9/26/14

ປູ່ຈັນ ສັນຍາຮັກແຫ່ງມິດຕະພາບ...ມັກຟັງບໍ່ ?

...ເຈົ້າຂອງຜົນງານເພງ " ປູ່ຈັນ " ເຂົາຄື ຄຳພູທະວີວັນ....

ເພງ “ປູ່ຈັນ” ເປັນເພງທີ່ສະທ້ອນບັນຫາໃຫ້ຄົນສອງຝັ່ງແມ່ນ້ຳຂອງຮັກແພງ-ສາມັກຄີກັນ ເພາະພວກເຮົາຄືລູກຫລານ “ປູ່ຈັນ”….ເພງ “ປູ່ຈັນ” ເປັນເພງທີ່ມີເນື້ອໃນສະທ້ອນໃຫ້ເຫັນເຖິງຄວາມ ສຳພັນຂອງຄົນສອງຟາກຝັ່ງຂອງ ແລະ ເປັນເພງທີ່ ມີຈຸດປະສົງເພື່ອຟື້ນຟູຄວາມສຳພັນລາວ-ໄທ ອີກຄັ້ງໜຶ່ງພາຍຫລັງ ໄທ-ລາວ ມີບັນຫາຊາຍແດນທີ່ຄົນລາວ ລືມບໍ່ໄດ້ນັ້ນກໍຄື “ເສິກບໍ່ແຕນ” ເຊິ່ງຈົບລົງໃນວັນທີ 19 ກຸມພາ 1988

ຫາກທ່ານສົນໃຈນັກຮ້ອງ ອາວຸໂສທ່ານນີ້

9/11/14

ມີຄົນເອີ້ນລາວວ່າ "ລາຊາເພງມ່ວນ"


ໄຊພອນ ສິທະລາດໄດ້ກ້າວສູ່ວົງການເພງເມື່ອປີ ຄ. 1970(ພສ 2512) ຫລື ປະມານ 44 ປີທີ່ແລ້ວ ໂດຍການເປັນນັກຮ້ອງປະຈຳວົງດົນຕີ ສິນທະວີໄຊ ກ່ອນຈະແຍກຕົວມາຕັ້ງວົງດົນຕີເປັນຂອງຕົນເອງໃນຊື່ວົງດາວບ້ານນາ
ໄຊພອນ ສິນທະລາດນັກຮ້ອງໃນຕຳນານເພງບ້ານນາ ທີ່ຫລາຍຄົນ ຮູ້ຈັກມານານນັບສິບໆປີ ເຊັ່ນເພງ: ບ້ານໂພນທີ່ຝັງໃຈ, ສາວລ່ອງແຈ້ງ, ນ້ຳຖ້ວມຖິ່ນເພຍ,ສິ້ນໃຈເມຍ, ລາສາວທົ່ງ, ອະດີດຮັກ 1969 ແລະ ອື່ນໆ.

8/11/14

ການແຂ່ງຂັນຮ້ອງເພງທາງວິທະຍຸໄດ້ເລີ່ມຕົ້ນແລ້ວ...

ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຈັດ “ແຂ່ງຂັນການຮ້ອງເພງອອກອາກາດສົດ” ເຊິ່ງຈະແຂ່ງຂັນ ອາທິດລະເທື່ອ ແລະ ໄດ້ເລີ່ມດຳເນີນ ໃນວັນເສົາ ວັນທີ 9 ສິງຫາ 2014 ແລະ ຈະດຳເນີນໄປໝົດປີ 2015.ໂດຍການມີສ່ວນຮ່ວມຂອງຫລາຍໜ່ວຍ ງານໃນ ວສລ, ບໍລິສັດ ແລະ ຫ້າງຮ້ານຕ່າງໆ ຈຸດປະສົງແມ່ນເພື່ອສ້າງບັນຍາກາດຕ້ອນຮັບວັນຊາດທີ່ 2 ທັນວາ ຄົບຮອບ 40 ປີ ແລະ ຕ້ອນຮັບຊົມເຊີຍວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ ຄົບຮອບ 55 ປີ
ຕິດຕາມລາຍລະອຽດ

