍາຍ ທ່າແຮງທີ່ບົ່ມຊ້ອນ ແລະ ຂໍ້ໄດ້ປຽບຂອງ ປະເທດເຂົ້າໃນການເຊື່ອມໂຍງກັບພາກ
ພື້ນ ແລະສາກົນ.
No comments:
Post a Comment