7/17/14

ຈຳປາເມືອງລາວ ຄຸນຄ່າ ແລະ ຄວາມໝາຍທີ່ຫຍິ່ງໃຫຍ່

ຫອມໃດໃນໂລກ­ນີ້......................ບໍ່­ປຸນ­ປຽບ­ຈໍາ­ປາ ດອກ­ນາ 
ຫອມ­ທົ່ວເຖິງເວຫາ.........................ເມກຂະ­ລາແດນດ້າວ 
ຫອມ­ມິເບົາບາງໄດ້.................................ພໍພຽງ­ຍາມ­ຍີບ 
ຫອມ­ກີບ­ດວງ­ລື່ນ­ອົ້ມ.....................ຍາມ­ລົມຕ້ອງ­ກິ່ນ­ມາ... 
(ຄັດຈາກບົດກອນ "ຫອມກິ່ນຈຳປາ" ຂອງ ພ.ພວງສະບາ)
ທ່ານ ອຸຕະມະ ຈຸລາມະນີ ແມ່ນຜູ້ໃຫ້ທຳນອງເພງ: ດອກຈຳປາ ຫລື ດວງຈຳປາ ຫລື ຈຳປາເມືອງລາວ ເຊິ່ງເພງນີ້ ເປັນເພງທີ່ໄດ້ຮັບຄວາມນິຍົມ ແລະ ຊື່ນຊົມຂອງຄົນລາວທັງຊາດ ເປັນສັນຍາລັກແຫ່ງຄວາມເປັນລາວ
....ຫາກທ່ານຍັງບໍ່ໝັ້ນໃຈວ່າເພງນີ້ ມີອາຍຸເທົ່າໃດ ແລະ ມີຄວາມໝາຍທີ່ຍິ່ງໃຫຍ່ແນວໃດນັ້ນ....

7/11/14

105 ປີ ຂອງເຈົ້າຊາຍແດງ....

ສະເດັດເຈົ້າ ສຸພານຸວົງ, ປະທານປະເທດຄົນທໍາອິດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເກີດເມື່ອວັນທີ 13 ກໍລະກົດ 1909, ມໍລະນະກໍາ ວັນທີ 9 ມັງກອນ 1995, ລວມອາຍຸໄດ້ 86 ພັນສາ.
ເຈົ້າ ສຸພານຸວົງ ເປັນຜູ້ນຳປະຕິວັດ ເປັນ "ບຸລຸດເຫຼັກ" ເປັນ "ເຈົ້າຊາຍແດງ" ແຫ່ງເຊື້ອແນວກະສັດລາວ, ເປັນສັນຍາລັກແຫ່ງການຕໍ່ສູ້ປອງດອງຊາດ. ຕະຫຼອດຊີວິດແມ່ນອຸທິດແກ່ພາລະກິດປະຕິວັດ ເພື່ອຄວາມເອກະລາດຂອງຊາດ.
ອ່ານເພີ່ມເຕີມ: ກົດບ່ອນນີ້ໄວໆ ClickHere

5/20/14

ມະຫັດສະຈັນຄັ້ງໜື່ງໃນປະຫວັດສາດໂລກ ເມື່ອ 54 ປີກ່ອນ

ວິລະກຳໂຕນຄຸກແບບມະຫັດສະຈັນຂອງຜູ້ນຳເຮົາ ໃນວັນທີ 24/05/1960 ນັບວ່າເປັນໜຶ່ງໃນບັນດາເທດການພົ້ນເດັ່ນຂອງການປະຕິວັດລາວ ແລະ ປະຫວັດສາດຂອງໂລກ...
ກົດອ່ານລາຍລະອຽດໄດ້ເລີຍ
ແລະ ຕິດຕາມບາງຂໍ້ມູນໄດ້ຈາກ VDO ນີ້
(ຂອບໃຈຫລາຍໆ)

5/9/14

ຄົນທີ່ມີນາມປາກກາວ່າ " ສາລິກາ " ນັ້ນຄື ບຸນລ້ຽງ ຈັນທະວົງນີ້ເອງ

ໃນວົງການລະຄອນ ມີຫລາຍຄົນ ນິຍົມມີຫລາຍຊື່ເຊັ່ນ: ຊື່ຈິງຊື່ໜຶ່ງ, ຊື່ນັກສະແດງຊື່ໜຶ່ງ ແລະ ມີນາມປາກກາ ຫລື ຊື່ແຝງອີກຊື່ໜຶ່ງ ມື້ນີ້ ເຮົາມີຂໍ້ມູນເລັກນ້ອຍກ່ຽວກັບນັກສະແດງລະຄອນວິທະຍຸທີ່ເກັ່ງ ສາມາດສວມບົດບາດການສະແດງໄດ້ພ້ອມໆກັນຫລາຍຕົວລະຄອນ....
ມື້ນີ້ຂໍສະເໜີນັກສະແດງລະຄອນຫລາຍບົດບາດ " ບຸນລ້ຽງ ຈັນທະວົງ " ຜູ້ຢືນຢູ່ກ້ຳຊ້າຍມືສຸດ
(ຂອບໃຈ)

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ

ເມືອງວຽງໄຊ ໄດ້ໄປແລ້ວ ຍາກທີ່ຈະລືມ ເມືອງວຽງໄຊ ແຂວງຫົວ­ພັນ ແມ່ນເມືອງທີ່ມີທິວທັດທຳມະຊາດສວຍງາມ, ມີຮ່ອງ­ຮອຍປະ­ຫວັດສາດທີ່ສຳຄັນຫຼາຍແຫ່ງ ທີ່ຕິ...